ສາຍກາຣບິນລາວ ແອຣ໌ໄລນ໌ມີແຜນ ທີ່ຈະເປີດ ຖ້ຽວບິນບໍຣິກາຣ ຣະຫວ່າງ ນະຄອນຫລວງວຽງຈັນ - ສວັນນນະເຂຕ ໃນທ້າຍເດືອນຕຸລາ 2008 ນີ້

ທ່ານຣະດາ ສຸນທອນ ຫົວໜ້າຝ່າຍກາຣຕລາດ ຂອງສາຍກາຣບິນລາວ ແອຣ໌ໄລນ໌ ໄດ້ເປີດເຜີຽ ເຖີງແຜນກາຣ ທີ່ຈະເປີດຖ້ຽວບິນ ເພື່ອບໍຣິກາຣ ຈາກນະຄອນຫລວງວຽງຈັນ ໄປຍັງສວັນນະເຂຕ ຄືນໃໝ່ອີກເທື່ອໜື່ງ ພາຍຫລັງ ທີ່ໄດ້ຍຸຕິເ ປັນກາຣຊົ່ວຄາວກວ່າ 3 ປີຜ່ານມາ ດັ່ງທີ່ທ່ານ ໄດ້ໃຫ້ກາຣອະທິບາຍໃນຕອນໜື່ງວ່າ:

(ສຽງ)“ສຳຫລັບສວັນນະເຂຕ ເຮົາ ຈະເຣີ່ມເປີດ ໃນຣະດູໜາວ ປີນີ້ແຫລ໋ະ ອັນໜື່ງ ແມ່ນຮອງຮັບ “ຊີເກມສ໌” ອັນສອງ ແມ່ນຄາດວ່າຜູ້ໂດຽສາຣ ຈະມີເພີ່ມ ເພາະວ່າ ປັຈຈຸບັນນີ້ ກາຣເດີນທາງໆຣົຖ ຄ່ານ້ຳມັນກໍແພງ ປັຈຈຸບັນນີ້ ກໍກຳລັງກະກຽມ ຫ້ອງກາຣ ແລະບຸຄຄລາກອນຕ່າງໆ.”

ທ່ານ ຣະດາ ໄດ້ໃຫ້ກາຣຊີ້ແຈງ ເພີ່ມວ່າ: ກາຣເປີດຖ້ຽວບິນ ໃໝ່ນີ້ເຊື່ອວ່າຈະຕ້ອງ ກູ້ມຄ່າກາຣລົງທຶນ ໂດຽສະເພາະ ທີ່ຈະມີກາຣຈັດກິລາ ຊີເກມສ໌ຢູ່ສວັນນະເຂຕ ໃນປີ 2009 ທີ່ຈະມາເຖີງ ໃນໄວໆນີ້ ແລະອີກຢ່າງໜື່ງ ແຂວງສວັນນະເຂຕ ກໍເປັນເຂຕເສຖ ກິຈພິເສດທີ່ສຳຄັນ.

ນອກຈາກນັ້ນ ເຖີງແມ່ນວ່າ ມີຄວາມສະດວກ ໃນກາຣເດີນທາງໆ ຣົຖກໍຕາມ ແຕ່ກໍຕ້ອງໄດ້ໃຊ້ເວລາ ເຖີງ 5-6 ຊົ່ວໂມງ ຈື່ງຮອດສວັນນະເຂຕ ແລະຣາ ຄານ້ຳມັນກໍແພງ ສະນັ້ນ ຈື່ງຄາດວ່າ ຄົງຈະມີຜູ້ໂດຽສາຣ ໃຊ້ທາງເຮືອບິນຫລາຍຂື້ນ ແລະເຮືອບິນ ທີ່ຈະນຳມາໃຊ້ນັ້ນ ກໍເປັນເຮືອບິນຊນິດ MA-60 ໂດຽມີກຳໜົດ ໃຫ້ບໍຣິ ກາຣສັບປະດາລະ 2 ຖ້ຽວ.

ໃນຂະນະດຽວກັນນີ້ ທາງກາຣລາວ ແລະໄທຽ ກໍໄດ້ມີກາຣປຶກສາຫາຣືກັນ ໃນໂຄງ ກາຣໃຊ້ສນາມບິນ ທີ່ສວັນນະເຂຕ ຮ່ວມກັນໃນອະນາຄົດ ດັ່ງທີ່ທ່ານຣະດາໃຫ້ຄວາມ ເຫັນເພີ່ມວ່າ:

(ສຽງ)“ເຣື່ອງນີ້ກໍມີປະໂຍດ ຕໍ່ສນາມບິນ ແລະກາຣທ່ອງທ່ຽວ ອີຫຍັງຕ່າງໆ ກາຣໄປມາຫາສູ່ກໍ ສະດວກຂື້ນ ຖ້າ demand ມັນຫລາຍ ກໍຈເພີ່ມໂດຽສະເພາະ ກຸງເທພ-ສວັນນະເຂຕ ຕໍ່ໄປຍັງດານັ໋ງກໍກຳລັງ ສຶກສາຕົວນີ້ຄືກັນ.”

ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ໃນທ້າຍເດືອນມີນານີ້ ສາຍກາຣບິນລາວ ແອຣ໌ໄລນ໌ກໍຈະ ໄດ້ເຣີ່ມເປີດຖ້ຽວບິນ ຣະຫວ່າງ ນະຄອນຫລວງວຽງຈັນ-ແຂວງຫລວງນ້ຳທາ 3 ຖ້ຽວ ຕໍ່ສັບປະດາ ນ້ຳດ້ວຍ ພາຍຫລັງທີ່ມີກາຣປັບປຸງ ສນາມບິນຂື້ນໃໝ່.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org