ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ

ນັກທ່ອງທ່ຽວ ແມ່ຍິງ ຊາວຝຣັ່ງເສດ ໝື່ນພະລາດ ທີ່ທ່າດ້ານ ຂ້າມເຮືອ ທີ່ເມືອງຊຽງແສນ, ແຂວງຊຽງຮາຍ ກ່ອນຈະລົງເຮືອ ເຂົ້າໄປລາວ, ເຮັດໃຫ້ກະດູກແຂ່ງ ເບື້ອງຂົວຫັກ, ອີງຕາມຣາຍງານ ທ້ອງຖິ່ນ ໃນມື້ວັນທີ 25 ກຸມພານີ້.

ຍານາງ ໂດເກດ ໂດມີນິກ, ຊາວຝຣັ່ງເສດ, ອາຍຸ 54 ປີ, ຊຶ່ງເປັນລູກຄ້າ ຂອງບໍຣິສັດທ່ອງທ່ຽວ, ທີ່ພວມຈະເດີນທາງ ໄປທ່ຽວ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຂອງລາວ. ໃນຂະນະທີ່ ກ້າວລົງຈາກຣົດ ຈະໄປເຂົ້າເຮືອ ໂດຍບໍ່ໄດ້ລະວັງໂຕ, ເພາະສະຖານທີ່ ດັ່ງກ່າວ ເຕັມໄປດ້ວຍຂີ້ຫີນ ແລະ ເປັນຂຸມ. ຍານາງ ກ້າວໄປຕົກຂຸມ ເປັນເຫດໃຫ້ ກະດູກແຂ່ງເບື້ອງຂົວຫັກ. ຈາກນັ້ນ ຖືກນໍາສົ່ງ ໂຮງໝໍ ໃນເຂດເມືອງຊຽງຂອງ ແລະ ສົ່ງຕໍ່ໄປຍັງ ແຂວງຊຽງຮາຍ.

ກ່ຽວກັບ ຄວາມບໍ່ຮຽບຮ້ອຍ ຂອງການຈອດຣົດ ທີ່ທ່າເຮືອ ເມືອງຊຽງຂອງ ຂອງໄທ, ທີ່ຈະຂ້າມໄປ ສປປລາວ, ທີ່ເມືອງຫ້ວຍຊາຍ ໃນຄັ້ງນີ້, ຍັງບໍ່ມີໜ່ວຍງານໃດ ທີ່ກ່ຽວຂ້ອງ ຮັບຜິດຊອບ ເລີຍ.

ຈະເຣີນສຸກ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org