ສປປ.ລາວ ປະນາມການສໍ້ລາດບັງຫຼວງ

0:00 / 0:00

ສປປ.ລາວ ປະນາມການສໍ້ລາດບັງຫຼວງ, ສປປ.ລາວ ເປັນປະເທດນຶ່ງ ທີ່ມີການ ສໍ້ລາດບັງຫຼວງ ຫຼາຍທີ່ສຸດ ໂດຍຖຶກຈັດ ຢູ່ທາງພື້ນ ຂອງບັນຊີປະເທດ ສໍ້ລາດບັງຫຼວງ ໃນໂລກ. ນັ້ນແມ່ນ ການພາດຫົວຂໍ້ຂ່າວ ຂອງໜັງສືພິມ ບາງສະບັບ ຂອງ ທາງການລາວ ຊຶ່ງເມື່ອໄດ້ອ່ານ ຫຼື ໄດ້ຍິນແລ້ວ ຮູ້ສຶກວ່າ ເປັນເລື້ອງທີ່ບໍ່ປົກກະຕິ ປານໃດ.

ສປປ.ລາວ ຍອມຮັບຮູ້ວ່າ ມີການ ສໍ້ລາດບັງຫຼວງ ຢ່າງກວ້າງຂວາງ ໃນລາວ ສປປ.ລາວ ປະນາມ ການສໍ້ລາດ ບັງຫຼວງ. ມະໂນທັມ ວິເຄາະ ແລະວິຈານ

ວັນທີ 9 ທັນວາ ປີ 2006 ນີ້ ແມ່ນວັນຕໍ່ຕ້ານການສໍ້ລາດບັງຫຼວງສາກົນ ຊຶ່ງຢູ່ນະຄອນຫຼວງວຽງຈັນ ອົງການ ຊ່ອຍເຫຼືອ ຂອງສະຫະປະຊາຊາດ ຄືໂຄງການພັທນາ ສະຫະປະຊາຊາດ UNDP ແລະ ອົງການ ສະຫະປະຊາຊາດ ຕໍ່ຕ້ານຢາເສບຕິດ ແລະ ອາຊຍາກັມ UNODC ກໍໄດ້ຈັດໃຫ້ມີການສລອງວັນ ດັ່ງກ່າວຂຶ້ນ ໂດຍ ໄດ້ເຊີນປະຊາຊົນ ແລະ ບັນດາຜູ້ນຳລາວ ເຂົ້າຮ່ວມປະມານ 500 ຄົນ ຮວມທັງທ່ານອາສັງ ລາວລີ ຮອງນາຍົກຣັຖມົນຕຣີ ແລະ ປະທານອົງການ ກວດກາແຫ່ງຣັດ.

ໃນມື້ຕໍ່ມາ ໜັງສືພິມ ພາສາອັງກິດ Vientiane Times ພາດຫົວຂໍ້ຂ່າວວ່າ “Laos condemns corruption” ຊຶ່ງຖ້າຈະແປເປັນຄວາມລາວ ແລ້ວກໍແມ່ນ “ສປປ.ລາວປະນາມ ການສໍ້ລາດບັງຫຼວງ”, ຂ່າວສານ ປະເທດລາວ KPL ພາດຫົວຂໍ້ຂ່າວ ເປັນຄວາມອັງກິດວ່າ “International Corruption: Laos at the bottom list” ຊຶ່ງເມື່ອແປເປັນ ຄວາມລາວ ກໍຈະໄດ້ຄວາມວ່າ “ການສໍ້ລາດບັງຫຼວງສາກົນ: ສປປ.ລາວ ຢູ່ທາງພື້ນຂອງບັນຊີລາຍຊື່ ປະເທດສໍ້ລາດບັງຫຼວງ” ສ່ວນໜັງສືພິມປະຊາຊົນ ພາດຫົວຂໍ້ຂ່າວວ່າ “ສເລີມສລອງ ວັນຕ້ານການສໍ້ ລາດບັງຫຼວງສາກົນ ຄົບຮອບ 3 ປີ.”

ສປປ.ລາວ ຍອມຮັບຮູ້ວ່າ ມີການສໍ້ລາດບັງຫຼວງຢ່າງກວ້າງຂວາງໃນລາວ ສປປ.ລາວ ປະນາມ ການສໍ້ລາດ ບັງຫຼວງ.

ເມື່ອໄດ້ອ່ານ ຫລື ໄດ້ຟັງການພາດຫົວຂໍ້ຂ່າວ ຂອງໜັງສືພິມ ທີ່ເປັນປາກກະບອກສຽງ ຂອງພັກ-ຣັດ ສປປ.ລາວ ແລ້ວ ຮູ້ສຶກວ່າເປັນສີເຂີນໆ ວາດໃດວາດນຶ່ງ ເພາະການປະນາມນີ້ ແມ່ນການປະນາມໃຜ ຖ້າບໍ່ແມ່ນ ປະນາມໂຕເອງ. ສປປ.ລາວ ມີກົດໝາຍດີໆ ຫຼາຍຢ່າງຫຼາຍແນວ ຮວມ ທັງກົດໝາຍ ປາບການສໍ້ລາດ ບັງຫຼວງ ແຕ່ບໍ່ປະຕິບັດ ຫຼືວ່າປະຕິບັດບໍ່ໄດ້ ແລ້ວຊິໄປຕິໃຜ-ປະນາມໃຜ ໃນຣະບອບເກົ່າ ຄື ຣະບອບ ພຣະຣາຊອານາຈັກລາວ ມີການສໍ້ລາດບັງຫຼວງ ແຕ່ໃນຣະບອບຄອມມິວນິສ ສປປ.ລາວ ການສໍ້ລາດບັງຫຼວງ ພັດຍິ່ງມີຫຼາຍ ແລະ ແຜ່ລາມ ຫຼາຍກວ່າ ຣະບອບເກົ່າ. ຢ່າລືມວ່າ ແມ່ນ ການສໍ້ລາດບັງຫຼວງ ນີ້ເອງ ທີ່ ເປັນເຫດຜົນນຶ່ງ ທີ່ເຮັດໃຫ້ຣະບອບເກົ່າ ເສັຍຄວາມນິຍົມຈາກປະຊາຊົນລາວ ກ່ອນເຂົ້າ ກຳອຳນາດ ໃນປະເທດລາວ ກຳລັງຄອມມິວນິສ ປະເທດລາວ ຫຼື ພັກປະຊາຊົນປະຕິວັດລາວ ໄດ້ຍົກເອົາ ການສໍ້ລາດບັງຫຼວງ ຂອງຣັຖບານ ຝ່າຍຂວາ ແລະ ສັງຄົມລາວໃນສມັຍນັ້ນວ່າ ເປັນຣັຖບານສໍ້ລາດບັງຫຼວງ ແລະ ສັງຄົມເປື່ອຍເຍື້ອຍ ມາເປັນຂໍ້ອ້າງ ແລະ ເປັນການໂຄສະນາຊວນເຊື່ອ ຊຶ່ງຖືວ່າໄດ້ຜົນ ຫຼາຍທີ່ສຸດ. ມາບັດນີ້ ແລະ ໃນສມັຍຣະບອບໃໝ່ ຣະບອບສປປ.ລາວ ເຮົາມາຕັ້ງຄຳຖາມວ່າ ໃຜສໍ້ລາດບັງຫຼວງ ຫຼາຍກວ່າກັນ ແລະ ໃຜເປື່ອຍເຍື້ອຍຫຼາຍກວ່າກັນ.

ໃນມື້ວັນເສົາທີ 9 ທັນວາ ປີ 2006 ນີ້ ທີ່ນະຄອນຫຼວງວຽງຈັນ ທ່ານຮອງນາຍົກຣັຖມົນຕຣີ ອາສັງ ລາວລີ ໄດ້ກ່າວ ຄຳປາໄສ ຕໍ່ການປະຊຸມ ສລອງວັນຕໍ່ຕ້ານ ການສໍ້ລາດບັງຫຼວງ ວ່າ ຣັຖບານ ສປປ.ລາວ ເອົາໃຈໃສ ່ຕໍ່ການປາບປາມ ການສໍ້ລາດບັງຫຼວງ ໂດຍອາໄສກົດໝາຍວ່າ ດ້ວຍການຕ້ານ ການສໍ້ລາດບັງຫຼວງ ຊຶ່ງ ສະພາ ແຫ່ງຊາດ ຊຸດທີ 5 ໄດ້ຮັບຜ່ານໃນວັນທີ 19 ພືສພາ ປີ 2005 ແລະ ກົດໝາຍອາຍາ ສະບັບປັບປຸງໃໝ່ ໃນວັນທີ 9 ພຶສຈິກາ ປີ 2005.

ການປາບປາມ ການສໍ້ລາດບັງຫຼວງ ໃນປະເທດດ້ອຍພັທນາ ເປັນເລື້ອງຍາກທີ່ສຸດ ໂດຍສະເພາະ ຢູ່ໃນປະເທດນ້ອຍ ເຊັ່ນ ປະເທດລາວ. ໃນໄລຍະສອງ-ສາມປີຫຼັງມານີ້ ເຮົາມັກໄດ້ຍິນ ຂ່າວຢູ່ເລື້ອຍໆ ວ່າ ເຈົ້າໜ້າທີ່ຊັ້ນສູງ ຂອງຣັຖບານ ຫຼື ຂອງພັກຄອມມິວນິສ ໃນ ສປ.ຈີນ ແລະ ຢູ່ໃນ ວຽດນາມ ຖຶກໂທດ ຍ້ອນໄດ້ສໍ້ລາດ ບັງຫຼວງ-ຍັກຍອກ ເງິນຫຼວງ ຫຼື ກິນສິນບົນ ແຕ່ເຮົາຍັງບໍ່ທັນເຄີຍໄດ້ຍິນວ່າ ເຈົ້າໜ້າທີ່ລາວ ຈະແມ່ນຂັ້ນຕ່ຳ ຫຼື ຂັ້ນສູງ ຖຶກໂທດ ຍ້ອນເລື້ອງດັ່ງກ່າວຈັກຄົນເລີຍ.

ການປາບການສໍ້ລາດບັງຫຼວງ ໃນສມັຍກ່ອນ ແລະ ໃນສມັຍປັດຈຸບັນ ຄືໃນສມັຍສປປ.ລາວ ກໍຄົງຈະຍາກ ຄືກັນ ເພາະປະເທດລາວ ມີລັກສະນະພິເສດ. ລາວເປັນປະເທດນ້ອຍ ໄລ່ເຊື້ອສາຍຫາກັນ ແມ່ນຮອດກັນໝົດ ທັງຢູ່ໃນວົງການ ປົກຄອງ ຫຼື ນອກວົງການປົກຄອງ ຖ້າບໍ່ແມ່ນເຊື້ອ ສາຍ ລາຍລ່ອງທາງເລືອດ ກໍແມ່ນ ເປັນດອງກັນ ຈັບຜິດກັນໄດ້ແລ້ວ ແຕ່ບໍ່ກ້າໃສ່ໂທດກັນ ຈັບຜິດໄດ້ແລ້ວ ພໍ່ເຖົ້າແມ່ນາຍ ພັດແລ່ນ ຫາເຈົ້ານາຍຊັ້ນສູງ ຂໍນຳໆ ແລ້ວຜູ້ມີໜ້າທີ່ໃສ່ໂທດ ກໍເລີຍໃຈ ອ່ອນໄປ ເຮັດກັນບໍ່ລົງ.

ອີກປະການນຶ່ງ ໃນສປປ.ລາວ ແລະ ໃນສັງຄົມລາວໃນປັດຈຸບັນນີ້ ເລື້ອງການ ສໍ້ລາດບັງຫຼວງ ກາຍເປັນເລື້ອງທັມມະດາ ໄປເສັຍແລ້ວ ດັ່ງເຈົ້າໜ້າທີ່ລາວ ຜູ້ນຶ່ງໃຫ້ທັສນະເມື່ອມໍ່ໆ ມານີ້ວ່າ “ຜູ້ໃດມືຍາວສາວໄດ້ສາວກິນ”. ຖ້າຈະເອົາເລື້ອງກັນແທ້ໆ ນັ້ນ ກໍຕ້ອງມາປະເມີນເບີ່ງວ່າ ເຈົ້ານາຍ ຜູ້ເພີ່ນເຂົ້າມາ ກຳອຳນາດ ໃນລາວເມື່ອ 30 ປີກ່ອນນັ້ນ ພວກເພີ່ນເຂົ້າມາດ້ວຍມືເປົ່າ ບໍ່ມີເງິນ ຈັກດອນລ່າ. ແຕ່ 30 ປີມາ ເພີ່ນເຮັດການເງິນເດືອນ ກໍເກືອບບໍ່ພໍກິນ. ດຽວນີ້ ພວກເພີ່ນມີຣົດ ງາມໆ ຫຼາຍຄັນ ມີເຮືອນ Villa ຫຼາຍຫຼັງ. ເພີ່ນເຮັດແນວໃດ. ຄົງຈະບໍ່ແມ່ນຍ້ອນອັຕຣາ ບຳລຸງດອກ ທີ່ເຮັດໃຫ້ເພີ່ນຮັ່ງ ແຕ່ ແມ່ນຍ້ອນ ການສໍ້ລາດບັງຫຼວງ ນັ້ນເອງ.

ສອງມື້ ກ່ອນຮອດວັນສລອງວັນຕໍ່ຕ້ານການສໍ້ລາດບັງຫຼວງສາກົນ ຄືໃນວັນທີ 7 ທັນວາ ປີ 2006 ອົງການ Transparency International ທີ່ມີສຳນັກງານໃຫຍ ່ຢູ່ທີ່ກຸງເບີລິນ ປະເທດ ເຢັຽຣະມັນ ໄດ້ເຮັດລາຍງານ ປະຈຳປີອອກມາ ກ່ຽວກັບສະຖານະການ ການສໍ້ລາດບັງຫຼວງໃນໂລກ ໂດຍໄດ້ຈັດອັນດັບປະເທດ ທີ່ມີການສໍ້ລາດບັງຫຼວງ ຈາກໜ້ອຍທີ່ສຸດ ຫາ ຫຼາຍທີ່ສຸດ.

ສຳລັບປີ 2006 ໃນຈຳນວນ 163 ປະເທດ ສປປ.ລາວ ຖຶກຈັດຢູ່ໃນອັນດັບທີ 111 ຮ່ວມກັບ 9 ປະເທດ ຊຶ່ງ ຢູ່ໃນນັ້ນ ມີວຽດນາມຢູ່ນຳ.

ປະເທດໄທ ຕິດອັນດັບທີ 63, ສປ.ຈີນ ຕິດອັນດັບທີ 70, ຟິລິບປິນທີ 121, ອິນໂດນີເຊັຽ ທີ 130, ກຳພູຊາທີ 151 ແລະ ພະມ່າທີ 160.

5 ປະເທດ ທີ່ມີການສໍ້ລາດບັງຫຼວງ ໜ້ອຍທີ່ສຸດ ແມ່ນປະເທດ Finland, Iceland, Newzealand, Denmark ແລະ ສິງຄະໂປ. ສ່ວນປະເທດນຶ່ງ ທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດແມ່ນ ປະເທດ Haiti ທີ່ຕິດອັນດັບທີ 163, ອັງກິດຕິດອັນດັບທີ 11, Canada ທີ 14, ຍີ່ປຸ່ນທີ 17, ຝຣັ່ງເສດທີ 18 ແລະ ສະຫະຣັດ ອະເມຣິກາທີ 20. ສລຸບຄວາມແລ້ວມີການສໍ້ລາດບັງຫຼວງໃນທຸກໆ ປະເທດ ພຽງແຕ່ວ່າຈະມີຫຼາຍ ຫຼີ ມີໜ້ອຍທໍ່ນັ້ນ.

ຢ່າງໃດກໍຕາມ ມີຂໍ້ສັງເກດ ຢູ່ແນວນຶ່ງວ່າ ການສໍ້ລາດ ບັງຫຼວງໃນ ສປປ.ລາວ ນັ້ນ ແຮ່ງຮ້າຍແຮງຂຶ້ນ ກວ່າເກົ່າ ລຸນຫຼັງ ໄດ້ມີກົດໝາຍ ຕ້ານການສໍ້ລາດບັງຫຼວງ ອອກມາ. ອົງການ Trans parency International ຈັດ ສປປ.ລາວ ເປັນທີ 77 ສຳລັບປີ 2005 ແລະ ເປັນທີ 111 ສຳລັບປີ 2006. ເມື່ອເປັນດັ່ງນີ້ ສປປ.ລາວ ຈະໄປ ປະນາມໃຜ ຕ້ອງປະນາມໂຕເອງ ທີ່ບໍ່ປະຕິບັດກົດໝາຍ ຈຶ່ງແມ່ນ.

ການສໍ້ລາດບັງຫຼວງ ແມ່ນພະຍາດທີ່ຮ້າຍແຮງ ພະຍາດນຶ່ງ ທີ່ຖ່ວງຄວາມຈເຣີນ ເພາະ ເງິນຊ່ອຍເຫຼືອ ທີ່ຕ່າງປະເທດ ແລະ ອົງການ ຣະຫວ່າງຊາດ ຊ່ອຍບັນດາປະເທດ ທີ່ກຳລັງພັທນານັ້ນ ບໍ່ຖຶກນຳໄປ ສ້າງສາ ປະເທດຊາດ ແຕ່ໄປເຂົ້າຖົງບຸກຄົນ ທີ່ເປັນເຈົ້ານາຍຂອງປະເທດ. ດັ່ງນັ້ນ ອົງການ ສະຫະປະຊາຊາດ ຈຶ່ງມອງເຫັນ ໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ແລະ ໄດ້ຈັດກອງປະຊຸມ ຂຶ້ນແລ້ວຮັບເອົາ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕໍ່ຕ້ານການສໍ້ລາດບັງຫຼວງ ໃນປີ 2003. ສປປ.ລາວ ເປັນນຶ່ງໃນ 30 ປະເທດທຳອິດ ທີ່ໄດ້ໃຫ້ສັຕຍາບັນ ແກ່ສົນທິ ສັນຍາດັ່ງກ່າວ. ໃນປັດຈຸບັນນີ້ ມີ 140 ປະເທດ ທີ່ໄດ້ເຊັນ ສົນທິສັນຍາ ດັ່ງກ່າວ.ໃນຈຳນວນ ນີ້ມີ 80 ປະເທດ ໄດ້ໃຫ້ສັຕຍາບັນແລ້ວ.

ທະນາຄານໂລກປະເມີນວ່າ ທຸກໆ ປີ ການສໍ້ລາດບັງຫຼວງ ໄດ້ເຮັດໃຫ້ຊັບສິນ ຂອງໂລກເສັຽຖິ້ມເຖິງ 1,500 ຕື້ດອນລ່າສະຫະຣັດ ຫຼື 5% ຂອງຜົນຜລິດ.

ວິເຄາະ ໂດຍ: ມະໂນທັມ