ດຽວນີ້ປະຊາກອນຈີນຫຼາຍລ້ານຄົນເຊົາເຊື່ອຄຳໂຄສະນາຊວນເຊື່ອຂອງຣະບອບຄອມມິວນິສ ມາກສ-ເລນີນແລ້ວ ທີ່ວ່າສາສນາເປັນຢາເສບຕິດຂອງສັງຄົມນັ້ນ


2007.09.07

ມີຫຼາຍສິ່ງຫຼາຍຢ່າງທີ່ນັກເສຖສາດ, ນັກປຣັສຍາ ແລະນັກການເມືອງ Karl Marx ແລະ Vladimir Lenin ຄຶດຜິດ ເຊັ້ນຄຶດວ່າສາສນາ ແມ່ນຢາຝິ່ນ ຂອງສັງຄົມ ແລະລັດທິນາຍທຶນແມ່ນສັດຕຣູຂອງຊົ້ນຊັ້ນກັມມະຊີບ ຫຼືກັມມະກອນ.

ລັດທິຄອມມິວນິສຢ້ານສາສນາແລະຢ້ານຣາຊາທິປະໄຕ ຫຼືຣະບອບປົກຄອງທີ່ມີກະສັດເປັນປະມຸກຣັດພໍປານກັນ.ປວັດສາດຊີ້ໃຫ້ເຫັນວ່າ ບໍ່ວ່າຢູ່ປະເທດໃດກໍຕາມ ເມື່ອພັກຄອມມິວນິສເຮັດປະຕິວັດ ຫຼືຕໍ່ສູ້ດ້ວຍກຳລັງ ປະກອບອາວຸດ ຫຼືດ້ວຍການໃຊ້ເລ້ກົນເຈຣະຈາ ຈົນໄດ້ກຳອຳນາດແລ້ວ ຕໍ່ຈາກນັ້ນ ແລະກ່ອນອື່ນໝົດ ຕ້ອງກຳຈັດກະສັດຫຼືເຈົ້າຊີວິດ ລົບລ້າງພະຣາຊບັນລັງ ລົບລ້າງຣະບອບເກົ່າ ແລະ ກຳຈັດສາສນາ. ຫາກແຕ່ວ່າລົບລ້າງຣາຊບັນລັງ ລົບລ້າງຣະບອບເກົ່າຈະງ່າຍກ່ວາລົບລ້າງສາສນາ.

ໂດຍທັມມະຊາດແລະໂດຍຫຼັກການແລ້ວຄົນທີ່ ຖືລັດທິຄອມ ມິວນິສເປັນຄົນທີ່ບໍ່ມີສາສນາ ແລະ ບໍ່ເຊື່ອພະເຈົ້າ ບໍ່ເຊື່ອວ່າມີພະເຈົ້າ. ຕອນພັກຄອມມິວນິສ ເຂົ້າກຳອຳນາດທຳອິດ ບໍ່ວ່າໃນປະເທດໃດກໍຕາມພັກຈະຕ້ອງພະຍາຍາມ ສ້ຽມ ສອນປະຊາຊົນວ່າສາສນາຄືຢາຝິ່ນຫຼືຢາເສບຕິດ ຂອງສັງຄົມ ຊຶ່ງໃນຕອນຕົ້ນກໍຄືກັບວ່າມີຄົນເຊື່ອ ແຕ່ຕາມ ຄວາມເປັນຈິງແລ້ວບໍ່ມີໃຜເຊື່ອເລີຍວ່າສາສນາຄືຢາຝິ່ນ. ຄົນທຳທ່າເຊື່ອຄຳໂຄສະນາຊວນເຊື່ອຂອງ ພັກ-ລັດ ເພາະຢ້ານອຳນາດ ຢ້ານມືເຫຼັກຂອງຣະບອບ ປົກຄອງໃໝ່.

ເທົ່າທີ່ເຫັນມານັ້ນຣະບອບຄອມມິວນິສບໍ່ສາມາດ ລົບລ້າງຄວາມເຊຶ່ອສາສນາໄປຈາກຈິດໃຈຂອງຄົນໄດ້ສຳເຣັດຈັກເທື່ອ ເຊັ້ນຢູ່ ສປ ຈີນ, ສປປ ລາວ ແລະ ຢູ່ວຽດນາມ. ເມື່ອເປັນດັ້ງນັ້ນຈະເຫັນໄດ້ວ່າ ຢູ່ ສປປ ລາວ ພັກ-ລັດ ຈຳເປັນຕ້ອງໄດ້ເຮັດສິ່ງທີ່ ພວກເພິ່ນເອີ້ນກັນວ່າ"ສວຍໃຊ້" ຄືໃຊ້ສາສນາພຸດ ຊຶ່ງເຣັດໃຫ້ສາສນາພຸດມີຊີວິດຊີວາແລະຫງ້ອກງາມຄືນ ໃນລາວ. ຢູ່ ສປ ຈີນ ກໍຄືກັນ ສາສນາພຸດ,ສາສນາຕ່າວ, ສາສນາອິສລາມ ແລະສາສນາຄຣິສ ກໍໄດ້ຟື້ນໂຕຂື້ນມາຄືນລຸນຫຼັງຖືກພັກ-ລັດຄອມມິວນິສ ຂົ່ມໄວ້ໄດ້ຫຼາຍທົສວັດແລ້ວໂດຍສະເພາະໃນສມັຍ ການປະຕິວັດວັທນະທັມເມົາເຊຕຸງ. ນັກຊ່ຽວຊານ ທັງໃນຈີນ, ໃນຮົງກົ້ງ ແລະໃນໂລກຕາເວັນຕົກ ໃຫ້ທັສນະວ່າ ໃນປັດຈຸບັນນີ້ຈຳນວນປະຊາກອນຈີນ ທີ່ຖືສາສນາຄຣິສນັ້ນເພີ່ມຂື້ນຫຼາຍທີ່ສຸດ ໃນຂະນະທີ່ ຈຳນວນສະມາຊິກພັກຄອມມິວນິສຈີນໄດ້ຫຼຸດລົງເປັນລຳດັບ.

ຕາມໂຕເລກຂອງທາງການຈີນນັ້ນຈຳນວນຄົນຈີນ ທີ່ເປັນສະມາຊິກຂອງໂບດໂປຣແຕສຕັ່ນແລະຂອງ ໂບດຄາທໍລິກ ທີ່ຣັຖບານຮັບຮູ້ນັ້ນ ມີຢູ່ 35 ລ້ານຄົນ ຊຶ່ງເຮັດໃຫ້ສາສນາຄຣິສເປັນສາສນາທີ່ມີຄົນຈີນຖືຫຼາຍ ເປັນ ອັນດັບ 3 ຮອງ ລົງມາຈາກສາສນາພຸດ ແລະ ສາສນາຕ່າວ. ສາສນາອິສລາມເປັນ ອັນດັບ 4. ຕາມການປະເມີນຂອງນັກຊ່ຽວຊານນັ້ນ ຈຳນວນ ໂບດຄຣິສຕຽນ "ໃຕ້ດິນ" ຫຼືໂບດຄຣິສຕຽນທີ່ຕ້ອງຫ້າມ ທົ່ວປະເທດນັ້ນມີສະມາຊິກເຖິງ 100 ລ້ານຄົນ. ສ່ວນ ສະມາຊິກຂອງພັກຄອມມິວນິສຈີນຕາມໂຕເລກ ຂອງທາງການຈີນນັ້ນມີຢູ່ 70 ລ້ານຄົນ ຊຶ່ງສ່ວນນຶ່ງໝົດສັດທາໝົດຄວາມ ເຊື່ອຖືອຸດົມການ ຂອງລັດທິຄອມມິວນິສມາກສ-ເລນີນ ແລ້ວລຸນຫຼັງ ການປາບປາມການປະທ້ວງທີ່ຈະຕຸຣັດທຽນອ່ານເໝີນ ປີ 1989. ນາຍ ຮ່ານ ດົ່ງຝາງ ຊຶ່ງເປັນຜູ້ນຶ່ງ ທີ່ໄດ້ຣ່ວມການປະທ້ວງໃນຄັ້ງນີ້ແລ້ວຖືກທາງການ ຈັບເຂົ້າຄຸກແລະຖືກປ່ອຍ ໃນປີ 1993 ຍ້ອນບັນຫາ ສຸກຂະພາບກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຍເສຣີທີ່ຮົງກົ້ງວ່າ "ຂ້າພະເຈົ້າຄຶດວ່າມະນຸດມີຄວາມຕ້ອງການ ແນວໃດ ແນວນຶ່ງທາງດ້ານຈິດໃຈແລະກໍບໍ່ຢາກເຊື່ອວ່າມະນຸດ ເກີດມາໂດຍບັງເອິນໂດຍບໍ່ມີຈຸດໝາຍປາຍທາງ." ໃນຕອນ ຂື້ນບ່າວ ນາຍ ຮ່ານ ດົ່ງຝາງ ມັກລັດທິ ມາກສ໌-ເລນີນ ເປັນຊີວິດຈິດໃຈແລະໄດ້ເຂົ້າຮັບໃຊ້ເປັນ ທະຫານໃນກອງທັບປົດປ່ອຍ ປະຊາຊົນຈີນ.

ແຕ່ເມື່ອໄດ້ເຫັນຄວາມບໍ່ສເມີພາບທີ່ກົງກັນຂ້າມກັບອຸດົມການຂອງລັດທິຄອມມິວນິສຄືຜູ້ຢູ່ຂັ້ນສູງທໍ່ໃດ ຍິ່ງຮັ່ງມີຍິ່ງສນຸກ ສຸກສະບາຍແລະຜູ້ຢູ່ຂັ້ນຕໍ່າຍິ່ງທຸກ ນາຍ ຮ່ານ ດົ່ງຝາງ ຈຶ່ງເລີ່ມເຊົາເລື່ອມໄສ ລັດທິຄອມມິວນິສແລະໄດ້ລະບາຍຄວາມ ຮູ້ສືກອີກ ວ່າ"ເມື່ອຣະບອບປົກຄອງຄອມມິວນິສກາຍເປັນຣະບອບທີ່ສໍ້ລາດບັງຫຼວງທີ່ເຣັດໃຫ້ໝົດທຸກຄົນຜິດຫວັງແບບນີ້ ປະຊາຊົນຈີນຈຶ່ງຕ້ອງຫາເພິ່ງສາສນາຊື່ງກໍເປັນເຫດຜົນ ນຶ່ງທີ່ເຣັດໃຫ້ ສາສນາຄຣິສຈະເລີນໃນຈີນ." ຜູ້ຍິງຊາວຈີນ ຜູ້ນຶ່ງ ອາຍຸ 33 ປີ ຈາກແຂວງອ່າງຮູ່ຍ ຊຶ່ງເປັນແຂວງທຸກຍາກຢູ່ທາງພາກກາງຂອງຈີນບອກວ່າ "ໃນໄລຍະເວລາຫ້າປີ ເຮືອນທີ່ໃຊ້ເປັນໂບດຫຼັງນຶ່ງ ໃນເຂດໝູ່ບ້ານຂອງນາງມີຈຳນວນຄົນເຂົ້າໄປ ນົບໄຫວ້ເພີ່ມຂື້ນເປັນ 100 ຄົນ ຈາກຈຳນວນ ຫ້າ-ຫົກຄົນ." ສ່ວນນາຍ ຊຸ່ນ ອາຍຸ 37 ປີນັ້ນ ພັດເວົ້າວ່າ "ຢູ່ນີ້ມີໜ່ອຍຄົນທີ່ສຸດຈະເຊື່ອຖືລັດທິ ຄອມມິວນິສຄື່ກັບວ່າມັນ ຂາດແນວໃດແນວນຶ່ງໃນ ຫົວໃຈຂອງພວກເຂົາເຈົ້າ." ແມ່ຂອງນາຍຊຸ່ນ ເປັນຄົນຖືສາສນາຄຣິສສ່ວນພໍ່ຂອງລາວເປັນ ຫົວໜ້າ ພັກຄອມມິວນິສຈີນຂັ້ນທ້ອງຖິ່ນຊຶ່ງໄດ້ອອກກິນເບັ້ຍ ບຳນານແລ້ວ.

ລັດທິຄອມມິວນິສມາກສ໌-ເລນີນເວົ້າອີກວ່າຣະບົບ ນາຍທຶນ capitalism ເປັນຣະບົບຂູດຮີດແຮງງານ, ເປັນສັດຕຣູ ຂອງກັມມະກອນແລະຕ້ອງໄປບໍ່ລອດ. ບໍ່ຄວນນຳມາໃຊ້. ແຕ່ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ແມ່ນຣະບອບແລະຣະບົບ ຄອມມິວນິສມາກສ-ເລນີນ ເອງໄປບໍ່ລອດຄືໄດ້ລົ້ມລະລາຍລົງໃນປະເທດ ສະຫະພາບໂຊວຽດ ໃນຕົ້ນຊຸມປີ 1990 ລຸນຫຼັງຖືກ ນຳມາໃຊ້ເປັນເວລາ 70 ກ່ວາປີ.ໃນບັນດາປະເທດ ເຄືອຂ່າຍຄອມມິວນິສຢູໂຣບຕາເວັນອອກກໍພັງທະລາຍ ເຊັ້ນກັນ. ດຽວນີ້ຣະບອບຄອມມິວນິສມາກສ໌-ເລນີນ ຍັງຫຼົງເຫຼືອຢູ່ໃນພຽງ 5 ປະເທດໃນໂລກທໍ່ນັ້ນຄື ສປປ ລາວ, ວຽດນາມ, ສປ ຈີນ, ເກົາຫຼີເໜືອ ແລະ ຄິວບາ ຊຶ່ງບັນດານັກວິໄຈຄົ້ນຄົ້ວແລະນັກຣັຖສາດລົງຄວາມເຫັນວ່າຣະບອບ ດັ້ງກ່າວຊຶ່ງເປັນຣະບອບສ້າງວິມານແບບ ບໍ່ມີວິທຍາສາດທີ່ເອີ້ນວ່າ utopia ນັ້ນກໍກຳລັງຈະ ສູນພັນໄປຈາກ 5 ປະເທດ ນີ້ແລ້ວ. ທັງນີ້ໂດຍອີງໃສ່ ປະສົບການຂອງ ສປ ຈີນ ຕິດຕາມດ້ວຍປະສົບການ ຂອງວຽດນາມ ແລະ ຂອງສປປ ລາວ. ການໃຊ້ຣະບົບ ເສຖກິດນາຍທຶນແລະການເປີດຕລາດເສຣີ capitalist ຢູ່ທາງພາກຕາເວັນອອກຂອງຈີນໄດ້ເຮັດໃຫ້ ສ.ປ.ຈີນ ມີຄວາມຈະເລີນແລະມີການພັທນາຢ່າງວ່ອງໄວ ຈົນກາຍເປັນມະຫາອຳນາດເສຖກິດປະເທດນຶ່ງແລ້ວ ແລະດຽວນີ້ ຣະບົບເສຖກິດນາຍທຶນກຳລັງຄືບຄານ ຂຍາຍໂຕອອກໄປທາງໃນຂອງປະເທດ. ຢູ່ ສປປ ລາວ ແລະ ວຽດນາມ ກໍ່ເຊັ້ນກັນ ຣະບົບເສຖກິດນາຍທຶນ capitalist ແລະການຄ້າເສຣີເປີດຕລາດນຳຄວາມ ຈະເລີນ ແລະການພັທນາມາສູ່ປະເທດ.

ຍັງແຕ່ເກົາຫຼີເໜືອແລະຄິວບາທີ່ບໍ່ຍອມເສັຍປຽບກົ້ມໜ້າ ຫາຣະບົບນາຍທຶນ capitalism ເໝືອນດັ້ງ ສປ ຈີນ, ສປປ ລາວ ແລະວຽດນາມ. ທ່ານ ຟີແດນ ຄາສໂຕຣ ຜູ້ນຳສູງສຸດຄິວບາ ໄດ້ປະກາດຍ້ຳຫຼາຍຄັ້ງຫຼາຍຫົນ ແລ້ວວ່າປະເທດຂອງທ່ານ ຈະບໍ່ຍອມໃຊ້ຣະບົບ ເສຖກິດນາຍທຶນຢ່າງເດັດຂາດທຸກກໍຍອມທຸກ ເພາະຍັງມີຄວາມຈົງຮັກພັກດີແລະຍັງມີຄວາມເຊື່ອໝັ້ນ ນຳລັດທິຄອມມິວນິສມາກສ໌-ເລນີນ ຢູ່ບໍ່ວາຍ.ຢ່າງໃດກໍຕາມ ຄຳຖາມມີຢູ່ວ່າ:ຖ້າຣະບົບເສຖກິດ ນາຍທຶນຊຶ່ງເປັນຣະບົບເສຣີ ພາໃຫ້ປະເທດຄອມມິວນິສ ມາກສ-ເລນີນ ມີຄວາມຈະເລີນກ້າວໜ້າແລະມີການ ພັທນາດີແລະຖ້າໃຊ້ຣະບົບການເມືອງເສຣີນຳ ປະເທດຊາດຈະບໍ່ຈະເລີນກ້າວໜ້າຫຼາຍກ່ວານີ້ບໍ່? ເຮັດເສຣີແບບເກິ່ງໆກາງໆກໍຍັງຈະເລີນປານນີ້.

ວິເຄາະ ໂດຍ: ມະໂນທັມ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.