ຣາຄາ ຮຸ້ນ ໃນເອເຊັຍ ຕົກ
ຕລາດຮຸ້ນ ໃນເອເຊັຍ ຕົກ ຍ້ອນບັນຫາ ເສຖກິດໂລກ ຫົດຖອຍ ຫລາຍຂື້ນ.
-
ໂພໄຊສວັດ ຣາຍງານ
2008-10-23 -
-
-
ລາຍງານຂ່າວ ຈາກ ຮົງ ກົງ ເມື່ອວັນທີ 23 ຕຸລານີ້ ເປີດເຜີຍວ່າ ຣາຄາຕລາດຮຸ້ນ ໃນເອເຊັຍ ຕົກລົງຕໍ່າ ທີ່ສຸດພາຍໃນ ຮອບ 4 ປີ ຍ້ອນມີ ຄວາມວິຕົກ ທີ່ສູງຂື້ນ ວ່າ ຈະເກີດ ພາວະເສຖກິດຕົກ ຕໍ່ທົ່ວໂລກ ແລະ ກໍາໄລຂອງ ບໍລິສັດ ທົ່ວໂລກ ຈະຫລຸດລົງ.
ພໍ່ຄ້າ ນັກລົງທຶນ ຕ້ອງໄດ້ ຊອກຫາ ທີ່ເພິ່ງ ນໍາ ເງິນຕຣາ ຢູໂຣ, ໂດລາ ສະຫາຣັດ ແລະ ເງິນເຢັນ ຍີ່ປຸ່ນ ຫລັງຈາກ ເກີດການທຸ່ນທ່ຽງ ທາງດ້ານເງິນກູ້ ແນ່ເລັກນ້ອຍ ເມື່ອອາທິດ ທີ່ຜ່ານມາ.
ຄ່າປະກັນພັຍ ໜີ້ສິນ ຂອງຣັຖ ເຊັ່ນໃນ ເກົາຫລີໃຕ້, ອິນໂດເນເຊັຍ ແລະ ຟິລິບປີນ ພຸ້ງຂື້ນສູງ ຫລັງຈາກ ທີ່ທາງການ ອາເຢັນຕິນາ ເຂົ້າໄປຍຶດ ຄວບຄຸມ ລະບົບ ເງິນເບັ້ຍບໍານານ ເປັນຂອງຣັຖ.
ຕລາດ ໃນປະເທດ ທີ່ກໍາລັງພັດທະນາ ຫລຸດລົງ ຢ່າງໜ້າວິຕົກ ຈົນເຮັດໃຫ້ ຣາຄານໍ້າມັນດິບ ຕົກລົງ ລຸ່ມ 70 ໂດລາ ຕໍ່ຖັງ ແລະ ແກ່ດຶງ ຣາຄາ ທອງແດງ ໃຫ້ຕໍ່ລົງ ທີ່ສຸດ ພາຍໃນ ຮອບ 3 ປີ.
ຕລາດ ທີ່ກໍາລັງ ເກີດຂື້ນໃໝ່ ທົ່ວໂລກ ຫລຸດຜ່ອນລົງ 3.7 ສ່ວນຮ້ອຍ ເປັນຕໍ່າທີ່ສຸດໃນຮອບ 4 ປີ ແລະ ຕົກລົງ ປະມານ 35 ສ່ວນຮ້ອຍ ໃນເດືອນ ຕຸລາ ລື່ນ ການຫລຸດລົງ ຂອງ ດັດສະນີ ຂອງທົ່ວໂລກ ຊຶ່ງຕົກປະມານ 25 ສ່ວນຮ້ອຍ.
ເຖິງຢ່າງໃດກໍດີ ຄວາມຫວັງ ຂອງນັກລົງທຶນ ໃນປັດຈຸບັນນີ້ ກໍຍັງເຫລືອ ຢູ່ກັບຮຸ້ນ ຂອງການລົງທຶນ ທີ່ກ່ຽວກັບ ການສ້າງເຮືອນຊານບ້ານຊ່ອງ ທີ່ຢູ່ອາສັຍ.
ນອກຈາກນີ້ແລ້ວ ສໍາລັບ ສປປລາວ ກໍອາດ ຈະບໍ່ໄດ້ຮັບການກະທົບກະເທືອນ ຫລາຍພໍທໍ່ໃດ ເພາະເສຖກິດລາວ ຍັງບໍ່ໄດ້ ຢູ່ໃນລະດັບ ສາກົນເທື່ອ ແລະ ອີກຢ່າງນຶ່ງ ປັດຈຸບັນນີ້ ອາດໄດ້ຮັບຜົນດີ ຈາກ ຣາຄານໍ້າມັນ ທີ່ຫລຸດລົງ ອີກຊໍ້າ.