ປະຊາທິປະໄຕໃນສະຫະຣັຖອາເມຣິກາ
2007.09.07
ໃນການປ່ອນບັດເລືອກຕັ້ງສມາຊິກຣັຖສະພາສະຫະຣັຖ ໃນມື້ວັນອັງຄານທີ່ 7 ພຶສະຈິກາ ປີ 2006 ຊຶ່ງຊາວອະເມຣິກັນ ເອີ້ນກັນວ່າ ການເລືອກຕັ້ງເຄີ່ງສໄມນັ້ນ ພັກ Democrat ຊນະພັກ Republican ຄືພັກ Democrat ໄດ້ 230 ທີ່ນັ່ງ ໃນສະພາຕ່ຳ ສະຫະຣັຖ ພັກ Republican ໄດ້ 196 ທີ່ນັ່ງ ແລະພັກທີ່ເປັນເອກະຣາຊໄດ້ 19 ທີ່ນັ່ງ ໃນຈຳນວນ 435 ທີ່ນັ່ງ ຂອງສະພາຕ່ຳ ແລະໃນຈຳນວນ 100 ທີ່ນັ່ງຂອງສະພາສູງສະຫະຣັຖນັ້ນ ພັກ Democrat ໄດ້ 51 ທີ່ນັ່ງ ແລະພັກ Republican ໄດ້ 49 ທີ່ນັ່ງ. ເປັນທີ່ຄາດກັນວ່າ ໃນຈຳນວນ ຜູ້ແທນ 19 ຄົນຂອງພັກເອກະຣາຊນັ້ນ ສ່ວນນຶ່ງຈະພ້ອມພັກ Democrat ແລະ ອີກສ່ວນນຶ່ງ ຈະເຂົ້າຂ້າງພັກ Republican ຊຶ່ງຈະເຮັດໃຫ້ພັກ Democrat ຄຸມສະພາຕ່ຳໄດ້ ຢ່າງສະບາຍ ດ້ວຍຄະແນນສຽງ ສ່ວນຫຼາຍ 232 ສຽງ ຕໍ່ 203 ສຽງຂອງພັກ Republican. ທີ່ຄົນອະເມຣິກັນ ເອີ້ນກັນວ່າ ການເລືອກຕັ້ງ ເຄີ່ງສໄມ ຫຼື Midterm Election ນັ້ນກໍແມ່ນ ການເລືອກຕັ້ງ ທີ່ມີຂຶ້ນໃນເຄີ່ງສໄມ ຂອງປະທານາທິບໍດີນັ້ນເອງ.
ນັບເປັນເວລາ 12 ປີແລ້ວ ຄືນັບແຕ່ປີ 1994 ເປັນຕົ້ນມາ ພັກ Republican ມີສຽງ ສ່ວນຫຼາຍ ໃນ ຣັຖສະພາສະຫະຣັຖ ກ່ອນການເລືອກຕັ້ງໃນຄັ້ງນີ້ ພັກDemocrat ຕ້ອງການຍາດ ທີ່ນັ່ງ 15 ທີ່ນັ່ງ ໃນສະພາຕ່ຳ ແລະ 6 ທີ່ນັ່ງໃນສະພາສູງ ຈາກພັກ Republican ເພື່ອມີສຽງສ່ວນຫຼາຍ ແຕ່ພັດໄດ້ ຫຼາຍກວ່ານັ້ນຊ້ຳ ຄືໄດ້ຕື່ມ 28 ທີ່ນັ່ງໃນສະພາຕ່ຳ ແລະໄດ້ 6 ທີ່ນັ່ງຕາມຄວາມຕ້ອງການ ໃນສະພາສູງ.
ຕໍ່ໄປເຮົາຈະວິໄຈເບີ່ງວ່າ ເປັນຫຍັງພັກ Republican ຈຶ່ງເສັຽໄຊໃຫ້ແກ່ພັກ Democrat ແລະ ກ່ອນຈະວິໄຈ ນັ້ນ ເຮົາມາເວົ້າເຖີງຣະບົບການເມືອງແບບປະຊາທິປະໄຕຂອງສະຫະຣັຖໂດຍສັງເຂບ:
ສະຫະຣັຖອະເມຣິກາ ນັບວ່າເປັນປະເທດໃໝ່ ແຕ່ມີຣັຖທັມມະນູນ ທີ່ເກົ່າແກ່ທີ່ສຸດ ປະເທດນຶ່ງ ໃນໂລກ ປະເທດ ສະຫະຣັຖອະເມຣິກາໄດ້ຮັບເອກະຣາຊໃນປີ 1776 ແລະ ມີຣັຖທັມມະນູນ ສບັບປັດຈຸບັນນີ້ ໃຊ້ແຕ່ປີ 1788 ເປັນຕົ້ນມາ. ບັນພະບຸຣຸດອະເມຣິກາເລືອກໃຊ້ຣະບົບການເມືອງທີ່ເຫັນວ່າ ມີປະຊາທິປະໄຕຫຼາຍທີ່ສຸດ ໂດຍທີ່ວ່າຣັຖບານ ທີ່ຂຶ້ນປົກຄອງນັ້ນ ຕ້ອງເປັນ ຣັຖບານທີ່ມາຈາກ ປະຊາຊົນ ເພື່ອປະຊາຊົນ ຢ່າງແທ້ຈິງ. ອຳນາດ ການປົກຄອງ 3 ອຳນາດໃຫຍ່ໆ ຄື ອຳນາດນິຕິບັນຍັດ ອຳນາດບໍຣິຫານ ແລະ ອຳນາດຕຸລາການ ນັ້ນ ຕ້ອງແຍກກັນ ຢ່າງຄັກແນ່ ໂດຍສະເພາະ ຕ້ອງມີກົນໄກເຮັດໃຫ ້ອຳນາດນິຕິບັນຍັດ ແລະ ອຳນາດບໍຣິຫານ ມີທາງ ຫຼື ວ່າມີຄວາມສາມາດ ກວດກັນໄດ້. ສະຫະຣັຖອະເມຣິກາ ເປັນປະເທດນຶ່ງ ທີ່ບໍ່ມັກອຳນາດ ຜະເດັດການ ແລະ ການໃຊ້ອຳນາດເກີນຂອບເຂດ.
ດັ່ງນັ້ນ ໃນຊຸມປີ 1950 ຈຶ່ງເລີ້ມໃຊ ້ກົດໝາຍຫ້າມບໍ່ໃຫ້ບຸກຄົນໃດ ເປັນປະທານາທິບໍດີ ເກີນ 2 ສໄມຕິດ ຕໍ່ກັນ ຊຶ່ງແຕ່ລະສໄມມີກຳໜົດ 4 ປີ. ໃນປັດຈຸບັນ ສະພາຕ່ຳ ສະຫະຣັຖ ມີທີ່ນັ່ງທັງໝົດ 435 ທີ່ນັ່ງ ຊຶ່ງຖຶກເລືອກທຸກໆ 2 ປີ ສ່ວນສະພາສູງ ສະຫະຣັຖນັ້ນ ແຕ່ໃດມາມີທີ່ນັ່ງຢູ່ 100 ທີ່ນັ່ງ. ສະຫະຣັດ ອະເມຣິກາມີ 50 ຣັຖ ແຕ່ລະຣັຖເລືອກເອົາຜູ້ຕາງໜ້າ ຫຼືສະມາຊິກ ສະພາສູງ 2 ຄົນ. ທຸກໆ 2 ປີ 1 ສ່ວນ 3 ຂອງຈຳນວນ ສະມາຊິກສະພາສູງ ຖຶກເລືອກໃໝ່ ແລະສະມາ ຊິກແຕ່ລະຄົນ ມີສໄມເລືອກຕັ້ງ 6 ປີ.
ນັບເປັນເວລາປີປາຍ 2 ປີມາແລ້ວ ທີ່ຊາວອະເມຣິກັນ ເລີ້ມເບື່ອໜ່າຍ ສົງຄາມໃນອິຣັກ, ເບື່ອໜ່າຍ ຄວາມບໍ່ຈົບບໍ່ງາມ ຂອງຜູ້ແທນສະມາຊິກ ພັກຣີພັບລິກັນ ໃນຣັຖສະພາສະຫະຣັຖ ບາງຄົນ ເຮັດໃຫ ້ປະຊາຊົນຊາວ ອະເມຣິກັນ ເຊົານິຍົມ ແລະເຊົາໃຫ້ຄວາມສນັບສນູນ ປະທານາທິບໍດີ George W. Bush ແລະ ພັກຣິພັບລິກັນ ໂດຍຮວມ ເຖີງກັບວ່າ ນັກວິໄຈສ່ວນນຶ່ງລົງຄວາມເຫັນວ່າ ການປ່ອນບັດ ເລືອກຕັ້ງ ຣັຖສະພາ ສະຫະຣັຖເຄິ່ງ ສໄມ ໃນວັນທີ 7 ພຶສຈິການີ້ ສ່ຳກັບເປັນການລົງ ປະຊາມະຕິ ປະທານາທິບໍດີ Bush. ໃນການຢັ່ງສຽງຫຼາຍໆ ຄັ້ງ ໂດຍສຖາບັນຢັ່ງສຽງ ທີ່ນ່າເຊື່ອຖືໄດ້ ກ່ອນການເລືອກຕັ້ງ ໃນຄັ້ງນີ້ນັ້ນ ຫາງສຽງປະຊາຊົນ ຊາວອະເມຣິກັນ ຢາກໃຫ້ທ່ານ Bush ປ່ຽນວິທີເຮັດສົງຄາມ ໃນ ປະເທດອິຣັກ ເພາະເຫັນວ່າ ກອງທັບສະຫະຣັຖ ແລະ ຣັຖບານອິຣັກ ບໍ່ສາມາດ ສ້າງຄວາມສັນຕິ ໄດ້ໃນອິຣັກ.
ທະຫານອະເມຣິກັນ ເສັຽຊີວິດ ໃນອິຣັກຫຼາຍຂຶ້ນນັບມື້. ຮອດມື້ວັນຈັນທີ່ 13 ພຶສຈິການີ້ ຈຳນວນ ທະຫານ ອະເມຣິກັນເສັຽຊີວິດ ໃນການປະຕິບັດງານ ຢູ່ອິຣັກມີເຖິງ 2,844 ຄົນແລ້ວ. ປະຊາຊົນ ຊາວອະເມຣິກັນ ຢາກໃຫ້ທ່ານ Bush ປ່ຽນຣັຖມົນຕຣີປ້ອງກັນປະເທດ ແຕ່ທ່ານກໍ່ບໍ່ຍອມ. ທ່ານ Bush ຕອບ ຊາວອະເມຣິກາວ່າ Stay the Course ຫຼືຈະເຮັດຄືເກົ່າ. ຈົນກວ່າຜົນ ຂອງການເລືອກຕັ້ງ ໃນຄັ້ງນີ້ອອກມາ ຊຶ່ງພັກ Republican ເສັຽໄຊໃຫ້ແກ່ພັກ Democrat ທ່ານ Bush ຈຶ່ງຍອມອ່ອນຂໍ້ ເຮັດຕາມ ຄວາມປາຖນາ ຂອງປະຊາຊົນ ຊຶ່ງໝາຍເຖີງ ການຖືເອົາປະຊາທິປະໄຕ ເປັນໃຫຍ່.
ໃນມື້ຕໍ່ມາ ຄືໃນວັນທີ່ 8 ພຶສຈິກາ ປະທານາທິບໍດີ Bush ຖແລງຕໍ່ສື່ມວນຊົນທີ່ທຳນຽບຂາວວ່າ:
"ມື້ວານນີ້ ປະຊາຊົນໄດ້ ໄປປ່ອນບັດ ເລືອກຕັ້ງ ແລະ ປະຊາຊົນ ບ່ອນບັດ ເລືອກເອົາທິດທາງໃໝ່ ່ໃນສະພາຕ່ຳ ສະຫະຣັຖ. ໃນຂນະທີ່ຍັງນັບບັດ ເລືອກຕັ້ງກັນຢູ່ນີ້ ເປັນການແຈ້ງຂາວ ແລ້ວວ່າ ພັກ Democrat ມີນິມິຕດີ ໃນຄືນແລ້ວນີ້ ແລະຂ້າພະເຈົ້າ ຂໍສັນລະເສີນ ສະມາຊິກພັກ Democrat ທີ່ມີໄຊຊນະ. ແນ່ນອນ! ຂ້າພະເຈົ້າ ຮູ້ສຶກຜິດຫວັງ ນຳຜົນ ຂອງການເລືອກຕັ້ງ ຂ້າພະເຈົ້າ ບອກບັນດາ ຫົວໜ້າພັກ Republican ວ່າ ຂ້າພະເຈົ້າຂໍແບ່ງສ່ວນຮັບຜິດຊອບ ແລະບອກຜູ້ນຳພັກ Republican ວ່າ ດຽວນີ້ ແມ່ນໜ້າທີ່ ຂອງພວກເຮົາແລ້ວ ທີ່ຈະຕ້ອງລືມການເລືອກຕັ້ງ ແລະ ຈະຕ້ອງເຮັດວຽກນຳພັກ Democrat ແລະພັກເອກະຣາຊ ກ່ຽວກັບ ບັນຫາໃຫຍ່ໆ ຂອງປະເທດ”.
ນອກຈາກນັ້ນ ໃນມື້ຕໍ່ມາ ປະທານາທິບໍດີ Bush ກໍໄດ້ຕັດສິນໃຈ ປ່ຽນຣັຖມົນຕຣີປ້ອງກັນ ປະເທດ ໂດຍໄດ້ແຕ່ງຕັ້ງທ່ານ Robert Gates ອະດີດຫົວໜ້າ ອະດີດຫົວໜ້າ ອົງການ CIA ເປັນ ຣັຖມົນຕຣ ີປ້ອງກັນປະເທດ ແທນທ່ານ Donald Rumsfeld.
ນັກວິເຄາະໃຫ້ທັສນະວ່າ ແຕ່ນີ້ຕໍ່ໄປອີກ 2 ປີ ໃນການບໍຣິຫານ ປະເທດນັ້ນ ປະທານາທິບໍດີ Bush ຈະບໍ່ກ້າເຮັດຫຍັງ ໄດ້ຕາມໃຈ ຄືແຕ່ກ່ອນແລ້ວ, ຕ້ອງເກງສຽງສ່ວນຫຼາຍ ໃນຣັຖສະພາ ສະຫະຣັຖ. ແມ້ແຕ່ການໃຊ້ອຳນາດ ວີໂຕ້ນັ້ນ ທ່ານກໍຍັງຈະຕ້ອງໄດ້ຄຶດ ໃຫ້ຄັກໆກ່ອນ. ຖ້າທ່ານ ວີໂຕ້ຮ່າງກົດໝາຍ ຂອງພັກ ເດໂມແຄຣຕ ຄວາມນິຍົມຂອງປະຊາຊົນ ທີ່ທ່ານມີຣະດັບຕ່ຳທີ່ສຸດ ໃນເວລານີ້ນັ້ນ ຍິ່ງຈະຕ່ຳລົງໄປອີກ ແລະ ປວັດສາດ ຂອງສະຫະຣັຖ ກໍຈະໄດ້ຈາຣຶກໄວ້ວ່າ ທ່ານ ເປັນປະທານາທິບໍດ ີທີ່ຂີ້ຮ້າຍຜູ້ນຶ່ງ. ອັນນີ້ກໍແມ່ນ ປະຊາທິປະໄຕ ແບບມີການກວດກັນ ຣະຫວ່າງ ອຳນາດນິຕິບັນຍັດ ແລະ ອຳນາດບໍຣິຫານຂອງສະຫະຣັຖ.
ເມື່ອເວົ້າເຖີງເລື້ອງ ປະຊາທິປະໄຕແລ້ວ ເກືອບວ່າໝົດທັງໂລກ ເຂົາຕີຣາຄາກັນ ເລື້ອງການມີ ຫຼາຍພັກການເມືອ ງແຂ່ງຂັນກັນ ໃນການເລືອກຕັ້ງຜູ້ແທນສະພາ ແລະ ການເລືອກຕັ້ງ ປະທານາ ທິບໍດີ ບໍ່ແມ່ນຖືຕາມສັດສ່ວນ ຂອງຜູ້ມີສິດປ່ອນບັດ ໄປປ່ອນບັດເລືອກຕັ້ງ. ບໍ່ແມ່ນວ່າໃນປະເທດ ນຶ່ງ 100% ຂອງຈຳນວນປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ໄປປ່ອນບັດເລືອກຕັ້ງແລ້ວ ປະເທດນັ້ນ ຈະມີປະຊາທິປະໄຕ 100%. ປະເທດໃດກໍຢາກໃຫ້ຄົນ ໄປປ່ອນບັດ ໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ ຈຶ່ງຈະເປັນການດີ ມີການໂຄສະນາ ຂົນຂວາຍໃຫ້ປະຊາຊົນ ໄປປ່ອນບັດ ເກືອບວ່າທຸກໆ ປະເທດ, ໃນສະຫະຣັຖ ກໍເຊັ່ນດຽວກັນ, ບາງປະເທດ ກໍອອກກົດໝາຍປັບໄໝ ຜູ້ທີ່ມີສິດ ປ່ອນບັດ ແຕ່ບໍ່ໄປ ບ່ອນບັດນັ້ນ. ຢູ່ປະເທດຢຸໂຣບ ຢາກໃຫ້ຄົນໄປປ່ອນບັດໃ ຫ້ໄດ້ 70% ນັ້ນກໍທັງຍາກ. ຢູ່ປະເທດອະເມຣິກາ ໄດ້ 50% ກໍວ່າດີຫຼາຍແລ້ວ. ໃນການເລືອກຕັ້ງ ໃນຄັ້ງນີ້ ຈຳນວນຊາວອະເມຣິກັນ ທີ່ໄດ້ໄປໃຊ້ສິດ ປ່ອນບັດ ມີຢູ່ 79 ລ້ານຄົນ ຊຶ່ງຖ້າໄລ່ເປັນ ສັດສ່ວນແລ້ວ ມີຢູ່ 40.4% ຊຶ່ງເປັນສັດສ່ວນທີ່ດີ ກວ່າການເລືອກຕັ້ງ ເຄີ່ງສໄມ ໃນປີ 2002 ທີ່ມີຢູ່ 39.7% ເທົ່ານັ້ນ.
ວິເຄາະ ໂດຍ: ມະໂນທັມ
ຣາຍການອື່ນໆ
ບົດວິເຄາະ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ
- ຫລັງຈາກການເລືອກຕັ້ງ, ; ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດຕາມຂັ້ນຕອນຫຍັງແດ່ເພື່ອເລືອກ ປະທານປະເທດ ; ແລະແຕ່ງຕັ້ງນາຍົກຣັຖມົນຕຣີ.
- ການປ່ຽນແປງຄະນະຜູ້ນຳລະດັບກົມການເມືອງແລະລະດັບ ສູນກາງພັກຂອງພັກປະຊາຊົນປະຕີວັດລາວຈະສາມາດ ແກ້ໄຂບັນຫາໃດແດ່ທີ່ ; ສປປ ; ລາວກຳລັງປະເຊີນຢູ່
- ການເລືອກຕັ້ງ ; ໃນ ; ສປປລາວ