ພາກເອກກະຊົນ ຮ່ວມກັນຈັດຕັ້ງ ສະພາທຸຣະກິດ ໄທ-ລາວ ເພື່ອປະສານງານກັບ ສະພາການຄ້າ ແລະອຸດສະຫະກໍາ ແຫ່ງຊາດ

ພາກເອກກະຊົນ ຮ່ວມກັນຈັດຕັ້ງສະພາທຸຣະກິດ ໄທ-ລາວ ເພື່ອປະສານງານກັບ ສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດ ໃນການຂະຫຍາຍ ການຮ່ວມມື ແລະ ສົ່ງເສີມການລົງທຶນ ຣະຫວ່າງກັນ.

ນັກທຸຣະກິດຈາກໄທ ຖືເປັນກຸ່ມທໍາອິດ ທີ່ເຂົ້າມາລົງທຶນ ຢູ່ສປປລາວ ໃນໄລຍະຜ່ານມາ ແລະເພື່ອເປັນການ ເສີມສ້າງຄວາມສໍາພັນທີ່ດີ ໃນການທໍາທຸຣະກິດ ຣະຫວ່າງ 2 ປະເທດ ທາງສະພາທຸຣະກິດ ໄທ-ລາວ ຈຶ່ງໄດ້ມີການປະສານ ການຮ່ວມມືກັບ ສະພາການຄ້າ ແລະອຸດສະຫະກໍາ ແຫ່ງຊາດລາວ ເພື່ອຄວາມສໍາພັນ ທີ່ແໜ້ນແຟ້ນຕໍ່ໄປ. ເຈົ້າໜ້າທີ່ຈາກສະພາທຸຣະກິດ ໄທ-ລາວ ທ່ານນຶ່ງ ກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ພວກທ່ານຈະມີການຕິດຕໍ່ພົວພັນ ຫລື deal ກັບສະພາການຄ້າ ແຫ່ງຊາດລາວ ຢູ່ສະເມີ ປະສານງານກັນ ຖ້າມີສ່ວນໃດ ມີບັນຫາໃດ ທີ່ພໍຈະຊ່ວຍເຫລືອກັນໄດ້ ກໍຈະມີການສົ່ງຂ່າວ ຕິດຕໍ່ກັນໂລດ."

ແລະວ່າ ເຖີງແມ່ນວ່າ ການເຂົ້າມາລົງທຶນ ຂອງນັກທຸຣະກິດໄທ ຈະມີຢ່າງຕໍ່ເນື່ອງ ແລະຍາວນານ ແຕ່ການປະສານຄວາມສໍາພັນ ຣະຫວ່າງນັກທຸຣະກິດ ຂອງທັງສອງປະເທດ ລາວ-ໄທ ກໍຍັງບໍ່ຄ່ອຍ ໄດ້ຮັບຄວາມສະດວກ ເທົ່າທີ່ຄວນ ຊຶ່ງເຮັດໃຫ້ເສັຽໂອກາດ ໃນການລົງທຶນ ໃນໂຄງການຕ່າງໆ ຢູ່ລາວ ແລະເຮັດໃຫ້ ທາງພາກເອກກະຊົນຮ່ວມກັນ ຈັດຕັ້ງສະພາທຸຣະກິດ ໄທ-ລາວ ມາປະສານການພົວພັນ ກັບ ສະພາການຄ້າ ອຸດສະຫະກໍາແຫ່ງຊາດລາວ ແລະເປັນໜ່ວຍງານ ໃນການອໍານວຍຄວາມສະດວກ ໃຫ້ແກ່ນັກທຸຣະກິດ ທັງສອງປະເທດ ເພື່ອຂະຫຍາຍ ການຮ່ວມມື ດ້ານການຄ້າ ການລົງທຶນ ໃຫ້ມີ ປະສິດທິພາບ ຫລາຍທີ່ສຸດສໍາລັບ ທັງສອງຝ່າຍ.

ໃນໄລຍະທີ່ຜ່ານມາ ກໍໄດ້ມີການຈັດກິດຈະກໍາ ສົ່ງເສີມການລົງທຶນ ໃນຫລາຍດ້ານ. ທ່ານກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ນຶ່ງປີທີ່ຜ່ານມາ ພວກທ່ານ ກໍມີການອົບຮົມ ສໍາມະນາ ແລະມີການຈັດຄູ່ business ໃຫ້ກັບສະມາຊິກ ແລະກໍຈະມີໂຄງການ ໄປທັດສະນະສຶກສາ ຊຶ່ງຈະມີທັງນັກທຸຣະກິດ ຈາກລາວ ແລະນັກທຸຣະກິດຈາກໄທ ທີ່ຈະເຂົ້າມາຮ່ວມດ້ວຍ ໃນແຕ່ລະຄັ້ງ."

ການຈັດຕັ້ງ ສະພາທຸຣະກິດ ໄທ-ລາວ ຍັງຖືວ່າ ຢູ່ໃນໄລຍະເລີ່ມຕົ້ນ ເພາະຫາກໍຈັດຕັ້ງຂຶ້ນ ເມື່ອເດືອນ ເມສາ ປີ 2007 ຊຶ່ງປັດຈຸບັນ ກໍຍັງມີສະມາຊິກ ທີ່ເປັນນັກທຸຣະກິດ ຈາກທັງສອງປະເທດ ລາວ-ໄທ ມາເຂົ້າຮ່ວມ ບໍ່ຄ່ອຍຫລາຍ ແຕ່ການຈັດຕັ້ງດັ່ງກ່າວ ທາງເອກກະຊົນ ທີ່ກ່ຽວຂ້ອງ ກໍຫວັງວ່າ ຈະເປັນການສົ່ງເສີມ ແລະຂະຫຍາຍການຮ່ວມມື ທາງທຸຣະກິດ ໃຫ້ສອດຄ່ອງ ກັບການພັດທະນາ ເສດຖະກິດ ຂອງທັງສອງປະເທດ ລາວ-ໄທ ຢ່າງຍັ້ງຍືນຕໍ່ໆໄປ.

ມະນີຈັນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org