ການຄ້າ ມະນຸດ ເພີ້ມຂື້ນ ໃນເຂດລຸ່ມ ແມ່ນ້ຳຂອງ
ການລັກລອບ ຄ້າຂາຍມະນຸດ ໃນປະເທດ ເຂດລຸ່ມ ແມ່ນໍ້າຂອງ ໃນປັດຈຸບັນ ມີຫລາຍເພີ້ມຂຶ້ນ, ຮວມທັງ ການຄ້າປະເວນີ, ບັງຄັບໃຊ້ ແຮງງານ ທັງແມ່ຍິງ ແລະ ເດັກນ້ອຍ.
-
ຊີດນີ ຣາຍງານ
2008-11-06 -
-
-
ທ່ານ ກຽງຄຳ
ອີນແປງຖາວອນ ຫົວຫນ້າ ຄະນະ ກັມມະການ ຕ້ານການຄ້າມະນຸດ ຂອງກຸ່ມປະເທດ GMS
ເວົ້າວ່າ ການຄ້າມະນຸດ ໃນ 6 ປະເທດ ລຸ່ມແມ່ນ້ຳຂອງ ຂຍາຍຕົວຂື້ນ ຢ່າງວ່ອງໄວ
ໃນເວລານີ້ ເປັນເພາະວ່າ ມີການເຄື່ອນຍ້າຍ ຂອງແຮງງານ ໃນຂົງເຂດ
ເພີ້ມຂື້ນ ໃນແຕ່ລະ ປະເທດ ເພື່ອຊອກຫາວຽກເຮັດງານທຳ ທ່ານ ວ່າ
ການຄ້າມະນຸດ ໃນເວລານີ້ ເປັນໄປ ໃນຫລາຍຮູບແບບ ແລະ ຫລາຍເລ້ລ່ຽມ
ທີ່ເຈົ້າຫນ້າທີ່ ບໍ່ສາມາດ ຄວບຄຸມໄດ້ ທ່ານໄດ້ກ່າວ ຕໍ່ກອງປະຊຸມ ຄັ້ງທີ 6
ຂອງເຈົ້າຫນ້າ ທີ່ຣະດັບສູງ ຈາກ 6 ປະເທດ ກ່ຽວກັບ ບັນຫານີ້
ທີ່ນະຄອນຫລວງວຽງຈັນ ໃນມື້ວານນີ້ ຊື່ງເປັນພາກສ່ວນ ຂອງກອງປະຊຸມ ຄະນະ ກັມມະການ
ແມ່ນໍ້າຂອງ ກ່ຽວກັບ ບັນຫາການຄ້າມະນຸດ.
ອີງຕາມ ບົດລາຍງານ ຈາກອົງການ ແຮງງານ ເຄື່ອນທີ່ ສາກົນ ຣະບຸ ວ່າ ໃນແຕ່ລະປີ ຈະມີຄົນ ທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດ ໃນຂົງເຂດ ຣະຫວ່າງ 2 ແສນ ຫາ 4 ແສນ ກວ່າຄົນ. ກອງປະຊຸມຄັ້ງນີ້ ມີເຈົ້າຫນ້າທີ່ ຈາກ 6 ປະເທດ ອະນຸພູມີພາກ ລຸ່ມແມ່ນ້ຳຂອງ ເຂົ້າຮ່ວມ ດັ່ງ ສປປລາວ ວຽດນາມ ໄທ ຈີນ ພະມ້າ ແລະ ກຳພູຊາ ເພື່ອຮ່ວມຂໍ້ມູນ ຂ່າວສານ ແລະ ປະສົບປະການກ່ຽວກັບເຣື້ອງນີ້ ແລະ ກໍ່ເພື່ອວາງແຜນ ຕ້ານການຄ້າມະນຸດ ໃນອະນາຄົດ.
ການຄ້າມະນຸດ ຈະບໍ່ແມ່ນ ສະເພາະແຕ່ ການຄ້າປະເວນີ ເທົ່ານັ້ນ ຍັງມີການກົດຂີ່ ຂົ່ມເຫັງ ແຮງງານ, ການໃຊ້ ແຮງງານເດັກນ້ອຍ, ການບັງຄັບຄົນ ໄປຂໍທານ, ການເຮັດວຽກ ເກີນເວລາ ໃນອຸດສາຫາກຳຕ່າງໆ ດັ່ງ ອຸສາຫະກຳ ປະມົງ ແລະ ການກົດຂີ່ ຂົ່ມເຫັງ ກຸ່ມແມ່ບ້ານ ເປັນຕົ້ນ.