ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ


2007.09.07

ປັດຈຸບັນ ພັກ ແລະຣັຖບານລາວ ກຳລັງເລິ້ມປະຕິບັດ ຕາມແຜນການພັທນາ ແຜນໃໝ່. ບັນຫາໃຫຍ່ທີ່ໜ້າສົນໃຈ ກໍຄືຣັຖບານລາວ ຈະປະຕິບັດຕາມແຜນການ ດັ່ງກ່າວ ໄດ້ດີເທົ່າໃດ?

ພັກປະຊາຊົນປະຕິວັດລາວ ແລະຣັຖບານສປປລາວ ໄດ້ວາງແຜນຣະຍະຍາວໄວ້ວ່າ ຈະສ້າງສາພັທນາ ປະເທດລາວໃຫ້ຈະເຣີນກ້າວໜ້າ ໃຫ້ຫລຸດພົ້ນອອກຈາກຖານະປະເທດ ທີ່ທຸກຍາກທີ່ສຸດໃນໂລກ ພາຍໃນປີ 2020 ແລະເມື່ອເດືອນມິນາຕົ້ນປີນີ້ ກອງ ປະຊຸມໃຫຍ່ຂອງພັກ ກໍໄດ້ວາງແຜນການພັທນາ ເສຖກິດສັງຄົມແຫ່ງຊາດແຜນໃໝ່ ສຳຣັບຫ້າປີຂ້າງໜ້າ ຄືນັບແຕ່ປີ 2006 ນີ້ເປັນຕົ້ນໄປຈົນເຖິງປີ 2010.

ພາຍໃຕ້ແຜນການໃໝ່ດັ່ງກ່າວ ພັກແລະຣັຖບານລາວ ຈະເໜັ້ນໜັກໃສ່ພັທນາໃນ ສີ່ດ້ານໃຫຍ່ໆ ຄື: ເອົາໃຈໃສ່ພັທນາກະສິກັມ, ການຄົມມະນາຄົມຂົນສົ່ງ, ສາທາຣະນະສຸກ ແລະ ການສຶກສາ. ເປົ້າໝາຍທັງໝົດນີ້ ກໍເພື່ອຫລຸດຜ່ອນຄວາມຍາກຈົນ ຂອງປະຊາຊົນລາວໃນທົ່ວປະເທດ.

ບັນຫາໃຫຍ່ກໍມີຢູ່ວ່າ ພັກ ແລະຣັຖບານລາວ ຈະປະຕິບັດຕາມແຜນການໃໝ່ດັ່ງ ກ່າວໄດ້ເທົ່າໃດ? ເພື່ອຕອບບັນຫາເຫຼົ່ານີ້ ພວກເຮົາມາພິຈາຣະນາໃນແຕ່ລະດ້ານ ວ່າຣັຖບານລາວ ຈະປະສົບກັບ ຄວາມສະດວກ ສະບາຍ ແລະຄວາມຍຸ້ງຍາກແນວໃດໃນການປະຕິບັດ ຕາມເປົ້າໝາຍເຫຼົ່ານັ້ນ.

ກ່ອນອື່ນໝົດ ພວກເຮົາມາເບິ່ງໃນດ້ານກະສິກັມ ໂດຍສະເພາະໃນດ້ານການປູກເຂົ້າ. ໃນດ້ານນີ້ ທາງການລາວ ກໍໄດ້ປະກາດເມື່ອຫລາຍປີທີ່ຜ່ານມາ ວ່າສປປລາວ ສາມາດຜລິດເຂົ້າພໍກັບຄວາມຕ້ອງການ ຂອງຕົນແລ້ວ; ແຕ່ໃນສະພາບຄວາມເປັນຈິງ ເຂົ້າສານຍັງຂາດຕລາດຢູ່; ໃນຣະຍະນີ້ ຣາຄາເຂົ້າສານ ແພງຂື້ນ ຢ່າງບໍ່ຢຸດຢັ້ງຢູ່ລາວ; ດັ່ງ ພໍ່ຄ້າຂາຍເຂົ້າສານຜູ້ນຶ່ງຢູ່ຕລາດນະຄອນຫລວງວຽງຈັນໄດ້ກ່າວວ່າ:

" ດຽວນີ້ເຂົ້າຂື້ນລາຄາແລ້ວ ຄ່າໄຖນີ້ກໍແພງ ແລະຄ່ານ້ຳຄ່າໄຟນິກະແພງ ຍ້ອນປະຊາຊົນບໍ່ມີ ກິນ ລາຄາຂອງພວກເຮົາຊິມາຂາຍລຸດກ່ອນກະຂາຍບໍ່ໄດ້ ເພາະປະຊາຊົນກະຂາຍແພງ ຄຶວ່າລາຄາໃນ ທ້ອງຕລາດ ຊິມາຂາຍຫມື່ນນຶ່ງ 30 - 40 ມັນກະບໍ່ຖືກ ຢູ່ພຸ້ນມັນແພງແຫລະເດ້ ຕົກມາປີນີ້ກະວ່າ ສົມຄວນ ແລ້ວໃດລາຄາເຂົ້າ. "

ຊ້ຳບໍ່ໜຳ ຊາວນາລາວຫລາຍໆຄົນ ພັດພາກັນເຊົາປູກເຂົ້າ ໂດຍໃຫ້ເຫດຜົນວ່າ ການປູກເຂົ້າໃນປັດຈຸບັນ ໃຊ້ເງິນທຶນຫລາຍເກີນໄປ ບໍ່ຄຸ້ມຄ່າ; ໃນເມື່ອຊາວລາວ ຫລາຍໆຄົນເຊົາປູກເຂົ້າ ໃນອານາຄົດ ການຜລິດເຂົ້າ ຢູ່ລາວ ກໍຈະບໍ່ໄດ້ຕາມ ເປົ້າໝາຍຫຼືຕາມແຜນການທີ່ຣັຖບານໄດ້ວາງໄວ້. ສຳຣັບການ ປູກພຶດຢ່າງອື່ນ ກໍເຊັ່ນດຽວກັນ; ຕົວຢ່າງ ການປູກຢາງພາຣາ ກໍມີແຕ່ ອາໃສການລົງທຶນຂອງຕ່າງປະເທດ; ສ່ວນການລົງທຶນຂອງພາຍໃນປະເທດ ກໍຍັງມີໜ້ອຍເກີນໄປ ຍັງຈະບໍ່ເຕີບໃຫຍ່ຂຍາຍຕົວພໍເທົ່າໃດ. ໃນທຳນອງດຽວກັນ ໃນດ້ານ ການປູກກາເຟ ສ່ວນຫລາຍກໍແມ່ນຊາວສວນຄົນລາວເອງເປັນຜູ້ປູກ ຊຶ່ງເປັນ ກິດຈະການນ້ອຍໆ ພໍແຕ່ກຸ້ມຕົວເອງຫຼືບໍ່ກຸ້ມຊ້ຳ ອີກຢ່າງນຶ່ງ ການປູກກາເຟຢູ່ລາວ ກໍຈະບໍ່ ສາມາດແຂ່ງຂັນ ກັບວຽດນາມ ແລະປະເທດອື່ນໆໄດ້. ສ່ວນການປູກສາລີແລະພຶດສິນ ຄ້າອື່ນໆນັ້ນ ກໍຍັງຈະບໍ່ຂຍາຍຕົວໄວ ເທົ່າທີ່ຄວນພາຍໃນໄວໆນີ້ ເພາະປະຊາຊົນລາວ ໂດຍສະເພາະໃນເຂດຊົນນະບົດ ຍັງບໍ່ມີແນວຄິດ ຄວາມຮູ້ຄວາມສາມາດ ແລະເງື່ອນໄຂພຽງພໍໃນການຜລິດໃຫຍ່ໆນັ້ນເທື່ອ.

ເຖິງຢ່າງໃດກໍດີ ປັດຈຸບັນ ນາຍທຶນ ໄທ ກໍໄດ້ເຂົ້າໄປເຮັດທຸຣະກິດ ກະສິກັມພັນທະຫລາຍຂື້ນ ຮັບຊື້ ຜົນຜລິດ ຫລາຍຊະນິດຈາກຊາວກະສິກອນລາວ ຊຶ່ງເປັນການຊຸກຍູ້ໃຫ້ມີການຜລິດຫລາຍຂື້ນໃນລາວ ດັ່ງນາຍທຶນໄທຜູ້ນຶ່ງໄດ້ກ່າວວ່າ:

" ມີພາກເອກະຊົນຫລາຍສ່ວນ ທີໄປສົ່ງເສີມແລ້ວ ທີ່ວ່າເຮັດໄປທຸກປີ ເປັນການຊ່ວຍປະເທດເພື່ອນບ້ານ ໃນລັກສະນະ ຂອງ WIN-WIN ທີ່ພວກເຮົາໄດ້ຜົລປະໂຫຍດຮ່ວມກັນ. "

ອີກໃນດ້ານນຶ່ງທີ່ສຳຄັນ ໃນແຜນການຫ້າປີຂ້າງໜ້າ ພັກແລະຣັຖບານລາວ ຈະ ເອົາໃຈໃສ່ພັທນາ ການຄົມມະນາຄົມຂົນສົ່ງ. ໃນດ້ານນີ້ ຣັຖບານລາວ ກໍກຳລັງຈະ ລົງມືສ້າງທາງຣົດໄຟ ຕໍ່ໃສ່ ເມືອງໜອງຄາຍ ຂອງໄທ ແລະການສ້າງຂົວມິດຕະພາບ ລາວ-ໄທຣະຫວ່າງແຂວງສວັນນະເຂດ ແລະ ມຸກດາຫານ ກໍຈະສຳເຣັດພາຍໃນເດືອນ ໜ້ານີ້. ທັງສອງຢ່າງນີ້ ກໍຈະຊ່ວຍເຮັດໃຫ້ການຄົມມະນາຄົມ ຂົນສົ່ງຣະຫວ່າງລາວ ກັບປະເທດເພື່ອນບ້ານດີຂື້ນ; ແຕ່ເຖິງຢ່າງໃດກໍຕາມ ຖນົນໄປຫາທ່າເຮືອດ່ານັ່ງ ຂອງ ວຽດນາມ ຊຶ່ງເປັນເສັ້ນທາງອອກສູ່ທະເລຣະຍະສັ້ນທີ່ສຸດສຳຣັບລາວ ກໍຍັງສ້າງບໍ່ສຳເຣັດເທື່ອ ແລະອາດຈະໃຊ້ເວລາຫລາຍປີ ຈຶ່ງຈະສຳເຣັດ.

ບັນຫາທ້າທາຍໃຫຍ່ອີກຢ່າງນຶ່ງ ກໍແມ່ນ ຣັຖບານລາວ ຈະສ້າງທາງຣົດໄຟຕອນຈາກທ່ານາແລ້ງ ເຂົ້າໄປຫາໃຈກາງນະຄອນຫລວງວຽງຈັນ ຊຶ່ງກໍເປັນຣະຍະທາງບໍ່ໄກ ພຽງແຕ່ປະມານ 9 ກິໂລແມັດ ເທົ່ານັ້ນ ຣັຖບານລາວ ຈະໄດ້ເງິນມາຈາກໃສເພື່ອສ້າງ ປັດຈຸບັນຍັງຊອກຫາການຊ່ວຍເຫຼືອຈາກ ຕ່າງປະເທດຢູ່. ຖ້າຊອກຫາທຶນຍາກເໝືອນໃນປັດຈຸບັນນີ້ ຣັຖບານລາວ ຄົງຈະບໍ່ສາມາດ ສ້າງທາງຣົດໄຟ ຕໍ່ຈາກທ່ານາແລ້ງເຂົ້າໄປຫາໃຈກາງນະຄອນຫລວງວຽງຈັນໄດ້ ງ່າຍໆ ຄົງຈະບໍ່ໄດ້ພາຍໃນສີ່ຫ້າປີ ຂ້າງໜ້ານີ້.

ຍ້ອນເຫດຜົນດຽວກັນ ການສ້າງທາງໄປທົ່ວເຂດຊົນນະບົດຂອງລາວ ກໍຕົກຢູ່ໃນສະພາບດ້ານການເງິນ ແລະຄວາມຍຸ້ງເຊັ່ນກັນ. ສລຸບແລ້ວ ພັກແລະຣັຖບານລາວ ກໍເອົາໃຈໃສ່ປະຕິບັດຕາມແຜນການພັທນາ ເສຖກິດແລະສັງຄົມຢ່າງຈິງຈັງຢູ່. ແຕ່ວ່າ ດັ່ງທີ່ໄດ້ກ່າວມາແລ້ວໃນເບື້ອງຕົ້ນ ການປະຕິບັດຕາມແຜນການ ຕ້ອງອາໃສເງິນງົບປະມານ. ອີງຕາມສະພາບການເງິນຂອງ ຣັຖບານລາວໃນປັດຈຸບັນການປະຕິບັດຕາມ ແຜນການ ໃຫ້ຕາມເປົ້າໝາຍນັ້ນ ຄົງຈະຍາກເປັນຕົ້ນໃນດ້ານການກິສະກັມ ແລະ ການຄົມມະນາຄົມ ຂົນສົ່ງ. ໃນໂອກາດໜ້າ ຂ້າພະເຈົ້າຈະເວົ້າເຖິງດ້ານອື່ນໆ ເຊັ່ນດ້ານສາທາຣະນະສຸກແລະການສຶກສາ.

ວິເຄາະ ໂດຍ: ອາວະຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.