ສະຫລຸບຜົນງານ 40 ປີ ຜ່ານມາ ຂອງ ກຸ່ມ ປະເທດ ອາຊ້ຽນ
-
2007-08-16 -
-
-
Your browser doesn’t support HTML5 audio
ໃນໄລຍະ 40 ປີ ທີ່ຜ່ານມາ ສະມາຄົມ ປະເທດເອເຊັຍ ຕາເວັນອອກ ສ່ຽງໃຕ້ ຫຼື ອາຊ້ຽນ ສາມາດ ຮັກສາ ສັນຕິພາບ ໃນພາກພື້ນ ແຕ່ບໍ່ສາມາດ ປັບປຸງ ຊີວິດ ການເປັນຢູ່ ຂອງປະຊາກອນ ເທົ່າທີ່ຄວນ ແລະ ບໍ່ສາມາດ ປັບປຸງ ປະຊາທິປະໄຕ ໃນ ຫຼາຍປະເທດ ສະມາຊິກ.
ສະມາຄົມ ປະເທດເອເຊັຽຕາເວັນອອກສ່ຽງໃຕ້ Association of Southeast Asian Nations ທີ່ຮູ້ຈັກກັນ ຫຼື ເອີ້ນກັນ ຕາມໂຕອັກສອນ ຫຍໍ້ອັງກິດວ່າ ASEAN ຫຼືກຸ່ມ ASEAN ຖືກຈັດຕັ້ງຂຶ້ນ ໃນວັນທີ 8 ເດືອນ ສິງຫາ ປີ 1967 ທີ່ບາງກອກ, ປະເທດໄທ ໂດຍມີ 5 ປະເທດ ສະມາຊິກ ກົກເຄົ້າຄື ອິນໂດເນເຊັຽ, ມາເລເຊັຽ, ຟີລິບປິນ, ສິງຄະໂປ ແລະ ໄທ. ປະເທດ ບຣູໄນ ດາຣຸສລາມ ເຂົ້າເປັນສະມາຊິກ ໃນວັນທີ 8 ເດືອນ ມົກກະຣາ ປີ 1984, ວຽດນາມ ໃນ ວັນທີ 28 ກໍຣະກະດາ ປີ 1995, ສປປ.ລາວ ແລະ ພະມ່າ ໃນ ວັນທີ 23 ກໍຣະກະດາ ປີ 1997 ແລະ ກຳພູຊາໃນວັນທີ 30 ເມສາ ປີ 1999.
ໃນປັດຈຸບັນນີ້ ຖ້ານັບໂຮມກັນໝົດ 10 ປະເທດ ສະມາຊິກ ອາຊ້ຽນ ມີປະຊາກອນ ຢູ່ 500 ກ່ວາລ້ານຄົນ, ມີພື້ນທີ່ ເກືອບເຖິງ 5 ລ້ານ ກິໂລແມດ ມົນທົນ, ມີຜົນຜລິດ ຮວມປະມານ 700 ຕື້ ຫຼື 7 ຮ້ອຍພັນລ້ານ ດອນລ່າ ສະຫະຣັດ ແລະ ການແລກປ່ຽນ ສິນຄ້າ ມີມູນຄ່າ ປະມານ 850 ຕື້ ຫຼື 850 ັລ້ານ ດອນລ່າ ສະຫະຣັດ.
ລະບອບ ແລະລະບົບການປົກຄອງ ບໍ່ຄືກັນໃນໝົດທຸກປະເທດ ສະມາຊິກ. ຫຼາຍປະເທດ ປົກຄອງ ດ້ວຍ ລະບອບຫຼາຍ ພັກການເມືອງ, ສອງປະເທດ ຄື ລາວ ແລະວຽດນາມ ປົກຄອງ ດ້ວຍລະບອບ ຄອມມິວນິສ ພັກດຽວ ແລະພະມ່າ ປົກຄອງດ້ວຍ ລະບອບຜະເດັດການ ທະຫານ. ໃນເບື້ອງຕົ້ນ ASEAN ເປັນການຈັດຕັ້ງ ທີ່ອຽງໄປທາງ ໂລກເສຣີ ຕາເວັນຕົກ ແລະ ເພື່ອຕໍ່ຕ້ານ ການຮຸກຮານ ຂອງຄອມມຸຍນິສ ສອງປະເທດ ຄື ຟີລິບປິນ ແລະໄທ ເປັນສະມາຊິກ ຂອງອົງການ ຊີໂຕ້ (SEATO) ຊຶ່ງເປັນອົງການ ຕໍ່ຕ້ານ ຄອມມິວນິສ ທີ່ຖືກຈັດຕັ້ງຂຶ້ນ ໃນເດືອນ ກັນຍາ ປີ 1954 ໂດຍມີ ສະຫະຣັດອາເມຣິກາ ເປັນໂຕຕັ້ງໂຕຕີ.
ຈຸດປະສົງ ທີ່ສຳຄັນ ຂອງກຸ່ມອາຊ້ຽນ ກໍຄື ເລັ່ງລັດ ການພັທນາເສຖກິດ, ສັງຄົມ ແລະວັທນະທັມ ໃນພາກພື້ນ ແລະ ສົ່ງເສີມ ສັນຕິພາບ ແລະສະເຖັຽ ຣະພາບ ດ້ວຍການເຄົາຣົບ ນັບຖ ຄວາມຍຸຕິທັມ ແລະ ລະບຽບກົດໝາຍ ໃນການສ້າງ ຄວາມສັມພັນ ລະຫວ່າງ ປະເທດ ສະມາຊິກ ແລະນັບຖືຫຼັກການ ຂອງ ກົດບັດ ສະຫະປະຊາຊາດ. ນອກຈາກນັ້ນ ກຸ່ມ ASEAN ຍັງມີຫຼັກການ ອີກຫຼາຍຢ່າງ ຫຼາຍແນວ ສຳລັບ ປະເທດ ສະມາຊິກ ເຊັ່ນວ່າ ການນັບຖື ເອກກະຣາດ, ອະທິປະໄຕ, ຄວາມສເມີພາບ ຂອງກັນແລະກັນ ການບໍ່ເຂົ້າ ແຊກແຊງ ກິດຈະການ ພາຍໃນ ຂອງກັນແລະກັນ, ການແກ້ໄຂ ບັນຫາ ລະຫວ່າງກັນ ໂດຍສັນຕິ ແລະ ໂດຍບໍ່ມີການ ໃຊ້ກຳລັງ, ການຮ່ວມໄມ້ຮ່ວມມື ກັນ ແລະຕໍ່ໆ ໄປ.
ເປັນທີ່ສັງເກດ ເຫັນວ່າ ຈຸດປະສົງ ແລະຫຼັກການ ຂອງອາຊ້ຽນ ບໍ່ໄດ້ເອີ່ຍເຖິງ ປະຊາທິປະໄຕ ສິດທິມະນຸດ, ບົດບາດ ຂອງປະຊາຊົນ ແລະ ການສຶກສາເລີຽ. ບາງທີ ເພີ່ນອາດ ຈະຈັດເຂົ້າ ໃນການພັທນາ ເສຖກິດ ແລະສັງຄົມ ແລະການສ້າງຄວາມ ຍຸຕິທັມ ກໍບໍ່ຮູ້ ຫຼືບາງທີ ເພີ່ນຈະເວົ້າ ໃນທັມມະນູນ ຂອງອາຊ້ຽນ ທີ່ຈະໄດ້ເຊັນກັນ ໃນທ້າຍປີນີ້ ກໍ່ບໍ່ຮູ້.
ບໍ່ມີໃຜ ກ້າປະຕິເສດໄດ້ວ່າ ໃນໄລຍະ 40 ປີ ທີ່ຜ່ານມາ ອາຊ້ຽນ ມີຜົນງານ ດີເດ່ນ ດ້ານການສ້າງ ສັນຕິພາບ ໃນພາກພື້ນ ແລະໃນໄລຍະ 10 ປີ ຫຼັງນີ້ມາ ສະມາຊິກ ອາຊ້ຽນ ສາມາດຢູ່ຮ່ວມກັນ ໄດ້ຢ່າງລາບລື່ນ ພຽງແຕ່ວ່າ ໃນໄລຍະປີຫຼັງໆ ນີ້ ມີບັນຫາ ແຕ່ນຳປະເທ ດພະມ່າ ປະເທດດຽວ ຊຶ່ງ ອາຊ້ຽນ ຍັງມີ ຄວາມຫວັງວ່າ ກົດບັດໃໝ ່ຫຼືທັມມະນູນໃໝ ່ຂອງສະມາຄົມ ຈະສາມາດ ແກ້ໄຂບັນຫາ ປະຊາທິປະໄຕ ແລະ ສິດທິມະນຸດ ໃນພະມ່າໄດ້.
ຢ່າງໃດກໍຕາມ ເຣື້ອງ ທີ່ບັນດາ ຜູ້ນຳອາຊ້ຽນ ແລະນັກຊ່ຽວຊານ ຍົກຂຶ້ນມາເວົ້າ ກັນ ທີ່ສິງຄະໂປ ໃນໂອກາດ ການສລອງ ວັນຄົບຮອບ 40 ປີ ຂອງການຈັດຕັ້ງ ອາຊ້ຽນ ກໍແມ່ນ ການທົບທວນ ເບີ່ງຜົນງານ ຂອງອາຊ້ຽນ ສຳລັບ ອານາຄົດ ຂອງອາຊ້ຽນ. ທ່ານອົງ ເກັ່ງ ຢົ້ງ ເລຂາທິການ ອາຊ້ຽນ ຄົນປັດຈຸບັນ ເວົ້າວ່າ ອາຊ້ຽນ ສາມາດ ຮັກສາສັນຕິພາບ ໃນເອເຊັຽຕາເວັນອອກ ສ່ຽງໃຕ້ ແຕ່ໃນຂນະດຽວກັນ ທ່ານກໍຍອມຮັບຮູ້ວ່າ ກຸ່ມອາຊ້ຽນ ຕ້ອງໄດ້ກະທຳ ຫຼາຍກ່ວາເກົ່າ ເພາະດຽວນີ້ ອາຊ້ຽນ ເປັນພຽງສະມາຄົມ ທີ່ຄົນຂັ້ນຫົວກະທິ ເປັນຜູ້ວາງ ນະໂຍບາຍ ແລະ ເອົາຄວາມຕັດສີນໃຈ. ທ່ານອົງເກັ່ງຢົ້ງ ໝາຍເຖິງວ່າ ປະຊາຊົນ ບໍ່ມີສ່ວນຮ່ວມ ນຳ ນະໂຍບາຍ ແລະການເອົາ ຄວາມຕັດສີນໃຈ ຂອງອາຊ້ຽນ. ອາຊ້ຽນ ບໍ່ໄດ້ມີບົດບາດ ນຳການ ພັທນາ ແລະສົ່ງເສີມ ປະຊາທິປະໄຕ ແລະ ສິດທິມະນຸດເລີຽ. ເຊັ່ນດຽວກັນ ນັກຊ່ຽວຊານ ຈາກປະເທດ ໄທ ເວົ້າວ່າ ອາຊ້ຽນ ເປັນການຈັດຕັ້ງ ແບບແຕ່ຂັ້ນເທີງ ລົງຫາຂັ້ນລຸ່ມ ຊຶ່ງເວົ້າ ເປັນຄວາມອັງກິດວ່າ top-down ແລະ ອາຊ້ຽນຄວນ ຈະເປັນການຈັດຕັ້ງ ທີ່ອີງໃສ່ ປະຊາຊົນ ຫຼາຍກ່ວາເກົ່າ. ທ່ານ ສຸຣິນ ພິດສຸວັນ ອະດີດ ຣັຖມົນຕຣີ ການຕ່າງປະເທດໄທ ແລະຜູ້ຈະເປັນ ເລຂາທິາການ ອາຊ້ຽນ ຄົນຕໍ່ໄປ ກໍມີຄວາມເຫັນ ໃນທຳນອງ ດຽວກັນວ່າ: “ມັນເປັນເຣື້ອງ ທີ່ສຳຄັນທີ່ສຸດ ປະຊາຊົນ ຕ້ອງມີສ່ວນຮ່ວມ ນຳອາຊ້ຽນ. ນອກຈາກນັ້ນ ກໍຕ້ອງໃຫ້ ເຍົາວະຊົນ ຫຼືຄົນຮຸ່ນໃໝ່ ມິສ່ວນນຳ ເພື່ອອານາຄົດ ຂອງເຂົາເຈົ້າເອງ. ຕ້ອງໃຫ້ຄົນ ຮຸ່ນໜຸ່ມນ້ອຍ ມີຄວາມສົນໃຈນຳ ຖ້າຄົນຮຸ່ນໃໝ່ ບໍ່ສົນໃຈ ນຳ, ອາຊ້ຽນ ກໍຈະມີບັນຫາ.” ນອກຈາກນັ້ນ ທ່ານ ສຸຣິນ ຍັງໃຫ້ບຸຣິມະສິດ ສູງສຸດແກ່ການພັທນາ ການສຶກສາ ສຳລັບ ອານາຄົດອັນສົດໃສ ຂອງອາຊ້ຽນ.
ສ່ວນ ທ່ານລີ້ຊ້ຽນລຸ້ງ ນາຍົກຣັຖມົນຕຣີ ສິງຄະໂປ ມີຄວາມເຫັນວ່າ: “ພວກເຮົາ ບໍ່ມີທາງເລືອກ ອາຊ້ຽນ ຕ້ອງເຊື່ອມເຂົ້າກັນ ເປັນອັນນຶ່ງ ອັນດຽວ ຖ້າອາຊ້ຽນ ຢາກຢູ່ລອດ.” ທ່ານລີ້ຊ້ຽນລຸ້ງ ໝາຍເຖິງ ການເຊື່ອມໂຕ ເຂົ້າກັນ ທາງດ້ານເສຖກິດ ແລະ ການຢູ່ລອດ ໃນລະບົບ ເສຖກິດ ໂລກາພິວັດ ເພາະ ທ່ານກ່າວເຖິງ ການຂຍາຍໂຕ ທາງດ້ານເສຖກິດ ແລະການມາແຮງ ຂອງປະເທດຍັກໃຫຍ່ ສອງປະເທດ ຄື ຈີນ ແລະ ອິນເດັຽ. ທ່ານເວົ້າວ່າ ທຸກມື້ນີ້ ນັກລົງທຶນ ຫຼາຍໆ ຄົນເບີ່ງອາຊ້ຽນ ເປັນ 10 ປະເທດ ທີ່ຢູ່ກັນ ຄົນລະບ່ອນ ແລະ ມີເສຖກິດ ກະແຈກກະຈາຍ ຢູ່ ອາຊ້ຽນ ເປັນເຂດເສຖກິດ ນ້ອຍເກີນໄປ ທີ່ຈະສ້າງຄວາມສົນໃຈ ໃຫ້ແກ່ນັກລົງທຶນ ຖ້າການເຊື່ອມໂຕ ເຂົ້າກັນຂອງອາຊ້ຽນ ຍັງບໍ່ໄປບໍ່ມາ ໃນຂນະ ທີ່ເຂດເອເຊັຽອື່ນໆ ເດີນໜ້າ, ອາຊ້ຽນ ຈະລ້າຫຼັງ ແລະອາຊ້ຽນ ກໍຈະກາຍເປັນ ການຈັດຕັ້ງທີ່ໃຊ້ການບໍ່ໄດ້, ທ່ານລີ້ ຊ້ຽນ ລຸ້ງ ກ່າວ.
ການເຊື່ອມເຂົ້າກັນ ເປັນອັນນຶ່ງດຽວກັນ ຂອງປະເທດ ສະມາຊິກ ອາຊ້ຽນນັ້ນ ຖ້າເຮັດໄດ້ໄວ ທໍ່ໃດຍິ່ງດີ ແຕ່ມັນ ກໍບໍ່ແມ່ນເຣື້ອງງ່າຍ ເພາະລະບົບການປົກຄອງ, ລະບົບສັງຄົມ ແລະລະບົບ ຍຸຕິທັມ ບໍ່ຄືກັນ ໝົດທຸກປະເທດ. ເວົ້າແຕ່ສະເພາະ ລະບົບການປກຄອງ ພຽງຢ່າງດຽວ: ເຈົ້າວ່າ ຕ້ອງມີຫຼາຍພັກ ການເມືອງ ຈຶ່ງແມ່ນ ປະຊາທິປະໄຕ ແຕ່ຂ້ອຍວ່າ ລະບົບ ພັກການເມືອງ ພັກດຽວ ກໍມີປະຊາທິປະໄຕ ຄືກັນ ອັນນີ້ ກໍຍັງ ເປັນອຸປສັກ ສຳລັບການເຊື່ອມເຂົ້າກັນ ແລ້ວ ດຽວນີ້ 10 ປະເທດ ສະມາຊິກຢູ່ນຳ ກັນ ດ້ວຍຫຼັກການ ທີ່ເອີ້ນກັນວ່າ ”ມີຄວາມເຫັນພ້ອມ ນຳຄວາມແຕກຕ່າງ ລະຫວ່າງກັນ.” ແລະຍ້ອນຫຼັກການ ອັນນີ້ເອງ ຈຶ່ງວ່າ ຍັງອີກດົນ ອາຊ້ຽນ ຈຶ່ງຈະເຊື່ອມ ເຂົ້າກັນໄດ້ຮອດສ່ວນນຶ່ງ ຂອງສະຫະພາບ ຢູໂຣບ.
ມະໂນທັມ ວິເຄາະ
ຣາຍການອື່ນໆ
ບົດວິເຄາະ
- ການພົວພັນ ມິຕພາບ ແລະການຮ່ວມມືຮອບດ້ານ ລະຫວ່າງ ສປປລາວ ແລະ ສປຈີນ
- ສປປ ລາວ ຈະກາຍເປັນ ແຫຼ່ງການຄ້າ ແລະ ການລົງທຶນ ຂອງ ສາທາຣະນະຣັດ ປະຊາຊົນຈິນ
- ການອອກລະບຽບກົດໝາຍ ແລະ ການປະຕິບັດ ລະບຽບກົດໝາຍ
- ສປປ ລາວ ແລະ ວຽດນາມ ສລອງວັນ ຄົບຮອບ 30 ປີ
- ທ່ານ Gordon Brown ຖືກແຕ່ງຕັ້ງ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ແທນທ່ານ Tony Blair
- ກົດໝາຍ ໃນ ປະເທດ ສະຫະຣັຖ ອາເມຣິກາ
- ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ