ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ


2007.03.27

Laos_VietNam2.jpg
ທ່ານ ນອງ ນຶກຫມັ້ນ ປະທານ ພັກຄອມມິວນິສ ວຽດນາມ ຢ້ຽມຢາມ ສປປລາວ ໃນ ຄັ້ງວັນທີ 10 ເດືອນ ຕຸລາ ປີ 2006. ເດີນຄຽງຂ້າງ ທາງດ້ານຊ້າຍ ແມ່ນທ່ານ ຈຸມມະລີ ໃຊຍະສອນ. Photo by AFP

ໃນຣະຍະນຶ່ງເດືອນ ທີ່ຜ່ານມາ ທາງການລາວ ແລະ ວຽດນາມ ໄດ້ເພີ້ມການ ຮ່ວມມືກັນ ຫລາຍຂື້ນ ໃນຫລາຍໆ ດ້ານ ທັງທາງດ້ານ ການເມືອງ ແລະ ການທະຫານ; ຄະນະຜູ້ນຳ ກໍໄປມາຫາ ສູ່ກັນເລື້ອຍໆ.

ສປປລາວ ແລະ ວຽດນາມ ນັບມື້ນັບ ມີການຮ່ວມມືກັນ ຫລາຍຂື້ນ ໃນດ້ານແນວຄິດ ການເມືອງ ເມື່ອ ວັນທີ່ 12 ມິນາ ທ່ານ ພັນດວງຈິດ ວົງສາ ຫົວໜ້າ ຄະນະໂຄສະນາອົບຣົມ ສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ໄປ ຢ້ຽມຢາມ ນະຄອນ ຫລວງຮາ ໂນ່ຍ ແລະ ໄດ້ເຮັດວຽກ ຮ່ວມກັບທ່ານ ຈ່ວງຕັ່ນສັ່ງ ຄະນະ ກົມການເມືອງ ສູນກາງ ພັກຄອມມຸຍນິສ ວຽດນາມ. ທ່ານ ພັນດວງຈິດ ກ່າວຕໍ່ທ່ານ ສັ່ງວ່າ ວຽດນາມ ມີປະ ສົບປະການຫລາຍ ໃນດ້ານການ ຝຶກອົບຣົມ ສະມາຊິກພັກ ແລະ ພັກປະຊາຊົນ ປະຕິວັດລາວ ກໍຕ້ອງການ ປະສົບ ປະການ ດັ່ງກ່າວ ເພື່ອຊ່ວຍຝຶກອົບຣົມ ແນວຄິດການເມືອງ ຂອງສະມາຊິກພັກ ຂອງຕົນ ເພື່ອໃຫ້ ພັກ ມີຄວາມໝັ້ນຄົງ ຕລອດໄປ. ຫລັງຈາກນັ້ນ ທ່ານ ພັນດວງຈິດ ແລະ ຄະນະ ກໍໄດ້ພົບປະ ຫາລືກັບ ຄະນະໂຄສະນາອົບຣົມ ສູນກາງພັກ ຄອມມຸຍນິສ ວຽດນາມ ແລະ ທັງສອງ ໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມືກັນ ໃນ ປີ 2007 ນີ້. ໃນຂໍ້ຕົກລົງສະບັບນີ້ ວຽດນາມ ຈະຊ່ວຍ ຝຶກອົບຣົມເຈົ້າໜ້າທີ່ລາວ ໃນ ທຸກຣະດັບ ນັບ ແຕ່ຣະດັບທ້ອງຖິ່ນ ຂື້ນໄປຈົນເຖິງ ຣະດັບສູນກາງ.

ກ່ອນນີ້ບໍ່ດົນ ດຣ. ທອງສະລິດ ມັງໜໍ່ເມັກ ອາຈານ ສະຖາບັນການເມືອງ ແລະ ການ ປົກຄອງ ແຫ່ງຊາດ ຂອງລາວ ກໍໄດ້ປະຊຸມ ເຮັດວຽກຮ່ວມກັບ ດຣ. ຫງຽນດັ່ງທັ່ນ ຮອງ ຜູ້ອຳນວຍການ ສະຖາບັນການເມືອງ ໂຮຈິ່ມິ່ນ ຂອງວຽດນາມ ທີ່ໄດ້ໄປຢ້ຽມຢາມ ນະຄອນຫລວງວຽງຈັນ ເມື່ອ ວັນທີ່ 28 ເດືອນ ກຸມພາ ທີ່ຜ່ານມາ ຈົນເຖິງ ວັນທີ່ 4 ມິນານີ້. ເຈົ້າໜ້າທີ່ທັງສອງຝ່າຍ ໄດ້ຕົກລົງ ເຫັນດີເຫັນພ້ອມ ເປັນເອກກະສັນ ນຳກັນ ວ່າ ການສຶກສາ ອົບຣົມລັດທິມາກສ໌-ເລນິນ ແລະ ແນວຄິດ ໂຮ່ຈິ່ມິ່ນ ໃຫ້ແກ່ເຈົ້າໜ້າທີ່ ລາວ ຖືວ່າ ເປັນ ສິ່ງທີ່ຈຳເປັນ ເພື່ອສ້າງສາ ພັທນາເສຖກິດ ແລະ ສັງຄົມ ໃນປະເທດ ລາວ ໂດຍສະເພາະ ຍິ່ງຈຳເປັນ ສຳຣັບຝຶກອົບຣົມ ເຈົ້າໜ້າທີ່ຂັ້ນຄະນະ ບໍຣິຫານງານ ນັກສຶກສາຊັ້ນສູງ ແລະ ເຈົ້າໜ້າທ ີ່ທີ່ມີ ຄວາມຮັບຜິດຊອບ ໃນດ້ານການ ວາງແຜນການ ເສຖກິດ ແລະ ສັງຄົມ ຂອງຣັຖບານລາວ. ຫລັງຈາກນັ້ນ ເຈົ້າໜ້າທີ່ ສະຖາບັນການເມືອງ ຂອງລາວ ແລະ ວຽດນາມ ກໍໄດ້ຕົກລົງ ດຳເນີນໂຄງການ ນຶ່ງຮ່ວມກັນ ຊຶ່ງພາຍ ໃຕ້ໂຄງການນີ້ ສະຖາບັນການເມືອງ ໂຮ່ຈິ່ມິ່ນ ຂອງວຽດນາມ ຈະເປັນ ຜູ້ແປປື້ມລັດທິ ມາກສ໌-ເລນິ່ນ ແລະ ແນວຄິດ ໂຮ່ຈິ່ມິ່ນ ໃຫ້ແກ່ລາວ ຊຶ່ງມີຄວາມຍາວເຖິງ 1 ໝື່ນໜ້າ.

ທາງການທະຫານ ຄະນະຜູ້ນຳລາວ ແລະ ວຽດນາມ ກໍໄດ້ຮ່ວມມືກັນ ໃກ້ຊິດຂື້ນ ເຊັ່ນ ກັນ; ຕົວຢ່າງ ເມື່ອ ວັນທີ່ 13 ມິນານີ້ ນາຍພົນ ດວງໃຈ ພິຈິດ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດລາວ ກໍໄດ້ປະຊຸມ ເຮັດວຽກ ຮ່ວມກັບ ນາຍພົນ ຟຸ່ງກ່ວງທັ່ນ ຣັຖມົນ ຕຣີການປ້ອງກັນ ປະເທດ ວຽດນາມ ແລະ ທັງສອງ ກໍໄດ້ລົງນາມ ໃນຂໍ້ຕົກລົງ ຮ່ວມມື ກັນທາງດ້ານ ທະຫານ ສຳຣັບ ປີ 2007 ນີ້. ຂ່າວບໍ່ໄດ້ແຈ້ງ ຣາຍລະອຽດ ວ່າ ສອງປະ ເທດ ໄດ້ຕົກລົງ ຈະຮ່ວມມືກັນ ທາງດ້ານ ທະຫານ ນີ້ແນວໃດແດ່; ຂ່າວພຽງ ແຕ່ແຈ້ງວ່າ ໃນເວລາ ພົບປະຫາລືກັບ ຣັຖມົນຕຣີ ປ້ອງກັນ ປະເທດວຽດນາມ ນັ້ນ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ກ່າວວ່າ ການຮ່ວມມື ຣະຫວ່າງ ກອງທັບລາວ ແລະ ວຽດນາມ ເປັນ ການຮ່ວມມື ທີ່ສຳຄັນຫລາຍ ສຳຣັບ ສອງປະເທດ.

ສ່ວນຣະຫວ່າງ ສະພາແຫ່ງ ຊາດ ນາງ ປານີ ຢາທໍ່ຕູ້ ຮອງ ປະທານ ສະພາແຫ່ງ ຊາດລາວ ໄດ້ໄປຢ້ຽມຢາມ ນະຄອນຫລວງ ຮາໂນ່ຍ ແລະ ໄດ້ພົບປະ ຫາລືກັບທ່ານ ຫງຽນຟູຈ່ອງ ປະທານສະພາ ແຫ່ງຊາດ ວຽດນາມ. ນາງ ປານີ ກ່າວ ໃນໂອກາດນີ້ວ່າ ຄະນະ ສະພາແຫ່ງຊາດລາວ ໄດ້ເຮັດວຽກ ຮ່ວມ ແລະ ຮຽນຮູ້ຈາກ ສະພາ ແຫ່ງຊາດ ວຽດນາມຫລາຍໆຢ່າງ ແລະ ການດຳເນີນງານ ຂອງສະພາແຫ່ງຊາດ ລາວ ດີຂື້ນຫລາຍ ແລະ ກໍໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກ ປະຊາຊົນລາວ ກໍຍ້ອນ ການຊ່ວຍເຫຼືອ ຂອງ ສະພາແຫ່ງຊາດ ວຽດນາມ. ສ່ວນ ທ່ານ ຫງຽນຟູຈ່ອງ ກ່າວວ່າ ສະພາແຫ່ງຊາດ ລາວ ແລະ ວຽດນາມ ໄດ້ພົບປະ ຫາລືກັບ ເປັນປະຈຳ ແລກປ່ຽນ ປະສົບປະການ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນເລື້ອຍໆ ໃນດ້ານການ ອອກກົດໝາຍ ການວາງແຜນ ເສຖກິດ ແລະ ງົບປະມານ. ໃນດ້ານ ການອອກຂ່າວ ໂທຣະທັດ ທາງການລາວ ກໍໄດ້ອະນຸຍາດໃຫ້ ໂທຣະທັດ ວຽດນາມ ຂຽນພາສາລາວ ບັນລະຍາຍໃສ່ ຈໍໂທຣະທັດ ໃນເວລາອອກຂ່າວ ແລະ ຣາຍການອື່ນໆ ດັ່ງ ເຈົ້າໜ້າທີ່ລາວ ທ່ານນຶ່ງໄດ້ກ່າວວ່າ ( ກະຣຸນາ ຟັງສຽງປະກອບ ).

ໃນດ້ານ ໂທຣະຄົມມະນາຄົມ ຣັຖບານລາວ ແລະ ວຽດນາມ ກໍມີການຮ່ວມມືຫລາຍ ຂື້ນເຊັ່ນກັນ; ເມື່ອວັນທີ່ 13 ມິນາ ທ່ານ ສີທອງ ທົງແກ້ວ ຮອງຣັຖມົນຕຣີ ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງຂອງລາວ ໄດ້ຈັດກອງ ປະຊຸມສັມມະນາ ຂື້ນຢູ່ນະຄອນ ຫລວງວຽງຈັນ ໂດຍມີທ່ານ ຫງຽນທັນຮຸ່ງ ຮອງ ຣັຖມົນຕຣີ ກະຊວງໄປສະນີ ແລະ ໂທຣະຄົມ ມະນາຄົມ ຂອງ ວຽດນາມ ເຂົ້າຮ່ວມຟັງນຳ. ທ່ານ ສີທອງ ກ່າວ ຕໍ່ກອງປະຊຸມວ່າ ກອງປະຊຸມ ສັມມະນາ ເທື່ອນີ້ ເປັນໂອກາດ ອັນດີສຳຣັບ ເຈົ້າໜ້າທີ່ ແລະ ນັກວິຊາການ ຂອງລາວ ທີ່ຈະໄດ້ ຮຽນຮູ້ຈາກປະສົບປະການ ຂອງ ວຽດນາມ ກ່ຽວ ກັບ ການພັທນາ ຣະບົບໄປສະນີ ໂທຣະຄົມມະນາຄົມ ແລະ ການຕິດຕໍ່ອັນທັນສມັຍ ເພື່ອຊື່ມຕໍ່ກັບໂລກພາຍນອກ.

ສ່ວນ ທ່ານ ຫງຽນທັນ ຮຸ່ງກ່າວວ່າ ການຮ່ວມມືກັນຄັ້ງ ນີ້ ຄົງຈະຊ່ວຍ ໃຫ ້ແຕ່ລະ ປະເທດ ປັບຕົວ ເຂົ້າກັບການ ເປັນສະມາຊິກ ອົງການການຄ້າ ໂລກ ໃຫ້ດີ ແລະໄວຂື້ນ. ໃນຣະດັບ ຄະນະຜູ້ນຳ ເມື່ອຕົ້ນເດືອນ ກຸມພາ ທີ່ຜ່ານມາ ທ່ານ ຫງຽນວັນແຈັດ ປະທານ ປະເທດວຽດນາມ ກໍໄດ້ໄປຢ້ຽມຢາມ ສປປລາວ ແລະ ກໍໄດ້ປຶກສາ ຫາລືກັບທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ. ເຣື່ອງນຶ່ງ ທີ່ສຳຄັນ ທີ່ຜູ້ນຳທັງສອງໄດ້ ເວົ້າເຖິງ ກໍແມ່ນ ເຣື່ອງການ ສລອງວັນຄົບຮອບ ການສ້າງຄວາມສຳພັນ ແລະ ການເຊັນ ສັນຍາ ມິດຕະພາບ ລາວ-ວຽດນາມ ດັ່ງ ທ່ານ ຢົ້ງ ຈັນທະລັງສີ ໂຄສົກກະຊວງການ ຕ່າງ ປະເທດລາວ ໄດ້ກ່າວວ່າ ການໄປ ຢ້ຽມຢາມ ແລະ ການເຊັນ ສັນຍາ ຮ່ວມມ ືຣະຫວ່າງ ລາວ ແລະ ວຽດນາມ ທີ່ກ່າວມາ ນັ້ນ ສະແດງໃຫ້ເຫັນວ່າ ຄວາມສຳພັນ ແລະ ການຮ່ວມມືຣະຫວ່າງ ຄະນະ ຜູ້ນຳສອງ ປະເທດ ນັບມື້ນັບແໜ້ນແຟ້ນ ໃກ້ຊິດ ກວ້າງຂວາງ ແລະ ເລິກເຊິ່ງ.

ອ່າວະຣີ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.