ສານພິດ ທໍາລາຍໃບໄມ້ ທີ່ເປັນອັນຕະລາຍ ຍັງມີຫລົງເຫລືອ ແລະ ປະປົນ ຢູ່ໃນສະພາບແວດລ້ອມ ໃນແຂວງສວັນນະເຂດຢູ່

ເຖິງແມ່ນວ່າ ສະຫະຣັດ ໄດ້ໃຊ້ສານພິດ ທໍາລາຍໃບໄມ້ ຫລືວ່າ ຝົນເຫລືອງ ໃນສມັຍສົງຄາມ ວຽດນາມ ເມື່ອ 30 ກ່ວາປີກ່ອນ ແລ້ວກໍຕາມ, ມາຮອດປັດຈຸບັນນີ້, ລາວ ຍັງໄດ້ຮັບຜົນກະທົບ ຈາກສານພິດ ດັ່ງກ່າວຢູ່, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຣະດັບສູງ ຈາກຫ້ອງການ ສະພາບແວດລ້ອມ ແຂວງບໍຣິຄໍາໄຊ.

(ສຽງ) “ແຕ່ມີຈຸດນຶ່ງ ໃນແຂວງສວັນນະເຂດ ຍັງມີຫລາຍ, ມັນຈະເປັນບັນຫາ ແລະ ກໍຍັງ ມີສິ່ງເສດເຫລືອ ປະປົນຢູ່ ແລະ ຈະເປັນອັນສານພິດ ທີ່ທໍາລາຍ ສິ່ງທີ່ມີຊີວິດ.”

ທ່ານ ກ່າວຕໍ່ໄປ ອີກວ່າ ສ່ວນແຂວງບໍຣິຄໍາໄຊນັ້ນ, ຄາດວ່າ ໜ້າຈະໝົດໄປແລ້ວ, ເນື່ອງຈາກວ່າ ສະພາວະອາກາດ ໃນແຂວງດັ່ງກ່າວ ມີຝົນຕົກຫລາຍ, ຈຶ່ງເຊາະລ້າງ ສານພິດນັ້ນ ໃຫ້ສລາຍໄປ. ເຖິງຢ່າງໃດ ກໍຕາມ, ຍັງບໍ່ທັນແນ່ໃຈວ່າ ຈະມີສານພິດ ຫລົງເຫລືອຢູ່ ຫລື ບໍ່.

ສໍາຣັບ ອັນຕະລາຍ ຈາກການໄດ້ຮັບ ສານພິດ ທໍາລາຍໃບໄມ້ ດັ່ງກ່າວນັ້ນ, ປັດຈຸບັນ ມີຜູ້ໄດ້ຮັບເຄາະຮ້າຍ ຢູ່ຈໍານວນ ບໍ່ໜ້ອຍ.

(ສຽງ) “ຈະເວົ້າ ໃນດ້ານສຸຂພາບ ກໍເປັນມະເຮງ ໃນເສັ້ນເລືອດ, ອັນນີ້ ຕາມການວິຈັຍ ທາງການແພດ, ມັນອາດຈະເປັນມະເຮງ ໃນສມອງບໍ່ ຫລືວ່າ ເລືອດເປັນສີຂາວ.”

ກ່ຽວກັບ ການແກ້ໄຂ ແລະ ປ້ອງກັນ ສານພິດດັ່ງກ່າວນັ້ນ, ເຈົ້າໜ້າທີ່ ທ່ານນີ້ ຍັງບໍ່ແນ່ໃຈວ່າ ຈະມີການດໍາເນີນໂຄງການນີ້ ຕໍ່ໄປ ຫລືບໍ່ ເພາະວ່າ ຂາດງົປມານ ໃນການປະຕິບັດງານ.

ທະນາຄານໂລກ ຣາຍງານ ຢ່າງຊັດເຈນ ວ່າ: ການສູນເສັຍ ຊັພຍາກອນປ່າໄມ້ ແລະ ຊີວະພາບ, ພ້ອມກັບ ພື້ນທີ່ກະສິກັມ, ສ່ວນນຶ່ງ ແມ່ນມາຈາກ ສານພິດທໍາລາຍໃບໄມ້ ຂອງສະຫະຣັດ, ເນື່ອງຈາກວ່າ ສານພິດ ດັ່ງກ່າວ ສລາຍໂຕ ໄດ້ຍາກ ໃນທັມມະຊາດ ແລະ ຈະໄປເຈືອປົນ ຢູ່ກັບສະພາບແວດລ້ອມ, ຊຶ່ງເຮັດໃຫ້ ປະຊາຊົນ ທີ່ຢູ່ໃນບໍຣິເວນ ດັ່ງກ່າວ ມີບັນຫາ ທາງດ້ານສຸຂພາບ.

ຈະເຣີນສຸກ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org