ໂຮງຮຽນສຶກສາສົງ ໃນແຂວງໄຊຍະບູລີຂອງລາວ ມີນະໂຍບາຍໃຫ້ທຶນການສຶກສາ ແກ່ເດັກນ້ອຍ ທີ່ຍາກຈົນ

ຢູ່ສປປລາວ ຍັງມີບັນຫາເລື່ອງເດັກນ້ອຍ ດ້ອຍໂອກາດທາງດ້ານການສຶກສາ ແລະເດັກນ້ອຍຍາກຈົນ ທີ່ນັບວັນນັບຈະເປັນບັນຫາ ສໍາຄັນຂອງລາວ. ກ່ຽວກັບເລື່ອງນີ້ ໄດ້ມີໜ່ວຍງານທີ່ບໍ່ຂຶ້ນກັບຣັດຖະບານ ເຂົ້າມາສໍາຣວດສະພາບຄວາມເປັນຈີງ ໃນລາວແລະກໍເຫັນວ່າ ນັ້ນເປັນບັນຫາທີ່ນ່າວິຕົກ.

ເຖີງຢ່າງໃດກໍດີ ຕາມຄໍາເວົ້າຂອງພຣະອາຈານ ໃນໂຮງຮຽນສົງແຂວງໄຊຍະບູລີ- ແມ່ນວ່າ ທຸກວັນນີ້ ເດັກນ້ອຍໄດ້ຮັບການພັດທະນາ ກວ່າແຕ່ກ່ອນ ແລະເດັກນ້ອຍທີ່ມາຈາກຄອບຄົວຍາກຈົນ ກໍໄດ້ຮຽນໜັງສື ຄືກັນກັບເດັກນ້ອຍທົ່ວໄປ ໃນແຂວງໄຊຍະບູລີ. ພຣະອາຈານ ກ່າວຕໍ່ໄປວ່າ:

(ສຽງ) "ມັນກໍມີນະໂຍບາຍ ແຕ່ວ່າ ກ່ອນມີນະໂຍບາຍຕ້ອງໄດ້ຂໍໃບຢັ້ງຢືນ ຈາກຄອບຄົວຫລືວ່າໃບຍັ້ງຢືນຈາກບ້ານ ທີ່ຜູ້ກ່ຽວຢູ່ອາໃສ ຖ້າວ່າທຸກຈົນແທ້ ກໍຖືວ່າເຮົາຈັດນະໂຍບາຍບໍ່ເສັຽຄ່າຮຽນ."

ການທີ່ມີບ້ານເຮືອນ ຢູ່ຫ່າງໃກຈາກສະຖານສຶກສາ, ເສັ້ນທາງໄປມາບໍ່ສະດວກ ແລະຄອບຄົວມີຖານະຍາກຈົນ ກໍຍີ່ງເຮັດໃຫ້ເດັກນ້ອຍເລົ່ານັ້ນ ມີໂອກາດໜ້ອຍເຕັມທີ່ ທີ່ຈະໄດ້ເຂົ້າໂຮງຮຽນ ແລະບໍ່ຮູ້ທັນສະພາບການປ່ຽນແປງ ຂອງສັງຄົມໃນປັດຈຸບັນ. ສ່ວນເລື່ອງງົບປະມານທີ່ທາງໂຮງຮຽນສົງ ມີໃຫ້ສໍາລັບເດັກນ້ອຍທີ່ຍາກຈົນນັ້ນ ໄດ້ຮັບຈາກທາງ ຣັດຖະບານ.

(ສຽງ) "ມັນເປັນຂອງຣັດ ແຕ່ວ່າເຮົາກໍຂໍຄ່າເທີມພໍພຽງ ແຕ່ວ່າອັນໄຊ້ວຽກງານຫ້ອງການ ບໍຣິຫານຈໍານວນນຶ່ງພຽງແຕ່20-30ພັນກີບຕໍ່ຄົນຕໍ່ເດືອນ."

ນະໂຍບາຍ ຊ່ວຍເຫລືອເດັກຍາກຈົນແລະ ດ້ອຍໂອກາດນີ້ ຈຸດປະສົງນຶ່ງກໍເພື່ອ ໃຫ້ເດັກນ້ອຍມີໂອກາດ ຮໍ່າຮຽນ ຊຶ່ງເປັນເງື່ອນໃຂໃນການພັດທະນາຄຸນນະພາບ ຊີວິດຂອງພວກເຂົາ ໃຫ້ດີຂຶ້ນ ຫາກບໍ່ແມ່ນການສົງເຄາະ ເພື່ອແກ້ໃຂບັນຫາສະເພາະໜ້າ ແຕ່ຢ່າງໃດ -ພຣະອາຈານກ່າວ ໃນທີ່ສຸດ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org