ທ່ານ ໂອບາມາ ຊະນະ ການເລືອກຕັ້ງ

“ສຽງໂຫ່ຮ້ອງ ຂອງປະຊາຊົນ ກວ່າ 45 ພັນຄົນ ທີ່ມາຊຸມນຸມ ຮັບຕ້ອນ ໄຊຊະນະ ຂອງ ທ່ານ Obama ໃນມື້ຄືນນີ້ ທີ່ ນະຄອນ Chicago ຣັຖ illionois…”

ທ່ານ ໂອບາມາ ຖືກເລືອກໃຫ້ເປັນ ປະທານາທິບໍດີ ຄົນທີ 44 ຂອງສະຫະຣັດ Photo by RFA

ທ່ານ ​ໂອ​ບາມາ ຊະນະ​ ການ​ເລື​ອກຕັ້ງ ປະທາ​ນາທີ​ບໍດີ ຄົນ ອັ​ຟຣີກັນ-​ອາ​ເມຣີກັນ ຄົນ​ທຳ​ອີດ ​ໃນ​ປວັດ​ສາດ ຂອງ​ສະຫະຣັຖ ​ໃນ​ຄືນ​ນີ້. ​ໃນ​ຄຳ​ປາ​ໃສ ຮັບ​​ໄຊຊະນະ ຫລັງ​ຈາກ ​ຜົນ ຂອງ​ການ​ເລືອກ​ຕັ້ງ ສີ້​ນສຸດ​ລົງ ທ່ານ ​ໂອ​ບາ​ມາ ປະທານາທິບໍດີ ຄົນທີ 44 ຂອງ​ ສະຫະຣັຖ​ ເວົ້າວ່າ:

“ມີ​ໃຜ​ແດ່ ​ໃນ​ສະຫະຣັຖ ທີ່​ຍັງ​ບໍ່​ເຊື່ອ ​ໃນ​ຄຳ​ເວົ້າ ທີ່​ວ່າ ທຸກ​ຢ່າງ​ ເປັນ​ໄປ​ໄດ້ ​ໃນ​ສະຫະຣັຖ, ມີ​ໃຜ​ແດ່ ​ຍັງ​ກັງວົນ ທີ່​ວ່າ ຄວາມ​ຝັນ ​ຂອງ​ບັນ​ທະ​ບຸຣຸດ ຂອງ​ເຮົາ ຈະ​ບໍ່​ບັນລຸ ​ເຖີງ​ເປົ້າຫມາຍ ​ແລະ ​ມີ​ໃຜ​ແດ່ ຍັງ​ມີ​ຄຳ​ຖາມ ກ່ຽວ​ກັບ ຣະບອບ ປະຊາ​ທີ​ປະຕັຍ ທີ່​ວ່າ ທຸກ​ຊົນ​ ຊັ້ນທຳ​ໄດ້ ຖ້າ​ມີ​ ຄວາມພະຍາ​ຍາມ ຄຳ​ຕອບ​ທັງ​ຫມົດ​ນັ້ນ ​​​ແມ່ນ​ຢູ່​ໃນ ​ຜົນ​ໄຊຊະນະ ​ການ​ເລືອກ​ຕັ້ງ ຂອງ​ທ່ານ ​ໃນ​ຄືນ​ນີ້.”

ທ່ານ ​ໂອ​ບາ​ມາ ຊະນະ ​ການ​ເລືອກ​ຕັ້ງ ຢ່າງ​ຂາດ​ລອຍ ດ້ວຍຈຳນວນ electoral votes 290 ຕໍ່ 145 ໃນຂະນະທີ່ ປະກາດ ໄຊຊະນະ, ຊຶ່ງທັງໝົດ ແມ່ນ 349 ຕໍ່ 163. ຣັຖ ທີ່​ເຄີຍ ​ອອກສຽງ​ ໃຫ້​ພັກ Republican ບາງຣັຖ ກໍ່​ຫັນ​ມາ ​ອອກສຽງ​ ໃຫ້​ທ່ານ. ໃນ​ຂະນະ​ດຽວ​ກັນ ທ່ານ John McCain ຄູ່​​ແຂ່ງ​ ຈາກ​ພັກ Republican ກໍ່​ໄດ້​ກ່າວ ສະ​ແດງ​ ຄວາມ​ຊົມ​ເຊີຍ ​ໃນ​ໄຊຊະນະ​ ຂອງ ທ່ານ ​ໂອ​ບາ​ມາ ​ວ່າ:

“ນີ້​ແມ່ນ​ການ​ເລືອກ​ຕັ້ງ ຄັ້ງປວັດ​ສາດ ຂອງ​ສະຫະຣັຖ ທີ່​ຄົນ ອັຟຣິກັນ-ອະ​ເມຣີກັນ ຊະນະ​ ການ​ເລືອກ​ຕັ້ງ​ເປັນ​ປະທານ​ທິບໍດີ ​ເປັນ​ໂອກາດ ​ອັນພິ​ເສດ ​ແລະ ​ສຳຄັນ ​ແລະ ​ທ່ານ ​ຍັງ​ເຊືອ່ວ່າ ອະເມຣີກາ​ ຍັງໃຫ້​ໂອກາດ ​ຄົນ​ທຸ​ກຊົນ​ນັ້ນຢູ່.”

​ເຖິງຢ່າງ​ໃດ​ກໍ​ຕາມ ນັກ​ວີ​ຊາ​ການ ​ຈາກ​ຫລາຍ​ພາກສ່ວນ ກໍ່​ບອກວ່າ ການ​ທີ່​ນາຍ ​ໂອ​ບາ​ມາ ​ໄດ້ຮັບ​ໄຊຊະນະ​ເທື່ອນີ້ ບໍ່​ແມ່ນ​ມາ​ຈາກ ຄວາມ​ດົງ​ດັງ ຂອງ​ທ່ານ ​ແຕ່​ມາ​ຈາກ ຄວາມ​ເບື່ອຫນ່າຍ ​ຂອງ​ປະຊາຊົນ ອະເມຣີກັນ ຕໍ່​ສົງຄາມ​​​ໃນ​ອີ່ຣັກ ​ແລະ ​ອັຟກາ​ນີສຖານ ແລະ ​ສະພາບ​ເສ​ຖ​ກິດ ​ຕົກ​ຕ່ຳ ຂອງປະທານາທິບໍດີ ບຸ​ສຈ໌ ນັ້ນ​ເອງ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org