ເຫດການ ທີ່ເກີດຂຶ້ນ ຢູ່ແຂວງບໍ່ແກ້ວ ສະແດງ ໃຫ້ເຫັນວ່າ ຍັງມີບັນຫາ ຄວາມບໍ່ສງົບ
-
2007-07-12 -
-
-
Your browser doesn’t support HTML5 audio
ເຫດການ ທີ່ເກີດຂຶ້ນ ຢູ່ແຂວງບໍ່ແກ້ວ ໃນຕົ້ນເດືອນກໍຣະກະດາ ປີ 2007 ນີ້ ສະແດງ ໃຫ້ເຫັນວ່າ ຣັຖບານ ສປປ.ລາວ ຍັງມີບັນຫາ ຄວາມບໍ່ສງົບ ກັບຊົນເຜົ່າມົ້ງ ໃນ ປະເທດ ແທ້.
ຣັຖບານ ສປປ.ລາວ ກ່າວອ້າງ ຢູ່ສເມີວ່າ ເມືອງລາວມີຄວາມສງົບສຸກ ມີຄວາມປອດພັຍ ແຕ່ເໜືອຕລອດໃຕ້ ປະຊາຊົນ ບັນດາ ເຜົ່າທົ່ວປະເທດ ສນັບສນູນ ການປົກຄອງ ຂອງພັກປະຊາຊົນ ປະຕິວັດລາວ. ເທົ່າທີ່ຜ່ານມາ ທຸກໆ ຄັ້ງ ທີ່ມີຂ່າວການຕໍ່ສູ້ ລະຫວ່າງ ກຸ່ມຄົນທີ່ຕິດອາວຸດ ກັບ ກຳລັງທະຫານ ຝ່າຍຣັຖບານ ຣັຖບານ ສປປ.ລາວ ກໍໄດ້ປະຕິເສດຂ່າວ ວ່າບໍ່ມີມູນ ຄວາມຈິງ. ທຸກໆ ຄັ້ງ ທີ່ມີ ການດັກຍິງຣົດ ຢູ່ຕາມເສັ້ນທາງ ຢູ່ທາງພາກເໜືອ ຂອງປະເທດ ແລະ ເຮັດໃຫ້ ສະຖານທູດ ຂອງປະເທດ ໂລກ ຕາເວັນຕົກ ອອກຄຳສັ່ງ ແນະນຳໃຫ້ຄົນ ຫຼືນັກທ່ອງທ່ຽວ ຈາກ ປະເທດ ຂອງຕົນໃຫ້ລະມັດລະວັງ ແລະ ໃຫ້ຫຼີກເວັ້ນ ເສັ້ນທາງດັ່ງກ່າວ ເພື່ອຄວາມປອດພັຍ ຣັຖບານ ສປປ.ລາວ ກໍບໍ່ດີໃຈ ແລະອະທິບາຍວ່າ ເຫດການ ທີ່ເກີດຂຶ້ນນັ້ນ ມັນເປັນພຽງນ້ຳມື ຂອງ ຄົນບໍ່ດີ ແລະຄົນບໍ່ດີນີ້ ຢູ່ປະເທດໃດກໍມີ, ສປປ.ລາວ ມີຄວາມປອດພັຍ ແຕ່ເໜືອຕລອດ ໃຕ້.
ເມື່ອອົງການ ນິຣະໂທດສາກົນ Amnesty International ແລະ ສຖານີວິທຍຸ ແລະໂທຣະທັດ BBC ຂອງ ອັງກິດ ລາຍງານວ່າ ທະຫານ ຝ່າຍຣັຖບານ ໄລ່ຕ້ອນຊາວເຜົ່າມົ້ງ ຢູ່ໃນປ່າໃນດົງ ຢູ່ທາງພາກເໜືອ ຂອງປະເທດ ຄືກັນກັບໄລ່ຕ້ອນຍິງສັດ ປ່ານັ້ນ ແລະບາງກຸ່ມ ເມື່ອຍແລ່ນ, ເມື່ອຍລີ້, ໝົດອາຫານ ການກິນ ກໍຈຳເປັນຕ້ອງ ຍອມຈຳນົນ ຕໍ່ທາງການ ສປປ.ລາວ ຊຶ່ງຣັຖບານ ສປປ.ລາວ ກໍຟ້າວປະຕິເສດ ຂ່າວວ່າ ບໍ່ມີມູນ ຄວາມຈິງ ເປັນການປັ້ນແຕ່ງ ເຣື້ອງຂຶ້ນ ເພື່ອໃສ່ຮ້າຍປ້າຍສີ ສປປ.ລາວ ຊື່ໆ. ແລະຮູບພາບ-ຮູບ Vedio ທີ່ນັກຂ່າວຕ່າງປະເທດ ໄປຖ່າຍ ເອົາກ່ຽວກັບ ຊາວມົ້ງ ທັງຜູ້ຍິງ, ຜູ້ເຖົ້າ ແລະ ເດັກນ້ອຍ ລີ້ຢູ່ໃນປ່າຕຶບ ດົງໜາ ແລະມີຄວາມອຶດຢາກ ກິນເປືອກໄມ້ ຮາກໄມ້ ຕາງເຂົ້ານັ້ນ ທາງການ ສປປ.ລາວ ແກ້ວ່າ ແມ່ນການສະແດງ ລະຄອນ ສະແດງ ຢູ່ໃສ-ຢູ່ປະເທດໃດ. ເປັນຫຍັງ ຣັຖບານສປປ.ລາວ ຈຶ່ງປະຕິເສດ ເຫດການ ທີ່ເກີດຂຶ້ນດັ່ງກ່າວ? ຄົງຈະແມ່ນ ຍ້ອນເຫດຜົນ ເຣື້ອງຮູບພາບ ຄວາມສງົບ ຂອງປະເທດ ແລະ ເຣື້ອງການຢູ່ຄົງຕົວ ແລະສະເຖັຽຣະພາບ ຂອງການປົກຄອງ. ຖ້າປະເທດ ມີຮູບພາບດີ, ມີຄວາມສງົບ ມີສະເຖັຽຣະພາບ ກໍຈະເຮັດໃຫ້ ມີການລົງທຶນ ຈາກຕ່າງປະເທດ, ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາຫຼາຍ ແລະຣັຖບານ ກໍມີຫວັງໄດ້ຮັບ ການຊ່ອຍເຫຼືອ ຈາກຕ່າງປະເທດ ຫຼາຍຂຶ້ນ.
ອົງການ ກັມມາທິການ ຊອກຫາຄວາມຈິງ Fack Finding Commission ຫຼື FFC ທີ່ມີສຳນັກງານ ຢູ່ຣັດຄາລີຟໍເນັຍ, ສະຫະຣັດ ອາເມຣິກາ ແຈ້ງໃຫ້ຊາບວ່າ ເມື່ອສັປດາ ທີ່ຜ່ານມາ ກຳລັງທະຫານ ຣັຖບານ ສປປ.ລາວ ສອງຈຸ ບຸກໂຈມຕີ 3 ໝູ່ບ້ານ ຂອງເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຄືບ້ານໄຊຈະເລີນ, ບ້ານຫ້ວຍໄຄ້ ແລະບ້ານຝາຍ ຊຶ່ງມີຊົນເຜົ່າມົ້ງ ອາສັຍຢູ່ ປະມານ 500 ຄົນ. ການບຸກຍິງ 3 ໝູ່ບ້ານ ດັ່ງກ່າວ ເຮັດໃຫ້ມີຜູ້ເສັຍຊີວິດ 2 ຄົນ ຮອດດຽວນີ້ ແລະໄດ້ຮັບບາດເຈັບ ຈຳນວນນຶ່ງ ຜູ້ທີ່ເສັຍຊີວິດ 2 ຄົນນີ້ ຊື່ ຈູເຮີ້ມົ້ວ ແລະຊົງລີ້ມົ້ວ. 37 ຄົນ ຖືກກຳລັງທະຫານລາວ ຈັບໄປ ໃນຈຳນວນນີ້ ຜູ້ນຶ່ງເ ປັນຫົວໜ້າ ນຳພາ ສາສນາຄຣິສຕ໌ ຊື່ໄຊຈິງລີ້ ແລະເປັນນ້ອງຊາຍ ຂອງທ່ານ ເຢັ້ຽເລັ້ງລີ້ ເຈົ້າເມືອງ ເມືອງຫ້ວຍຊາຍ ສ່ວນທີ່ເຫຼືອ ທີ່ເປັນຊາວມົ້ງ ຜູ້ຊາຍໄດ້ພາກັນ ໂຕນໜີເຂົ້າປ່າ ເພື່ອຄວາມຢູ່ລອດ.
ລາຍງານ ດັ່ງກ່າວສ່ວນນຶ່ງ ເປັນລາຍງານ ທີ່ກົງກັບ ຄຳລາຍງານທາງໂທຣະສັບ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນພຸດທີ 11 ກໍຣະກະດານີ້ ຈາກຊົນເຜົ່າມົ້ງ ຜູ້ນຶ່ງ ຢູ່ແຂວງຫົວພັນ ຊື່ໄມເຮີ້ ທີ່ເປັນ ຜູ້ນຳມົ້ງເຈົ້າຟ້າ ທີ່ເວົ້າວ່າ: “ໃນວັນທີ 5 ເດືອນ 7 ປີ 2007 ເວລາ 3 ໂມງແລງ ນີ້ ຣັຖບານລາວ ໄດ້ເຄື່ອນກຳລັງ ທະຫານ 6 ຄັນຣົດ ປະມານ 200 ຄົນ ໄປປິດລ້ອມ, ຂ້າພໍ່ແມ່ ປະຊາຊົນ ຊາວເຜົ່າມົ້ງ ຢູ່ບ້ານໄຊຈະເລີນ, ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ສະນັ້ນ ຈຶ່ງມີການຕໍ່ສູ້ຢ່າງໜັກ ໜ່ວງຢູ່ໃນແຂວງບໍ່ແກ້ວ ຂໍໃຫ້ຊາວໂລກ ລົງມາແກ້ໄຂ ບັນຫາມົ້ງ ແລະ ລາວໃຫ້ດ່ວນ ເທົ່າທີ່ດ່ວນໄດ້.”
ຕົກມາຮອດມື້ວັນພຸດທີ 11 ກໍຣະກະດານີ້ ຊາວເຜົ່າມົ້ງ 5 ຄົນ ຊຶ່ງໃນນັ້ນມີມົ້ງໄທຮວມຢູ່ນຳຜູ້ນຶ່ງ ຖືກທາງການລາວຈັບ ເພາະຖືກສົງສັຍວ່າເປັນຜູ້ວາງແຜນສ້າງຄວາມບໍ່ສງົບຂຶ້ນດ້ວຍການລອບວາງລະເບີດໃສ່ 7 ບ່ອນ ໃນແຂວງບໍ່ແກ້ວ ຊຶ່ງດຽວນີ້ ທາກງານໄທກຳລັງສືບສວນຫາ ຂໍ້ເທັດຈິງກ່ຽວກັບຄົນໄທມີສ່ວນຮ່ວມນຳເຣື້ອງນີ້ ດັ່ງທ່ານທະຣິດ ຈະຣຸງວັດ ອະທິບໍດີກົມສາ ຣະນິເທດແລະໂຄສົກກະຊວງການຕ່າງປະເທດຂອງໄທ ໄດ້ກ່າວຕໍ່ສື່ມວນຊົນຕ່າງປະເທດວ່າ “ພວກເຮົາຊາບຂ່າວຈາກຫຼາຍແຫຼ່ງຂ່າວວ່າ ຊາວເຜົ່າມົ້ງ 5 ຄົນ ຖືກຈັບຢູ່ປະເທດລາວ, ແຕ່ດຽວນີ້ ຍັງບໍ່ໄດ້ຮັບຄຳຢືນຢັນຈາກຣັຖບານລາວເລີຍວ່າ ເຂົາເຈົ້າຖືກຈັບຍ້ອນຂໍ້ກ່າວຫາຫຍັງແທ້ ແລະພວກເຮົາກໍກຳລັງພິສູດຂ່າວຢູ່ວ່າ ມີຄົນໄທຮວມຢູ່ນຳດ້ວຍຫຼືບໍ່.”
ເຖິງຢ່າງໃດກໍຕາມ ອົງການຂ່າວໂລກຕາເວັນຕົກ ລາຍງານຂ່າວວ່າ ໃນເວລານີ້ ຍັງບໍ່ທັນມີປະຕິກິຣິຍາ ຫຼື ຄຳວິພາກວິຈານຕໍ່ຂ່າວນີ້ ຈາກກະຊວງການຕ່າງປະເທດສປປ.ລາວເທື່ອ.
ອີກຂ່າວນຶ່ງ ຈາກເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໃນມື້ວັນສຸກທີ 6 ກໍຣະກະດານີ້ ເວົ້າວ່າ ທາງການ ໄດ້ອອກຄຳສັ່ງ ຫ້າມບໍ່ໃຫ້ມີການເຂົ້າ-ອອກ ໂຕ ເມືອງ ຫ້ວຍຊາຍ ເລີ້ມແຕ່ຕອນແລງ ຂອງມື້ວັນສຸກ ນີ້ ແລະ ຫ້າມບໍ່ໃຫ້ ມີການສັນຈອນ ນັບແຕ່ເວລາ 9 ໂມງ ກາງຄືນໄປ ລຸນຫຼັງ ທະຫານຂອງຝ່າຍ ຣັຖບານຜູ້ນຶ່ງ ຖືກພວກຂະບົດ ມົ້ງຂ້າຕາຍ ໃນຄ່ຳຄືນຂອງມື້ກ່ອນ ພ້ອມກັນ ນັ້ນ ຣັຖບານສປປ.ລາວ ກໍໄດ້ສົ່ງ ກຳລັງທະຫານ ຈາກແຂວງ ໃກ້ຄຽງຕ່າງໆ ເຂົ້າມາສົມທົບ ກັບກຳລັງທະຫານ ແຂວງບໍ່ແກ້ວ ຜູ້ເຫັນເຫດການ ລາຍງານວ່າ ຕົນເຫັນກຳລັງ ທະຫານ ແລະຕຳຣວດ ເຂົ້າມາ ໃນໂຕເມືອງຫ້ວຍຊາຍ ຢູ່ບໍ່ຂາດ.
ຫຼາຍຄົນ-ທັງຄົນລາວ ແລະຄົນຕ່າງປະເທດ ອາດມີຄວາມສົນໃຈ ວ່າເຫດການ ທີ່ເກີດຂຶ້ນຢູ່ ເມືອງຫ້ວຍຊາຍ ມີການພົວພັນ ກັບເຣື້ອງ ນາຍພົນ ວັງປາວ ຖືກຈັບຢູ່ສະຫະຣັດ ອາເມຣິກາຫຼືບໍ່. ໃນທິສດີທີ່ວ່າມີ ກໍເພາະວ່າ ເຫດການ ຊາວເຜົ່າມົ້ງ ຕໍ່ສູ້ກັບກຳລັງທະຫານ ຝ່າຍຣັຖບານ ແລະ ມີແຜນວາງລະເບີດ ໃນແຂວງບໍ່ແກ້ວ ທີ່ເປັນແຂວງ ທີ່ມີຊາຍແດນ ຕິດກັບປະເທດໄທນັ້ນ ຊຶ່ງ ຊາວມົ້ງ ຂອງ ນາຍພົນ ວັງປາວ ຫຼື ຜູ້ທີ່ສນັບສນູນ ນາຍພົນ ວັງປາວ ສາມາດ ເລັດລອດເຂົ້າມາ ກໍ່ກວນຄວາມສງົບໄດ້. ແຕ່ກ່ອນເຣື້ອງ ການຕໍ່ສູ້ ລະຫວ່າງ ຊາວມົ້ງ ກັບກຳລັງ ທະຫານຝ່າຍ ຣັຖບານເກີດຂຶ້ນ ຢູ່ແຕ່ໃນເຂດ ທີ່ໄກຈາກແຄມນ້ຳຂອງ ແລະໄກຈາກ ຊາຍແດນໄທ. ໃນທິສດີ ທີ່ວ່າ ເຫດການຊາວມົ້ງ ຕໍ່ສູ້ກັບກຳລັງທະຫານ ສປປ.ລາວ ຢູ່ເມືອງຫ້ວຍຊາຍ ບໍ່ມີການພົວພັນ ກັບເຣື້ອງນາຍພົນ ວັງປາວ ຖືກຈັບ ຢູ່ອາເມຣິກາ ກໍຄືວ່າ ຊາວເຜົ່າມົ້ງ ໃນລາວ ຢາກສະແດງ ໃຫ້ໂລກເຫັນວ່າ ບໍ່ມີແຕ່ນາຍພົນ ວັງປາວ ທໍ່ນັ້ນ ທີ່ຕໍ່ສູ້ກັບ ຣັຖບານ ສປປ.ລາວ ຊາວມົ້ງກຸ່ມອື່ນ ໂດຍສະເພາະ ແມ່ນກຸ່ມມົ້ງເຈົ້າຟ້າ ທີ່ບໍ່ເປັນກຸ່ມວັງປາວ ກໍຕໍ່ສູ້ ຢູ່ຄືກັນ ແລະ ໃນເມື່ອ ນາຍພົນ ວັງປາວ ໝົດລິດໝົດເດດແລ້ວ ຣັຖບານສປປ.ລາວ ກໍຍັງຈະມີບັນຫາ ກັບຊາວເຜົ່າມົ້ງ ໃນປະເທດ ຢູ່ຕໍ່ໄປ ຖ້າບໍ່ປັບປຸງ ນະໂຍບາຍ ຕໍ່ຊາວມົ້ງ ໃນ ປະເທດ. ມະໂນທັມ ຣາຍງານ
ບົວວິຈານ
- ຍັງມີຊາວບ້ານ ທີ່ຍັງບໍ່ຍ່ອມຍົກຍ້າຍ ອອກຈາກ ບໍຣິເວນ ເຂື່ອນນ້ຳເທີນ 2
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ