ວິທຍຸເອເຊັຽເສຣີ ຜແນກພາສາລາວ ມີຜົນປໂຍດ ອັນໃດແດ່ ແກ່ຜູ້ຟັງ ຕລອດ ໄລຍະ 10 ປີມານີ້.


2007.08.21

anniversary_cake1a.jpg
ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ສະຫລອງ ຄົບຮອບ 10 ປີ ຮັບໃຊ້ ປະຊາຊົນ ລາວ ທັງຢູ່ໃນ ແລະ ນອກປະເທດ. Photo by RFA

ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ມີຜົນປໂຍດ ອັນໃດແດ່ ແກ່ຜູ້ຟັງ ຕລອດໄລຍະ 10 ປີມານີ້.

ວິທຍຸເອເຊັຽເສຣີ ຖືກສ້າງຕັ້ງຂຶ້ນ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະຣັດ ອເມຣິກາ ໃນປີ 1996 ດ້ວຍທຶນ ຂອງຣັຖບານ ສະຫະຣັດ.

ວິທຍຸເອເຊັຍເສຣີ ເປັນອົງການຈັດຕັ້ງ ເອກກະຊົນ ບໍ່ຫວັງຜົນກຳໄລ ມີໜ້າທີ່ສເນີຂ່າວ ຕໍ່ຜູ້ຟັງ ໃນ ປະເທດຕ່າງໆ ຢູ່ເອເຊັຽ, ຊຶ່ງບໍ່ມີທາງ ທີ່ຈະໄດ້ຮັບຂ່າວຄາວ ຢ່າງຄົບຖ້ວນ, ຖືກຕ້ອງ ແລະທັນການໄດ້.

ໃນຖານະ ເປັນອົງການຈັດຕັ້ງ ຕົວແທນ ອອກຂ່າວ, ວິທຍຸເອເຊັຽເສຣີ ມີຄວາມມຸ້ງໝາຍ ກະຈາຍຂ່າວ ແລະ ອອກຂ່າວສົດ ໄປຍັງແຕ່ລະປະເທດ ທີ່ເປັນເປົ້າມາຍ ຄື ຈີນ, ທິເບດ, ພະມ້າ, ກຳພູຊາ, ເກົາຫຼີເໜືອ, ລາວ ແລະ ວຽດນາມ.

ເບີ່ງລວມແລ້ວ ເຫັນວ່າ ການອອກຂ່າວ ກະຈາຍສຽງສາກົນ ຈາກ ສະຫະຣັດອເມຣິກາ ເປັນ ການອອກຂ່າວ ທີ່ມີລັກສະນະ ເປັນຕົວແທນ ກະບອກສຽງ ຂອງບັນດາ ປະເທດທີ່ມີການຈຳກັດ ຮັດແຄບ ສິດ ເສຣີພາບ ຂອງສື່ມວນຊົນ, ເປັນຕົວແທນ ກະຈາຍຂ່າວ ທີ່ບໍ່ແມ່ນ ການໂຄສະນາ ຊວນເຊື່ອ ໃຫ້ມີການເຄື່ອນໄຫວ ຈັບອາວຸດ ຕໍ່ສູ້ ຕ້ານການບໍຣິຫານ ປະເທດ ດ້ວຍລະບົບ ທີ່ຫ້ຽມໂຫດ.

ແຕ່ການອອກຂ່າວ ແບບເປັນຕົວແທນ ນັ້ນ ກໍມີຜົນປໂຍດ, ດັ່ງການອອກຂ່າວ ຂອງວິທຍ ຸຢຸໂຣບ ເສຣີ ກໍມີບົດບາດ ໃນການປະກອບສ່ວນ ເຂົ້າໃນການ ຈູດຂະນວນ ການປະຕິວັດ ຢູ່ປະເທດ ຮັງ ກາຣີ ປີ 1956 ແລະຢູ່ ເຊັກໂກສະໂລວັກກີ ໃນປີ 1968 ແລະ ໃນການປ່ຽນແປງ ສະພາບ ການ ຢູ່ໂປແລນ, ຢູ່ບັນດາປະເທດ ຢູໂຣບ ຕາເວັນອອກ ແລະ ສະຫະພາບໂຊວຽດ ໃນຊຸມປີ 1970 ແລະຊຸມປີ 1980. ແຕ່ກໍຍັງມີຊາວອົພຍົບ ຈຳນວນຫຼວງຫຼາຍ ທີ່ເຄື່ອນໄຫວ ວຽກງານ ການເມືອງ ຍັງເຫັນວ່າ ການເປັນຕົວແທນ ອອກຂ່າວ ແບບນັ້ນ ຍັງບໍ່ເປັນທີ່ພໍໃຈຢູ່.

ທັມມະດາແລ້ວ ການກະຈາຍຂ່າວ ຕ້ອງຢຶດໝັ້ນຢູ່ໃນກອບຂອງຄວາມມີອິສຣະພາບ ຄືກັນກັບກິຈການຂອງໜັງສືພິມນຶ່ງໆ ທີ່ອອກຂ່າວໄປ ແລ້ວໃຫ້ປະຊາຊົນເປັນຜູ້ຕັດສິນເອົາເອງວ່າ ຂ່າວນັ້ນ ຫຼືບັນຫານັ້ນ ແມ່ນຢຳ ແລະຖືກຕ້ອງພຽງໃດ. ແລະ ມັນກໍເປັນກົດເກນ ທີ່ວ່າ ສຳລັບສັງຄົມ ທີ່ມີການອອກຂ່າວ ແບບເສຣີແລ້ວ ກໍບໍ່ມີ ຄວາມຈຳເປັນ ທີ່ຈະອອກຂ່າວ ກະຈາຍສຽງ ແບບເປັນຕົວແທນ ອັນນີ້.

ວິທຍຸເອເຊັຽເສຣີ ຢຶດໝັ້ນຢູ່ໃນມາຕຖານ ຂອງຄວາມເປັນຈິງ, ແມ່ນຢຳ ແລະ ຍຸຕິທັມ ໃນການອອກຂ່າວ. ດັ່ງນັ້ນ ວິທຍຸເອ ເຊັຽເສຣີ ຈຶ່ງຮັກສາ ເປົ້າໝາຍ ຂອງຕົນໄດ້ ຄືຄວາມໄວ້ວາງໃຈ ແລະ ຄວາມເຊື່ອຖື ຂອງຜູ້ຟັງ ໃຫ້ຫລາຍທີ່ສຸດ. ການວາງຕົນ ແບບນີ້ ອາດແຕກຕ່າງກັບອົງການຂ່າວ ອື່ນໆ ທີ່ອາດມີການປະຕິບັດ ປະເພນີ ການຂ່າວ ເປັນຂອງຕົນເອງ.

ອັນສຳຄັນທີ່ສຸດ ສຳລັບວິທຍຸເອເຊັຽເສຣີ ກໍຄື ບໍ່ເປັນກະບອກສຽງ ໂຄສນານະໂຍບາຍ ຂອງສະຫະຣັດ ຫຼື ກຸ່ມຈັດຕັ້ງ ການເມືອງ ອັນໃດອັນນຶ່ງ ວິທຍຸເອເຊັຽເສຣີ ສນອງຂ່າວສານ ທີ່ມີມູນຄວາມຈິງ ຊຶ່ງຖືກຫ້າມ ເປີດເຜີຍ ໃນສັງຄົມ ທີ່ມີການຈຳກັດ ຮັດແຄບ ການອອກຂ່າວ ຂອງ ສື່ມວນຊົນ. ວິທຍຸເອເຊັຽເສຣີ ບໍ່ສາມາດ ເປັນສຖານີວິທຍຸ ທີ່ວາງຫຼັກການ ແບບຄຳພີຕາຍຕົວ ທີ່ບໍ່ມີຂໍ້ພິສູດ ຄືກັນກັບວິທຍ ຸແຫ່ງຣັດອາດີດ ສະຫະພາບໂຊວຽດ.

ອັນນັ້ນ ໝາຍຄວາມວ່າ ໃນປະເທດ ທີ່ມີອິສຣະພາບ ທາງສື່ມວນຊົນ ຣັຖບານ ຈະບໍ່ຄວບຄຸມ ການອອກຂ່າວ. ແຕ່ກົງກັນຂ້າມ ໃນປະເທດ ທີ່ໃຊ້ລະບອບ ການປົກຄອງ ແບບຜະເດັດການ ຈະໃຊ້ວິທຍ ຸແລະລະບົບ ສື່ມວນຊົນອື່ນໆ ເປັນເຄື່ອງ ມືໂຄສະນາ ຊວນເຊື່ອ ຂອງພັກ ແລະຣັດ ເພື່ອ ຈຳກັດ ທຸກປະກົດການ ທີ່ຫຍໍ້ທ ໍ້ທາງແນວຄິດ ແລະວັທນະທັມ ດັ່ງທີ່ໄດ້ກຳນົດໄວ້ ຢູ່ໃນມາດຕຣາ 19 ຂອງຣັຖທັມມະນູນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ.

ແລະ ຈະເຫັນແຈ້ງ ຕື່ມອີກຢູ່ໃນມະຕິ 7, ມະຕິ 8 ຂອງພັກ ປະຊາຊົນປະຕິວັດ ລາວ ທີ່ວ່າ ຂແນງ ຖແລງຂ່າວ ແລະສື່ມວນຊົນ ຕ້ອງຢຶດໝັ້ນ ໃນທັສນະຂອງພັກ, ເປັນເຄື່ອງມື ອັນແຫຼມຄົມ ທາງດ້ານການເມືອງ -ແນວຄິດ, ທັງເປັນນັກໂຄສະນາ, ນັກຂົນຂວາຍ ແລະເປັນນັກຈັດຕັ້ງ ລວມໝູ່. ເພື່ອເຮັດໃຫ້ ທົ່ວສັງຄົມ ມີມານະຈິດ ແລະອຸດົມຄະຕິ ລວມອັນດຽວກັນ ພາຍໃຕ້ການ ເປັນແກນນຳ ຂອງພັກປະຊາຊົນ ປະຕິວັດລາວ ພັກເລັ່ງທວງ ໃຫ້ຖັນແຖວ ພະນັກງານມີທາດແທ້ ຫຼັກໝັ້ນອັນໜັກແໜ້ນ ມີສະຕິ ຕໍ່ການຈັດຕັ້ງ ແລະ ລະບຽບວິນັຍ ແລະມີຄວາມຈົ່ງຮັກ ພັກດີຢ່າງເດັດຂາດ ຕໍ່ພາຣະກິດ ຂອງພັກຢ່າງດຽວ.

ເບີ່ງລວມແລ້ວ ບໍ່ວ່າຂແນງການໃດ ທີ່ມີຢູ່ໃນສັງຄົມລາວ ປັດຈຸບັນ ກໍລ້ວນແລ້ວ ແຕ່ເຄື່ອນໄຫວ ເພື່ອສິດ ແລະຜົນປໂຍດ ຂອງພັກປະຊາຊົນ ປະຕິວັດລາວ ຜູ້ຜູກຂາດ ອຳນາຈທັ້ງນັ້ນ.

ແຕ່ວິທຍຸເອ ເຊັຽເສຣີ ອອກຂ່າວຄາວຕ່າງໆ ທັງກ່ຽວກັບລາວ ແລະກ່ຽວກັບ ຕ່າງປະເທດ ໂດຍ ສະເພາະ ບັນດາປະເທດ ໃນຂົງເຂດເອເຊັຽ ກໍເພື່ອປະກອບສ່ວນ ເຂົ້າໃນການຊຸກຍູ້ ໃຫ້ປະເທດລາວ ມີເອກກະຣາດ ຢ່າງແທ້ຈິງ ໃຫ້ປະຊາຊົນລາວມີສິດ ເສຣີພາບ ປະຊາທິປະໄຕ.

ໃນການກະຈາຍສຽງ ວິທຍຸເອເຊັຽເສຣີ ພາກພາສາລາວ ມີລາຍການຂ່າວ ແລະ ສາຣະຄດີ. ສຳລັບຂ່າວ ກໍມີຂ່າວລາວ ເປັນຕົ້ນຕໍ ແລະຂ່າວຕ່າງປະເທດ ທີ່ເຫັນວ່າ ຈະມີຜົນປໂຍດ ແລະ ນຳຄວາມຮູ້ ມາສູ່ປະຊາຊົນລາວ.

ສ່ວນສາຣະຄະດີ ກໍມີສາຣຄະດີປະຈຳສັປດາ ແລະສາຣະຄະດີທົ່ວໆ ໄປ. ມີລາຍການ ຕອບຈົດໝາຍ ທີ່ເປີດໂອກາດ ໃຫ້ຜູ້ຟັງ ສົ່ງຄວາມຕິຊົມ ກ່ຽວກັບລາຍການ ຂ່າວ ແລະ ໃນຂນະດຽວກັນ ກໍອອກຄວາມຄິດ ຄວາມເຫັນສ່ວນຕົວ ກ່ຽວກັບ ບັນຫາຕ່າງໆ ທີ່ວິທຍຸເອເຊັຽເສຣີ ໄດ້ສເນີໄປ. ພ້ອມກັນນັ້ນ ກໍມີລາຍການ ການສຶກສາລາວ, ວິທຍາສາດ ການແພດ, ການບັນເທີງ, ໝໍລຳ ມີລາຍການສເນີ ຊີວະປວັດ ທີ່ເປັນໜ້າສົນໃຈ, ແລະມີສາຣະຄດີ ກ່ຽວກັບລາວ ທີ່ຫາຟັງໄດ້ຍາກ ເປັນຕົ້ນປວັດສາດລາວ, ພາສາລາວ, ນິທານພື້ນເມືອງລາວ.

ສຳລັບສາຣະຄດີທົ່ວໆ ໄປ ກໍມີບົດວິເຄາະ, ບົດວິຈານ ແລະ ລາຍການອື່ນໆ ທີ່ມີຜົນປໂຍດ.

ດັ່ງນັ້ນ ການອອກຂ່າວ ບໍ່ວ່າ ຈະພົວພັນເຖິງ ບັນຫາການເມືອງ, ເສຖກິດ-ສັງຄົມ ລ້ວນແລ້ວ ແຕ່ເປັນຂ່າວ ທີ່ມີຄວາມຈິງ, ຂ່າວທີ່ເກີດຂຶ້ນແທ້. ສ່ວນວ່າ ຈະຕີຣາຄາຂ່າວ ໄປໃນທິດທາງໃດນັ້ນ ກໍຂຶ້ນກັບການ ຊັ່ງຊາ ຂອງຜູ້ຟັງແຕ່ລະຄົນ.

ແຕ່ຕລອດໄລຍະ 10 ປີ ທີ່ວິທຍຸເອເຊັຽເສຣີ ຜແນກພາສາລາວ ໄດ້ຮັບການສ້າງຕັ້ງ ຂຶ້ນມານີ້ ພວກເຮົາ ເຫັນວ່າ ຂ່າວຕ່າງໆ ທີ່ຖືກກະຈາຍອອກໄປນັ້ນ ໄດ້ຖືກຂານຕອບ ດ້ວຍຄວາມນິຍົມ ເປັນຢ່າງດີ ຈາກຜູ້ຟັງ ແລະ ປະຊາຊົນລາວ ທັງຢູ່ພາຍໃນລາວ ແລະຢູ່ຕ່າງປະເທດເ ພີ່ມຫລາຍຂຶ້ນ. ແລະ ສັງເກດເຫັນວ່າ ໃນໄລຍະຫຼັງໆ ມານີ້ web site ຂອງ ວິທຍຸເອເຊັຽເສຣ ີຜແນກພາສາລາວ ກໍໄດ້ຮັບຄວາມນິຍົມ ເພີ່ມຂຶ້ນເລື້ອຍໆ.

ແລະຫວັງສເມີວ່າ ບັນດາທ່ານ ທີ່ຮັກແພງທັງຫລາຍ ຈະຂຍາຍການຮັບຟັງຂ່າວ ຈາກວິທຍຸ ເອເຊັຽເສຣີ ພວກເຮົາຕໍ່ໆ ໄປ ແລະພ້ອມກັນນັ້ນ ກໍຫວັງວ່າ ຈະໄດ້ຮັບຄຳຕິຊົມ ດ້ວຍ ຄວາມປາຖນາດີ ຈາກບັນດາ ທ່ານນຳດ້ວຍ. ເຖິງແນວໃດ ວິທຍຸພວກເຮົາ ກໍພະຍາຍາມ ປັບປຸງລາຍການຂ່າວ ຢູ່ສເມີ ເພື່ອຕອບສນອງ ຄວາມຮຽກຮ້ອງ ຕ້ອງການ ຂອງຜູ້ຟັງ ແລະ ປະຊາຊົນລາວຕໍ່ໆ ໄປ.

ສເນີໂດຍ: ຈຳປາທອງ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.