68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງຈຳປາສັກ ມີໄຟຟ້າໄຊ້ແລ້ວ
-
2008-02-05 -
-
-
68% of Champassak residents have access to electricity ປັດຈຸບັນ 68% ຂອງຈຳນວນ ຄົວເຮືອນ ປະມານ 100,000 ຄົວເຮືອນ ໃນ ແຂວງ ຈຳປາສັກ ຫລື 68,000 ຄອບຄົວ ມີໄຟຟ້າໄຊ້ແລ້ວ.
ແຕ່ວ່າ ຍັງເຫລືອແຕ່ ເຂດຊົນະບົດ ບ່ອນທີ່ບໍ່ທັນ ມີການພັດທະນາ, ຕາມທີ່ ຍານາງໄພມະນີ ສາຍຄຳ ຫົວໜ້າ ຂະແໜງໄຟຟ້າ ປະຈຳຜແນກພະລັງງານ ແລະບໍ່ແຮ່ ປະຈຳ ແຂວງໄດ້ເປີດເຜີຽ.
(ສຽງ) "ໝົ້ງ 68% ນີ້ແຫລະ ປະຊາກອນ ໄດ້ຊົມໄຊ້ໄຟຟ້າ. ເມືອງດຽວທີ່ເຮົາເອົາໄຟຟ້າເຂົ້າ 100% ຄືເມືອງປາກເຊ ແຕ່ວ່າ ຢູ່ນອກໆຂອງເມືອງແຕ່ລະເມືອງ ພວກເຮົາ ຍັງບໍ່ທັນເອົາເຂົາໄດ້ທົ່ວເຖິງ. ຮອດປີ 2020 ເພີ່ນຈະໃຫ້ຊົມໄຊ້ ທົ່ວເຖິງກັນໝົດ ເພາະວ່າ ໄຟຟ້າເຮັດການຜລິດ."
ໄຟຟ້າທີ່ປະຊາຊົນ ໄດ້ໄຊ້ນັ້ນ ແມ່ນມາຈາກເຂື່ອນຜລິດ ກະແສໄຟຟ້າ ເຊເສັດ-1 ທີ່ຕັ້ງຢູ່ໃນແຂວງສາລະວັນ ແລະເຊລະບຳ ໃນແຂວງຈຳປາສັກ. ຍານາງ ໄພມະນີວ່າ ປະຊາຊົນ ສາມາດໄຊ້ໄຟຟ້າ ໄດ້ຍ້ອນວ່າ ຣາຄາຄ່າໄຊ້ໄຟຟ້າ ໃນແຂວງຈຳປາສັກ ຖືວ່າຍັງຖືກຫລາຍ.
(ສຽງ) "ແຕ່ນຶ່ງຫາ 50 kw ມັນກໍມີຣາຄາຕ່າງກັນ, ແຕ່ 50 ຂຶ້ນໄປຫາ 100 ກິໂລວັດ ມັນກໍອີກ ຣາຄານຶ່ງ. ມັນມີສາມຂະນາດຣາຄາ ກໍບໍ່ແພງ ຖືວ່າຣາຄາໄຟຟ້າ ຖືກກ່ວາໝູ່ໝົດ ໃນເມືອງລາວ ເພາະວ່າ 5 ປີເຮົາປັບເທື່ອນຶ່ງ."
ແຂວງຈຳປາສັກ ເປັນແຂວງທີ່ໄດ້ຮັບ ຄວາມສົນໃຈ ຈາກເອກະຊົນຕ່າງຊາດ ທີ່ຢາກມາລົງທຶນ ສ້າງເຂື່ອນຜລິດ ກະແສໄຟຟ້າ ຫລາຍໂຄງການ. ເຂື່ອນທີ່ຢູ່ໃນໂຄງການ ກໍ່ສ້າງກໍມີເຂື່ອນຫ້ວຍຈຳປີ ຫ້ວຍເຢັນ ເຊກະຕໍ່າ ນ້ຳຜາກ ແລະເຂື່ອນດອນສະຫົງ ໃນແມ່ນ້ຳຂອງ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງອັຕະປ ປັບປຸງຄຸນະພາບ ຂອງສຸກສາລາ ພ້ອມທັງຂະຫຍາຍ ຕານ່າງ ໄປຍັງເຂດຕ່າງໆ
- ການສົ່ງຊາວເຜົ່າມົ້ງ ບ້ານຫ້ວຍນໍ້າຂາວ ກັບສປປລາວ ໃນອະນາຄົດ ຈະບໍ່ສາມາດ ດໍາເນີນໄປໄດ້
- ຣັຖບານລາວ ຈະເກັບຄ່າພາສີ ທີ່ດິນ ປະເພດຕ່າງໆ ເຖິງ 3 ເທົ່າ ໃນງົປະມານ ສົກປີ 2007-2008
- ໄທ ເຣີ້ມ ສຶກສາ ຄວາມເປັນໄປໄດ້ ໃນການສ້າງ ໂຮງພະລັງງານໄຟຟ້າ ນິວຄະເລັຍ
- ຄວາມຕ້ອງກາຣໃຊ້ໄຟຟ້າຫລາຍ ໃນປະເທດໄທຽ ເຮັດໃຫ້ເກີດຜົລກະທົບ ຕໍ່ສະພາບແວດລ້ອມ ແລະຣະບົບນິເວສ
- ສິນຄ້າລາວ ທີ່ສົ່ງອອກ ແລະມີຈຳນວນເພີ່ມຂື້ນ ແດ່ນັ້ນ ຈະເປັນປະເພດ ໄມ້ທ່ອນ ກະແສໄຟຟ້າ ແລະແຮ່ທາຕຕ່າງໆ
- ທາງການ ແຂວງຈຳປາສັກ ແລະ ແຂວງເຊກອງ ໄດ້ສົ່ງເຈົ້າໜ້າທີ່ຂອງຕົນ ຈຳນວນ 8 ຄົນ ໄປສຶກສາບົດຮຽນ ການເຮັດຟາມປາ ໃນ ປະເທດໄທ
- ການກໍ່ສ້າງເຂື່ອນ ຜລິດກະແສໄຟຟ້າ ໂຄງການນ້ຳງື່ມ-5 ອາດຈະສົ່ງຜົນ ກະທົບ ຕໍ່ແມ່ນ້ຳງື່ມ ທັງສາຍ
- ແຂວງອັຕປື ມີຄວາມສ່ຽງ ຕໍ່ການແຜ່ລາມ ຂອງບັນຫາ HIV/AIDS
- ໄທ ກຽມຮັບມື ກັບສິນຄ້າຈີນ ທີ່ຈະລັ່ງເຂົ້າໄປ ທາງຊາຍແດນ ຕາມເສັ້ນທາງເສຖກິດ ເໜືອ-ໃຕ້