ວິທຍຸ ເອເຊັຍເສຣີ ຜແນກພາສາລາວ ສລອງຄົບຮອບ 10 ປີ ໃນການກະຈາຍສຽງ
2007.08.17

This is Libby Liu, president of Radio Free Asia.
RFA's Lao service is celebrating its tenth year of broadcasting today and I want to take this opportunity to thank them for their outstanding service to international broadcasting and in fulfilling our mission here at RFA.
We want to hear from you, too---so keep calling and writing, listening to our broadcasts and visiting our Web site. I'm honored to work at RFA with our fine Lao team.
ຂ້າພະເຈົ້າ Libby Liu, ປະທານວິທຍຸ ເອເຊັຍເສຣີ, ຂໍຖືໂອກາດ ໃນວັນຄົບຮອບ 10 ປີ ທີ່ຜແນກພາສາລາວ ໄດ້ອອກອາກາດມາ, ສແດງຄວາມຂອບໃຈ ຕໍ່ພະນັກງານທຸກຄົນ ໃນຜແນກພາສາລາວ ຂອງວິທຍຸ ເອເຊັຍເສຣີ ທີ່ໄດ້ປະຕິບັດງານ ຢ່າງດີເລີດ ໃນຖານະ ເປັນວິທຍຸ ສາກົນ ແລະ ຕາມພາລະໜ້າທີ່ໆໄດ້ຮັບມອບໝາຍ.
ອີກປະການນຶ່ງ ຂ້າພະເຈົ້າ ກໍຫວັງວ່າ ຍັງຈະໄດ້ຮັບຄວາມສົນໃຈ ຈາກທ່ານຜູ້ຟັງຢູ່ຕໍ່ໄປ ບໍ່ວ່າ ທາງໂທຣະສັບ, ທາງຈົດໝາຍ, ທາງອີເມວລ ຫລື ການຮັບຟັງຣາຍການ ທັງອ່ານຂ່າວຫລ້າສຸດ ຈາກ ເວັບໄຊທ໌ ຂອງພວກເຮົາ.
ຂ້າພະເຈົ້າ ຮູ້ສຶກ ເປັນກຽຕ ທີ່ໄດ້ຮ່ວມງານ ກັບທິມລາວ ຂອງເຮົາ.
------------------------------------------------------------------------------------------

ວິທຍຸເອເຊັຽເສຣີຜແນກພາສາລາວ ມີຜົນປໂຍດອັນໃດແດ່ແກ່ຜູ້ຟັງ ຕລອດໄລຍະ 10 ປີມານີ້. ຈຳປາທອງ ມີບົດກ່ຽວກັບບັນຫານີ້ ມາສເນີທ່ານ:
ວິທຍຸເອເຊັຽເສຣີ ຖືກສ້າງຕັ້ງຂຶ້ນ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະຣັດອເມຣິກາ ໃນປີ 1996 ດ້ວຍທຶນ ຂອງຣັຖບານສະຫະຣັດ. ວິທຍຸເອເຊັຍເສຣີ ເປັນອົງການຈັດຕັ້ງເອກກະຊົນ ບໍ່ຫວັງຜົນກຳໄລ ມີໜ້າທີ່ ສເນີຂ່າວຕໍ່ຜູ້ຟັງ ໃນປະເທດຕ່າງໆ ຢູ່ເອເຊັຽ, ຊຶ່ງບໍ່ມີທາງ ທີ່ຈະໄດ້ຮັບຂ່າວຄາວ ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນການໄດ້.
ໃນຖານະ ເປັນອົງການຈັດຕັ້ງ ຕົວແທນອອກຂ່າວ, ວິທຍຸເອເຊັຽເສຣີ ມີຄວາມມຸ້ງໝາຍ ກະຈາຍຂ່າວ ແລະອອກຂ່າວສົດ ໄປຍັງແຕ່ລະປະເທດ ທີ່ເປັນເປົ້າໝາຍ ຄື ຈີນ, ທິເບດ, ພະມ້າ, ກຳພູຊາ, ເກົາຫຼີເໜືອ, ລາວ ແລະ ວຽດນາມ.
ເບີ່ງຣວມແລ້ວ ເຫັນວ່າ ການອອກຂ່າວ ກະຈາຍສຽງສາກົນ ຈາກສະຫະຣັດອະເມຣິກາ ເປັນການອອກຂ່າວ ທີ່ມີລັກສະນະ ເປັນຕົວແທນ ກະບອກສຽງ ຂອງບັນດາປະເທດ ທີ່ມີການຈຳກັດ ຮັດແຄບ ສິດ ເສຣີພາບ ຂອງສື່ມວນຊົນ, ເປັນຕົວແທນກະຈາຍຂ່າວ ທີ່ບໍ່ແມ່ນ ການໂຄສະນາຊວນເຊື່ອ ໃຫ້ມີການເຄື່ອນໄຫວຈັບອາວຸດຕໍ່ສູ້ ຕ້ານການບໍຣິຫານ ປະເທດ ດ້ວຍລະບົບ ທີ່ຫ້ຽມໂຫດ.
ແຕ່ການອອກຂ່າວ ແບບເປັນຕົວແທນນັ້ນ ກໍມີຜົນປໂຍດ, ດັ່ງການອອກຂ່າວ ຂອງວິທຍຸ ຢູໂຣບເສຣີ ກໍມີບົດບາດ ໃນການປະກອບສ່ວນ ເຂົ້າໃນການຈູດຂະນວນ ການປະຕິວັດ ຢູ່ປະເທດຮັງກາຣີ ປີ 1956 ແລະ ຢູ່ ເຊັກໂກສະໂລວັກກີ ໃນປີ 1968 ແລະ ໃນການປ່ຽນແປງສະພາບການຢູ່ໂປແລນ, ຢູ່ບັນດາປະເທດຢູໂຣບຕາເວັນອອກ ແລະ ສະຫະພາບໂຊວຽດ ໃນຊຸມປີ 1970 ແລະຊຸມປີ 1980. ແຕ່ກໍຍັງມີຊາວອົພຍົບ ຈຳນວນຫຼວງຫຼາຍ ທີ່ເຄື່ອນໄຫວ ວຽກງານການເມືອງ ຍັງເຫັນວ່າ ການເປັນຕົວແທນອອກຂ່າວ ແບບນັ້ນ ຍັງບໍ່ເປັນທີ່ພໍໃຈຢູ່.
ທັມມະດາແລ້ວ ການກະຈາຍຂ່າວ ຕ້ອງຢຶດໝັ້ນ ຢູ່ໃນຂອບຂອງຄວາມມີອິສຣະພາບ ຄືກັນກັບກິຈການ ຂອງໜັງສືພິມນຶ່ງໆ ທີ່ອອກຂ່າວໄປ ແລ້ວໃຫ້ປະຊາຊົນເປັນຜູ້ຕັດສິນເອົາເອງວ່າ ຂ່າວນັ້ນ ຫຼື ບັນຫານັ້ນ ແມ່ນຢຳ ແລະ ຖືກຕ້ອງພຽງໃດ.
ແລະ ມັນກໍເປັນກົດເກນ ທີ່ວ່າ ສຳລັບສັງຄົມ ທີ່ມີການອອກຂ່າວ ແບບເສຣີແລ້ວ ກໍບໍ່ມີຄວາມຈຳເປັນ ທີ່ຈະອອກຂ່າວກະຈາຍສຽງ ແບບເປັນຕົວແທນອັນນີ້.

ວິທຍຸເອເຊັຽເສຣີ ຢຶດໝັ້ນ ຢູ່ໃນມາຕຖານ ຂອງຄວາມເປັນຈິງ, ແມ່ນຢຳ ແລະ ຍຸຕິທັມໃນການອອກຂ່າວ. ດັ່ງນັ້ນ ວິທຍຸເອເຊັຽເສຣີ ຈຶ່ງຮັກສາເປົ້າໝາຍ ຂອງຕົນໄດ້ ຄືຄວາມໄວ້ວາງໃຈ ແລະ ຄວາມເຊື່ອຖືຂອງຜູ້ຟັງໃຫ້ຫລາຍທີ່ສຸດ.
ການວາງຕົນແບບນີ້ ອາດແຕກຕ່າງ ກັບອົງການຂ່າວອື່ນໆ ທີ່ອາດມີການປະຕິບັດ ປະເພນີການຂ່າວ ເປັນ ຂອງຕົນເອງ.
ອັນສຳຄັນທີ່ສຸດ ສຳລັບວິທຍຸເອເຊັຽເສຣີ ກໍຄື ບໍ່ເປັນກະບອກສຽງ ໂຄສນານະໂຍບາຍ ຂອງສະຫະຣັດ ຫຼື ກຸ່ມຈັດຕັ້ງການເມືອງອັນໃດອັນນຶ່ງ ວິທຍຸເອເຊັຽເສຣີ ສນອງຂ່າວສານ ທີ່ມີມູນຄວາມຈິງ ຊຶ່ງຖືກຫ້າມເປີດເຜີຍ ໃນສັງຄົມ ທີ່ມີການຈຳກັດຮັດແຄບ ການອອກຂ່າວຂອງສື່ມວນຊົນ. ວິທຍຸເອເຊັຽເສຣີ ບໍ່ສາມາດເປັນສຖານີວິທຍຸທີ່ວາງຫຼັກການ ແບບຄຳພີຕາຍຕົວ ທີ່ບໍ່ມີຂໍ້ພິສູດ ຄືກັນກັບວິທຍຸແຫ່ງຣັດ ອາດີດສະຫະພາບໂຊວຽດ.
ອັນນັ້ນ ໝາຍຄວາມວ່າ ໃນປະເທດ ທີ່ມີອິສຣະພາບ ທາງສື່ມວນຊົນ ຣັຖບານ ຈະບໍ່ຄວບຄຸມການອອກຂ່າວ. ແຕ່ກົງກັນຂ້າມ ໃນປະເທດທີ່ໃຊ້ລະບອບການປົກຄອງ ແບບຜະເດັດການ ຈະໃຊ້ວິທຍຸ ແລະ ລະບົບສື່ມວນຊົນອື່ນໆ ເປັນເຄື່ອງມືໂຄສະນາຊວນເຊື່ອ ຂອງພັກ ແລະ ຣັດ ເພື່ອ ຈຳກັດທຸກປະກົດການ ທີ່ຫຍໍ້ທໍ້ ທາງແນວຄິດ ແລະ ວັທນະທັມ ດັ່ງທີ່ໄດ້ກຳນົດໄວ້ ຢູ່ໃນມາດຕຣາ 19 ຂອງຣັຖທັມມະນູນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ.
ແລະ ຈະເຫັນແຈ້ງຕື່ມອີກ ຢູ່ໃນມະຕິ 7, ມະຕິ 8 ຂອງພັກປະຊາຊົນປະຕິວັດລາວ ທີ່ວ່າ ຂແນງຖແລງຂ່າວ ແລະ ສື່ມວນຊົນ ຕ້ອງຢຶດໝັ້ນ ໃນທັສນະ ຂອງພັກ, ເປັນເຄື່ອງມືອັນແຫຼມຄົມ ທາງດ້ານການເມືອງ-ແນວຄິດ, ທັງເປັນນັກໂຄສະນາ, ນັກຂົນຂວາຍ ແລະ ເປັນນັກຈັດຕັ້ງລວມໝູ່. ເພື່ອເຮັດໃຫ້ທົ່ວສັງຄົມ ມີມານະຈິດ ແລະ ອຸດົມຄະຕິລວມ ອັນດຽວກັນ ພາຍໃຕ້ການເປັນແກນນຳ ຂອງພັກປະຊາຊົນປະຕິວັດລາວ ພັກເລັ່ງທວງໃຫ້ຖັນແຖວ ພະນັກງານ ມີທາດແທ້ ຫຼັກໝັ້ນ ອັນໜັກແໜ້ນ ມີສະຕິ ຕໍ່ການຈັດຕັ້ງ ແລະລະບຽບວິນັຍ ແລະມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ພາຣະກິດຂອງພັກຢ່າງດຽວ.

ເບີ່ງລວມແລ້ວ ບໍ່ວ່າ ຂແນງການໃດ ທີ່ມີຢູ່ໃນສັງຄົມລາວ ປັດຈຸບັນ ກໍລ້ວນແລ້ວແຕ່ ເຄື່ອນໄຫວ ເພື່ອສິດແລະ ຜົນປໂຍດ ຂອງພັກປະຊາຊົນປະຕິວັດລາວ ຜູ້ຜູກຂາດອຳນາຈທັ້ງນັ້ນ. ແຕ່ວິທຍຸເອເຊັຽເສຣີອອກຂ່າວຄາວຕ່າງໆ ທັງກ່ຽວກັບລາວ ແລະ ກ່ຽວກັບຕ່າງປະເທດ ໂດຍ ສະເພາະ ບັນດາປະເທດ ໃນຂົງເຂດເອເຊັຽ ກໍເພື່ອປະກອບສ່ວນ ເຂົ້າໃນການຊຸກຍູ້ ໃຫ້ປະເທດລາວ ມີເອກກະຣາດ ຢ່າງແທ້ຈິງ ໃຫ້ປະຊາຊົນລາວ ມີສິດ ເສຣີພາບ ປະຊາທິປະໄຕ.
ໃນການກະຈາຍສຽງ ວິທຍຸເອເຊັຽເສຣີ ພາກພາສາລາວ ມີລາຍການຂ່າວ ແລະ ສາຣະຄດີ. ສຳລັບຂ່າວ ກໍມີຂ່າວລາວ ເປັນຕົ້ນຕໍ ແລະ ຂ່າວຕ່າງປະເທດ ທີ່ເຫັນວ່າ ຈະມີຜົນປໂຍດ ແລະ ນຳຄວາມຮູ້ມາສູ່ປະຊາຊົນລາວ.
ສ່ວນສາຣະຄະດີ ກໍມີສາຣຄະດີປະຈຳສັປດາ ແລະ ສາຣະຄະດີທົ່ວໆ ໄປ. ມີລາຍການຕອບຈົດໝາຍ ທີ່ເປີດໂອກາດ ໃຫ້ຜູ້ຟັງສົ່ງຄວາມຕິຊົມ ກ່ຽວກັບ ລາຍການຂ່າວ ແລະ ໃນຂນະດຽວກັນ ກໍອອກຄວາມຄິດຄວາມເຫັນສ່ວນຕົວ ກ່ຽວກັບ ບັນຫາຕ່າງໆ ທີ່ວິທຍຸເອເຊັຽເສຣີ ໄດ້ສເນີໄປ. ພ້ອມກັນນັ້ນ ກໍມີລາຍການການສຶກສາລາວ, ວິທຍາສາດການແພດ, ການບັນເທີງ, ໝໍລຳ ມີລາຍການ ສເນີຊີວະປວັດ ທີ່ເປັນໜ້າສົນໃຈ, ແລະ ມີສາຣະຄດີ ກ່ຽວກັບລາວ ທີ່ຫາຟັງໄດ້ຍາກ ເປັນຕົ້ນປວັດສາດລາວ, ພາສາລາວ, ນິທານພື້ນເມືອງລາວ.
ສຳລັບ ສາຣະຄດີ ທົ່ວໆໄປ ກໍມີບົດວິເຄາະ, ບົດວິຈານ ແລະ ລາຍການອື່ນໆ ທີ່ມີຜົນປໂຍດ. ດັ່ງນັ້ນ ການອອກຂ່າວ ບໍ່ວ່າ ຈະພົວພັນເຖິງບັນຫາການເມືອງ, ເສຖກິດ-ສັງຄົມ ລ້ວນແລ້ວແຕ່ ເປັນຂ່າວ ທີ່ມີຄວາມຈິງ, ຂ່າວທີ່ເກີດຂຶ້ນແທ້. ສ່ວນວ່າ ຈະຕີຣາຄາຂ່າວ ໄປໃນທິດທາງໃດນັ້ນ ກໍຂຶ້ນກັບການຊັ່ງຊາ ຂອງຜູ້ຟັງ ແຕ່ລະຄົນ.
ແຕ່ຕລອດໄລຍະ 10 ປີ ທີ່ວິທຍຸເອເຊັຽເສຣີ ຜແນກພາສາລາວ ໄດ້ຮັບການສ້າງຕັ້ງຂຶ້ນມານີ້ ພວກເຮົາເຫັນວ່າ ຂ່າວຕ່າງໆ ທີ່ຖືກກະຈາຍອອກໄປນັ້ນ ໄດ້ຖືກຂານຕອບ ດ້ວຍຄວາມນິຍົມ ເປັນຢ່າງດີຈາກຜູ້ຟັງ ແລະປະຊາຊົນລາວ ທັງຢູ່ພາຍໃນລາວ ແລະ ຢູ່ຕ່າງປະເທດເພີ່ມຫລາຍຂຶ້ນ.
ແລະ ສັງເກດເຫັນວ່າ ໃນໄລຍະຫຼັງໆ ມານີ້ web site ຂອງວິທຍຸເອເຊັຽເສຣີ ຜແນກພາສາລາວ ກໍໄດ້ຮັບຄວາມນິຍົມ ເພີ່ມຂຶ້ນເລື້ອຍໆ. ແລະ ຫວັງສເມີວ່າ ບັນດາທ່ານ ທີ່ຮັກແພງທັງຫລາຍ ຈະຂຍາຍການຮັບຟັງຂ່າວຈາກວິທຍຸ ເອເຊັຽເສຣີພວກເຮົາຕໍ່ໆ ໄປ ແລະ ພ້ອມກັນນັ້ນ ກໍຫວັງວ່າ ຈະໄດ້ຮັບຄຳຕິຊົມ ດ້ວຍຄວາມປາຖນາດີ ຈາກບັນດາທ່ານນຳດ້ວຍ.
ເຖິງແນວໃດ ວິທຍຸພວກເຮົາ ກໍພະຍາຍາມປັບປຸງລາຍການຂ່າວຢູ່ສເມີ ເພື່ອຕອບສນອງ ຄວາມຮຽກຮ້ອງຕ້ອງການ ຂອງຜູ້ຟັງ ແລະ ປະຊາຊົນລາວຕໍ່ໆ ໄປ.