ເຈົ້າໜ້າທີ່ວຽດນາມ ອາດຖືກໂທດປະຫານ
ເຈົ້າໜ້າທີ່ ທາງການ ວຽດນາມ ອາດຖືກຕັດສິນ ປະຫານຊີວິດ ໃນຂໍ້ກ່າວຫາ ສໍ້ຣາສ ບັງຫລວງ.
-
ໂພໄຊສວັດ
2010-09-10 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຈາກ ຜແນກຂົນສົ່ງ ແລະ ຄົມມະນາຄົມ ວຽດນາມ ທີ່ຕ້ອງໂທດຢູ່ ໃນຂໍ້ກ່າວຫາ ສໍ້ຣາສບັງຫລວງ ຊຶ່ງກໍຣະນີ ດັ່ງກ່າວ ມີໂອກາດ ຖືກໂທດ ປະຫານຊີວິດ ໄດ້.
ອີງຕາມ ລາຍງານ ໃນມື້ ວັນສຸກ ທີ 10 ກັນຍາ 2010 ຊຶ່ງເປັນຂ່າວທີ່ ເຊື່ອມເສັຍ ຈົນເຮັດໃຫ້ ຣັຖບານຍີ່ປຸ່ນ ເລື່ອນໂຄງການ ຊ່ວຍເຫລືອ ວຽດນາມໄປ ຊົ່ວ ລະຍະນຶ່ງ.
ໜັງສືພິມ Tin Tuc ລາຍງານວ່າ ນາຍ Huynh Ngoc Sy ຖືກຕັດສິນ ຈຳຄຸກແລ້ວ 6 ປີ ໃນຄວາມຜິດ ສໍ້ໂກງເງິນ ຄ່າເຊົ່າຫ້ອງການ ທີ່ບໍຣິສັດ ທຸຣະກິດ ຍີ່ປຸ່ນ ທີ່ມີ ສຳນັກງານ ຢູ່ ກຸງໂຕກຽວ ຈ່າຍໄປ ແລະ ຍັງຈະຖືກ ຕັດສິນ ວ່າຮັບສິນບົນ ຈາກບໍຣິສັດ ດັ່ງກ່າວອີກ.
ອັຍການ ຝ່າຍໂຈດ ກ່າວຫາວ່າ ນາຍ Sy ໄດ້ຮັບສິນບົນ 262,000 ໂດລາ ສະຫະຣັຖ ຈາກເຈົ້າໜ້າທີ່ ຂອງບໍຣິສັດ Pacific Consultants International ທີ່ເອົາມາຈ້າງ ໃຫ້ໄດ້ ໄຊຊະນະ ໃນການປະມູນ ໂຄງການກໍ່ສ້າງ ຖນົນຫລວງ ເຊື່ອມຕໍ່ ນະຄອນໂຮຈິມິນ ຕາເວັນອອກ-ຕາເວັນຕົກ ລະຫວ່າງປີ 2001 ແລະ 2002.
ອີງຕາມລາຍງານ ດັ່ງກ່າວ. ນາຍ Sy ເວລານັ້ນ ເປັນຮອງ ອະທິບໍດີ ກະຊວງຂົນສົ່ງ ເຂດນະຄອນ ຫລວງ ປະເຊີນກັບ ຂໍ້ກ່າວຫາ ຫລາຍກະໂທງ ນັບຕັ້ງແຕ່ຂ່າວ ທີ່ເຊື່ອມເສັຍ ດັ່ງກ່າວ ມີອອກມາ ໃນປີ 2008.
ເມື່ອປີກາຍນີ້ ສານຍຸຕິທັມ ນະຄອນຫລວງ ໂຕກຽວ ກໍໄດ້ຕັດສິນ ຝາກໂທດ ນາຍ Masayoshi Taga ອະດີດ ປະທານ ບໍຣິສັດ PCI ທີ່ໄດ້ໃຫ້ ສິນບົນ ນາຍ Sy ເຈັດເທື່ອ ເປັນເງິນທັງໝົດ 820,000 ໂດລາ ສະຫະຣັຖ ເພື່ອທີ່ຈະໄດ້ ໄຊຊະນະ ໃນການປະມູນ ການຮັບເໝົາ ກໍ່ສ້າງ ດັ່ງກ່າວ.
ເມື່ອເດືອນ ກັນຍາ ປີ 2009 ນາຍ Sy ແລະຜູ້ຮອງ ນາຍ Le Qua ໄດ້ຖືກສານ ຕັດສິນຄວາມຜິດ ໂດຍການໃຊ້ ອຳນາດ ທາງການ ຢ່າງບໍ່ຊອບທັມ ສໍ້ໂກງເງິນຄ່າ ເຊົ່າຫ້ອງການ ຈາກບໍຣິສັດ PCI ລະຫວ່າງປີ 2001 ແລະ 2002. ນາຍ Sy ຖືກຕັດສິນ ຈຳຄຸກ 6 ປີ ສ່ວນ ນາຍ Le Qua ໄດ້ຮັບໂທດ 5 ປີ.