ກະຊວງ ສາທາຣະນະສຸກ ຮຽກຮ້ອງ ໃຫ້ໂຮງພະຍາບານ ໄຊ້ຢາປິ່ນປົວ ພະຍາດທີ່ຜລິດ ຢູ່ໃນລາວໃຫ້ຫລາຍຂື້ນ
-
2008-01-16 -
-
-
ກະຊວງສາທາຣະນະສຸກ ຮຽກຮ້ອງໃຫ້ໂຮງພະຍາບານ ໃນທົ່ວປະເທດ ພະຍາຍາມ ໄຊ້ຢາປິ່ນປົວພະຍາດ ທີ່ຜລິດຢູ່ໃນລາວ ຫລາຍຂື້ນເພື່ອຫລຸດ ຄ່າໄຊ້ຈ່າຍ ການນຳຢາເຂົ້າ.
ເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງສາທາຣະນະສຸກ ຂອງລາວວ່າ ການໄຊ້ຢາປິ່ນປົວພະຍາດ ຢູ່ໃນລາວໃນປັດຈຸບັນນີ້ ມີທັງຢາ ທີ່ນຳເຂົ້າ ຈາກຕ່າງປະເທດ ແລະຢາທີ່ຜລິດຢູ່ພາຍໃນປະເທດ. ແຕ່ວ່າກະຊວງ ສາທາຣະນະສຸກ ຕ້ອງການຢາກຫລຸດຄ່າໄຊ້ຈ່າຍ ການນຳເຂົ້າຢາ ຈາກນອກປະເທດ ຈຳນວນທີ່ບໍ່ຈຳເປັນລົງ ດັ່ງທີ່ທ່ານໄດ້ກ່າວວ່າ:
(ສຽງ) "ທຸກໆໂຮງພະຍາບານ ໂຮງໝໍຢູ່ພື້ນຖານ ຢູ່ແຂວງຢູ່ເມືອງ ຈະຕ້ອງນຳໄຊ້ຢາ ຕາມບັນຊີນີ້ ແທນທີ່ເຮົາຈະໄປຊື້ຢາ ທີ່ມີການຄ້າຣາຄາແພງ ຢາແພງ ກໍບໍ່ໄດ້ໝາຍຄວາມວ່າຢາດີ ຢາແພງເພາະໂຄສະນາ."
ປັດຈຸບັນນີ້ ໂຮງພະຍາບານໃນລາວ ກໍເລີ້ມຫັນມາໄຊ້ຢາ ທີ່ຜລິດພາຍໃນປະເທດ ຫລາຍຂື້ນ ຍົກເວັ້ນ ຢາທີ່ບໍ່ສາມາດຜລິດ ພາຍໃນປະເທດ ກໍໄດ້ນຳເຂົ້າມາປະມານ 50%. ນອກນັ້ນກໍມີການວິໃຈ ຢາແຜນໂບຮານ ແລະໄຊ້ຢາແຜນໂບຮານປະມານ 20% ຄວບຄູ່ກັນໄປ. ຢາທີ່ຜລິດ ພາຍໃນປະເທດ ກໍມີປະເພດປົວໂຣກຜີວໜັງ ຢາແກ້ປວດຫົວ ຢາແກ້ຫລືບັນເທົາ ອາການເປັນໄຂ້ ແລະບັນເທົາອາການປວດຕ່າງໆ.
(ສຽງ) "ຢາພື້ນຖານ ໝາຍເຖິງຢາທີ່ມີຣາຄາຕໍ່າ ແຕ່ສາມາດປິ່ນປົວ ຄົນສ່ວນໃຫ່ຽ ແຕ່ຣາຄາຖືກ ຢາພື້ນຖານ ທາງລາວສາມາດຜລິດໄດ້ 40% ຂອງຄວາມຕ້ອງການ ນຳໄຊ້ພາຍໃນ."
ນອກນັ້ນອົງການອານາໄມໂລກ ປະຈຳລາວ ໄດ້ໃຫ້ການຊ່ວຍເຫລືອ ແລະສນັບສນູນເບື້ອງຕົ້ນ ແກ່ກະຊວງສາທາຣະນະສຸກ ຂອງລາວໂດຍສນັບສນູນ ໃຫ້ໄຊ້ຢາຕາມບັນຊີແນະນຳ ຂອງອົງການອານາໄມໂລກ. ຢາຈຳນວນນີ້ ໂດຍມາກມີຣາຄາຖືກ ແຕ່ກໍສາມາດ ປິ່ນປົວພະຍາດໄດ້ຢ່າງມີປະສິດທິຜົນ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ຄະນະນັກກິລາ ຄົນພິການລາວ ຈະເຂົ້າຮ່ວມ ການແຂ່ງຂັນ ກິລາຊີເກມ ຄັ້ງທີ 4 ຢູ່ທີ່ແຂວງ ນະຄອນຣາຊະສິມມາ ຂອງໄທ ໃນອີກບໍ່ດົນນີ້
- ປະເທດໄທ ຈະໄຊ້ຂົວມິຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີສອງ ສວັນະເຂດ - ມຸກດາຫານ ເພື່ອຮັດແນ່ນ ຄວາມສາມັກຄີ ກັບປະເທດເພື່ອນບ້ານ
- ສປປລາວ ແລະວຽດນາມ ເຊັນຂໍ້ຕົກລົງ ກ່ຽວກັບ ການສຳຣວດບໍ່ເຫລັກ ຢູ່ເຂດເມືອງ ວຽງໄຊ ແຂວງຫົວພັນ ໃນ ພາກເໜືອຂອງລາວ
- ການທົດລອງ ນໍ້າມັນ ບາຍໂອ-ດີໂຊ ທີ່ຜລິດຈາກໝາກເຍົາ ກັບຣົດໄຖ ຍ່າງຕາມ ໃນເຂດເມືອງໄຊທານີ ໄດ້ຮັບຜົນສໍາເຣັດ
- ຣັດຖະບານລາວ ຍອມຮັບວ່າ ການລົງທຶນ ມີອຸປະສັກຫລາຍຢ່າງ ແລະພ້ອມທີ່ຈະແກ້ໃຂ ຕາມການສະເນີ ຂອງນັກທຸຣະກິດຍີ່ປຸ່ນ
- ທາງການສປປລາວ ແລະ ວຽດນາມ ປະສົງທີ່ ຈະມີການຮ່ວມມືກັນ ຣະຫວ່າງ 2 ຝ່າຍ ຢ່າງເລິກເຊີ່ງຂຶ້ນຕື່ມ ໃນ ປີ 2008 ນີ້
- ການຊ່ວຍເຫລືອ ຂອງປະເທດ Sweden ມູນຄ່າທັງໝົດ 5 ລ້ານໂດລາ ສະຫະຣັດ ນັ້ນກໍານົດໃຫ້້ແກ່ ບັນດາປະເທດ ເຂດແມ່ນໍ້າຂອງ ລາວ ໃທ ແລະວຽດນາມ
- ສະຫະປະຊາຊາດ ໄດ້ມອບເງິນ ຈຳນວນ 1 ລ້ານ ກັບ 880, 000 ໂດລາສະຫະຣັຖ ໃຫ້ກອງທຶນ ໂຄງການ ພັດທະນາ ປູກພືດແທນຝິ່ນ ແກ່ຣັຖະບານລາວ
- ແຂວງຫລວງພະບາງ ຍັງມີບັນຫາ ກ່ຽວກັບ ການຖາງປ່າເຮັດໄຮ່ ຂອງຊາວບ້ານ ຢູ່ຢ່າງກ້ວາງຂວາງ
- ຣາຄາສິນຄ້າ ປະເພດເຄື່ອງຍ່ອຍ ຢູ່ໃນລາວເພີ້ມຂື້ນ ຍ້ອນວ່າ ຣາຄາສິນຄ້າເຄື່ອງຍ່ອຍ ໃນ ປະເທດໄທ ເພີ້ມຂື້ນ