ການພົວພັນ ມິຕພາບ ແລະການຮ່ວມມືຮອບດ້ານ ລະຫວ່າງ ສປປລາວ ແລະ ສປຈີນ
2007.08.14

ການພົວພັນມິຕພາບ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາຣະນະຣັດ ປະຊາຊົນຈີນ ຕັ້ງຢູ່ບົນພື້ນຖານ ຫັຼກການອັນໃດແດ່.
ການພົວພັນມິຕພາບ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາຣະນະຣັດ ປະຊາຊົນຈີນ ຕັ້ງຢູ່ບົນພື້ນຖານ ຫັຼກການອັນໃດແດ່.
ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາຣະນະຣັດ ປະຊາຊົນຈີນ ເປັນ ສອງ ປະເທດບ້ານ ໃກ້ເຮືອນຄຽງ, ມີສາຍພົວພັນກັນ ມາແຕ່ບູຮານ ນະການ, ຕັ້ງແຕ ່ສມັຍລາວ ຢູ່ເຂດເມືອງລຸງ ເມືອງປາ ເມືອງງ້ຽວ ທາງພາກເໜືອ ແລະລາວ ຖືກໄລ່ຕ້ອນລົງມາ ຕັ້ງຖິ່ນຖານ ຢູ່ພາກພື້ນ ເອເຊັຽ ຕາເວັນອອກສ່ຽງໃຕ້ ໃນປັດຈຸບັນ.
ເມື່ອເວົ້າເຖິງ ສາຍພົວພັນ ມິຕພາບ, ການສນັບສນູນ ແລະ ການຊ່ວຍເຫຼືອ ຊຶ່ງກັນ ແລະກັນ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກຄອມມິວນິສ ຈີນ ກໍຕ້ອງໄດ້ເວົ້າເຖິງ ໄລຍະທີ່ ຄອມມິວນິສ ວຽດນາມ ກົດດັນ ພັກປະຊາຊົນ ປະຕິວັດລາວ ໃຫ້ປະເຊີນໜ້າ ກັບຈີນໃນທ້າຍ ຊຸມປີ 1970 ຮອດຕົ້ນຊຸມປີ 1980.
ເຖິງແນວນັ້ນ ກໍ່ດີ ໃນໄລຍະ 10 ກວ່າປີ ມານີ້ ຈີນກໍໃຫ້ການຊ່ວຍເຫຼືອ, ການກູ້ຢືມ ແລະມີ ການລົງທຶນ ຢ່າງຫຼວງຫຼາຍ ຢູ່ລາວ.
ຫຼາຍຄົນເຫັນວ່າ ນະໂຍບາຍ ຂອງຈີນຕໍ່ລາວ ບົ່ງແຈ້ງເຖິງ ເຈຕນາສະເພາະໜ້າ ແລະຍາວນານ ຂອງຕົນ ດັ່ງທີ່ເຫັນໄດ້ ຈາກການທີ່ຈີນວ່າ ການເພີ່ມທະວີ ແລະຂຍາຍ ສາຍພົວພັນມິຕພາບ ແລະ ການຮ່ວມມ ືກັບ ພັກປະຊາຊົນ ປະຕິວັດລາວ ແລະ ຣັດ ສປປ.ລາວ ແມ່ນທິດທາງ ທີ່ເດັດຂາດ ບໍ່ປ່ຽນແປງ ຂອງພັກຄອມມິວນິສ ຈີນ ແລະຣັດ ສປ.ຈີນ.
ພ້ອມກັນນັ້ນ ຈີນກໍມີຄວາມຫວັງວ່າ ສາຍພົວພັນ ມິຕພາບ ລະຫວ່າງ ພັກຄອມມິວນິສຈີນ ແລະ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ສ້າງຂຶ້ນ ບົນພື້ນຖານ 4 ຫຼັກການຄື: ເອກກະຣາດ ເປັນເຈົ້າຕົນເອງ, ສເມີພາບ, ເຄົາຣົບນັບຖື ຊຶ່ງກັນ ແລະກັນ, ບໍ່ແຊກແຊງ ເຂົ້າກິດການ ພາຍໃນ ຂອງກັນ ແລະກັນ ຈະຕ້ອງໄດ້ຮັບການ ປັບປຸງ ແລະເພີ່ມທະວ ີຕື່ມອີກກ້າວນຶ່ງ ຢ່າງແນ່ນອນ.
ຈີນໃຊ້ຫຼັກການ 4 ຢ່າງ ດັ່ງກ່າວມານັ້ນ ໃນການກຳນົດ ທິດທາງ ແຫ່ງການຂຍາຍຕົວ ອັນ ຍາວນານ ສຳລັບ ການພົວພັນ ລະຫວ່າງ ສອງພັກ ແລະສອງຣັດ ລາວ-ຈີນ.
ທິດທາງ ທີ່ວ່ານັ້ນ ຖືກກຳນົດອອກ ໃນໄລຍະ ການແລກປ່ຽນການຢ້ຽມຢາມ ລະຫວ່າງທ່ານ ຈຽງ ເຈີມິນ ເລຂາທິການໃຫຍ່ ພັກຄອມມິວນິສ ຈີນ ແລະທ່ານຄຳໄຕ ສີພັນດອນ ປະທານພັກ ປະຊາຊົນ ປະຕິວັດລາວ ໃນປີ 2000 ຜ່ານມາ.
ບົນພື້ນຖານ 4 ຫຼັກການ ຂອງຈີນນັ້ນ ເຮັດໃຫ້ການພົວພັນ ແລະການຮ່ວມມື ຮອບດ້ານ ລະຫວ່າງ ສອງປະເທດ ມີການຂຍາຍຕົວ ທັງໃນດ້ານການເມືອງ, ເສຖກິດ, ການຄ້າ, ວິທຍາສາດ-ເຕັກນິກ, ວັທນະທັມ ແລະອື່ນໆ. ແລະເຫັນວ່າ ການພົວພັນ ຮ່ວມມືນັ້ນ ໄດ້ ຂຍາຍຕົວ ທັງທາງກວ້າງ ແລະທາງເລິກ ຕາມກົນໄກໃໝ່ ໃນນັ້ນຈີນ ໃຫ້ການຊ່ວຍເຫຼືອລ້າ, ການກູ້ຢືມໄລຍະຍາວ ດອກເບັ້ຽຕ່ຳ ແລະ ການລົງທຶນ ຢ່າງຫຼວງຫຼາຍ ເປັນຕົ້ນຢູ່ທາງ ພາກເໜືອ ຂອງລາວ. ເຊັ່ນ ຈີນ ຮ່ວມສັມປະທານທີ່ດິນ ຊາຍແດນ ແຂວງ ຫຼວງນ້ຳທາ ບໍ່ເຕັນ -ບໍ່ຫານ ໃນໄລຍະ 30 ປີ ເປັນເຂດ ເສຖກິດພິເສດ, ສັມປະທານ ພື້ນທີ່ອ້ອມແອ້ມ ສນາມ ກິລາ ແຫ່ງຊາດ ໃນເຂດເມືອງ ໄຊທານີ ກຳແພງນະຄອນຫຼວງ ວຽງຈັນ ປະມານ 1,000 ເຮັກຕາ ໃນກຳນົດ 50 ປີ ແລະຈະລົງທຶນ ປະມານ 3,000 ລ້ານ ດອນລ່າສະຫະຣັດ ເພື່ອ ສ້າງເຂດ ເສຖກິດ ແລະການທ່ອງທ່ຽວ ຄົບວົງຈອນ ດ້ວຍການສັມປະທານ ທີ່ດິນ 827 ເຮັກຕາ ໃນເຂດເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ, ເຊົ່າທີ່ດິນ ໃນແຂວງ ພາກເໜືອ ຂອງລາວ ເພື່ອການປູກຝັງ ຜັກ ໝາກໄມ້ ແລະປູກຢາງພາຣາ ນອກນັ້ນ ຈີນ ກໍຍັງລົງທຶນຊ່ວຍສ້າງ ທາງເລກ 3 ແຕ່ ແຂວງອຸດົມໄຊ ໄປເຖິງຊາຍແດນຈີນ, ຈະຊ່ວຍລົງທຶນ ສ້າງຂົວຂ້າມນ້ຳຂອງ ລາວ-ໄທ ລະຫວ່າງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງ ຊຽງຮາຍ ຂອງໄທ. ລົງທຶນສ້າງ ເຂື່ອນຜລິດ ກະແສໄຟຟ້າຫຼາຍແຫ່ງ ທັງຢູ່ພາກເໜືອ ແລະພາກໃຕ້ ຂອງລາວ ແລະ ມີອີກຫຼາຍໆ ໂຄງການ ທີ່ຈີນລົງທຶນຢູ່ລາວ.
ໃນແຜນການ ພັທນາເສຖກິດ-ສັງຄົມ ແຫ່ງຊາດ ຂອງລາວ ສົກປີ 2006-2007 ແລະ ຕໍ່ໄປເຖິງ ປີ 2007-2008 ຈີນກໍຕົກລົງໃຫ້ ການຊ່ວຍເຫຼືອ ທາງດ້ານງົບປະມານ ດ້ວຍມູນຄ່າທັງໝົດ 2,400 ລ້ານຢວນ.
ທັງໝົດນັ້ນ ເປັນພຽງພາກສ່ວນນຶ່ງ ທີ່ສຳຄັນ ຂອງການຊ່ວຍເຫຼືອ ແລະການລົງທຶນ ຂອງຈີນຢູ່ລາວ ເພື່ອຫວັງຊ່ວຍ ໃຫ້ການປະຕິບັດ ມະຕິຕ່າງໆ ຂອງພັກປະຊາຊົນ ປະຕິວັດລາວ ປາກົດຜົນ ຄືໃນປີ 2010 ຈະບັນເທົາ ຄວາມທຸກຍາກ ຂອງປະຊາຊົນລາວ ໃຫ້ໄດ້ໂດຍພື້ນຖານ ແລະ ປະເທດລາວ ຕ້ອງຫຼຸດພົ້ນ ອອກຈາກ ຄວາມດ້ອຍພັທນາ ໃນປີ 2020.
ໃນຊຸມປີຜ່ານມາ ນອກຈາກຈີນແລ້ວ ລາວກໍໄດ້ຮັບການ ຊ່ວຍເຫຼືອ ຢ່າງຫຼວງຫຼາຍ ຈາກຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນ ອີງຕາມການຕົກລົງ ຂອງກອງປະຊຸມ ໂຕະມົນ ສາກົນ ຢູ່ນະຄອນຫຼວງ ວຽງຈັນ ໃນທ້າຍເດືອນ ພຶສຈິກາ ປີ 2006 ກໍວ່າຈະໃຫ້ການຊ່ອຍເຫຼືອ ແກ່ສປປ.ລາວ ຕື່ມອີກ 1,000 ກວ່າ ລ້ານດອນລ່າ ສະຫະຣັດ ເພື່ອຊ່ວຍໃຫ້ລາວ ລຸດຜ່ອນຄວາມ ຍາກຈົນ.
ແຕ່ນັກສັງເກດການ ເວົ້າວ່າ ຄວາມຫວັງດີ ຂອງສາກົນ ທີ່ມີຕໍ່ປະຊາຊົນລາວ ນັ້ນ ຖືກພັກ ປະຊາຊົນ ປະຕິວັດລາວ ຕີລາຄາໄປ ໃນທາງລົບ ດັ່ງຈະເຫັນໄດ້ ຢູ່ໃນບົດລາຍງານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຜ່ານມາ ທີ່ວ່າ: ຕໍ່ຈີນ ແມ່ນສືບຕໍ່ປັບປຸງ ແລະເພີ່ມທະວີ ສາຍພົວພັນ ມິຕພາບ, ການຮ່ວມມ ືຮອບດ້ານ ກັບຈີນ, ເອົາໃຈໃສ ່ຍາດແຍ່ງ ການຊ່ວຍເຫຼືອ, ການຮ່ວມມື ແລະການລົງທຶນ ຂອງຈີນ ເພື່ອສ້າງທ່າແຮງ ໃຫ້ສປປ.ລາວ ໃນການພົວພັນ ກັບຝ່າຍ ຕາເວັນຕົກ.
ວິເຄາະ ໂດຍ: ຈຳປາທອງ
ບົດວິເຄາະ
- ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ
- ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ
- ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ