ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນຢູ່ໃນລາວ ແລະ ກຳພູຊາ

ປັດຈຸບັນ ວຽດນາມ ແລະ ຈີນ ກຳລັງແຂ່ງຂັນກັນ ວ່າໃຜຈະມີອິດທິພົນຫລາຍຢູ່ລາວ ແລະ ກຳພູຊາ; ວຽດນາມ ມີແນວຄິດ ຈັດກອງປະຊຸມສຸດຍອດ ອິນດູຈີນຂື້ນ ກໍເພື່ອຮັກສາອິດທິພົນ ຂອງຕົນ ໃນສອງປະເທດ ເພື່ອນບ້ານ. ອາວະຣີ ຈະມີຣາຍລະ ອຽດມາສເນີທ່ານໃນອັນດັບຕໍ່ໄປ….

ວຽດນາມ ມີອິດທິພົນຫລາຍຢູ່ລາວ ແລະ ກຳພູຊາ ຢູ່ສະເພາະລາວ ຍິ່ງມີອິດທິພົນຫຼາຍ ຄະນະ ຜູ້ນຳລາວ ໃນປັດຈຸບັນ ເຄີຍຮ່ວມຕໍ່ສູ້ ກັບພັກຄອມມຸຍນິສວຽດນາມ ນັບແຕ່ປີ 1930 ເປັນຕົ້ນມາ. ໃນສມັຍ ກຳລັງຕໍ່ສູ້ຢູ່ ວຽດນາມ ກໍໄດ້ສົ່ງກຳລັງທະຫານ ເຂົ້າໄປ ສູ້ຣົບຢູ່ລາວ ນັບແສນຄົນ ແລະ ກໍປະຈຳການຢູ່ລາວ ຈົນເຖິງປີ 1989 ຈຶ່ງປະກາດ ຖອນອອກ; ແຕ່ໃນຂະນະດຽວກັນ ນັບແຕ່ມື້ຍຶດອຳນາດ ເມື່ອ ປີ 1975 ເປັນຕົ້ນມາ ວຽດນາມ ພັດໄດ້ສົ່ງນັກຊ່ຽວຊານ ໃນທຸກດ້ານ ໃນນັ້ນມີທັງດ້ານ ທະຫານນຳ ເຂົ້າມາ ປະຈຳການ ຢູ່ທຸກກະຊວງ ກົມກອງຂອງລາວ.

ຍິ່ງໄປກວ່ານັ້ນ ຜູ້ນຳທັງສອງປະເທດ ກໍໄດ້ເຊັນສົນທິສັນຍາ ມິດຕະພາບ ຖານພິເສດ ແລະ ການຮ່ວມມື ແບບຮອບດ້ານ ຣະຫວ່າງສປປລາວ ແລະ ວຽດນາມ; ນັບແຕ່ນັ້ນມາ ກ່ອນຈະວາງ ນະໂຍບາຍ ທາງດ້ານ ການເມືອງ ການຕ່າງປະເທດ ຕລອດເຖິງ ການວາງແຜນເສຖກິດຕ່າງໆ ຄະນະຜູ້ ນຳລາວ ກໍຕ້ອງປຶກສາ ຫາລືກັບ ຄະນະຜູ້ນຳວຽດນາມ; ນະໂຍບາຍເຖສກິດການ ເມືອງຂອງທັງສອງປະເທດ ຄ້າຍຄືກັນເລີຍ. ເວົ້າໂດຍທົ່ວໄປແລ້ວ ໃນສມັຍນັ້ນ ວຽດນາມ ມີອິດທິພົນ ຢູ່ລາວຫລາຍໃນຮອບດ້ານ.

ແຕ່ວ່າຕໍ່ມາ ສະພາບ ການຂອງໂລກ ມີການປ່ຽນແປງ ສະຫະພາບໂຊວຽດ ຊຶ່ງ ເປັນເສົາຄ້ຳ ຂອງລາວ ແລະ ວຽດນາມ ລົ້ມລະລາຍ; ໃນຂະນະນັ້ນ ຈີນ ພັດກຳລັງ ປະຕິຮູບຣະບົບ ເສຖກິດ ແລະ ກຳລັງພັທນາ ຢ່າງວ່ອງໄວ. ສ່ວນປະເທດລາວ ຍິ່ງຕົກຢູ່ ສະພາບທຸກຍາກ ຂາດເຂີນ ອາໃສວຽດນາມ ກໍອາໃສໄດ້ແຕ່ ່ໃນດ້ານອື່ນໆ ເຊັ່ນດ້ານ ການເມືອງ ການຝຶກອົບຣົມ ອຸດົມການ ແລະ ການທະຫານເທົ່ານັ້ນ ສ່ວນດ້ານເສຖກິດ ນັ້ນ ວຽດນາມ ກໍຍັງທຸກຍາກ ຂາດເຂີນເຊັ່ນກັນ.

ສະນັ້ນ ເມື່ອຮູ້ວ່າ ຕົນບໍ່ມີທີ່ເພິ່ງ ຄະນະຜູ້ນຳລາວ ຈຶ່ງຫັນໜ້າໄປຫາຈີນເລີ້ມແຕ່ ປີ 1988 ເປັນຕົ້ນມາ ທັງໆທີ່ກ່ອນນັ້ນ ຜູ້ນຳລາວ ກໍມີທ່າທີ່ ເປັນປໍຣະປັກກັບຈີນຄືກັບວຽດນາມ. ຈີນ ແລະ ວຽດນາມ ເຖິງວ່າ ເປັນປະເທດ ຄອມມຸຍນິສຄືກັນກໍຕາມ ແຕ່ພັດເປັນສັດຕຣູກັນ ຢ່າງແຮງໆ ຈົນເຖິງຂັ້ນ ປະທະກັນ ທາງທະຫານ ສອງສາມຄັ້ງ ເມື່ອທ້າຍຊຸມປີ 1970.

ເຖິງຢ່າງໃດ ກໍດີນັບແຕ່ປີ 1988 ເປັນຕົ້ນມາ ສປປລາວ ກໍມີຄວາມສຳພັນອັນໃກ້ຊິດ ແລະ ການ ຮ່ວມມື ກັບ ຈີນ ຫລາຍຂື້ນທຸກໆປີ; ຜູ້ນຳລາວ ແລະ ຈີນ ໄດ້ໄປມາຫາສູ່ກັນເລື້ອຍໆ ແລະ ກໍໄດ້ເຊັນສັນຍາ ຮ່ວມມື ກັນ ໃນຫລາຍໆດ້ານ ຊຶ່ງມີທັງການຮ່ວມມືທາງດ້ານ ທະຫານນຳ. ເມື່ອເຫັນດັ່ງນັ້ນ ຜູ້ນຳພັກ ຄອມມຸຍນິສ ວຽດນາມ ກໍວິຕົກກັງວົນ ຢ້ານເສັຍ ລາວໃຫ້ແກ່ຈີນ. ສະນັ້ນ ວຽດນາມ ຈຶ່ງວາງແຜນເພື່ອຮັກສາອິດທິພົນຂອງຕົນ ໃຫ້ມີຄື ເກົ່າ ຫລື ໃຫ້ມີຫລາຍຂື້ນຢູ່ລາວ ແລະ ກຳພູຊາ. ໃນແຜນການນັ້ນ ສິ່ງນຶ່ງທີ່ວຽດນາມ ຍັງບໍ່ຍອມ ປະລະລາວ ແລະ ກຳພູຊາງ່າຍໆ ກໍ ຄືຜູ້ນຳວຽດນາມ ໄດ້ມີແນວຄິດ ຈັດໃຫ້ມີ ກອງປະຊຸມສຸດຍອດ ສາມປະເທດ ອິນດູຈີນ ຂື້ນ ແລະ ກໍໄດ້ເລີ້ມປະຊຸມກັນ ນັບແຕ່ປີ 1999 ເປັນຕົ້ນມາ. ແລະ ໃນປີນີ້ ນາຍົກຣັຖ ມົນຕຣີ ທັງສາມປະເທດ ຫາກໍສິ້ນສຸດ ປະຊຸມກັນ ທີ່ເມືອງດາລັດ ປະເທດວຽດນາມ ເມື່ອ ວັນຈັນທີ່ຜ່ານມາ ດັ່ງ ທ່ານ ຢົ້ງ ຈັນທະລັງສີ ໂຄສົກກະຊວງ ການຕ່າງປະເທດລາວ ໄດ້ຊີ້ແຈງຕອນນຶ່ງວ່າ:

" ກອງປະຊຸມ ສາມ ທ່ານນາຍຍົກ ເທື່ອນີ້ ນິແມ່ນຈະໄດ້ທົບທວນຄືນ ແລະຈະໄດ້ປຶກສາກັນວ່າ ຊິເຮັດແນວໃດ ສືຍຕໍ່ເຮັດໃຫ້ ແຜ່ນງານ ດຳເນີນງານ ການພັທະນາ ສາມຫລ່ຽມ ໃຫ້ມັນນັບມື້ນັບໄດ້ຜົລດີຂື້ນກ່ວາເກ່ົາ. "

ເປັນທີ່ສັງເກດວ່າ ຕາມທາງການແລ້ວ ກອງປະຊຸມສຸດຍອດ ດັ່ງກ່າວ ມີຈຸດປະສົງ ເພື່ອຮ່ວມມືກັນ ໃນດ້ານ ການພັທນາ ເຊັ່ນໃນປີນີ້ ຜູ້ນຳທັງສາມ ກໍຕົກລົງຈະສ້າງສາພັທນາ ເຂດສາມອິນດູຈີນ ຊຶ່ງກວມລວມເອົາ ແຂວງເຊກອງ ແລະ ອັດຕະປື ຂອງລາວ ສົມກັບສາມແຂວງ ຂອງກຳພູຊາ ແລະ ສາມແຂວງຂອງວຽດນາມ ທີ່ຕັ້ງຢູ່ໃນ ເຂດຊາຍແດນ ຂອງ ທັງສາມປະເທດນັ້ນ ແລະ ກອງປະຊຸມໄດ້ຕົກລົງ ຮຽກຮ້ອງໃຫ້ຍີ່ປຸ່ນ ເຂົ້າ ມາຊ່ວຍເຫຼືອ ແລະ ລົງທຶນໃນເຂດດັ່ງກ່າວ. ແຕ່ວ່າ ໃນສ່ວນເລິກແນວຄິດ ຂອງຄະນະຜູ້ນຳວຽດນາມແລ້ວ ວຽດນາມ ຍັງຢາກເປັນຜູ້ຄວບຄຸມ ແລະ ນຳພາ ລາວ ແລະ ກຳພູຊາ ສືບຕໍ່ໄປ.

ຜູ້ນຳວຽດນາມຮູ້ດີວ່າ ໃນຣະຍະຜ່ານມາ ວຽດນາມ ບໍ່ມີອິດທິພົນທາງ ດ້ານເສຖກິດ ຫລາຍ ພໍເທົ່າໃດ ໃນສອງປະເທດນັ້ນ ສະນັ້ນ ປັດຈຸບັນ ວຽດນາມ ຈຶ່ງ ເອົາໃຈໃສ່ ໃຫ້ການຊ່ວຍເຫຼືອ ແລະ ຮ່ວມມືກັບລາວ ແລະ ກຳພູຊາໃນດ້ານເສຖກິດແລະ ການຄ້າຫລາຍຂື້ນ ເຊັ່ນໄດ້ລົງທຶນ ປູກຢາງພາຣາ ຢູ່ພາກໃຕ້ຂອງລາວ ເປັນມູນຄ່າເຖິງ 20 ລ້ານດອນລ່າ ສະຫະຣັຖ ແລະ ລົງທຶນສ້າງເຂື່ອນໄຟຟ້າ ດັ່ງນີ້ເປັນຕົ້ນ; ປັດຈຸບັນ ວຽດນາມ ໄດ້ກາຍເປັນ ປະເທດນຶ່ງທີ່ລົງທຶນຢູ່ລາວ ຫລາຍທີ່ສຸດ ໃນຂະນະນີ້ ການລົງ ທຶນຂອງວຽດນາມຢູ່ລາວ ມີມູນຄ່າ ເປັນເພີ້ມຂື້ນເປັນ 500 ລ້ານ ດອນລ່າ ແລ້ວ. ສ່ວນທາງດ້ານອື່ນໆ ທາງການວຽດນາມ ກໍບໍ່ໄດ້ລົດລະ ຍັງໃຫ້ການຊ່ວຍເຫຼືອ ແລະ ຮ່ວມມື ກັບລາວ ຢ່າງໃກ້ຊິດຢູ່ ດັ່ງ ເຈົ້າໜ້າທີ່ຂັ້ນສູງ ຂອງ ລາວທ່ານນຶ່ງ ໄດ້ກ່າວກ່ຽວ ກັບການຮ່ວມມື ກັບ ວຽດນາມຕອນນຶ່ງວ່າ:

" ປີ 2007 ນີ້ ສອງປະເທດພວກເຮົາ ຈະໄດ້ພ້ອມກັນສະເລີມສະລອງ ວັນສຳຄັນຕໍ່ສາຍພົວພັນ ຂອງ ສອງຊາດ ຄື ວັນສ້າງຕັ້ງສາຍພົວພັນ ທາງການທູດ ລະຫ່ວາງສອງປະເທດ ຄົບຣວບ 45 ປີ ແລະ ວັນເຊັນສົນທິ ສັນຍາ ມິຕພາບ ແລະການຮ່ວມມື ລະຫ່ວາງ ສອງປະເທດ ຄົບຮວບ 30 ປີ. "

ສ່ວນໃນດ້ານ ຄວາມສຳພັນ ຣະຫວ່າງຜູ້ນຳປັດຈຸບັນ ຜູ້ນຳລາວ ແລະ ວຽດນາມ ຍິ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ ເລື້ອຍຂື້ນ; ຕົວຢ່າງ ເມື່ອເດືອນ ທີ່ຜ່ານມາ ປະທານປະເທດ ນາຍົກຣັຖມນົຕຣ ີແລະ ປະທານ ສະພາແຫ່ງຊາດລາວ ກໍໄດ້ໄປຢ້ຽມ ຢາມ ແລະເຮັດວຽກຢູ່ວຽດນາມ ແລະ ກ່ອນນັ້ນ ທ່ານ ນອງດຶກໝັ້ນ ຜູ້ນຳພັກ ຄອມມຸຍນິສວຽດນາມ ກໍໄດ້ໄປຢ້ຽມຢາມ ສປປລາວ ແລະ ກໍໄດ້ປະກາດ ຂຍາຍການຮ່ວມມື ຢ່າງຮອບດ້ານ ກັບ ລາວສືບຕໍ່ໄປ. ແຕ່ບັນຫາມີຢູ່ວ່າ ຜູ້ນຳຈີນ ກໍດຳເນີນ ນະໂຍບາຍ ອັນ ດຽວກັນກັບລາວ; ເມື່ອເດືອນທີ່ຜ່ານມາ ທ່ານ ຮູຈິ່ນຕ່າວ ປະທານປະເທດຈີນ ກໍໄດ້ ໄປຢ້ຽມຢາມ ນະຄອນ ຫລວງວຽງຈັນ ແລະ ກໍໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ລາວ ຫລາຍລ້ານດອນລ່າ ສະຫະຣັຖ ການຊ່ວຍເຫຼືອ ທີ່ທາງການລາວ ຕ້ອງການທີ່ສຸດໃນ ປັດຈຸບັນ ກໍຄື ເງິນທຶນ ສຳຣັບ ສ້າງສນາມກິລາ ແຫ່ງຊາດໃໝ່ ໃນ ນະຄອນຫລວງວຽງ ຈັນ ຜູ້ນຳຈີນ ກໍໄດ້ປະກາດ ໃຫ້ການຊ່ວຍເຫຼືອ ຊຶ່ງເປັນເງິນທັງໝົດເຖິງ 48 ລ້ານ ດອນລ່າ ສະຫະຣັຖ. ນອກຈາກນັ້ນ ຈີນ ຍັງປະກາດ ຍົກເລີກໜີສິ້ນໃຫ້ແກ່ລາວ ຫລາຍ ລ້ານດອນລ່າເຊັ່ນກັນ ແລະ ໄດ້ຕົກລົງຈະສົ່ງເສີມ ໃຫ້ມີການລົງທຶນ ຂອງຈີນຢູ່ລາວ ຫລາຍຂື້ນ. ສິ່ງເຫຼົ່ານີ້ ບາງຢ່າງ ວຽດນາມ ກໍບໍ່ສາມາດ ແຂ່ງຂັນກັບຈີນໄດ້ ເພາະ ວຽດນາມ ເປັນປະເທດນ້ອຍ ແລະ ທຸກຍາກວ່າຈີນ.

ຕໍ່ກຳພູຊາ ກໍເຊັ່ນກັນ ວຽດນາມ ໄດ້ສະລະຊີວິດ ແລະ ເລືອດເນື້ອ ເພື່ອປາບປາມ ກຳລັງຂເມນແດງ ໃຫ້ແກ່ກຳພູຊາ ແລະ ວຽດນາມ ກໍຫວັງວ່າ ກຳພູຊາ ຈະຢູ່ພາຍໃຕ້ອິດ ທິພົນຂອງຕົນຕໍ່ໄປ; ແຕ່ວ່າ ໃນ ສະພາບ ຄວາມເປັນຈິງໃນປັດຈຸບັນ ກຳພູຊາ ກໍຍັງມີ ຄວາມສຳພັນ ແລະ ການຮ່ວມມືກັບຈີນ ຢ່າງໃກ້ຊິດຢູ່; ຈີນ ອະນຸຍາດ ໃຫ້ອາດີດກະສັດ ນໍຣະດົມ ສີຫະນຸ ພັກພາອາໃສ ແລະ ປິ່ນປົວພະຍາດຢູ່ຈີນ; ຜູ້ນຳຈີນ ໄປຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອແກ ່ກຳພູຊາຫລາຍຂື້ນ ເໝືອນກັບ ໃຫ້ການຊ່ວຍເຫຼືອແກ່ລາວ. ເຖິງວ່າ ຈະມີການ ແຂ່ງຂັນຈາກຈີນ ຫລາຍປານໃດກໍຕາມ ວຽດນາມ ກໍຍັງຈະບໍ່ຍອມ ປະລະລາວ ແລະ ກຳພູຊາງ່າຍໆ ຍັງຈະພະຍາຍາມເຮັດໃຫ້ສອງປະເທດນີ້ຢູ່ໃນອິດທິ ພົນຂອງຕົນຕລອດໄປ.

ວິເຄາະ ໂດຍ: ອາວະຣີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org