ເປັນຫຍັງ ສປປລາວ ຈຶ່ງ ຍັງເປັນ ປະເທດ ທີ່ຍາກຈົນ ແລະຂາດເຂີນ?
-
2007-08-09 -
-
-
Your browser doesn’t support HTML5 audio
ເປັນຫຍັງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງຍັງເປັນ ປະເທດ ທີ່ຍາກຈົນ ແລະ ຂາດເຂີນ ຄືດັ່ງ ທີ່ເຫັນກັນ ຢູ່ ໃນປັດຈຸບັນ ນີ້.
ບັນຫາ ຄວາມທຸກຍາກ ແລະ ການຂາດເຂີນ ເປັນບັນຫາໃຫຍ່ ແລະ ມີຄວາມໝາຍ ສຳຄັນຫຼາຍ ທີ່ຈະຕ້ອງໄດ ້ຮັບການແກ້ໄຂ ເພື່ອການມີສະເຖັຽ ຣະພາບ ໃນສັງຄົມ ແລະ ຄວາມຢູ່ເຢັນ ເປັນສຸກ ຂອງປະຊາຊົນ.
ແຕ່ຕໍ່ການທີ່ວ່າ ເປັນຫຍັງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີພັກປະຊາຊົນ ປະຕິວັດລາວ ທີ່ອ້າງ ຕົນເອງວ່າ ເປັນຜູ້ສລາດ ສ່ອງໃສ ນຳພານັ້ນ ຈຶ່ງຍັງເປັນ ປະເທດ ທຸກຍາກ ແລະ ຂາດເຂີນ ຄືດັ່ງທີ່ເຫັນ ກັນຢູ່ໃນສູ່ມື້ນີ້ນັ້ນ ຂ້າພະເຈົ້າ ຢາກຂໍເວົ້າເຖິງວ່າ ມັນມີຄວາມ ເປັນຈິງແນວໃດ ແລະ ຖ້າແມ່ນແທ້ ມັນເກີດມາຈາກ ສາຍເຫດຕົ້ນ ຕໍອັນໃດ.
ຕໍ່ບັນຫານີ້ ອາດມີຫຼາຍໆ ຄົນ ໃຫ້ຄຳຕອບ ເປັນສຽງດຽວ ກັນວ່າ ນັບແຕ່ ໄດ້ມີການສ້າງຕັ້ງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ມາເປັນເວລາ 30 ກວ່າປີ ເຖິງໄດ້ຮັບການ ຊ່ວຍເຫຼືອລ້າ, ມີການກູ້ຢືມ ໄລຍະຍາວ ດອກເບັ້ຍຕ່ຳ ແລະ ການລົງທຶນ ຂອງຕ່າງປະເທດ ເປັນຈຳນວນ ຫຼວງຫຼາຍ ແຕ່ ການພັທນາ ເສຖກິດ-ສັງຄົມຢູ່ລາວ ຂຍາຍຕົວບໍ່ໄດ ້ພໍເທົ່າໃດ ການຜລິດ ບໍ່ໄດ້ຕາມຄາດໝາຍ ຈັກເທື່ອ, ເສຖກິດ-ການຄ້າ ແລະ ການເງິນ ບໍ່ໝັ້ນທ່ຽງ, ສັງຄົມ ບໍ່ມີຄວາມສງົບ, ບໍ່ສາມາດ ແກ້ຄວາມທຸກຍາກ ຂາດແຄນ ຂອງປະຊາຊົນໄດ້. ຕາມຕົວເລກ ທາງ ການລາວ ຮວມຍອດຜລິຕ ພັນພາຍ ໃນໄລ່ສະເລັ່ຽ ໃສ່ຫົວຄົນ ບໍ່ເຖິງຮອດ 500 ດອນລ່າ ສະຫະຣັດ ໃນປີ 2005.
ຄວາມຈິງ ຢູ່ ສປປ.ລາວ ກໍມີການສ້າງສາ ໃນຫຼາຍ ຂແນງການ ເຊັ່ນ ຊົລປະທານ ເພື່ອການ ກະເສດ, ເຂື່ອນໄຟຟ້າ ນ້ຳຕົກ, ສຳຣວດ ແລະຂຸດຄົ້ນ ບໍ່ແຮ່, ປັບປຸງ ແລະກໍ່ສ້າງຂົວ-ທາງ ດັ່ງທາງເລກ 3, ເລກ 9, ເລກ 13… ທີ່ເຊື່ອມຕໍ່ ລະຫວ່າງ ປະເທດ, ມີການສ້າງຂົວ ຂ້າມນ້ຳ ຂອງ 3 ແຫ່ງ ແລະອື່ນໆ. ແຕ່ສີ່ງ ທີ່ສ້າງສານັ້ນ ສ່ວນໃຫຍ່ ບໍ່ເກີດດອກອອກຜົນ ສົມກັບ ການທຸ້ມເທທຶນຮອນໃສ່. ຊ້ຳບໍ່ພໍ ຍັງມີຫາງສຽງວ່າ ການສ້າງສາ ຫຼາຍອັນ ທຳລາຍສິ່ງແວດລ້ອມ ແລະຊັພຍາກອນ ທັມມະຊາດ ທີ່ມີຄ່າ ຢ່າງຫຼວງຫຼາຍ ນຳດ້ວຍ ເຊັ່ນ ການສ້າງເຂື່ອນນ້ຳເທີນ 2 ເປັນຕົ້ນ.
ເວົ້າເຖິງ ວຽກງານ ການສຶກສາ ແລະ ສາທາຣະນະສຸກ ທາງການລາວ ກໍວ່າຂຍາຍຕົວໄດ້ດີ. ໃນປີ 2005 ດັຊນີ ການພັທນາ ມະນຸດ (HDI) ຂອງ ສະຫະປະຊາຊາດ ໄດ້ຈັດສປປ.ລາວ ຢູ່ໃນອັນດັບ ທີ 133 ຂອງຈຳນວນ 177 ປະເທດໃນໂລກ. ແລະວ່າ ໄດ້ເອົາໃຈໃສ ຂຍາຍຕາໜ່າງ ສາທາຣະນະສຸກ ຂັ້ນຕ່າງໆ ຂອງສູນກາງ ແລະທ້ອງຖິ່ນ ໂດຍສະເພາະ ຢູ່ຂັ້ນຮາກຖານ, ເຮັດໃຫ້ອາຍຸຍືນ ສະເລັ່ຽຂອງຄົນລາວ ໄດ້ 61 ປີ ໃນປີ 2005.
ແຕ່ເຖິງແນວນັ້ນ ໂດຍທົ່ວໄປ ຊີວິດຕົວຈິງ ໃນສັງຄົມ ຢູ່ສປປ.ລາວ ປັດຈຸບັນ ແມ່ນເສົ້າໝອງ. ເສົ້າໝອງ ຍ້ອນການ ຂາດສິດ ເສຣິພາບ ແລະ ປະຊາທິປະໄຕ ໃນຄວາມເປັນມະນຸດ ຂອງຕົນ, ເສົ້າໝອງ ໃນຄວາມລຳບາກ ກາກກຳທຳມາ ຫາລ້ຽງຊີບ, ເສົ້າໝອງໃນການຂາດໆ ເຂີນໆ ອຶດໆ ຢາກໆ ໃນ ຊີວິດ ຄອບຄົວ. ປະຊາຊົນລາວ ຈຳນວນ ຫຼວງຫຼາຍ ບໍ່ມີເງື່ອນໄຂ ທີ່ຈະສົ່ງເສີມລູກ ເຕົ້າຂອງຕົນ ໃຫ້ຮ່ຳຮຽນຕໍ່ໄດ້. ສຳລັບຄູ ອາຈານ ກໍບໍ່ມີຈິດໃຈຄົ້ນຄວ້າ ແລະສິດສອນ ຍ້ອນຄວາມຫຍຸ້ງຍາກ ຂາດເຂີນ ທາງດ້ານ ຊີວິດການ ເປັນຢູ່ຂອງຕົນ.
ດ້ານສາທາຣະນະສຸກ, ຢຸກຢາປິ່ນປົວ ແລະ ອຸປະກອນ ການແພດ ກໍຂາດໆ ເຂີນໆ. ແພດໝໍ ກໍບໍ່ພຽງພໍ, ໂຮງໝໍ ກໍບໍ່ໄດ້ຮັບການ ປັບປຸງພໍເທົ່າໃດ, ມີຢູ່ບາງບ່ອນ ກໍປະປ່ອຍ ໃຫ້ເປ່ເພ. ການຮັກສາ ປິ່ນປົວຄົນເຈັບ ກໍບໍ່ໄດ ້ຮັບການເອົາໃຈໃສ່ ຈາກທາງການ ເທົ່າທີ່ຄວນ. ປະຊາຊົນ ຜູ້ຍາກ ຈົນ ຈຳຕ້ອງທົນ ທໍຣະມານ ຢູ່ນຳຄວາມ ເຈັບປວດ. ມີຫຼາຍຄົນເວົ້າວ່າ ຖ້າຢາກເຫັນ ຄວາມຈິງ ໃຫ້ໄປເບີ່ງ ຕາມໂຮງໝໍ ຕ່າງໆ, ໄປເບີ່ງ ຢູ່ໂຮງໝໍ ມະໂຫສົດ ນະຄອນຫຼວງວຽງຈັນ ກໍຈະເຫັນໄດ້ບັນຫານີ້.
ຢູ່ໃນບົດລາຍງານ ການເມືອງ ຂອງຄະນະ ບໍຣິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ ສມັຍທີ 7 ຕໍ່ກອງປະຊຸມ ໃຫຍ່ຄັ້ງທີ 8 ຂອງພັກ ປີ 2006 ແລ້ວນີ້ ກໍໄດ້ຮັບຮູ້ວ່າ ປະເທດລາວ ເປັນປະເທດ ທຸກຍາກ, ການພັທນາ ເສຖກິດ ບໍ່ບັນລຸໄດ້ຄາດໝາຍ, ສະເຖັຽຣະພາບດ້ານ ເສຖກິດ ມະຫາພາກ ບໍ່ໝັ້ນທ່ຽງ, ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ກໍຍັງບໍ່ທັນໄດ້, ຄວາມສັກສິດ ຂອງລະບຽ ບກົດໝາຍກໍຍັງຕ່ຳ. ມີການ ສວຍໂອກາດ ສໍ້ຣາດບັງຫຼວງ. ນອກນີ້ ທາງການລາວ ກໍຍອມຮັບວ່າ ຍັງມີການຈ່າຍ ງົບປະມານ ແບບເກື້ອກູນ, ບໍ່ມີປະສິດທິຜົນ, ຈ່າຍເກີນແຜນການ ແລະ ນອກແຜນການ ເປັນຕົ້ນ ແມ່ນການ ໃຊ້ຈ່າຍເຂົ້າ ທາງດ້ານບໍຣິຫານ, ຊ້ຳບໍ່ພໍລາຍໄດ ້ໜ້ອຍກວ່າລາຍຈ່າຍ ຢ່າງຫຼວງຫຼາຍ ຢູ່ຕລອດເວລາ ແລະ ໜີ້ສິນ ຕໍ່ຕ່າງປະເທດ ກໍສະສົມຂຶ້ນ ໃນແຕ່ລະປີ, ຈົນວ່າເຮັດໃຫ້ ຕ່າງປະເທດ ແລະອົງການ ຈັດຕັ້ງສາກົນ ຜູ້ໃຫ້ການສນັບສນູນ ລາວ ຕ້ອງໄດ້ມີການທົບທວນ ຄືນໃໝ່.
ເວົ້າສະເພາະ ໃນໄລຍະ 5 ປີ (2001-2005) ຜ່ານມາ ເຖິງວ່າ ຈະໄດ້ຮັບ ການຊ່ວຍເຫຼືອ ແລະກູ້ຢືມ ຈາກຕ່າງປະເທດ ເພື່ອການພັທນາ ດ້ວຍມູນຄ່າປະມານ 935 ລ້ານດອນ ລ່າສະຫະຣັດ, ໄດ້ມີການລົງທຶນ ໂດຍກົງ ຂອງ ຕ່າງປະເທດ ຈຳນວນ 585 ໂຄງການ ດ້ວຍຈຳນວນທຶນ ອະນຸມັດ ປະມານ 2,800 ລ້ານ ດອນລ່າ ສະຫະຣັດ, ແຕ່ປະຊາຊົນລາວ ທົ່ວໄປ ບໍ່ໄດ້ຮັບຜົນປໂຍດ ພໍເທົ່າໃດ ແລະ ປະເທດຊາດ ກໍຍັງຕົກຢູ່ ໃນຂຸມເລິກ ຂອງ ຄວາມທຸກຍາກ ຂາດເຂີນ ຈົນວ່າ ອົງການ ຈັດຕັ້ງສາກົນ ເພີ່ນຈັດ ສປປ.ລາວ ຢູ່ໃນຈຳນວນ 50 ປະເທດ ທີ່ດ້ອຍພັທນາ ທີ່ສຸດ ແລະທຸກຍາກ ທີ່ສຸດໃນໂລກ ແລະຖືກຈັດເຂົ້າ ຢູ່ໃນຈຳນວນ 14 ປະເທດ ທີ່ດ້ອຍພັທນາ ຫຼາຍທີ່ສຸດ ແລະທຸກຍາກ ຫຼາຍທີ່ສຸດ ໃນພາກພື້ນ ເອເຊັຍ-ປາຊີຟິກ.
ເຖິງວ່າ ຈະຕົກຢູ່ໃນສະພາບອັນໜັກໜ່ວງ ຄືແນວນັ້ນ ພັກປະຊາຊົນປະຕິວັດລາວ ກໍຍັງຄາດ ໝາຍໄວ້ວ່າ ຮອດປີ 2010 ຈະໃຫ້ເສຖກິດຂຍາຍຕົວ 7.5% ຂຶ້ນໄປ ໃນແຕ່ລະປີ ແລະຈະໃຫ້ພົລເມືອງລາວ 6 ລ້ານ 7 ແສນຄົນ ມີລາຍໄດ້ສະເລັ່ຽໃນລະດັບ 800 ດອນລ່າ. ຕໍ່ຄົນ ຕໍ່ປີ ແລະຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກການດ້ອຍພັທນາໄດ້ໃນປີ 2020, ຊຶ່ງ ຮອດເວລານັ້ນ ຈະມີພົລເມືອງເຖິງ 8 ລ້ານ 3 ແສນ ຄົນ ແລະຈະມີລາຍໄດ້ສະເລັ່ຽຕໍ່ຫົວຄົນ ລະຫວ່າງ 1,200 - 1,500 ດອນລ່າສະຫະຣັດ.
ມີຫຼາຍຄົນ ຍັງສົນໃຈ ຢູ່ວ່າ ສິ່ງທີ່ພັກ ປະຊາຊົນ ປະຕິວັດລາວ ຄາດຄະເນ ເອົາໄວ້ນັ້ນ ຈະເປັນໄປໄດ້ ຫຼືບໍ່. ບາງຄົນ ເວົ້າວ່າ ໃນເງື່ອນໄຂ ປັດຈຸບັນ ເຖິງວ່າ ທາງການລາວ ຈະໄປຖອດຖອນ ບົດຮຽນນຳຈີນ ຊຶ່ງມີຄວາມກ້າວໜ້າ ທາງດ້ານ ເສຖກິດ ຢ່າງວ່ອງໄວ ຢູ່ໃນປັດຈຸບັນ ແຕ່ ບັນດາ ຜູ້ນຳລາວ ກໍຈະບໍ່ສາມາດ ນຳມາໝຸນໃຊ້ ເຂົ້າກັບສະພາບ ຕົວຈິງ ຂອງລາວໄດ້ ດັ່ງທີ່ເຄີຍເປັນມາ ສມັຍສະ ຫະພາບ ໂຊວຽດ ເຮືອງອຳນາດ ເມື່ອກ່ອນ. ແລະກໍມີບາງຄົນ ໃຫ້ທັດສະນະວ່າ ເຖິງປະເຊີນ ກັບບັນຫາ ຫຍຸ້ງຍາກ ແຕ່ ກໍອາດ ຈະເປັນໄປໄດ້ ໃນກໍຣະນ ີທີ່ບັນດາ ຜູ້ກຳອຳນາດ ໃນພັກປະຊາຊົນ ປະຕິວັດລາວ ຫາກຖືສິດ ແລະ ຜົນປໂຍດ ອັນຊອບທັມ ຂອງຊາດ ແລະປະຊາຊົນ ເໜືອກວ່າ ສິດແລະຜົນປໂຍດ ຊອງພວກຕົນ ຢ່າງແທ້ຈິງ ແລະ ຮັບຮູ້ວ່າ ສິດ ອຳນາດ ຂອງຜູ້ປົກຄອງ ປະເທດ ແລະ ຄຸ້ມຄອງສັງຄົມ ຕ້ອງມາຈາກ ການເລືອກຕັ້ງ ແບບປະຊາ ທິປະໄຕ ຂອງພົລເມືອງລາວ ທັງຊາດ ຢ່າງແທ້ຈິງ ໝາຍຄວາມວ່າ ມາຈາກ ການເລືອກຕັ້ງ ແບບເສຣ ີແລະຍຸດຕິທັມ, ບໍ່ແມ່ນວ່າ ຈະໄດ້ມາຈາກ ການບົງການ ຂອງພັກດຽວ, ຂອງຄົນກຸ່ມດຽວ ທີ່ຜູກຂາດ ອຳນາດ ໜີບຮັດ ພົລເມືອງ ໃຫ້ປະຕິບັດ ຕາມທຸກຢ່າງ.
ວິຈານ ໂດຍ: ຈຳປາທອງ
ບົວວິຈານ
- ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ
- ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ
- ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
- ເຫດການ ທີ່ເກີດຂຶ້ນ ຢູ່ແຂວງບໍ່ແກ້ວ ສະແດງ ໃຫ້ເຫັນວ່າ ຍັງມີບັນຫາ ຄວາມບໍ່ສງົບ
- ຍັງມີຊາວບ້ານ ທີ່ຍັງບໍ່ຍ່ອມຍົກຍ້າຍ ອອກຈາກ ບໍຣິເວນ ເຂື່ອນນ້ຳເທີນ 2
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ