ເສຖກິດ ຝືດເຄືອງ ໃນໄທ ສົ່ງຜົນກະທົບ ຕໍ່ແຮງງານລາວ

ໃນເມື່ອ ເສຖກິດ ໄທຝຶດເຄືອງ, ຊຶ່ງເປັນປະເທດ ທີ່ມີຄົນງານລາວ ໄປເຮັດວຽກ ຢູ່ຫລາຍແສນຄົນນັ້ນ ປະເຊີນກັບ ບັນຫາ ຫຍູ້ງຍາກ ຄືດັ່ງກ່າວ ກໍອາດ ໜີບໍ່ພົ້ນ ຈາກການທີ່ ຄົນງານລາວ ຈະໄດ້ຮັບ ຜົນກະທົບ ແບບເປັນເງົາ ຕາມຕົວ.

ໂລກປັດຈຸບັນການເງິນຕົກຢູ່ໃນສະພາບວິກິດການແລະເສດຖະກິດກໍປະເຊີນກັບ ຄວາມຫຍູ້ງຍາກ. ​ເມື່ອເປັນຄືແນວນັ້ນ ບໍ່ວ່າ ຈະເປັນປະເທດຮັ່ງມີ ທີ່ຂະຫຍາຍຕົວ ທາງດ້ານອຸດສະຫະກຳສູງ  ຫລື ວ່າຈະເປັນປະເທ ທີ່ກຳລັງພັດທະນາ ຫລື ດ້ອຍພັດທະນາ ຕ່າງກໍໄດ້ ຮັບຜົນກະ ທົບ ໄປໃນທາງທີ່ບໍ່ດີຕາມໆກັນ. ​ໃນນັ້ນ ກໍມີປະເທດໄທ ຮວມຢູ່ດ້ວຍ. ​ໃນເມື່ອ​ເສ​ຖກິດ ​ໄທຝຶດ​ເຄືອງ, ຊຶ່ງ​ເປັນ​ປະ​ເທດ ທີ່ມີຄົນງານລາວໄປເຮັດວຽກ ຢູ່ຫລາຍແສນຄົນນັ້ນ ປະເຊີນກັບ ບັນຫາ ຫຍູ້ງຍາກ ຄືດັ່ງກ່າວ ກໍອາດ ໜີບໍ່ພົ້ນ ຈາກການທີ່ ຄົນງານລາວ ຈະໄດ້ຮັບ ຜົນກະທົບ ​​ແບບເປັນເງົາ ຕາມຕົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org