ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ


2007.07.26

ການອອກ ລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ ຢູ່ສາທາຣະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຄືແນວໃດກັນແທ້.

ໃນທ້າຍເດືອນ ມິຖຸນາ 2007 ແລ້ວນີ້ ໄດ້ມີກອງປະຊຸມ ສມັຍສາມັນ ເທື່ອ ທີ 3 ຂອງ ສະພາແຫ່ງຊາດ ສາທາຣະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຸດທີ 6.

ໃນນັ້ນໄດ້ມີການ ຮັບຟັງລາຍງານ ແລະພິຈາຣະນາ ຮັບຮອງເອົາ ບົດລາຍງານ ຂອງຣັຖບານ ກ່ຽວກັບ ການຈັດຕັ້ງ ປະຕິບັດແຜນ ພັທນາເສຖກິດ-ສັງຄົມ ແລະ ແຜນງົປມານ ແຫ່ງລັດ ສົກ ປີ 2006-2007 ແລະທິດທາງ ວຽກງານສົກປີ 2007-2008; ຮັບຟັງລາຍງານ ຂອງສານ ປະຊາຊົນສູງສຸດ ແລະຂອງໄອຍະການ ປະຊາຊົນສູງສຸດ ກ່ຽວກັບ ການເຄື່ອນໄຫວ ວຽກງານ ຂອງ ອົງການດັ່ງກ່າວ ໃນສົກປີ 2006-2007 ແລະ ບັນຫາອື່ນໆ, ຊຶ່ງຕົ້ນຕໍ ກໍແມ່ນການ ພິຈາຣະນາ ແລະຮັບຮອງ ເອົາກົດໝາຍໃໝ່ 3 ສະບັບຄື: ກົດໝາຍວ່າດ້ວຍ ກຳລັງປ້ອງກັນ ຄວາມສງົບ ປະຊາຊົນ, ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະກົດໝາຍ ວ່າດ້ວຍ ການກວດກາລັດ.

ນອກນັ້ນ ກໍມີການ ພິຈາຣະນາ ແລະຮັບຮອງ ເອົາການດັດແປງ ບາງມາດຕາ ຂອງກົດໝາຍ ທີ່ປະກາດໃຊ ້ແລ້ວ 2 ສະບັບ ຄືກົດໝາຍ ວ່າດ້ວຍການບັນຊີ ແລະກົດໝາຍ ວ່າດ້ວຍການ ສຶກສາ.

ເມື່ອເວົ້າເຖິງ ກົດໝາຍ ຢູ່ສປປ.ລາວ ນັບຕັ້ງແຕ່ ໄດ້ມີການ ສະຖາປະນາ ສາທາຣະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃນປີ 1975 ມາ ພາຍໃຕ ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ສະພາ ປະຊາຊົນສູງສຸດ ໃນເມື່ອກ່ອນ ແລະ ສະພາແຫ່ງຊາດ ໃນປັດຈຸບັນ ໄດ້ຮ່າງ ແລະຮັບຮອງ ເອົາ ລະບຽບກົດໝາຍ, ທັງຣັຖທັມນູນ, ທັງກົດໝາຍ ແພ່ງແລະກົດໝາຍ ອາຍາ ເກືອບ 70 ສະບັບ ເພື່ອສ້າງ ສປປ.ລາວ ເປັນລັດ ແຫ່ງກົດໝາຍ, ເພື່ອໃຫ້ພົລເມືອງ ສາມາດປະຕິບັດ ສິດ ແລະພັນທະ ຂອງຕົນ ໄດ້ຢ່າງ ເຕັມສ່ວນ, ຮັບປະກັນ ຄວາມສເມີພາບ ຕໍ່ໜ້າກົດໝາຍ, ມີມາຕການ ທີ່ສັກສິດ ເພື່ອສະກັດກັ້ນ ການລະເມີດ ກົດໝາຍ.

ໃນຖານະເປັນອົງການອຳນາດແຫ່ງລັດ, ເປັນອົງການ ຕົວແທນ ແຫ່ງສິດ ອຳນາດ ຂອງປະຊາຊົນ ໃນການປະຕິບັດ ພາຣະບົດບາດ ດ້ານນິຕິບັນຍັດ ພ້ອມທັງມີສິດ ແລະ ໜ້າທີ່ຕິດຕາມ ກວດກາ ການເຄື່ອນໄຫວ ຂອງອົງການ ບໍຣິຫານ ຄື ຣັຖບານ ແລະອົງການ ຕຸລາການ ຄື ສານແລະໄອຍະ ການ ວ່າປະຕິບັດ ຖືກຕ້ອງ ຕາມລະບຽບ ກົດໝາຍ ທີ່ໄດ້ປະກາດໃຊ ້ໄປນັ້ນຫຼືບໍ່ ນັ້ນ ສະພາແຫ່ງ ຊາດ ປະຕິບັດ ພາຣະບົດບາດ ຂອງຕົນໄດ້ພຽງໃດ.

ພໍແຕ່ເວົ້າມາຮອດບ່ອນນີ້ ກໍອາດມີຫຼາຍໆ ຄົນສົນໃຈ ແລະຕັ້ງບັນຫາ ຂຶ້ນວ່າ ຕລອດເວລາ 30 ກ່ວາປີ ທີ່ພັກປະຊາຊົນ ປະຕິວັດລາວ ຜູກຂາດອຳນາດ ແຕ່ຜູ້ດຽວ ຢູ່ສປປ.ລາວ ມານີ້ ອົງການ ອຳນາດ ແຫ່ງລັດ ທີ່ວ່ານັ້ນ ມີປະສິດທິພາບ ພຽງໃດ ໃນການຄຸ້ມຄອງຣັດ, ຄຸ້ມຄອງເສຖກິດ-ສັງຄົມ; ປະເທດຊາດ ໄດ້ຮັບການພັທນາ ໃຫ້ພໍກຸ້ມຢູ່ກຸ້ມກິນ ພຽງໃດ, ຊີວິດການເປັນຢູ່ ທາງດ້ານ ວັດຖ ຸແລະຈິດໃຈ ຂອງ ປະຊາຊົນລາວ ທັງຊາດ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນພຽງໃດ, ມີການຮັບປະກັນ ໃຫ້ສັງຄົມ ມີຄວາມສງົບ ແລະ ຍຸຕິທັມ ພຽງໃດ ໃນເມື່ອທາງການລາວ ເອງ ກໍຍອມຮັບ ຢູ່ໃນກອງປະຊຸມ ສະພາແຫ່ງຊາດ ຫວ່າງ ເດືອນແລ້ວນີ້ວ່າ ຍັງມີຂໍ້ບົກພ່ອງ ຫຼາຍອັນ ທີ່ຈະຕ້ອງໄດ້ແກ້ໄຂ ເປັນຕົ້ນແມ່ນ ຄວາມສັກສິດ ແລະ ປະສິດທິພາບ ຂອງການຄຸ້ມຄອງ-ບໍຣິຫານລັດ, ການສໍ້ລາດບັງຫຼວງ, ການຍັກຍອກສໍ້ໂກງ, ການຟຸ່ມເຟືອຍ, ບັນຫາ ຢາເສບຕິດ, ການຕັດໄມ້ ທຳລາຍປ່າ, ການຜລິດສິນຄ້າ, ການຍົກຄຸນນະພາບ ການສຶກສາ, ລາຍໄດ້ງົປມານ ບໍ່ທັນຕອບສນອງ ກັບຄວາມຕ້ອງການ, ການພັທນາ ຊົນນະບົດ ແລະ ການແກ້ໄຂ ຄວາມທຸກຍາກ, ຊີວິດການເປັນຢູ່ ຂອງພະນັກງານ ຍັງຫຍຸ້ງຍາກ ຢູ່ຕໍ່ໄປ. ພ້ອມກັນນັ້ນ ທາງການລາວ ກໍຍອມຮັບວ່າ ການຄຸ້ມຄອງລັດ ດ້ວຍກົດໝາຍ ຍັງບໍ່ທັນມີຄວາມສັກສິດ ເທົ່າທີ່ຄວນ, ລະບຽບກົດໝາຍ ທີ່ປະກາດໃຊ້ ຍັງບໍ່ທັນໄດ້ຮັບ ການຈັດຕັ້ງ ປະຕິບັດຢ່າງເຂັ້ມງວດ, ຄວາມຍຸຕິທັມ ໃນສັງຄົມ ຍັງບໍ່ທັນ ໄດ້ຮັບການ ປັບປຸງຢ່າງຈິງຈັງ.

ໃນບັນຫາ ທີ່ວ່ານັ້ນ ກໍມີຄົນຈຳນວນ ບໍ່ໜ້ອຍໃຫ້ທັສນະວ່າ 30 ກ່ວາປີ ເປັນເວລາຍາວນານ ສົມຄວນ ຖ້າເປັນຄົນ ມີອາຍຸເຖິງ 30 ກ່ວາປີແລ້ວ ກໍຈະມີກຳລັງວັງຊາ, ມີຄວາມຮູ້ ຄວາມ ສາມາດ ທຳມາຫາກິນ ພໍຕັ້ງຕົນຕັ້ງຕົວ ໄດ້ແລ້ວ ແລະສາມາດ ປົດເປື້ອງອອກຈາກ ການຫາບ ແບກ ຂອງຜູ້ເປັນພໍ່ແມ່ ຫຼື ຜູ້ປົກຄອງ ໄດ້ແລ້ວ ບໍ່ແມ່ນວ່າ ຈະຕັ້ງໜ້າ ຂາຍມູນມັງສັງຄະຍາດ ເພື່ອຄວາມຢູ່ລອດ ຂອງຕົນ. ແຕ່ສຳລັບສປປ.ລາວ ເບີ່ງທົ່ວໄປແລ້ວ ຈົນມາຮອດ ເທົ່າທຸກມື້ນີ້ ກໍຍັງບໍ່ສາມາດ ຢືນຈັ້ງຢູ່ໄດ້ ດ້ວຍລຳແຄ່ງລຳຂາ ຂອງຕົນ, ເຖິງວ່າ ຈະໄດ້ກູ້ຢືມ ໄລຍະຍາວ ດ້ວຍດອກເບັ້ຍຕ່ຳ ແລະໄດ້ຮັບການ ຊ່ວຍເຫຼືອລ້າ ເປັນ ຈຳນວນ ຫຼວງຫຼາຍ ຈາກຕ່າງປະເທດ ແລະອົງການ ຈັດຕັ້ງສາກົນ ຕ່າງໆ ກໍດີ. ບໍ່ວ່າຈະແມ່ນ ໂຄງການໃດໆ ຂອງລັດ ກໍລ້ວນແລ້ວ ແຕ່ເອື່ອຍອີງ ຂໍການຊ່ວຍເຫືຼອ ຈາກຕ່າງປະເທດ ແລະອົງການ ຈັດຕັ້ງສາກົນ ທັງນັ້ນ.

ທັງໝົດ ເປັນໄປດັ່ງນັ້ນ ບັນຫາກົກ ກໍແມ່ນເກີດຈາກ ຜົນສະທ້ອນ ຂອງການລ່ວງ ລະເມີດ ລະບຽບ ກົດໝາຍ ນັ້ນເອງ ພາກສ່ວນນຶ່ງ ຈະເຫັນໄດ້ ຈາກການປະກອບ ຄຳຄິດຄຳເຫັນ ການຕຳນິ ຕິຊົມ ຂອງບັນດາ ສະມາຊິກ ສະພາແຫ່ງຊາດ ຢູ່ໃນກອງປະຊຸມສມັຍສາມັນເທື່ອ ທີ 3 ຂອງສະພາຫວ່າງແລ້ວນີ້.

ເຖິງວ່າ ສະພາແຫ່ງຊາດ ໄດ້ອອກກົດໝາຍ ຫຼາຍສິບສະບັບ ມາແລ້ວ ແລະມີແຜນການ ທີ່ຈະ ອອກກົດໝາຍ ແຕ່ ປີ 2006 ຫາ 2010 ໃຫ້ໄດ້ຕື່ມອີກ 29 ສະບັບ ແຕ່ໃນ ຄວາມເປັນ ຈິງແລ້ວ ຢູ່ໃນສັງຄົມລາວ ປັດຈຸບັນ ກໍເປັນ ການຍາກ ທີ່ຈະເຮັດໃຫ ້ກົດໝາຍຕ່າງໆ ທີ່ມີຢູ່ນັ້ນ ໄດ້ຮັບການປະຕິບັດ ຢ່າງເຂັ້ມງວດ ໄດ້. ຍ້ອນວ່າ ສະພາ ແຫ່ງຊາດ ບໍ່ມີຄວາມເປັນ ເອກກະຣາດ ໃນການປະຕິບັດ ພາຣະບົດບາດ ຂອງຕົນ, ບໍ່ສາມາດ ປະຕິບັດ ສິດແລະ ໜ້າທີ່ຂອງຕົນ ດັ່ງທີ່ໄດ້ ກຳນົດໄວ້ ຢູ່ໃນຣັຖທັມມະນູນ ແລະກົດໝາຍ ຄືຮ່າງຮັບຮອງ ເອົາ ຫຼື ປ່ຽນແປງ ຣັຖທັມມະນູນ ແລະກົດໝາຍ, ແລະຕິດຕາມ ການເຄົາຣົບ ຣັຖທັມມະນູນ ແລະກົດໝາຍນັ້ນ.

ທັງນີ້ ກໍຍ້ອນວ່າ ຢູ່ສປປ.ລາວ ບໍ່ພຽງແຕ ່ສະພາແຫ່ງຊາດ ເທົ່ານັ້ນ ທີ່ຢູ່ພາຍໃຕ ້ການຈັດຕັ້ງ ຊີ້ນຳນຳພາ ຂອງພັກປະຊາຊົນ ປະຕິວັດລາວ ແຕ່ຫາກແມ່ນ ທັງລະບົບການເມືອງໃນລາວ ອັນຮວມທັງຣັຖບານ, ສານ ໄອຍະການ, ບັນດາອົງການ ຈັດຕັ້ງມະຫາຊົນ ຕລອດທັງກຳລັງ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ດັ່ງທີ່ ໄດ້ກຳນົດ ເອົາໄວ້ຢູ່ໃນໝວດທີ່ 6, 7 ແລະ 8 ຂອງກົດລະບຽບ ພັກປະຊາຊົນ ປະຕິວັດລາວ.

ໃນເມື່ອພັກ ປະຊາຊົນ ປະຕິວັດລາວ ມີໂອກາດ ກຳອຳນາດ, ຜູກຂາດອຳນາດ ແນວນັ້ນ ກໍເປັນການ ແນ່ນອນ ຢູ່ວ່າ ບໍ່ວ່າ ຈະແມ່ນລະບຽບ ກົດໝາຍ ອັນໃດທີ່ອອກມາ ແລະນຳໃຊ້ ຢູ່ສປປ.ລາວ ກ່ອນອື່ນໝົດ ກໍຕ້ອງຮັບໃຊ້ ສິດ ແລະ ຜົນປໂຍດ ຂອງ ພັກປະຊາຊົນ ປະຕິວັດລາວນັ້ນເອງ.

ວິເຄາະ ໂດຍ: ວົງວິລັດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.