ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
2007.04.03
ນື່ງໃນຈຳນວນ ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະພະຍາຍາມ ປະຕິບັດ ໃຫ້ສຳເຣັດ ພາຍໃນ ປີ 2020 ພ້ອມໆກັນກັບ ແຜນການ ໃນ ທົ່ວປະເທດ ແມ່ນ ອີງໃສ່ການ ປູກຝັງ ແບບສັນຍາ ຈ້າງຫລື Contract farming. ແຜນການ ດັ່ງກ່າວນີ້ ຈະສຳເຣັດ ຕາມຄາດໝາຍ ຫລື ບໍ່?
ໂຄງການ ຫລຸດຜ່ອນ ຄວາມຍາກຈົນ ໃນແຕ່ລະແຂວງ ຂອງລາວ ສ່ວນນື່ງ ໄດ້ຮັບການ ສນັບສະນູນ ຈາກອົງການ ຮ່ວມມື ລະຫ່ວາງ ປະເທດ ປະຈຳ ສປປລາວ ໂດຍສະເພາະ ຈາກ ທະນາຄານ ໂລກ, ຈາກທະນາຄານເອເຊັຽ.
ໂຄງການ ນີ້ມີຄາດໝາຍ ເພື່ອສຳເລັດ ການເຕີບໄຫ່ຍ ຂອງ ເສຖະກິດ ຂອງຊາດ ຢ່າງ ວ່ອງໄວ ແລະ ເພື່ອເຮັດໃຫ້ ປະເທດລາວ ລຸດພົ້ນ ອອກຈາກ ຖານະການ ເປັນປະເທດ ທີ່ມີການພັດທະນາ ນ້ອຍທີ່ສຸດ ພາຍໃນ ປີ 2020 ແລະ ພ້ອມດຽວກັນ ນັ້ນເຮັດໃຫ້ ປະຊາຊົນ ຜູ້ຍາກຈົນ ໃນແຕ່ລະ ທ້ອງຖິ່ນ ຫລຸດພົ້ນ ອອກຈາກ ຂີດໝາຍຕໍ່າສຸດ ຂອງ ຄວາມຍາກຈົນ.
ເພື່ອຢາກບັນລຸຄາດໝາຍນີ້ ຣັຖະບານລາວ ໄດ້ເລືອກ ເອົາ 4 ພາກ ສ່ວນເສຖະກິດ ຂໍກຸນແຈ ຄື ການກະສິກັມ, ການຄົມະນາຄົມຂົນສົ່ງ, ການສາທາຣະນະສຸກ, ແລະ ການສືກສາ ໃຫ້ເປັນພາກສ່ວນ ທີ່ຕ້ອງເອົາໃຈໄສ່ ໃນ ການພັດທະນາ ຫລາຍກ່ວາ ພາກສ່ວນ ອື່ນໆ.
ສຳລັບ ແຂວງສວັນະເຂດ ຊື່ງເປັນແຂວງ ພາກກາງ ຂອງລາວ ກໍໄດ້ຈັດຕັ້ງ ປະຕິບັດ ຕາມທິດທາງ ການພັດທະນາ ທີ່ໄດ້ກ່າວມາ ຂ້າງເທິງນັ້ນ ເຊັ່ນກັນ. ກ່ຽວກັບ ຄວາມຄືບໜ້າ ຂອງໂຄງການ ຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ໃນ ແຂວງ ສວັນະເຂດນັ້ນ ໃນ ທ້າຍປີ 2006 ຜ່ານມາ ທາງວິທະຍຸເອເຊັຽເສຣີ ໄດ້ ສຳພາດ ເຈົ້າໜ້າທີ່ ຜະແນກກ່ຽວຂ້ອງຕ່າງໆ ຂອງແຂວງ ເນື່ອງໃນ ໂອກາດ ການເປີດ ໄຊ້ຂົວຂ້າມ ແມ່ນ້ຳຂອງ ສວັນະເຂດ-ມຸກດາຫານ ເມື່ອວັນທີ 20 ທັນວາ ຜ່ານມາ. ທ່ານ ສີທົນ ຫົວໜ້າຜະແນກ ແຜນການ ແລະ ການລົງທືນ ປະຈຳແຂວງ ໄດ້ອະທິບາຍ ວ່າ ໃນປັດຈຸບັນນີ້ ມີຄອບຄົວ ທຸກຍາກ ຢູ່ໃນ ແຂວງທັງໝົດ 22,828 ຄອບຄົວ ຫລື 17.38% ຂອງຈຳນວນ ຄອບຄົວ ທັງໝົດ ໃນທົ່ວແຂວງ ໃນນັ້ນ ມີບ້ານ ທີ່ທຸກຍາກ ຈຳນວນ 275 ບ້ານ ຫລື 27.2% ຂອງຈຳນວນ ບ້ານທັງໝົດ ໃນ ທົ່ວແຂວງ.
ຄວາມທຸກຍາກ ຂອງປະຊາຊົນ ແມ່ນ ກຳນົດຕາມ 5 ເງື່ອນໄຂດັ່ງນີ້: 1-ເຂົ້າກິນບໍ່ມີພຽງພໍ ມີຈຳນວນ 67% 2- ຂາດເຂີນເຄື່ອງນຸ່ງ ຂອງຖື ມີຈຳນວນ 5.6% 3- ຂາດເຂີນທີ່ຢູ່ອາໄສ ຫລືບໍ່ມີທີ່ຢູ່ອາໄສ ແບບ ຖາວອນ ມີ ຈຳນວນ 82% 4- ໃນເວລາເຈັບເປັນ ບໍ່ມີເງິນຄຳຊື້ຢາ ປົວພະຍາດ ມີຈຳນວນ 16.2% 5- ບໍ່ມີເງິນສົ່ງເສີມ ໃຫ້ລູກເຕົ້າ ຮຽນໜັງສື ມີຢູ່ 13.8%.
ກ່ຽວກັບວ່າ ຈະຫລຸດຜ່ອນ ຄວາມຍາກຈົນ ຂອງປະຊາຊົນ ໄດ້ແບບໃດ ນັ້ນ ທ່ານວ່າ ( ກະຣຸນາ ຟັງສຽງ ປະກອບ ) ພໍສະລຸບໄດ້ວ່າ ຄາດໝາຍ ທີ່ຢາກເຮັດ ໃຫ້ປະຊາຊົນ ມີລາຍຮັບ ສອງເທົ້າຕົວ ນັ້ນ ແມ່ນ ເລັງໄສ່ ການຜລິດ ກະສິກັມ, ສ້າງ ອຸດສະຫະກັມ ທ້ອງຖິ່ນ ໂດຍໃຫ້ເມືອງນື່ງ ສາມາດ ມີຜລິຕະພນັ ຂອງຕົນເອງ ສົ່ງເຂົ້າໄປຂາຍ ໃນທ້ອງ ຕະລາດ.
ພ້ອມໆກັນນັ້ນ ຕ້ອງຈັດຕັ້ງ ໃຫ້ປະຊາຊົນ ໃນແຕ່ລະບ້ານ ມີອອມຊັບ ຂອງຕົນເອງ. ນັກເສຖະສາດ ຂອງ ລາວວ່າ ແຜນການ ທັງໝົດ ນີ້ຮຽກຮ້ອງ ເຖິງວັຖຸ ແລະ ຕົ້ນທືນ ອັນມະຫາສານ, ຮຽກຮ້ອງ ໃຫ້ປະຊາຊົນ ໃນທ້ອງຖິ່ນ ມີຄວາມຮູ້ ດ້ານການຜລິດ,ເມື່ອຜລິດໄດ້ແລ້ວ ກໍຕ້ອງມີບ່ອນ ຂາຍ ເພື່ອນຳເອົາ ລາຍໄດ້ ມາຊື້ເຄື່ອງນຸ່ງ ຂອງຖື, ຊື້ວັດຖຸ ເພື່ອສ້າງສາ ທີ່ພັກອາໄສ, ຊື້ຢາປິ່ນປົວ ພະຍາດ ໃນເວລາ ເຈັບເປັນ, ແລະ ນຳເອົາ ລາຍໄດ້ນັ້ນ ມາສົ່ງເສີມ ໃຫ້ລູກເຕົ້າ ໄປໂຮງຮຽນ. ເມື່ອປະຊາຊົນ ຜູ້ຍາກຈົນ ສາມາດ ແກ້ໄຂ ຂະບວນການ ບັນຫາທັງ 5 ທີ່ກ່າວມານີ້ໄດ້ ຈື່ງຈະສາມາດ ເອີ້ນໄດ້ວ່າ ຫລຸດພົ້ນ ອອກຈາກ ຄວາມຍາກ ຈົນໄດ້. ຄວາມຄືບໜ້າຂອງ Contract farming ໃນແຂວງສວັນະເຂດ ຊື່ງເປັນ ໂຄງການນື່ງ ທີ່ສົ່ງເສີມ ໃຫ້ປະຊາຊົນ ມີລາຍໄດ້ ເພື່ອຫລຸດຜ່ອນ ຄວາມຍາກຈົນ ໃນປັດຈຸບັນນີ້ ມີຄວາມຄືບໜ້າ ແນວໃດແດ່? ກ່ຽວກັບ ເຣື້ອງນີ້ ທ່ານ ບຸນໄອ່ ນູນວນນະວົງ ຫົວໜ້າ ຜະແນກ ກະສິກັມ ແຂວງສວັນະເຂດ ອະທິບາຍ ກັບວິທະຍຸ ເອເຊັຽເສຣີ ວ່າ ດຽວນີ້ ມີສອງກຸ່ມ ບໍຣິສັດ ການລົງທືນ ປະກອບດ້ວຍ 18 ບໍຣິສັດ ສົນໃຈ ການລົງທືນ ໃນຂະແໜງການ ກະສິກັມ.
ກຸ່ມທີນື່ງ ປະກອບດ້ວຍ 7 ບໍຣິສັດ ສົນໃຈ ປູກຕົ້ນໄມ້ ອຸດສະຫະກັມ ເຊັ່ນວ່າໄມ້ວິກ ແລະ ຢາງພາຣາ. ການປູກ ຕົ້ນໄມ້ ອຸດສະຫະກັມ ແມ່ນແນໄສ່ 5 ເຂດ ຕົວເມືອງພູດອຍ ແລະ ເຄິ່ງພູດອຍ ທີ່ທຸກຍາກ ຫລາຍກ່ວາ ເຂດເມືອງ ອື່ນໆເຊັ່ນວ່າເມືອງ ນອງ ເມືອງເຊໂປນ ເມືອງວີລະບູລີ ເມືອງພີນ ແລະ ເມືອງ ທ່າປາງທອງ.
ກຸ່ມທີ່ສອງ ມີ 11 ບໍຣິສັດ ສົນໃຈປູກອອ້ຍ ເພື່ອສ້າງໂຮງງານອອ້ຍ ໃນເຂດ ສອງຕົວເມືອງ ທົ່ງພຽງ. ໃນ ຂະນະດຽວກັນ ນັກທຸຣະກິດລາວ ທ່ານນື່ງ ໄດ້ເປີດເຜີຽຕື່ມວ່າ ເວລານີ້ ້ມີບໍຣິສັດ ມິດລາວ ໄດ້ເລີ້ມ ລົງທືນ ບຸກເບີກ ເນື້ອທີ່ ເພື່ອປູກອອ້ຍ ໃນເຂດ ເມືອງໄຊບູຣີ, ແລະ ບໍຣິສັດນ້ຳຕານ ສວັນະເຂດ ໄດ້ລົງມື ບຸກເບີກ ເນື້ອທ ີ່ເພື່ອປູກອອ້ຍ ໃນເຂດເມືອງ ອາດສະພັງທອງ ແລະ ເມືອງພະລານໄຊ. ທ່ານວ່າ ຫລັງຈາກ ຂະຫຍາຍ ເນື້ອທີ່ ການປູກອອ້ຍ ໄດ້ ປະມານ 7,000 ha ໃນ ແຕ່ລະເຂດ ຂອງ ສອງ-ສາມ ຕົວເມືອງນີ້ ແລ້ວ ບໍຣິສັດມິດ ລາວ ແລະ ບໍຣິສັດນ້ຳຕານ ສວນັະເຂດ ກໍຈະຕັ້ງໂຮງງານ ຜລິດນ້ຳຕານ ຂື້ນ ໃນພາຍປີ 2008. ດັ່ງທ່ານ ໄດ້ໃຫ້ສຳພາດ ໃນຕອນນື່ງວ່າ ນອກຈາກ ອຸດສະຫະກັມ ການປູກອ້ອຍ ແລ້ວ ເຈົ້າໜ້າທີ່ ກະສິກັມ ປ່າໄມ້ ແຂວງ ສວນັະເຂດ ວ່າ ບໍຣິສັດ ຈາກວຽດນາມ ແລະ ໄທ ກໍສົນໃຈ ປູກມັນຕົ້ນ ແລະ ປູກເຂົ້າໂພດ, ປູກ ຖົ່ວເຫລືອງ, ທົ່ວດິນ. ກຸ່ມນີ້ ຈະລົງທືນ ໃນມູນຄ່າເຖິງ 169 ລ້ານ ໂດລາ ສະຫະຣັຖ.
ການລົງທືນ ປູກຕົ້ນໄມ້ແລະພືດ ເພື່ອການ ອຸດສະຫະກັມນີ້ ທາງ ແຂວງສວັນະເຂດ ມີຄວາມຫວັງ ສູງວ່າ ຈະເຮັດໃຫ້ ປະຊາຊົນ ມີລາຍໄດ້ ຈາກການປູກ ແບບສັນຍາ ຈ້າງຫລື ຄອນທຣັກ ຟາມມິງ ຫລາຍທີ່ສຸດ. ທາງການລາວ ວ່າແຂວງສວນັະເຂດ ມີເງື່ອນໄຂ ດີຫລາຍຢ່າງ: ມີເນື້ອທີ່ກະສິກັມ ປະມານ 2 ລ້ານ ກ່ວາເຮັກຕາ ໃນນັ້ນ ເນື້ອທີ່ປູກຝັງ ມີເຖິງ 266,000 ha, ທົ່ງຫ້ຍາ ທັມະຊາດ 5 ແສນ ກ່ວາເຮັກຕາ, ມີປ່າໄມ້ ປະມານ 1,500,000 ha.
ເງື່ອນໄຂ ທີ່ເອື້ອອຳນວຍອີກເງື່ອນໄຂນື່ງ ແມ່ນລະບົບການ ຄົມະນາຄົມ ການຂົນສົ່ງ ທາງບົກ ຈາກຕົວເມືອງໃຫ່ຍ ໄປຫາທຸກໆຕົວເມືອງນ້ອຍ ໄດ້ສ້າງສຳເຣັດ ໝົດແລ້ວ ດັ່ງ ທ່ານ ລົດ ສຸກສີວົງໄຊ ຫົວໜ້າ ຜະແນກ ຄົມະນາຄົມ ຂົນສົ່ງ ໄປສະນ ີແລະ ກໍ່ສ້າງ ປະຈຳແຂວງ ສວັນະເຂດໄດ້ກ່າວ ( ກະຣຸນາ ຟັງສຽງປະກອບ ) ໂດຍສະເພາະ ແຂວງສວັນະເຂດ ມີເສັ້ນທາງເລກທີ 9 ທີ່ມີຄວາມຍາວ ຫລາຍກ່ວາ 200 ກິໂລແມດ ຊື່ງເປັນເສັ້ນທາງ ເຮັດໃຫ ້ວຽດນາມ ແລະ ປະເທດໄທ ເຊື່ອມ ຕໍ່ກັນໄດ້. ເສັ້ນທາງ ດັ່ງກ່າວ ນັບມື້ເປັນທີ່ສົນໃຈ ແກ່ນັກລົງທືນ ຈາກຕ່າງປະເທດ ທີ່ຢາກລົງທືນ ແລະ ໄຊ້ເປັນທາງຜ່ານ ໃນການຂົນສົ່ງ ສິນຄ້າ. ແລະອີກ ເສັ້ນທາງນື່ງ ຄືຖນົນຫລວງ ເລກມີ 13 ທີ່ຕັດຜ່າ ແຂວງ ລົງໄປໄຕ້ສຸດ ຂອງລາວ.
ປະຊາຊົນລາວ ໃນເຂດເມືອງ ສວັນະເຂດ, ເມືອງ ອຸທຸມພອນ, ເມືອງ ອາດສະພັງທອງ, ເມືອງພະລານໄຊ, ເມືອງພີນ, ເມືອງເຊໂປນ, ເມືອງວີລະບຸລີ ຈະເປັນ ຜູ້ໄດ້ຮັບຜົນປະໂຍດ ຫລາຍທີ່ສຸດ ເມື່ອໃດ ຫາກມີຖນົນ ຫົນທາງ ຈາກບ້ານຕ່າງໆ ອອກມາເຖິງ ຖນົນສາຍເລກ 9 ນີ້ໄດ້ ເພາະວ່າ ປະຊາຊົນ ເລົ່ານີ້ ຈະສາມາດ ນຳເອົາເຄື່ອງ ຂອງທີ່ຕົນຜລິດໄດ້ ອອກໄປຂາຍ ໃນຕະລາດ ຕ່າງໆ ຢ່າງສະດວກສະບາຍ.
ການຫລຸດຜ່ອນ ຄວາມຍາກຈົນ ຈະສຳເຣັດ ໄດ້ຢ່າງສົມບູນ ນັ້ນ ບໍ່ພຽງແຕ່ວ່າ ກິນອີ່ມ ນຸ່ງອຸ່ນເທົ່ານັ້ນ, ນະໂຍບານ ຂອງທາງການລາວ ຍັງຈັດເອົາ ການສືກສາ ແລະ ສາທາຣະນະສຸກ ເຂົ້າຢູ່ ໃນແຜນການ ດ້ວຍ. ທ່ານ ຄຳພູນ ຕຸໄພທູນ ຫົວໜ້າ ຜະແນກ ການສືກສາ ແຂວງ ສວັນະເຂດ ອະທິບາຍວ່າ ການສືກສາ ໃນແຂວງ ສວັນະເຂດມີອັນດີ ຫລາຍຢ່າງ ທັງປະຣິມານ ແລະ ຄຸນະພາບ ສະເລັ່ຽແລ້ວ ກໍຢູ່ໃນຂັ້ນ ມາຕະຖານ ທີ່ທາງ ກະຊວງສືກສາ ທິການ ໄດ້ວາງອອກ, ແຕ່ທ່ານກໍຍັງ ເປັນຫ່ວງນຳ ເຂດເມືອງ ທີ່ຍາກຈົນ ໂດຍສະເພາະ ເຂດຊົນະບົດ ທີ່ສອກຫລີກຫ່າງໄກ ຊື່ງເດັກນ້ອຍ ຈຳນວນນື່ງ ຕ້ອງໄດ້ ຍ່າງ ລະຍະທາງໄກ ເພື່ອໄປ ເຂົ້າໂຮງຮຽນ ຢູ່ອີກບ້ານນື່ງ, ຫ້ອງຮຽນສຳລັບໃຫ້ ເດັກນ້ອຍ ຮຽນກໍຍັງບໍ່ພຽງພໍ, ຄູສອນ ໂຮງຮຽນນື່ງ ຄົນຍັງ ໄດ້ຮັບພາລະໜ້າທີ່ ສອນຕັ້ງແຕ່ຫ້ອງ ປໍນື່ງຫາຫ້ອງປໍສາມ ຢູ່ກໍຍັງມີຫລາຍຢູ່, ຍິ່ງໄປກ່ວານັ້ນ ຂາດຄູສອນ ຈຳນວນຫລວງຫລາຍ. ໃນດ້ານ ສາທາຣະນະສຸກ ນັ້ນທາງວິທະຍູເອເຊັຽເສຣີ ບໍ່ໄດ້ ມີໂອກາດ ໄປສັມພາດ ຜະແນກກ່ຽວຂ້ອງ, ແຕ່ມີລາຍງານວ່າ ຜະແນກນີ້ມີທ່ານໝໍ, ໝໍຊ່ຽວຊານ, ແລະ ພະຍາບານ ທີ່ມີການສືກສາສູງ ຈຳນວນ ພຽງພໍກັບຄວາມຕ້ອງ ການສຳລັບ ໂຮງພະຍາບານ ໃນ ໂຕເມືອງສວນັະເຂດ ເທົ່ານັ້ນ,
ອັນທີ່ຍັງຂາດເຂີນ ກ່ວາໝູ່ແມ່ນ ອຸປະກອນ ການແພດ ທີ່ທັນສະໄໝ ແລະ ຢາສຳລັບ ປິ່ນປົວພະຍາດ. ເຈົ້າໜ້າທີ່ ຫລາຍທ່ານ ໃນແຂວງສວັນະເຂດ ກ່າວວ່າ ການລົງທືນ ທາງດ້ານ ກະສິກັມ ເປັນການລົງທືນ ທີ່ພໍ່ແມ່ພີ່ນ້ອງ ຢູ່ໃນ ແລະ ຢູ່ຕ່າງປະເທດ ສາມາດເຂົ້າໄປລົງ ທືນໄດ້ ໂດຍບໍ່ມີທືນກ້ອນໃຫ່ຍໆ ກໍໄດ້ ໂດຍສະເພາະ ຜູ້ທີ່ຢູ່ໃນ ຕ່າງປະເທດ ຜູ້ທີ່ມີທັງທືນຮອນ, ມີທັງປັນຍາ ແລະ ຄວາມສາມາດ ໃນການນຳໄຊ ້ເທັກໂນໂລຈີ ທີ່ທັນສະໃໝ. ຖ້າຫາກວ່າ ຫລາຍຄົນ ເຂົ້າໄປລົງທືນ ໃນການປູກຝັງ ແລະ ລ້ຽງສັຕ ຕ່າງໆເພື່ອເປັນສິນຄ້າຂາຍອອກໄປວຽດນາມແລະປະເທດໄທກໍເຫັນວ່າ ເປັນ ທຸຣະກິດ ທີ່ຈະຊ່ວຍ ໃຫ້ປະຊາຊົນ ໃນເຂດຊົນະບົດ ມີລາຍໄດ້ເຊັ່ນກັນ.
ສົມເນ ຣາຍງານ
ຣາຍການອື່ນໆ
ບົດວິເຄາະ
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ