ພົບເຫັນມີເຊື້ອໂຣຄ ໄຂ້ຫວັດນົກ ແພ່ຣະບາດ ຄັ້ງໃໝ່ອີກຕື່ມແຫ່ງໜື່ງ ໃນແຂວງຫລວງນ້ຳທາ ຫວ່າງມໍ່ໆມານີ້
-
2008-02-21 -
-
-
ແຫລ່ງຂ່າວທ້ອງຖີ່ນແຈ້ງວ່າ: ໃນຕົ້ນເດືອນກຸມພາ ນີ້ພົບເຫັນມີກາຣຣະບາດຂອງ ໂຣຄໄຂ້ຫວັດສັຕປີກ ຢູ່ທາງພາຄເໜືອ ຂອງລາວທີ່ບ້ານນ້ຳມະເມືອງລອງ ແຂວງ ຫລວງນ້ຳທາ ທີ່ເຮັດໃຫ້ຈຳພວກສັຕປີກ ຕາຍໄປຫລາຍກວ່າ 600 ໂຕໃນຣະຍະເວລາ ພຽງ 3 ມື້ເທົ່ານັ້ນ ເຮັດໃຫ້ທາງເຈົ້າໜ້າທີ່ ກ່ຽວຂ້ອງຕ້ອງໄດ້ເອົາມາຕກາຣ ປາບປາມ ແລະສກັດກັ້ນຢ່າງເຂັ້ມງວດ ເຮັດໃຫ້ສະພາບກາຣ ໃນເຂຕດັ່ງກ່າວຄ່ອຍເບົາບາງລົງ.
ແຕ່ວ່າເຊື້ອພຍາທໄຂ້ຫວັດນົກ ປາກົດແພ່ຣະບາດຂື້ນ ຢູ່ບ່ອນໃໝ່ອີກ ຢູ່ແຂວງຫລວງ ນ້ຳທາເຊັ່ນກັນ ໃນສັບປະດາຜ່ານມານີ້ ທີ່ມີໄກ່ໃນເຂຕບ້ານທົ່ງໃໝ່ຕາຍໄປຢ່າງກະທັນ ຫັນບໍ່ຕໍ່າກວ່າ 300 ໂຕ.
ບ້ານທົ່ງໃໝ່ດັ່ງກ່າວນີ້ ເປັນບ້ານຂອງຊົນເຜົ່າອີ່ກໍ້ ມີປະຊາກອນທັງໝົດປະມານ 140 ຄົນໃນຈຳນວນ 57 ຫລັງຄາເຮືອນ ຊື່ງຢູ່ຫ່າງຈາກເມືອງສິງ ພຽງປະມານ 3 ຫລັກ ກິໂລແມ໊ຕເທົ່ານັ້ນ.
ແຫລ່ງຂ່າວເດີມແຈ້ງເພີ່ມວ່າ: ໃນເມື່ອຊາບຂ່າວແລ້ວ ທາງກາຣກ່ຽວຂ້ອງຂອງ ລາວ ກໍໄດ້ສົ່ງເຈົ້າໜ້າທີ່ ເຂົ້າໄປກວດສອບສືບສວນ ພ້ອມທັງໄດ້ນຳເອົາຕົວຢ່າງ ສົ່ງໄປກວດວິຈັຍ ຢູ່ສູນສັຕວະແພທ ໃນມື້ວັນທີ່ 16 ກຸມພາ ແລະໄດ້ຮັບຊາບວ່າ ເປັນເຊື້ອໂຣຄ ໄຂ້ຫວັດນົາສາຍພັນ H5N1 ແທ້. ສະນັ້ນທາງກົມລ້ຽງສັຕ ແລະກາຣປະມົງຈື່ງໄດ້ ແຕ່ງຕັ້ງຄະນະວິຊາກາຣ ຈາກທາງກົມ ໄປສົມທົບກັບ ທາງກາຣແຂວງຫລວງນ້ຳທາ ເພື່ອວາງແຜນສກັດກັ້ນ ແລະປາບປາມເຊື້ອໂຣຄ ທີ່ຮ້າຍແຮງດັ່ງກ່າວນີ້ຕໍ່ໄປ.
ຫວາດ ສີມູນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ທາງກາຣແຂວງ ຜົ້ງສາລີ ຈະຈັດພິທີບວຊປ່າ ພູຟ້າ ໃນຕົ້ນເດືອນ ເມສາ ນີ້ເພື່ອເປັນກາຣອະນຸຮັກ ແລະຟື້ນຟູປ່າໄມ້ ໄວ້ໃຫ້ເປັນບ່ອນຢູ່ອາສັຍ ຂອງສັຕປ່ານາໆພັນ
- ເຈົ້າໜ້າທີ່ ສູນປິ່ນປົວ ຜູ້ຕິດຢາເສພຕິດ ແຂວງສວັນນະເຂຕ ວ່າພວກທີ່ເຂົ້າມາຮັບ ກາຣບຳບັຕ ມັກຈະລັກໜີອອກຈາກ ສູນກ່ອນກຳໜົດ
- ສູນຄົ້ນຄວ້າ ກາຣລ້ຽງສັຕ ໂດຽກາຣຮ່ວມມື ຈາກທາງກາຣ ກ່ຽວຂ້ອງອິນເດັຽ ເຣັ່ງກາຣພັທນາ ດ້ານຜສົມພັນທຽມ ໂດຽເອົາແບ້ ມາໃຊ້ທົດລອງ
- ເຖີງແມ່ນທາງກາຣລາວ ໄດ້ອະທິບາຍ ແຕ່ປະຊາຊົນລາວ ບາງກ່ມຍັງມີ ຄວາມວິຕົກ ກັງວົນນຳເຣື່ອງ ທີ່ທາງຣັຖບາລລາວ ອະນຸຍາດ ໃຫ້ຊາວຈີນ ເຂົ້າມາຢ່ລາວຫລາຍຂື້ນ
- ລາວ ແລະວຽດນາມ ຕົກລົງກັນ ຈະປັກຫລັກ ເຂດໝາຍຊາຍແດນ ລະຫ່ວາງກັນ
- ແຂວງໄຊຍະບູຣີ ກຳລັງກວດກາ ການໄຊ້ສານເຄມີ ທີ່ບໍ່ຖືກຕ້ອງ ຂອງປະຊາຊົນ ທີ່ໄຊ້ສານເຄມີ ເຂົ້າໃນວຽກງານ ປູກຝັງຕ່າງໆ
- ທາງການລາວ ຈະຈັດຣະດັບໂຮງແຮມ ແລະບ້ານພັກ ທຸກແຫ່ງໃນເຂດນະຄອນຫລວງວຽງຈັນ ເພື່ອໃຫ້ໄດ້ມາຕຖານ ຕາມຫລັກເກນຂອງສາກົນ
- ແຂວງ ຈໍາປາສັກ ຈັດກອງປະຊຸມ ເພື່ອເວົ້າກັນເຖິງ ຄວາມຄືບໜ້າ ໃນການທີ່ທາງແຂວງ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 8ຂຶ້ນ ໃນທ້າຍປີ 2008ນີ້
- ການລັກລອບຂົນສົ່ງກ້ວຍໄມ້ປ່າ ຍັງມີຢ່າງຕໍ່ເນື່ອງຈາກທາງພາກໄຕ້ ຂອງລາວ
- ກາຣປັບປຸງ ແລະກໍ່ສ້າງ ໂຮງພຍາບາລ ຂື້ນຕື່ມ ໃນເມືອງຫລວງພຣະບາງ ສຳຫລັບ ຂັ້ນທີ່ 2 ໂດຽທຶນກາຣຊ່ວຍເຫລືອ ຂອງຈີນສຳເຣັຈ ຮຽບຮ້ອຍແລ້ວ ເປັນຢ່າງດີ