ສປປ ລາວ ກະວ່າຈະເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃນປີ 2010
-
2008-03-07 -
-
-
ຕາມລາຍງານຂອງໜັງສືພິມ ວຽງຈັນທາຍ. ລາຍງານວ່າ ການກະຕຽມ ຂອງລາວ ເພື່ອເຂົ້າເປັນສະມາຊິກ ຂອງອົງການ ການຄ້າໂລກ ມີຜົນຄືບໜ້າດີ, ແຕ່ວ່າທາງການລາວ ຍັງບໍ່ມີຄວາມແນ່ນອນ ກ່ຽວກັບກຳນົດເວລາ.
ທ່ານ ສົມຈິດ ອິນທະມິດ ເອກອະທິບໍດີກົມການຮ່ວມມື ລະຫ່ວາງປະເທດ ປະຈຳ ກະຊວງວາງແຜນ ແລະການຮ່ວມມືຂອງລາວ ກ່າວໃນວັນອັງຄານວັນທີ 4 ມິນາ ເນື່ອງໃນໂອກາດ ການພົປະ ລະຫ່ວາງ ຄະນະເຮັດວຽກ ຂອງຝ່າຍລາວກັບ ເຈົ້າໜ້າທີ່ ກັມາທິການຢູໂຣບ ປະຈຳລາວ ກ່ຽວກັບການຮ່ວມມື ດ້ານການຄ້າວ່າ: ເຈຕະນາຂອງລາວ ແມ່ນຢາກເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃນປີ 2010 ນີ້.
ການເຂົ້າເປັນສະມາຊິກ ຈະປະສົບຜົນສຳເຣັດ ຫລືບໍ່ນັ້ນ ທ່ານວ່າ ອັນນີ້ມັນກໍຂື້ນຢູ່ກັບ ການກະຕຽມ ຍ້ອນວ່າລາວ ຕ້ອງໄດ້ຕຽມຫລາຍບັນຫາ ທີ່ ກ່ຽວຂ້ອງ ກັບການເຂົ້າເປັນສະມາຊິກ ຂອງອົງການນີ້.
ສະເພາະໃນສັປະດານີ້ ຄະນະເຮັດວຽກຂອງລາວ ແລະເຈົ້າໜ້າທີ່ ສະຫະພາບຢູໂຣບ ໄດ້ປະຊຸມກັນ ສອງເທື່ອແລ້ວ ຄັ້ງທຳອິດ ແມ່ນໃນວັນຈັນ ແລະໄດ້ປຶກສາກ່ຽວກັບ ບັນຫາ ການສ້າງຕັ້ງ ສະຖາບັນ ແລະການປະຕິຮູບ ການປົກຄອງ, ບັນຫາການປົກຄອງ ແລະສິດທິມະນຸດຊົນ.
ການພົປະກັນ ໃນວັນອັງຄານ ແມ່ນໄດ້ເວົ້າເຖິງຄວາມ ເປັນໄປໄດ້ໃນການຜ່ອນຜັນ ດ້ານພາສີສິນຄ້າຂາເຂົ້າ ຫລາຍໆຊະນິດ ແລະ ກ່ຽວກັບ ພາກສ່ວນບໍຣິການ.
ໃນການກະຕຽມນີ້ ສະຫະພາບຢູໂຣບໄດ້ໃຫ້ທຶນຊ່ວຍເຫລືອແກ່ລາວໃນການ ຝຶກແອບເຈົ້າໜ້າທີ່ລາວ ແລະຊ່ວຍເຫລືອ ການກະຕຽມ ໃນດ້ານອື່ນໆອີກ. ຈາກປີ 2007-2010 ນີ້ ສະຫະພາບຢູໂຣບ ໄດ້ໃຫ້ຄຳໝັ້ນສັນຍາ ຊ່ວຍເຫລືອ ລາວເປັນເງິນຈຳນວນ 33 ລ້ານຢູໂຣ, ໃນນັ້ນ 13% ຈະເປັນການຊ່ວຍເຫລືອ ທີ່ກ່ຽວຂ້ອງກັບການຄ້າ ຮ່ວມທັງການກະຕຽມ ເຂົ້າເປັນສະມາຊິກອົງການ ການຄ້າໂລກ.
ສົມເນ ຣາຍງານ