ການແຊກແຊງໃນກິຈການ Google ຂອງສປຈີນ

ບັນຫາທີ່ເຮັດໃຫ້ ສະຫະຣັຖ ແລະສປຈີນ ຂັດໃຈກັນ ກໍນັບວ່າມີຫລາຍ ສົມຄວນແລ້ວ ແຕ່ເມື່ອມໍ່ໆມານີ້ ຊ້ຳພັດມີເຣື້ອງບໍຣິສັດດ Google ຍັກໃຫຍ່ອະເມຣິກັນດ້ານ internet ຂູ່ວ່າຈະຖອນ ກິຈການ ອອກຈາກປະເທດຈີນ ຍ້ອນທົນຕໍ່ການ ແຊກແຊງ ແລະ ກວດກາຢ່າງເຂັ້ມງວດ ຂອງທາງການຈີນ ອີກຕໍ່ໄປບໍ່ໄຫວ. ບັນຫາຂັດແຍ້ງລ້າສຸດ ເກີດຂຶ້ນໄດ້ແນວໃດ ແລະມີຄວາມສຳຄັນ ຕໍ່ຣັຖບານ ສະຫະຣັຖຫລາຍປານໃດ ຈຶ່ງເຮັດໃຫ້ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອອກມາໃຫ້ຄວາມຄິດວາມເຫັນ ກ່ຽວກັບບັນຫາ ດັ່ງກ່າວ ຊຶ່ງວຽງໄຊ ຈະສເນີຣາຍລະອຽດ ສູ່ທ່ານຟັງ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org