ຢາເສບຕິດ ແຜ່ຣະບາດໜັກຂຶ້ນ ທີ່ແຂວງຈໍາປາສັກ ຂອງລາວ ແລະແຂວງ ອຸບົນຣາຊທານີຂອງໃທ

ເຈົ້າໜ້າທີ່ຫ້ອງການແຂວງອຸບົນຣາຊທານີ ເຜີຍວ່າ ຕາມບໍຣິເວນຊາຍແດນລາວ-ໄທ ເຂດແຂວງ ຈໍາປາສັກຂອງລາວ ກັບແຂວງອຸບົນຣາຊທານີຂອງໄທ ພົບວ່າມີການແຜ່ຣະບາດຂອງຢາບ້າ ຫລາຍຂຶ້ນ.

ເວົ້າສະເພາະແຂວງອຸບົນຣາຊທານີ ທີ່ຜ່ານມາ-ກໍມີການດໍາເນີນ ມາຕການເພື່ອສະກັດກັ້ນຢາເສບຕິດ ຕາມບໍຣິເວນຈຸດຜ່ານແດນຖາວອນ, ຈຸດຊົ່ວຄາວ-ການຄ້າຊາຍແດນ, ໝູ່ບ້ານຊາຍແດນ -ຊຶ່ງພົບວ່າຜູ້ຄ້າຣາຍເກົ່າ ມີຈໍານວນລຸດລົງແຕ່ກໍມີຜູ້ຄ້າຣາຍໃໝ່ ເພີ່ມຫລາຍຂຶ້ນ ແລະທາງການແຂວງ ກໍໄດ້ປະສານງານກັບທາງການ ລາວເພື່ອແກ້ໃຂບັນຫາດັ່ງກ່າວ ມາໂດຍຕະລອດ. ແລະໃນວັນທີ 18-19ກຸມພານີ້ ທ່ານ ຊວນ ຄີຣິນັນພອນ ເຈົ້າແຂວງອຸບົນຣາຊທານີ ກໍມີກໍານົດເດີນທາງໄປພົບປະ ກັບເຈົ້າແຂວງແຂວງຈໍາປາສັກ ເພື່ອຫາຣືກັນເລື່ອງການຮ່ວມມື-ສະກັດກັ້ນແລະປາບປາມຢາເສບຕິດ ຕາມເຂດຊາຍແດນ.

ເຈົ້າໜ້າທີ່ຂັ້ນສູງ ດ້ານການປາບປາມຢາເສບຕິດຂອງໄທ ທ່ານນຶ່ງເຜີຍວ່າ ໃນປີ2007ຜ່ານມາ ເຂດທີ່ມີການລັກລອບນໍາເຂົ້າຢາບ້າ ຫລາຍທີ່ສຸດຍັງຄົງເປັນຊາຍແດນ ທາງພາກເໜືອ, ຮອງລົງມາກໍຄືພາກອິສານ. ແຂວງອຸບົນຣາຊທານີ ເປັນນຶ່ງໃນຈໍານວນ 17ແຂວງທີ່ມີການລັກລອບນໍາເຂົ້າຢາບ້າ ຫລາຍທີ່ສຸດ.

ສໍາລັບການລໍາລຽງຢາເສບຕິດເຂົ້າ ປະເທດໄທນັ້ນ ພົບວ່າມີຫລາຍວິທີ ແຕ່ສ່ວນໃຫຍ່ ມັກໄຊ້ວິທີເຊື່ອງຊ້ອນໄວ້ໃນ ທະວານໜັກແລະຊ່ອງຄອດ. ສ່ວນຊ່ອງທາງທີ່ຂະບວນການຄ້າຢາເສບຕິດ ນິຍົມໄຊ້-ເປັນຊ່ອງທາງລັກລອບນໍາເຂົ້າ ຢາເສບຕິດນັ້ນ ສ່ວນຫລາຍເປັນຊ່ອງທາງທໍາມະຊາດ, ຕາມໝູ່ບ້ານຊາຍແດນ ໂດຍມີແນວໂນ້ມ-ນໍາເຂົ້າເປັນເຄືອຂ່າຍ ໃນລັກສະນະກອງທັບໝົດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org