ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
-
2007-05-22 -
-
-
Your browser doesn’t support HTML5 audio
ວຽດນາມ ຫາກໍຈັດການ ເລືອກຕັ້ງ ເອົາສະມາຊິກ ສະພາແຫ່ງຊາດ ເມື່ອວັນອາທິດ ທີ່ຜ່ານມາ ແລະ ສປປລາວ ກໍຈັດການ ເລືອກຕັ້ງເມື່ອປີກາຍ. ເປັນທີ່ສັງເກດວ່າ ການເລືອກຕັ້ງ ຢູ່ສອງປະເທດນີ້ ຄືກັນຫລາຍ ມີຄວາມແຕກຕ່າງກັນ ເລັກນ້ອຍເທົ່າ ນັ້ນ
ການເລືອກຕັ້ງ ຢູ່ສປປລາວ ແລະ ວຽດນາມ ຄ້ານຄືກັນ ຫລາຍ ເຊັ່ນ ທັງສອງປະເທດ ມີພັກການເມືອງ ພັກດຽວ ທີ່ມີສິດ ມີອຳນາດຜູກຂາດ ມີສິດ ເໜືອປະຊາຊົນ ມີສິດເລືອກ ເອົາຜູ້ສມັກ ເປັນສະມາຊິກ ສະພາ ແຫ່ງຊາດ ກ່ອນ ປະຊາຊົນ. ຜູ້ສມັກ ທັງສະມາຊິກພັກ ແລະ ບໍ່ແມ່ນສມັກ ສະມາຊິກພັກ ກໍຕ້ອງໄດ້ ຄວາມເຫັນດ ເຫັນພ້ອມ ຈາກພັກກ່ອນ ດັ່ງ ນັກຮຽນຮູ້ປັນຍາຊົນລາວ ທ່ານນຶ່ງ ໄດ້ກ່າວວ່າ:
"ການເລືອກຕັ້ງ ນິເປັນພຽງແຕ່ໂຊ ໃຫ້ຕ່ງປະເທດເບິ່ງວ່າເພິ່ນມີປະຊາ ທິປະໄຕ ແປວ່າຮອດຍາມມາ ແລ້ວແມ່ນ ມີການເລືອກຕັ້ງ ແຕ່ວ່າການເລືອກຕັ້ງ ນິແມ່ນຄົນທີ່ໄປເລືອກຫັ້ນ ແມ່ນພັກ ແລະລັດຈັດໃຫ້ໜົດ ເລືອກຈັ່ງໃດ ກະຖືກຄົນພັກ ແລະລັດ ເຂົ້າໄປຢູ່ໃນສະພາ ແປວ່າ ອອກສຽງອອກຫຍັງ ກໍອອກໃຫ້ພັກ ແລະລັດ ອອກໃຫ້ ຜູ້ໃດທີ່ອຳນາດຫັ້ນແຫ້ລວ."
ຫລັງຈາກ ພັກຂັດເລືອກ ມາແລ້ວ ໃນເມື່ອເຖິງມື້ ເລືອກຕັ້ງ ແທ້ໆນັ້ນ ມີຜູ້ສມັກ ຈຳນວນໜ້ອຍດຽວ ເທົ່ານັ້ນ ໃຫ້ ປະຊາຊົນເລືອກ; ເຊັ່ນຢູ່ສປປລາວ ໃນເວລາ ມີການເລືອກຕັ້ງ ເອົາ ສະມາຊິກ ສະພາ ແຫ່ງຊາດລາວ ເມື່ອວັນທີ່ 30 ເມສາ ປີກາຍ ມີຜູ້ສມັກ ທັງໝົດພຽງແຕ່ 175 ຄົນ ແລະ ໃຫ້ປະຊາຊົນ ເລືອກເອົາ 115 ຄົນ. ເຊັ່ນດຽວກັນຢູ່ ວຽດນາມ ເມື່ອ ວັນອາທິດ ທີ່ຜ່ານມາ ມີຜູ້ສມັກທັງໝົດ 875 ຄົນ ໃຫ້ເລືອກເອົາ 500 ຄົນ. ສິ່ງທີ່ຄ້າຍຄືກັນ ອີກຢ່າງນຶ່ງ ທັງສປປລາວ ແລະ ວຽດນາມ ອະນຸຍາດ ໃຫ້ບຸກຄົນທີ່ ບໍ່ເປັນ ສະມາຊິກພັກ ມີສິດ ສມັກໄດ້; ແຕ່ດັ່ງທີ່ກ່າວມານັ້ນ ຕ້ອງໄດ້ຮັບອະນຸຍາດ ຈາກພັກກ່ອນ ແລະ ຈຳນວນ ທີ່ໄດ້ຮັບ ອະນຸຍາດ ກໍມີໜ້ອຍດຽວ ເທົ່ານັ້ນ ຕົວຢ່າງໃນ ການເລືອກຕັ້ງ ຢູ່ລາວ ເມື່ອປີກາຍ ມີຜູ້ສມັກ ທີ່ເປັນ ເອກກະຣາຊ ພຽງສອງຄົນ ເທົ່ານັ້ນ; ສ່ວນວຽດນາມ ປີນີ້ມີປະມານ 30 ຄົນ ໃນຈຳນວນ ທັງໝົດ 875 ຄົນ. ເຖິງວ່າໄດ້ ຮັບອະນຸຍາດ ສມັກ ຜູ້ສມັກ ທີ່ບໍ່ສັງກັດ ພັກນັ້ນ ມີໂອກາດ ຈະຖືກເລືອກຕັ້ງ ໜ້ອຍທີ່ສຸດ ເຊັ່ນ ໃນກໍຣະນີ ໃນ ປະເທດລາວ ກໍມີຜູ້ສມັກ ເອກກະຣາຊ ໄດ້ຮັບເລືອກຕັ້ງ ພຽງແຕ່ຄົນ ດຽວເທົ່ານັ້ນ.
ໃນເວລາໂຄສະນາ ຫາສຽງກໍເຊັ່ນດຽວກັນ ທັງຢູ່ໃນລາວ ແລະ ວຽດນາມ ແມ່ນທາງ ການ ເປັນຜູ້ຈັດໃຫ້ ຜູ້ສມັກ ໄປໂຄສະນາ ຫາສຽງຮ່ວມກັນ ແລະ ຜູ້ສມັກ ແຕ່ລະຄົນ ກໍ ຕ້ອງໂຄສະນາ ໄປຕາມທິດທາງ ນະໂຍບາ ຂອງພັກເທົ່ານັ້ນ ບໍ່ມີການໂຕ້ແຍ້ງ ໂຕ້ວາທີ ແລະ ແຂ່ງຂັນ ຢ່າງຈິງຈັງເລີຍ ດັ່ງ ທ່ານ ວິເສດ ສແວງສຶກສາ ສະມາຊິກ ສະພາແຫ່ງຊາດ ຫລາຍສມັຍ ໄດ້ເລົ່າເຖິງ ວີທີໂຄສະນາຫາສຽງ ຢູ່ລາວວ່າ
" ໃນການໄປໂຄສະນາ ນິພວກເຮົາ ໄປສເມີກັນໜົດ ການຕິດປ້າຍໂຄສະນາ ນິແມ່ນຕິດບ່ອນໃດ ກໍຕິດນຳກັນ ໄປໂຄສະນາບ່ອນໃດ ກໍໄປນຳກັນ. "
ໃນເວລາ ໂຄສະນາຫາສຽງ ຜູ້ສມັກທັງ ໃນລາວ ແລະ ວຽດນາມ ມີສິດ ແຕ່ໂຄສະນາ ສນັບສນູນ ນະໂຍບາຍ ຂອງພັກເທົ່ານັ້ນ; ຕົວຢ່າງ ນາຍກໍ ຖ້າໄດ້ຮັບເລືອກຕັ້ງ ຈະ ຊຸກຍູ້ສົ່ງເສີມ ໃຫ້ມີການ ປາບປາມ ການສໍ້ຣາຊ ບັງຫລວງ ຢ່າງຈິງຈັງ ຊຶ່ງທັງໃນຢູ່ລາວ ແລະ ວຽດນາມ ຄະນະ ຜູ້ນຳພັກ ໄດ້ປະກາດ ນະໂຍບາຍ ດັ່ງກ່າວ ໄປກ່ອນແລ້ວ ໃນເວລາ ມີກອງປະຊຸມ ຫລວງຂອງພັກ. ການຕິດປ້າຍ ໂຄສະນາ ຫາສຽງ ກໍຄືກັນ ມີການຈຳກັດ ບໍ່ມີໂປສເຕີ ຫລືຮູບໃຫຍ່ໆ ງາມໆ ຕິດຕາມ ຮ້ານຄ້າ ແລະ ຖນົນຫົນທາງ ຄືກັບ ການເລືອກຕັ້ງ ຢູ່ປະເທດເສຣີ ໝົດ ຢ່າງທາງການລາວ ແລະ ວຽດນາມ ກໍຕິດພຽງ ແຕ່ຣາຍຊື່ ແລະຊີວະປະຫວັດ ຫຍໍ້ຂອງ ຜູ້ສມັກ ເລັກໜ້ອຍ ເທົ່ານັ້ນ.
ໃນມື້ການເລືອກຕັ້ງ ກໍຍິ່ງຄືກັນ ທັງເຈົ້າໜ້າທີ່ທາງການລາວ ແລະ ວຽດນາມ ກົດ ດັນ ໃຫ້ປະຊາຊົນ ທຸກຄົນ ໃນແຕ່ລະບ້ານ ແຕ່ລະເມືອງ ໃຫ້ໄປບ່ອນບັດ ເລືອກຕັ້ງ ໃຫ້ໄດ້ ຮ້ອຍສ່ວນຮ້ອຍ; ແຕ່ຜູ້ໃດ ບໍ່ໄປ ກໍຖືກຂົ່ມຂ ູ່ຕ່າງໆນາໆ. ນອກຈາກນັ້ນ ທາງການ ລາວ ແລະ ວຽດນາມ ຍັງປະກາດ ໃຫ້ປະຊາຊົນ ໄປບ່ອນບັດ ທາງກະຈາຍສຽງ ຫລືທາງ ໂທຣະໂຄງ. ປະຊາຊົນ ບໍ່ມີທາງອື່ນ ເລືອກເລີຍ ນອກຈາກ ຕ້ອງໄປ ບ່ອນບັດລູກດຽວ. ຫລັງຈາກເລືອກແລ້ວ ທາງການ ທັງລາວ ແລະ ວຽດນາມ ກໍປະກາດ ຜົນຄ້າຍຄືກັນ; ຕົວຢ່າງ ຄະນະກັມມະການ ເລືອກຕັ້ງ ຂອງລາວ ກໍປະກາດວ່າ ປະຊາຊົນລາວໄປ ບ່ອນບັດເລືອກຕັ້ງ ຄັ້ງນີ້ເຖິງ 99.9 ສ່ວນຮ້ອຍ ແລະ ເມື່ອ ວັນຈັນ ທີ່ຜ່ານມາ ຄະນະ ກັມມະການ ວຽດນາມ ກໍປະກາດວ່າ ຊາວວຽດນາມ ໄປບ່ອນເຖິງ 99 ສ່ວນຮ້ອຍ ໃນ ບາງແຂວງ ໄດ້ຮ້ອຍສ່ວນຮ້ອຍ. ຫລັງຈາກການເລືອກຕັ້ງ ບໍ່ດົນ ທັງຢ ູ່ໃນລາວ ແລະ ວຽດນາມ ສະພາແຫ່ງຊາດ ກໍລົງມະຕິ ເຫັນດີເຫັນ ພ້ອມກັບແຕ່ງຕັ້ງ ຄະນະຜູ້ນຳ ຣັຖບານລາວ ຊຶ່ງພັກໄດ້ເລືອກມາ ກ່ອນແລ້ວນັ້ນ ດັ່ງ ທ່ານ ວິເສດ ສແວງສຶກສາ ໄດ້ກ່າວອີກວ່າ
" ພວກເຮົາຈະເລືອກ ການນຳ ຂອງສະພາແຫ່ງຊາດ ເວົ້າແທ້ແລ້ວ ແມ່ນໝາຍຄວາມວ່າ ກົງຈັກນະ ກົງຈັກການຈັດຕັ້ງ ນັບແຕ່ປະທານ ຮອງປະທານ ຫົວໜ້າກັມະທິການ ຮອງຫົວໜ້າ ກັມະທິການ ກໍຈັດວາງ ສະມາຊິກສະພາ ນິເຂົ້າໃນ ກັມມະທິການຕ່າງໆ ກໍປະຕິບັດ ຕາມກົດໝາຍ ສະພາແຫ່ງຊາດ ວ່າດ້ວຍ ກອງປະຊຸມ ຄັ້ງປະຖົມມະເລີກ ກໍໝາຍຄວາມວ່າ ເລືອກປະທານປະເທດ ແຫລະກະຮັບຮອງ ເອົາການແຕ່ງຕັ້ງ ນາຍຍົກຣັຖມົນຕຣີ ແຫລະການນຳຂອງ ອົງການຕຸຣະການ. "
ສ່ວນຄວາມແຕກຕ່າງ ຣະຫວ່າງການເລືອກຕັ້ງ ຢູ່ສປປລາວ ແລະ ວຽດນາມ ມີໜ້ອຍ ເຕັມທີ ເຊັ່ນ ຈຳນວນ ຜູ້ສມັກ ຢູ່ວຽດນາມ ມີຫລາຍກວ່າ ປະຊາຊົນ ຜູ້ບ່ອນບັດມີຫຼາຍ ກວ່າ ລາວຈັດໃຫ້ ມີການເລືອກຕັ້ງ ເມື່ອປີກາຍ ສ່ວນ ວຽດນາມນັ້ນ ຈັດຂື້ນໃນປີນີ້; ແຕ່ກ່ອນນັ້ນ ຈັດຂື້ນພ້ອມໆກັນ ໃນປີດຽວ ແລະ ສະມາຊິກ ສະພາຊຸດນຶ່ງ ກໍມີອາຍຸຫ້າ ປີເຊັ່ນດຽວກັນ. ສິ່ງແຕກຕ່າງອີກຢ່າງນຶ່ງ ທີ່ສຳຄັນ ໃນການເລືອກຕັ້ງ ຢູ່ ວຽດນາມ ໃນປີນີ້ ເຈົ້າໜ້າທີ່ ຕຳຣວດ ວຽດນາມ ໄດ້ຈັບສະມາຊິກພັກ ຝ່າຍຄ້ານຫລາຍໆຄົນ ທີ່ກ້າປາກກ້າເວົ້າໂຈມ ຕີ ການເລືອກຕັ້ງ ແບບພັກດຽວ ຮຽກຮ້ອງໃຫ້ມີຫລາຍພັກ ການເມືອງໃນການເລືອກຕັ້ງ; ສ່ວນຢູ່ລາວ ບໍ່ມີຂ່າວວ່າ ທາງການລາວ ໄດ້ຈັບກຸມຜູ້ໃດ ກ່ອນຈະມີການເລືອກຕັ້ງ.
ມາເຖິງຕອນນີ້ ທ່ານ ຜູ້ຟັງອາດຈະສົນໃຈວ່າ ເປັນຫຍັງ ການເລືອກຕັ້ງ ຢູ່ລາວ ແລະ ວຽດນາມ ຈຶ່ງຄືກັນແທ້. ຄຳຕອບ ກໍຄື ທັງສອງ ປະເທດນີ້ ມີກົດໝາຍ ຣັຖທັມມະນູນ ຄືກັນເລີຍ ໂດຍສະເພາະ ໃນພາກກ່ຽວກັບ ການເລືອກຕັ້ງ ເອົາສະພາແຫ່ງຊາດ; ຕົວ ຢ່າງ ມາດຕຣາທີ່ 23 ຂອງ ຣັຖທັມມະນູນ ສປປລາວ ແລະ ມາດຕຣາທີ່ 54 ຂອງ ວຽດນາມ ບົ່ງໄວ້ຄືກັນວ່າ ຊາວລາວ ຫລືວຽດນາມ ທຸກຄົນ ທີ່ມີອາຍຸແຕ່ 18 ປີຂື້ນໄປ ມີບ່ອນບັດ ເລືອກຕັ້ງ ແລະ ຊາວລາວ ທຸກຄົນນັບແຕ່ 21 ປີຂື້ນໄປ ມີສິດສມັກເລືອກ ຕັ້ງ. ສິ່ງທີ່ຄືໄປກວ່ານັ້ນ ມາດຕຣາທີ່ສາມ ຂອງຣັຖທັມມະນູນ ຂອງລາວບົ່ງໄວ້ວ່າ ປະ ຊາຊົນ ມີສິດ ເປັນເຈົ້າຂອງ ປະເທດ ພາຍໃຕ້ການນຳ ພາກຂອງພັກປະຊາຊົນປະຕິວັດ ລາວ ເຊັ່ນດຽວກັນ ມາດຕຣາທີ່ 4 ຂອງ ຣັຖທັມມະນູນ ວຽດນາມ ກໍບົ່ງໄວ້ວ່າ ພັກ ຄອມມຸຍນິສ ວຽດນາມ ເປັນພັກນຳພາ ປະຊາຊົນ ຜູ້ອອກແຮງງານ ໃນວຽດນາມ. ແລະ ມາດຕຣານຶ່ງ ທັງຣັຖທັມມະນູນລາວ ແລະ ວຽດນາມ ກໍບົ່ງໄວ້ຄືກັນເລີຍ ແມ້ແຕ່ ຈຸດ ແລະ ຈຳເມັດ ກໍຄືກັນ ຕ່າງພຽງແຕ່ວ່າ ບ່ອນໃດ ເປັນສປປລາວ ກໍຈະເປັນສສ ວຽດນາມເທົ່ານັ້ນ. ທ່ານ ອາດຈະຖາມວ່າ ໃຜກ່າຍໃຜ? ຖ້າອີງຕາມວັນທີ່ປີປະກາດໃຊ້ ກໍຕ້ອງແມ່ນ ວຽດນາມ ເປັນຜູ້ກ່າຍລາວ ເພາະຣັຖທັມ ມະນູນວຽດນາມ ປະກາດໃຊ້ເມື່ອປີ 1992 ສ່ວນລາວນັ້ນປະກາດໃຊ້ເມື່ອປີ 1991. ຄວາມຈິງແທ້ໆນັ້ນ ຂໍໃຫ້ທ່ານ ຜູ້ຟັງຄິດເອົາເອງ.
ອາວະຣີ ຣາຍງານ
ຣາຍການອື່ນໆ
ບົດວິເຄາະ
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ