ນາຍຍົກຣັດຖະມົນຕຣີຈີນ ຈະເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ນໍ້າຂອງ ທີ່ສປປລາວ.

ທ່ານ Wen Jiabao ນາຍົກຣັດຖະມົນຕຣີຈີນ ມີກໍານົດການເດີນທາງ ຢ້ຽມຢາມປະເທດລາວ ແຕ່ວັນທີ 29 ຫາ 31 ມິນາ 2008 ນີ້ ແລະ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາປະເທດ ເຂດແມ່ນໍ້າຂອງ ຫລື GMS ຢູ່ນະຄອນຫລວງວຽງຈັນ -ຕາມຣາຍງານຂ່າວຈາກກຸງປັກກີ່ງ ທີ່ອ້າງອີງໃສ່ ຄໍາເວົ້າ ຂອງໂຄສົກກະຊວງການຕ່າງປະເທດຈີນ ໃນວັນອັງຄານນີ້.

ການເດີນທາງ ຢ້ຽມຢາມລາວ ຂອງນາຍົກ Wen Jiabao ມີຂຶ້ນຕາມຄໍາເຊີນ ຂອງທ່ານບົວສອນ ບຸບຜາວັນ ນາຍົກຣັດຖະມົນຕຣີ ສປປລາວ. ສ່ວນທ່ານຮຸນແຊນ ນາຍົກຣັດຖະມົນຕຣີ ກໍາພູຊາ ມີກໍານົດການເດີນທາງ ຈາກກຸງພະນົມເປັນ ມາລາວໃນວັນສຸກ ເພື່ອຢ້ຽມຢາມລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ GMS ຄັ້ງທີສາມ ເຊັ່ນດຽວກັນ ແລະ ກໍຄາດກັນວ່າ ທັງສອງຝ່າຍລາວ-ກໍາພູຊາ ຈະລົງນາມ ໃນຂໍ້ຕົກລົງເລື່ອງຊາຍແດນກັນ ນໍາດ້ວຍ.

ບັນດາຜູ້ນໍາ ຈາກປະເທດ ເຂດແມ່ນໍ້າຂອງ GMS ອັນໄດ້ແກ່ ລາວ ວຽດນາມ ກໍາພູຊາ ໄທ ພະມ່າ ແລະ ຈີນ ຮວມທັງຜູ້ຕາງໜ້າຈ າກທະນະຄານ ພັດທະນາເອເຊັຽ ADB ຈະຫາຣືກັນກ່ຽວກັບ ການລຸດຜ່ອນຄວາມຍາກຈົນ ແລະ ສົ່ງເສີມການພັດທະນາ ແບບຍັ້ງຍືນ ສໍາລັບທຸກປະເທດ GMS, ສົ່ງເສີມການຮ່ວມມື ທາງດ້ານເສດຖະກິດ ສັງຄົມ ວັດທະນະທໍາ ການທ່ອງທ່ຽວ ແລະ ສະພາບແວດລ້ອມ ເຂດແມ່ນໍ້າຂອງ GMS.

ກອງປະຊຸມສຸດຍອດ GMS ຄັ້ງທໍາອິດ ຈັດຂຶ້ນ ຢູ່ກຸງພະນົມເປັນ ປະເທດກໍາພູຊາໃນປີ2002 ແລະຄັ້ງທີ 2ຢູ່ Kunming ຂອງຈີນ ໃນປີ 2005. ເຂດ GMS ຖືກຕັ້ງຂຶ້ນ ໃນປີ 1992 ເພື່ອສົ່ງເສີມການພັດທະນາ ທາງດ້ານເສດຖະກິດ-ສັງຄົມ, ຊົນລະປະທານ ແລະ ການຮ່ວມມື ຣະຫວ່າງ ບັນດາປະເທດ ເຂດແມ່ນໍ້າ ຂອງ GMS.

ສເນີ ໂດຍ ມະນີຈັນ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org