ການສໍ້ຣາຊບັງຫລວງ ຢູ່ລາວຍັງແຜ່ຣະບາດ ເຕັມບ້ານເຕັມເມືອງ

ການສໍ້ຣາຊບັງຫລວງຢູ່ລາວ ຍັງແຜ່ຣະບາດ ເຕັມບ້ານເຕັມເມືອງ; ຣັຖບານຍັງບໍ່ສາມາດ ປາບປາມໄດ້ ເຖິງວ່າ ຈະໄດ້ອອກກົດໝາຍ ຕ້ານການສໍ້ຣາຊບັງຫລວງ ຢ່າງເຂັ້ມກໍຕາມ.

ການປາບປາມ ການສໍ້ຣາຊບັງຫລວງຢູ່ລາວ ບໍ່ໄດ້ຜົນ ສ່ວນຫລາຍນຶ່ງ ກໍຍ້ອນເຈົ້າໜ້າທີ່ ທາງການເອງ ບໍ່ຍອມປາບປາມ ຢ່າງຈິງຈັງ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:

(ສຽງ) "ທີ່ຈິງບົດບາດ ໃນສ່ວນນີ້ ກໍບໍ່ທັນມີ ສະນັ້ນວ່າດ້ວຍການຄໍຣັບຊັ່ນ ຍັງຍາກຢູ່ ຫລາຍພາກສ່ວນ ຍັງບໍ່ໃຫ້້ຄວາມສຳຄັນ ແຕ່ພວກເຮົາ ກໍອີງໃສ່ຣະບຽບກົດໝາຍ ຂອງບ້ານເມືອງ ແລະກໍອີງໃສ່ຣະບຽບຣັຖ ຖ້າຈັບໄດ້ ກໍລົງວິໃນໜັກຫລືເບົາ. "

ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ສາເຫດໃຫຍ່ນຶ່ງອີກ ລາວຍັງເປັນປະເທດນ້ອຍ ດ້ອຍພັທນາ ພະນັກງານຂອງຣັຖ ໄດ້ຮັບເງິນເດືອນຕ່ຳ; ຍ້ອນດັ່ງນັ້ນ ພວກເຂົາເຈົ້າ ຈຶ່ງສໍ້ຣາຊບັງຫລວງ ໂດຍສະເພາະ ເຈົ້າໜ້າທີ່ປ່າໄມ້ ທີ່ດິນ ດ່ານຊາຍແດນ ແລະຜູ້ທີ່ເຮັດວຽກ ຮ່ວມກັບອົງການຊ່ວຍເຫລືອ ຕ່າງປະເທດ ຍິ່ງມີໂອກາດສໍ້ຣາຊບັງຫລວງ.

ອີກຢ່າງນຶ່ງ ໃນເມື່ອຮູ້ວ່າ ມີການສໍ້ຣາຊບັງຫລວງ ຢູ່ກະຊວງກົມກອງໃດ ກົມກອງນຶ່ງ ພະນັກງານ ໃນກົມກອງນັ້ນ ກໍພາກັນມິດຫງຽບ ບໍ່ກ້າປາກກ້າເວົ້າ ແລະບໍ່ກ້າເປີດເຜີຍ; ແຕ່ໃນດ້ານຣະບຽບກົດໝາຍແລ້ວ ປະເທດລາວ ກໍມີກົດໝາຍ ຕ້ານການສໍ້ຣາຊບັງຫລວງ ຢ່າງເຄັ່ງຄັດ ດັ່ງ ເຈົ້າໜ້າທີ່ທ່ານດຽວກັນນັ້ນ ໄດ້ກ່າວອີກວ່າ:

(ສຽງ) "ຈິງໆໂດຍພື້ນຖານ ລາວເຮົາກຳລັງເຂັ້ມງວດ ຕໍ່ກັບບັນຫານີ້ ໂດຍສະເພາະອົງການຂອງຣັຖ ຊຶ່ງວ່າ ໄດ້ອອກກົດໝາຍ ສໍ້ຣາຊບັງຫລວງ ແລະກົດໝາຍອື່ນໆ ທີ່ກ່ຽວຂ້ອງ."

ເມື່ອບໍ່ດົນຜ່ານມາ ອົງການຄວາມໂປງໃສສາກົນ ຣາຍງານວ່າ ສປປລາວ ເປັນ ປະເທດນຶ່ງ ທີ່ມີການສໍ້ຣາຊບັງຫລວງ ຫລາຍທີ່ສຸດໃນໂລກ ຄືໄດ້ຮັບຄະແນນພຽງແຕ່ 1.9 ສ່ວນສິບ ແລະຕົກຢູ່ໃນຣະດັບ ເກືອບສຸດທ້າຍ. ນິວຊີແລ່ນ ເປັນປະເທດທີ່ຂາວສະອາດ ທີ່ສຸດມີຄະແນນເຖິງ 9.4.

ອາວະຣີ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org