ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
-
2007-09-07 -
-
-
Your browser doesn’t support HTML5 audio
ສມັຍນີ້ແມ່ນສມັຍເປີດການຄ້າເສຣີ. ສະມາຄົມ ປະຊາຊາດເອເຊັຍຕາວັນອອກສ່ຽງໃຕ້ ຫຼືອາຊ່ຽນ ກໍກຳລັງເປີດການຄ້າເສຣີຣະຫວ່າງກັນ ແລະກັບປະເທດອື່ນໆ; ສະມາຊິກ ອາຊ່ຽນເກົ່າ ເຊັ່ນ ໄທ, ມາເລເຊັຍ ສິງກະໂປ, ຟີລິບປິ່ນ ແລະອິນໂດນີເຊັຍ ໄດ້ເລີ້ມເປີດການຄ້າເສຣີ ຣະຫວ່າງກັນແລ້ວ; ສ່ວນສະມາຊິກໃໝ່ ຄື ລາວ, ພະມ້າ, ວຽດນາມ ແລະກຳພູຊານັ້ນ ກຳນົດຈະເປີດການຄ້າເສຣີພາຍ ໃນປີ 2008.
ສຳຣັບສະເພາະສປປລາວ ເມື່ອເດືອນກໍຣະກະດາ ສະພາແຫ່ງຊາດລາວ ກໍໄດ້ຮັບ ຜ່ານກົດໝາຍ ກ່ຽວກັບການຫລຸດພາສີສິນຄ້າຂາເຂົ້າ-ຂາອອກ ຊຶ່ງໄດ້ບົ່ງໄວ້ວ່າ ສປປລາວ ຈະເລີ້ມເກັບພາສີໜ້ອຍລົງ ຄືໃນຣະຫວ່າງ 0 ເຖິງ 5 ສ່ວນຮ້ອຍ ຕໍ່ສິນຄ້າ ຈາກຕ່າງປະເທດພາຍໃນປີ 2008 ເປັນຕົ້ນໄປ. ການຫລຸດພາສີສິນຄ້າໃຫ້ແກ່ກັນ ກໍແປວ່າ ການເປີດ ການຄ້າເສຣີຣະຫວ່າງກັນນັ້ນແຫລະ.
ການຄ້າເສຣີໃຫ້ປະໂຫຍດ 3 ຢ່າງ ດັ່ງນີ້: 1. ຕ່າງປະເທດຈະມາລົງທຶນຫຼາຍຂື້ນ. 2. ການຄ້າເສຣີຈະຊຸກຍູ້ໃຫ້ມີການຜລິດຫາຼຍຂື້ນ. 3. ສປປລາວຈະໄດ້ເປັນສະມາຊິກອົງການຄ້າໂລກ ; ໃວຂື້ນ.
ຕໍ່ບັນຫາທີ່ວ່າ ສປປລາວ ຈະໄດ້ຮັບຜົນປະໂຍດແນວໃດຈາກການຄ້າເສຣີ ດັ່ງກ່າວ. ຜົນປະໂຍດ ອັນທີ່ນຶ່ງ ດັ່ງທີ່ໄດ້ກ່າວມາແລ້ວ ວ່າຫລາຍປະເທດ ກຳລັງນິຍົມເປີດການຄ້າ ເສຣີ; ສະນັ້ນ ໃນເມື່ອລາວ ໄດ້ເຂົ້າຮ່ວມຢູ່ໃນເຂດການຄ້າເສຣີ ລາວ ກໍມີຣະບົບ ເສຖກິດ ແລະການຄ້າສອດຄ່ອງກັບຕ່າງປະເທດ. ຕ່າງປະເທດ ກໍຈະມັກຄ້າຂາຍນຳ ມາລົງທຶນ ແລະ ໃຫ້ການຊ່ວຍເຫຼືອແກ່ລາວຫລາຍຂື້ນ.
ໃນສະພາບຄວາມເປັນຈິງ ກໍ ເປັນແບບນັ້ນແທ້ ນັບແຕ່ລາວເປີດກ້າວ ຕໍ່ໂລກພາຍນອກ ເສຖກິດຂອງລາວ ກໍຂຍາຍຕົວເຖິງ 7 ສ່ວນຮ້ອຍ ໃນຣະຍະສອງສາມທີ່ຜ່ານມາ. ຕ່າງປະເທດ ກໍມາລົງທຶນຢູ່ໃນລາວ ຫລາຍຂື້ນ ເປັນຕົ້ນລົງທຶນໃນດ້ານການຜລິດກະແສໄຟຟ້າ ແຮ່ທາດ ແລະຜົນຜລິດທາງດ້ານກະສິກັມ. ຜົນປະໂຍດໃຫຍ່ອັນທີ່ສອງ ການຄ້າເສຣີ ຈະຊຸກຍູ້ສົ່ງເສີມໃຫ້ມີການຜລິດຫລາຍຂື້ນ ຢູ່ສປປລາວ ເພາະວ່າ ຫລັງຈາກເປີດການຄ້າເສຣີຣະຫວ່າງກັນແລ້ວ ປະເທດລາວ ກໍມີສິດສົ່ງສິນຄ້າໄປຂາຍໃນປະເທດ ສະມາຊິກ ດ້ວຍກັນຢ່າງເສຣີ ໝາຍຄວາມວ່າ ຣັຖບານ ຈະບໍ່ມີສິດເກັບພາສີສິນຄ້າເລີຍຫຼືເກັບກໍໜ້ອຍ ຄືບໍ່ກາຍ 5 ສ່ວນຮ້ອຍ. ໃນເມື່ອມີສິດສົ່ງສິນຄ້າໄປຂາຍຢ່າງເສຣີ ປະຊາຊົນຜູ້ຜລິດ ກໍຈະຮັ່ງມີເປັນດີຂື້ນ ແລະຣັຖບານ ກໍເຊັ່ນດຽວກັນ ຈະມີຣາຍໄດ້ຈາກເກັບພາສີກັບປະຊາຊົນໃນນາມນັກທຸຣະກິດບໍ່ຫລາຍ ກໍໜ້ອຍ. ກ່ຽວກັບຜົນປະໂຍດໃນດ້ານນີ້ ທ່ານ ສົມຈິດ ອິນທະມິດ ຫົວໜ້າກົມເສຖກິດ ກະຊວງ ການຕ່າງປະເທດລາວ ໄດ້ກ່າວອະທິບາຍວ່າ:
" ສ່ວນ ສປປລາວ ເຮົາເອງເຮົາກໍໄດ້ຕັດສິນໃຈເຂົ້າຮ່ວມເຮັດການຄ້າ ໃນການຄ້າອາຊ່ຽນເສຣິ ຢູ່ແລ້ວ. ຊຶ່ງຮອດປີ 2008 ພວກເຮົາກໍຈະໄດ້ຫລຸດອັດຕຣາພາສີໃຫ້ແກ່ທາງອາຊ່ຽນ. "
ຜົນປະໂຍດອັນທີ່ສາມ ໃນເມື່ອເປີດການຄ້າເສຣີກັບປະເທດອື່ນແລ້ວ ສປປລາວ ກໍ ຈະມີເງື່ອນໄຂ ໄດ້ເຂົ້າເປັນສະມາຊິກຂອງອົງການການຄ້າໂລກໄວຂື້ນ; ອົງການດັ່ງ ກ່າວ ມີຈຸດປະສົງເພື່ອສົ່ງເສີມ ການຄ້າ ເສຣີຢູ່ໃນທົ່ວໂລກ. ປັດຈຸບັນ ປະເທດທີ່ຍັງບໍ່ ທັນເປີດການຄ້າຕໍ່ໂລກພາຍນອກຫລາຍປະເທດ ກໍຍັງບໍ່ໄດ້ເຂົ້າສະມາຊິກຂອງອົງ ການດັ່ງເທື່ອ ເຊັ່ນນອກຈາກສປປລາວແລ້ວ ກໍມີວຽດນາມ ກິວບ່າ ແລະຣັດເຊັຍດັ່ງ ນີ້ເປັນຕົ້ນ.
ນັ້ນແມ່ນຜົນປະໂຍດທີ່ສຳຄັນທີ່ປະເທດລາວ ຈະໄດ້ຮັບຈາກການເປີດການຄ້າເສ ຣີ; ແຕ່ໃນຂະນະດຽວກັນ ການເປີດການຄ້າເສຣີນີ້ ກໍອາດບໍ່ເປັນຜົນດີສຳຣັບເສຖກິດ ຂອງລາວພໍເທົ່າໃດ ເຊັ່ນໃນເມື່ອເປີດການຄ້າ ເສຣີແລ້ວ ສິນຄ້າຕ່າງປະເທດ ກໍຈະ ຫລັ່ງໄຫລເຂົ້າລາວ; ສິນຄ້າເຫຼົ່ານີ້ ອາດຈະມີຣາຄາຖືກ ແຕ່ຣັຖບານ ພັດບໍ່ມີຣາຍ ໄດ້ຈາກການເກັບພາສີຫລາຍເໜືອນແຕ່ກ່ອນ ຊຶ່ງກໍໝາຍຄວາມວ່າ ຣາຍໄດ້ຂອງ ຣັຖບານລາວ ກໍຈະຕົກຕ່ຳລົງ. ແຕ່ໃດມາ ຣັຖບານລາວ ຂາດເຂີນຣາຍໄດ້ ອາໃສ ແຕ່ການເກັບພາສີ ສ່ວນນຶ່ງກໍອາໃສ ການເກັບພາສີສິນຄ້າຈາກຕ່າງປະເທດ; ສະນັ້ນ ໃນເມື່ອບໍ່ມີສິດເກັບພາສີສິນຄ້າຈາກຕ່າງປະເທດ ຣັຖບານລາວ ກໍຈະບໍ່ມີຣາຍໄດ້ ຫລາຍເທົ່າທີ່ຄວນ.
ແນວບໍ່ດີອີກຢ່າງນຶ່ງ ສປປລາວ ເປັນປະເທດນ້ອຍດ້ອຍພັທນາ ເສຖກິດອ່ອນແອ ບໍ່ສາມາດແຂ່ງຂັນ ກັບປະເທດອື່ນໄດ້; ສະນັ້ນ ໃນເມື່ອມີການເປີດການຄ້າເສຣີແລ້ວ ຈະມີການແຂ່ງຂັນຢ່າງດຸເດືອດ ລະຫວ່າງ ປະເທດສະມາຊິກ; ແຕ່ປະເທດລາ ກໍຕົກຢູ່ ໃນທ່າເສັຍປຽບ ເພາະວ່າ ຄວາມສາມາດ ໃນການແຂ່ງຂັນ ຍັງມີໜ້ອຍ; ຕົວຢ່າງ ໃນເມື່ອມີການເປີດການຄ້າເສຣີຣະຫວ່າງອາຊ່ຽນກັບຈີນ ແນ່ນອນ ວ່າລາວຈະບໍ່ສາມາດແຂ່ງຂັນກັບຈີນໄດ້ ໃນດ້ານການຜລິດສິນຄ້າເກືອບທຸກຊະນິດ ເຊັ່ນການຜລິດ ເສື້ອຜ້າແລະເຄື່ອໃຊ້ອື່ນໆ. ໃນເມື່ອບໍ່ສາມາດແຂ່ງຂັນໄດ້ ປະເທດແລະປະຊາຊົນ ລາວ ກໍຕ້ອງ ມີແຕ່ ຊື້ຂອງຕ່າງປະເທດມາກິນມາໃຊ້ ຈະກາຍເປັນສົງຄົມຜູ້ບໍຣິໂພກ ບໍ່ແມ່ນຜູ້ຜລິດ; ສະນັ້ນໃນເມື່ອມີແຕ່ຊື້ - ຂອງຕ່າງປະເທດ ເງິນຊຶ່ງລ້ວນແລ້ວແຕ່ແມ່ນ ເງິນຕຣາຕ່າງປະເທດທັງນັ້ນ ກໍຕ້ອງຮົ່ວໄຫລອອກໄປ ຕ່າງປະເທດຫລາຍ ພາໃຫ້ຢູ່ ພາຍປະເທດລາວເອງ ຂາດເຂີນເງິນຕຣາຕ່າງປະເທດ ຊຶ່ງອາດຈະພາໃຫ້ ຣາຄາເງິນ ກີບເຟີ້ ດັ່ງທີ່ເປັນມາໃນຣະຍະຫລາຍສິບປີທີ່ຜ່ານມາ. ເຖິງຢ່າງໃດກໍດີ ຖ້າມີຄວາມ ພ້ອມ ການຄ້າເສຣີ ອາດຈະເປັນປະໂຍດຫລາຍຢ່າງຕໍ່ລາວ ດັ່ງ ທ່ານ ສົມຈິດ ໄດ້ ກ່າວອີກຕອນນຶ່ງວ່າ:
" ການເປີດການຄ້າເສຣີນີ້ ມັນກໍຈະມີຜົລດີໃນຫຼາຍໆດ້ານ ເບື້ອງຕົ້ນອາດຈະມີຄວາມເຈັບປວດໜ້ອຍນຶ່ງ ຖ້າພວກເຮົາບໍ່ມີຄວາມພ້ອມ ແຕ່ວ່າຜົລຈາກການຄ້າເສຣີນີ້ ແນ່ນອນທີ່ສຸດ ມັນຈະເປັນກຳລັງເເຮງອັນນຶ່ງ ມັນກໍຈະເປີດໂອກາດໃຫ້ແກ່ນັກລົງທຶນປະເທດຕ່າງໆ ເຂົ້າມາລົງທືນຢູ່ລາວ ເພືອຫາຕະລາດຈີນ ຊຶ່ງລາວເອງ ກໍມີຊາຍແດນຕິດກັບຈີນ ກໍຈະສ້າງເງື່ອນໄຂ ສະດວກຫາຼຍຂື້ນ. "
ສະນັ້ນ ມາເຖິງຕອນນີ້ ເຮົາພໍສລຸບໄດ້ວ່າ ການເປີດການຄ້າເສຣີກັບປະເທດອື່ນ ຈະມີຜົນ ດີຕໍ່ເສຖກິດ ຂອງລາວ ໃນຫລາຍໆດ້ານ; ແຕ່ໃນຂະນະດຽວກັນ ກໍມີຜົນຮ້າຍຕິດຕາມ ມາ. ຖ້າມີຄວາມສາມາດ ແຂ່ງຂັນສູງ ເຊັ່ນມີການຜລິດຫລາຍ ມີສິນຄ້າຫລາຍ ສປປ ລາວ ຍິ່ງຈະໄດ້ຮັບຜົນປະໂຍດ ຈາກການຄ້າ ເສຣີນີ້ຫລາຍຂື້ນ.
ວິເຄາະ ໂດຍ: ອາວະຣີ
ບົດວິເຄາະ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ
- ສປປລາວແຕ່ງຕັ້ງເອກອັກຄະຣາຊະທູດວິສາມັນ ຄົນໄໝ່ໄປປະຈຳການຢູ່ທີ່ບາງກອກ, ປະເທດໄທ
- ສປປລາວ ; ຈະຮ່ວມມືກັບໄທ ; ເພື່ອແກ້ໄຂບັນຫາ ຊາວ ; Hmong ; ທີ່ອາໃສຢູ່ແຂວງເພັຊບູນຂອງໄທ
- ບັນຫາຄ່າຄອງຊີພສູງໄດ້ສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນລາວ
- ພັຍອັນຕລາຍຈາກການກໍ່ການຮ້າຍໃດ້ສ້າງຄວາມແຕກຕື່ນອີກຄັ້ງໃຫມ່
- ບັນຫາຊາວອົບພະຍົບມົ້ງ ; ທີ່ ; ປະເທດໄທ
- ສປປລາວ ; ມີການປະຕິຮູບທາງດ້ານການເມືອງ ; ແທ້ ຫລື ; ບໍ?
- ທາງການລາວອອກຣະບຽບການໃໝ່ເພື່ອໃຫ້ ມີການປະຢັດບໍ່ໃຫ້ໃຊ້ຈ່າຍເງິນຫລືຊັບສິນຂອງຫລວງ ໄປໃນທາງທີ່ບໍ່ຖືກຕ້ອງ
- ຜູ້ນຳລາວເລີ້ມນິຍົມຊົມຊອບຈີນຫລາຍຂື້ນ
- ຄວາມສຳພັນແບບພິເສດລະຫ່ວາງ ; ລາວ ; ແລະ ; ວຽດນາມ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ການແຕ່ງຕັ້ງປະທານປະເທດ ; ແລະ ; ນາຍຍົກ ຣັຖະມົນຕຣີ
- ເມື່ອໃດສປປລາວຈະໄດ້ເປັນສະມາຊິກຂອງອົງການຄ້າໂລກ
- ຫລັງຈາກການເລືອກຕັ້ງ, ; ສະພາແຫ່ງຊາດລາວ ຈະຕ້ອງປະຕິບັດຕາມຂັ້ນຕອນຫຍັງແດ່ເພື່ອເລືອກ ປະທານປະເທດ ; ແລະແຕ່ງຕັ້ງນາຍົກຣັຖມົນຕຣີ.
- ການປ່ຽນແປງຄະນະຜູ້ນຳລະດັບກົມການເມືອງແລະລະດັບ ສູນກາງພັກຂອງພັກປະຊາຊົນປະຕີວັດລາວຈະສາມາດ ແກ້ໄຂບັນຫາໃດແດ່ທີ່ ; ສປປ ; ລາວກຳລັງປະເຊີນຢູ່
- ການເລືອກຕັ້ງ ; ໃນ ; ສປປລາວ
- ການໂຄສະນາຫາສຽງໃນການເລືອກຕັ້ງຢູ່ລາວ
- ການປະກາດ ; ບໍ່ຮັບຕຳແນ່ງນາຍົກຣັຖະມົນຕຣີ ; ຕໍ່ໄປຂອງ ທ່ານ ; ທັກສິນ ; ຊິນນະວັດ ; ນາຍົກຣັຖະມົນຕຣີຂອງໄທ ຄົນປັດຈຸບັນ
- ພັກປະຊາຊົນປະຕິວັດໄດ້ແຕ່ງຕັ້ງຜູ້ນຳຄົນໄໝ່