ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ
-
2007-06-07 -
-
-
Your browser doesn’t support HTML5 audio
ນາຍພົນວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດຈັບ ຢູ່ຣັດ ຄາລີຟໍເນັຍ ໃນວັນທີ 4 ມິຖຸນາ ປີ 2007 ດ້ວຍຂໍ້ກ່າວຫາ ວ່າທໍາການສະສົມ ອາວຸດ ສົງຄາມ ຫຼາຍສນິດ ເພື່ອບຸກໂຈມຕີ ນະຄອນຫຼວງ ວຽງຈັນ ແລະ ໂຄ້ນລົ້ມ ຣັຖບານ ສປປ ລາວ ຊຶ່ງເຮັດໃຫ້ ຄວາມຫວັງ ແລະ ຄວາມຝັນ ຂອງຊາວມົ້ງ ແລະຊາວລາວ ຈໍານວນນຶ່ງ ທີ່ຢາກໃຫ້ ປະເທດລາວ ພົ້ນຈາກ ການປົກຄອງ ດ້ວບຣະບອບ ຄອມມິວ ນິສ ເປັນປະເທດ ອິສຣະເສຣີຄືນ ແລ້ວ ຈະກັບຄືນ ເມືອຢູ່ນັ້ນ ຕ້ອງອາວະສານລົງ ຢ່າງກະທັນຫັນ.
ລຸນຫຼັງ ກຳລັງຄອມມິວນິສ ເຂົ້າກຳອຳນາດ ໃນ ປະເທດລາວ ໃນປີ 1975 ແລ້ວ ໂຄ້ນລົ້ມ ພຣະຣາຊບັນລັງ ແລະ ປ່ຽນການປົກຄອງ ລະບອບເກົ່າ ລະບອບ ພຣະຣາຊອານາຈັກລາວ ເປັນລະບອບ ປົກຄອງ ແບບ ຄອມມິວນິສ ພັກດຽວ ທີ່ເອີ້ນກັນວ່າ ລະບອບ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຫຼື ສປປ.ລາວ ແລ້ວ ປະຊາຊົນລາວລຸ່ມ ລາວເທີງ ລາວສູງ ຫຼາຍ ແສນຄົນ ໄດ້ພາກັນ ແຕກໜີ ໄປຕັ້ງຖິ່ນຖານໃໝ່ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ສະຫະ ຣັດອາເມຣິກາ, ຝຣັ່ງເສດ, ອອສຕະເຣເຣັຽ, ແລະ ຄານາດາ ເວລາ ກໍລ່ວງເລີຽ ມາໄດ້ 30 ກ່ວາປີ ແລ້ວ ຄົນລາວ ຄົນມົ້ງ ຄົນມ້ຽນ ຢູ່ຕ່າງປະເທດ ສ່ວນນຶ່ງ ຕ້ອງການຢາກ ໃຫ້ມີການປ່ຽນ ຫຼື ມີການໂຄ້ນລົ້ມ ລະບອບ ສປປ.ລາວ ດ້ວຍການ ໃຊ້ກຳລັງຄົນ ແລະ ກຳລັງ ອາວຸດ ຊຶ່ງຖ້າຈະເວົ້າ ງ່າຍໆ ແລ້ວ ກໍແມ່ນ ໃຫ້ມີການຕ ີເອົາເມືອງລາວ ຄືນ ແລ້ວ ຈະໄດ້ຍ້າຍຄືນໄປ ຢູ່ເມືອງລາວ.
ອີກສ່ວນນຶ່ງ ຢາກໃຫ້ ມີການປ່ຽນແປງ ລະບອບ ປົກຄອງ ຄອມມິວນິສ ພັກດຽວ ໄປສູ່ ລະບອບ ປະຊາທິປະໄຕ ຫຼາຍພັກ ການເມືອງ ດ້ວຍວິທີ ບໍ່ໃຊ້ຄວາມຮຸນແຮງ ໂດຍ ໃຫ້ມີການ ປ່ຽນແປງ ເທື່ອລະເລັກ ລະໜ້ອຍ ແບບຄ່ອຍ ເປັນຄ່ອຍໄປ ໂດຍອາສັຍ ຄວາມກົດດັນ ຂອງປະເທດ ແບບ ປະຊາທິປະໄຕ ທີ່ຮັ່ງມີ ຂອງ ອົງການ ລະຫວ່າງຊາດ ແລະ ຂອງອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ສຳຄັນ ທັງຫຼາຍ ຄົນລາວ ຄົນມົ້ງ ຢູ່ ຕ່າງປະເທດ ອີກສ່ວນນຶ່ງ ສນັບສນູນ ພັກຣັດ ສປປ.ລາວ ທຽວ ໄປເມືອງລາວ ຢູ່ເປັນປະຈຳ ເປັນ ທີ່ໜ້າ ສັງເກດວ່າ ຄົນລາວ ຄົນມົ້ງ ສ່ວນນີ້ ມີໂຮມທັງນາຍ ທະຫານເກົ່າ, ຂ້າຣາຊການ ຊັ້ນສູງ ເກົ່າ ແລະ ອາດີດ ສັມມະນາກອນ ທີ່ເຄີຍໃຊ້ຊີວິດ ໃນ ສູນກັກຂັງ ຫຼືສູນສັມມະນາ ຫຼາຍປີ ຄົນກຸ່ມນີ້ ຖືກກຸ່ມຕໍ່ຕ້ານ ຣັຖບານ ສປປ.ລາວ ເອີ້ນວ່າ ພວກເຈັບ ແລ້ວ ຍັງບໍ່ຫລາບ ບໍ່ຈື່ ຫຼື ພວກທຽວເຂົ້າ ສຖານທູດ ກິນເບັຽລາວ ອີກສ່ວນນຶ່ງ ແມ່ນ ຄົນຮູ້ນໃໝ່ ຊຶ່ງເປັນກຸ່ມຄົນ ທີ່ເປັນກາງ ຊຶ່ງບໍ່ສນັບ ສນູນກຸ່ມ ຕໍ່ຕ້ານ ຣັຖບານ ສປປ.ລາວ ແລະ ກໍ່ບໍ່ສນັບສນູນ ການປົກຄອງ ແບບຄອມມິວນິສ ຂອງສປປ.ລາວ ຄົນກຸ່ມນີ້ ແມ່ນຜູ້ທີ່ອົພຍົກ ໄປຢູ່ຕ່າງ ປະເທດ ນຳພໍ່ ນຳແມ່ ແລະໄປໃຫຍ່ ຢູ່ຕ່າງປະເທດ ແລະ ຜູ້ທີ່ເກີດ ແລະໃຫຍ່ ຢ ູ່ຕ່າງປະເທດ ຊຶ່ງສ່ວນຫຼາຍ ກໍປາກ ຄວາມລາວ ບໍ່ເປັນ ຄົນກຸ່ມນີ້ ບໍ່ຢາກຄືນໄປຢູ່ເມືອງລາວ ໄປຢາມຫຼືໄປ ທ່ອງທ່ຽວນັ້ນ ໄປຢູ່ ເພາະ ປະເທດ ຂອງຂ້ອຍ ແມ່ນ ອາເມຣິກາ ຫຼືວ່າ ປະເທດ ຂອງຂ້ອຍ ແມ່ນ ຝຣັ່ງ ແມ່ນ ປະເທດ ອອສຕະເຣເຣັຽ ຫຼື ຄານາດາ ສຸດແລ້ວ ແຕ່ກໍຣະນີ ສຳລັບ ຜູ້ທີ່ມີຄວາມຄຶດ ຄວາມເຫັນ ວ່າ ຢາກໃຫ້ ມີການ ປ່ຽນແປງ ຫຼືບໍ່ຢາກໃຫ ້ມີການປ່ຽນແປງ ໃນລາວນັ້ນ ສ່ວນຫຼາຍ ກໍ່ແມ່ນ ຄົນຮຸ້ນເກົ່າ ທີ່ຍັງມີ ຄວາມຊົງຈຳ ໃນອະດີດ ຢູ່ເມືອງລາວພູ້ນ.
ສຳລັບ ການວິເຄາະ ວິໄຈ ກ່ຽວກັບ ເຣື້ອງ ນາຍພົນ ວັງປາວ ຖືກຈັບນີ້ ເຮົາຈະເວົ້າ ແຕ່ສະເພາະ ຄວາມຫວັງ ແລະ ຄວາມຝັນ ຂອງຊາວມົ້ງ ແລະ ຊາວລາວ ທີ່ຢາກໃຫ້ ມີການປ່ຽນແປງ ການປົກຄອງ ໃນ ລາວ.
ເມື່ອໄດ້ ພາກັນ ແຕກໜີ ຈາກບ້ານເກີດ ເມືອງນອນ ໄປຕັ້ງຖິ່ນຖານໃໝ່ ຢູ່ຕ່າງປະເທດ ແລ້ວ ກຸ່ມ ຄົນມົ້ງ-ຄົນລາວ ທີ່ຢາກໃຫ້ ມີການປ່ຽນແປງ ໄປສູ່ລະບອບ ປະຊາທິປະໄຕ ນັ້ນ ພາກັນ ຈັດຕັ້ງ ອົງການ ນັ້ນ ອົງການນີ້ ທີ່ມີການເຄື່ອນໄຫວ ທາງດ້ານ ການເມືອງ ຮວມທັງແນວ ໂຮມປົດປ່ອຍ ຊາດລາວ ມີການ ຕັ້ງຣັຖບານ ພັດຖິ່ນ ບໍ່ຈັກ ຣັຖບານ ແລ້ວ ຊຶ່ງໃນທີ່ສຸດ ກໍ່ເປັນ ໝາກຫອຍ ໝາກນອຍ ໄປໝົດ ບໍ່ໄດ້ຜົນ ຫຍັງເລີຽ ຫາກແຕ່ວ່າ ກຸ່ມຫຼືວ່າ ການຈັດຕັ້ງ ຂອງ ພຣະຍາ ນໍຣະປາໂມກ ນາຍພົນ ວັງປາວ ອາຍຸ 77 ປີ ເປັນກຸ່ມນຶ່ງ ທີ່ມີການເນັ່ງ ຕີງ ມີຊີວິດ ຊີວາ ມີຄວາມຍືນຍົງ ແລະ ໃຫ້ຄວາມຫວັງ ແກ່ຄົນມົ້ງ-ຄົນລາວ ຢູ່ຕ່າງປະເທດ ສ່ວນນຶ່ງ ທີ່ຍັງຢາກກັບຄືນ ເມືອ ເມືອງລາວ ຖ້າເມືອງລາວ ມີປະຊາທິປະໄຕ ກຸ່ມ ນາຍພົນ ວັງປາວ ໄດ້ ຮັບຄວາມສນັບສນູນ ຈາກ ນັກການເມືອງ ລະດັບ ທ້ອງຖິ່ນ ແລະ ລະດັບຊາດ ຂອງອາເມຣິກາ ແລະ ຈາກ ນາຍທະຫານຊັ້ນສູງ ອາເມຣິກັນ ບາງຄົນ.
ໃນສະພາບໂຕຈິງ ແລ້ວ ກຸ່ມນາຍພົນ ວັງປາວ ມີອິດທິພົນ ທາງດ້ານ ການເມືອງ ໃນສະຫະຣັດ ບໍ່ໜ່ອຍ. ຢ່າລືມວ່າ ການອະນຸມັດ ຖານະ ການຄ້າ ແບບປົກກະຕິ ແລະ ຖາວອນ ຂອງ ຣັຖສະພາ ສະຫະຣັດ ໃຫ້ແກ ່ສປປ.ລາວ ມີຄວາມຊັກຊ້າ ຫຼາຍນັ້ນ ກໍ່ຍ້ອນ ການຂັດຄ້ານ ຂອງກຸ່ມດັ່ງກ່າວ. ຊາວອາເມຣິກັນ ສ່ວນຫຼາຍ ຮວມທັງ ຣັຖບານກາງ ແລະ ຣັຖສະພາ ສະຫະຣັດ ຍອມຮັບຮູ້ວີຣະກັມ ຂອງ ນາຍພົນ ວັງປາວ ທີ່ມີຕໍ່ ກອງທັບ ສະຫະຣັດ ໃນສົງຄາມ ວຽດນາມ. ອາເມຣິກາ ຮູ້ບຸນຄຸນ ຂອງ ນາຍພົນ ວັງປາວ ແຕ່ ອາເມຣິກາ ກໍເປັນ ປະເທດນຶ່ງ ທີ່ນັບຖືລະບຽບ ກົດໝາຍ ຂອງຕົນ ແມ້ແຕ ່ຂ້າຣາຊການ ຊັ້ນສູງ ຂອງ ຣັຖບານກາງ ຂອງ ປະທານາທິບໍດີ ເອງ ກໍຍັງຖືກສານຕັດສີນ ຈຳຄຸກ ຖ້າລະເມີດ ກົດໝາຍ.
ຄົນມົ້ງ ສ່ວນນຶ່ງ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ ສະຫະຣັດ ອາເມຣິກາ ແລະ ຜູ້ມີອາຍຸ ສີແກ່ໆ ແດ່ ນັບຖື ນາຍພົນ ວັງປາວ ຫຼາຍທີ່ສຸດ ແລ່ນນຳ ນາຍພົນ ວັງປາວ ແບບຈົມຫົວ ຈົມທ້າຍ ກໍມີ ນາຍພົນ ວັງປາວ ເວົ້າຫຍັງ ກໍຕ້ອງເຊື່ອ ຟັງໝົດ. ປະຊາຄົມມົ້ງ ຢູ່ຣັດ Wisconsin ຢາກ ສ້າງ ອານຸສອນ ຈາຣຶກ ຄວາມດ ີຂອງ ນາຍພົນ ວັງປາວ ໄວ້ ໂດຍໄດ້ຕໍ່ສູ້ ໃຫ້ໂຮງຮຽນໃໝ່ ຫຼັງນຶ່ງ ທີ່ກຳລັງ ຈະສ້າງຂຶ້ນ ໃສ່ຊື່ ວັງປາວ ເມື່ອ ວັນທີ 9 ເດືອນ ເມສາ ທີ່ຜ່ານມາ ສະພາປົກຄອງ ໂຮງ ຮຽນ ທີ່ເມືອງ Madison ຣັດ Wisconsin ລົງຄະແນນສຽງ ຢ່າງເປັນ ເອກກະສັນ ໃຫ້ໃສ່ຊື່ ໂຮງຮຽນ ເປັນໂຮງຮຽນ ນາຍພົນ ວັງປາວ. ແລະ ເມື່ອ 2 ສັປດາ ກ່ອນ ກ່ອນ ນາຍພົນ ວັງປາວ ຖືກຈັບ ໄດ້ມີພິທີ ຂຸດດິນສ້າງ ໂຮງຮຽນ ວັງປາວ ໃນເຂດ ທີ່ມີຊື່ວ່າ Lidden park ຊຶ່ງຕັ້ງຢູ່ ໃນ ໂຕເມືອງຫຼວງ Madison ຂອງຣັດ Winconsin ທີ່ເອີ້ນກັນ ວ່າ Far West side ການສ້າງ ໂຮງຮຽນ ຫຼັງນີ້ ຈະໃຊ້ງົປມານເຖິງ 13 ລ້ານ ດອນລ່າ ສະຫະຣັດ ຫຼັງຈາກ ມີເຫດ ການ ການຈັບ ນາຍພົນ ວັງປາວ ເກີດຂຶ້ນແລ້ວ ສະພາປົກຄອງ ໂຮງຮຽນ ໄດ້ນັດປະຊຸມ ກັນ ໃນ ວັນທີ 18 ມິຖຸນາ ເພື່ອພິຈາຣະນາ ຖອນຊື່ ນາຍພົນ ວັງປາວ ອອກຈາກ ການໃສ່ຊື່ໂຮງຮຽນ.
ໃນພິທີດັ່ງກ່າວ ມີຊາວມົ້ງ ເຂົ້າຮ່ວມນຳ ປະມານ 60 ຄົນ ອັນນີ້ ກໍເປັນຄວາມຫວັງ ທີ່ພັງທະລາຍ ແນວນຶ່ງ ຂອງ ຊາວມົ້ງ ໃນສະຫະຣັດ ທີ່ນິຍົມ ແລະ ສນັບສນູນ ນາຍພົນ ວັງປາວ. ແຕ່ຄວາມຫວັງ ແລະ ຄວາມຝັນ ທີ່ ພັງທະລາຍ ທີ່ໃຫຍ່ທີ່ສຸດ ຂອງຊາວມົ້ງ ແລະ ຊາວລາວ ຢູ່ຕ່າງປະເທດ ກໍແມ່ນ ການທີ່ຈະບໍ່ໄດ້ເຫັນ ແລະ ບໍ່ໄດ້ກັບຄືນ ໄປຢູ່ເມືອງລາວ ທີ່ມີປະຊາທິປະໄຕ ນັ້ນເອງ ແຕ່ກໍຈະເຮັດຫຍັງໄດ້ ມີ ແຕ່ພາກັນ ຈົ່ມໂອ້ຈົ່ມໂອ້ຍ ແລະ ບໍ່ໜ້າເຊື່ອ ທີ່ນາຍພົນ ວັງປາວຖືກຈັບ.
ນາຍພົນ ວັງປາວ ພ້ອມດ້ວຍ ຜູ້ຮ່ວມງານ 8 ຄົນ ຖືກຕຳຣວດ ສະຫະຣັດ ຈັບ ຢູ່ຣັດຄາລິຟໍເນັຽ ໃນມື້ວັນຈັນທີ 4 ມິຖຸນາ ດ້ວຍຂໍ້ກ່າວຫາ ວ່າ ພະຍາຍາມ ໂຄ້ນລົ້ມ ຣັຖບານ ສປປ.ລາວ ດ້ວຍ ຄວາມຮຸນແຮງ ໂດຍໃຊ້ ກຳລັງ ອາວຸດ ສົງຄາມ ນັ້ນ ໃນປັດຈຸບັນນີ້ ແລະຕາມກົດໝາຍ ຂອງສະຫະຣັດ ແລ້ວ ຍັງເປັນພຽງ ຜູ້ຕ້ອງສົງສັຍ ທໍ່ນັ້ນ ນາຍພົນ ວັງປາວ ແລະ ຜູ້ຮ່ວມງານ 8 ຄົນ ມີຄວາມຜິດ ແລະ ມີໂທດ ກໍຕໍ່ເມື່ອ ຖືກສານຕັດສິນ ວ່າມີຄວາມຜິດ ຕໍ່ກົດໝາຍ ວ່າດ້ວຍການ ຕໍ່ຕ້ານການ ກໍ່ການຮ້າຍ ແລະ ກົດໝາຍ ວ່າດ້ວຍ ຄວາມເປັນກາງ ຂອງປະເທດ ແລະຖືກສານ ຕັດສິນໃສ່ ໂທດທໍ່ນັ້ນ.
ຖ້າຄະດີ ຂອງ ນາຍພົນ ວັງປາວ ບໍ່ຮ້າຍແຮງ ຫຼາຍ ທ່ານສາມາດ ຖືກປະກັນໂຕ ອອກມາສູ້ ຄະດີໄດ້ ດຽວນ ີ້ມີຂ່າວ ວ່າ ທາງຄອບຄົວ ແລະ ຍາດພີ່ນ້ອງ ຂອງ ນາຍພົນ ວັງປາວ ກຳລັງ ປະກອບທີມ ທະນາຍຄວາມ ເພື່ອສູ້ຄະດີ. ລູກຫຼານ ຂອງນາຍພົນ ວັງປາວ ເວົ້າວ່າ ເພີ່ນບໍ່ມີຄວາມຜິດ ຫຍັງເລີຽ ເພີ່ນຖືກແຮ້ວ ຂອງ ຕຳຣວດ FBI ຊື່ໆ.
ສ່ວນ ທ່ານ ດັກລາສ ຮາສວິກ ອາດີດ ເອກອັຄຣາຊທູດ ສະຫະຣັດ ປະຈຳ ສປປ.ລາວ ກ່າວກ່ຽວກັບ ເຣື້ອງ ນາຍພົນ ວັງປາວ ຖືກຈັບວ່າ: "ເຖິງແມ່ນວ່າ ນາຍພົນ ວັງປາວ ຈະຖືກສານ ຕັດສີນ ວ່າມີຄວາມຜິດ ຫຼື ບໍ່ມີຄວາມຜິດ ກໍຕາມ ມັນເປັນເຣື່ອງ ໂສກນາຕກັມ ເປັນເຣື້ອງເສົ້າໃຈ, ແມ່ນອາວະສານ ຂອງເຣື້ອງຄົນ ອົພຍົກ ຈາກປະເທດລາວ ທີ່ໄດ້ຮັບຄວາມທຸກ ທໍຣະມານຫຼາຍ ແຕ່ວ່າ ເວົ້າງ່າຍໆ ແລ້ວ ການໃຊ້ຄວາມຮຸນແຮງ ນັ້ນ ຮັບເອົາບໍ່ໄດ້.”
ຢ່າງໃດກໍຕາມ ຄົນເຮົານີ້ ບາງຄັ້ງ ກໍຂາດ ຄວາມຮອບຄອບ ຖ້າຫາກ ກຸ່ມຄົນ ຂອງ ນາຍພົນ ວັງປາວ ໄປຊອກຫາ ຊື້ອາວຸດ ສົງຄາມ ແທ້ໆ ນັ້ນ ແມ່ນເຮັດຜິດຍາມ ຜິດເວລາ ເສັຽແລ້ວ ເພາະ ນັບແຕ່ ເຫດການ ກໍ່ການຮ້າຍ 11 ກັນຍາ ປີ 2001 ເປັນ ຕົ້ນມາ ສະຫະຣັດ ອາເມຣິກາ ເອົາມາຕການ ຕໍ່ຕ້ານ ການກໍ່ການຮ້າຍ ຢ່າງແຂງຂັນ ຊຶ່ງວິທີນຶ່ງ ກໍແມ່ນ ການໃຊ້ນັກສືບ ຫຼືໃຫ້ຕຳຣວດ ປອມໂຕ ເປັນນັກຄ້າ ອາວຸດ ສອດສ່ອງ ຫາຜູ້ຊື້ອາວຸດ ຊຶ່ງຕໍ່ມາ ກໍຖືກຈັບ ແລະ ຖືກ ກ່າວຫາວ່າ ເປັນ ຜູ້ກໍ່ການຮ້າຍ.
ມະໂນທັມ ຣາຍງານ
ຣາຍການອື່ນໆ
ບົດວິເຄາະ
- ສປປລາວ ປະນາມ ການສໍ້ລາດ ບັງຫລວງ
- ການເລືອກ ຕັ້ງໃນລາວ ແລະ ວຽດນາມ ຄືກັນແນວໃດ ແລະ ແຕກຕ່າງກັນ ແນວໃດ?
- ຣັຖບານລາວ ມີແຜນ ຈະສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຫລາຍໆແຫ່ງ
- ກັມມະກອນລາວ ໄດ້ຮັບຜົນໂຍດ ແນວໃດ? ຈາກບົດບາດ ການສົ່ງເສີມ ກັມມະກອນລາວ
- ໂຄງການ ຫລຸດຜອ່ນ ຄວາມຍາກຈົນ ຂອງ ປະຊາຊົນ ທີ່ ແຂວງ ສວັນະເຂດ ຄາດວ່າ ຈະສຳເຣັດ ໃນ ປີ 2020
- ລາວ ແລະ ວຽດນາມ ຂະຫຍາຍການຮ່ວມມື ໃຫ້ແໜ້ນແຟ້ນ ຂື້ນຫາຼຍ ກວ່າເກົ່າ
- ທ່ານ George W Bush ປະທານາທິບໍດີ ຮຽກຮ້ອງໃຫ້ ສະຫະຣັດ ມີຄວາມອົດທົນ ໃນການທຳສົງຄາມ ອີ່ຣາກ
- ສປປລາວ ໄດ້ຮັບທຶນການຊ່ອຍເຫລືອ ໃນການປັບປຸງ ການປົກຄອງ ແລະ ປາບປາມ ການ ສໍ້ຣາຊບັງຫລວງ
- ໃນໄລຍະ 31 ປີ ສປປລາວ ຕິດໜີ້ ຕ່າງປະເທດ 2,500 ລ້ານດອນລ່າ ສະຫະຣັດ
- ປະທານາທິບໍດີ George W Bush ຂໍໃຫ້ ຣັຖສະພາ ໃຫ້ໂອກາດ ແກ່ ນະໂຍບາຍໃໝ່ ໃນການເຮັດ ສົງຄາມອີຣັ່ກ
- ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ່ 12 ທີ່ເມືອງເຊບູ່ ປະເທດ ຟີລິບປີນ
- ອະດີດຜູ້ນຳອີຣັກ ຊາດຳ ຮຸດເຊນ ຄວນຖືກປະຫານຊີວິດຫຼືບໍ່?
- ສປປ.ລາວ ປະນາມການສໍ້ລາດບັງຫຼວງ
- ຈີນ ແລະ ວຽດນາມ ກຳລັງແຂ່ງຂັນກັນຂະຫຍາຍອິດທິພົນ ຢູ່ໃນລາວ ແລະ ກຳພູຊາ
- ປະຊາທິປະໄຕໃນສະຫະຣັຖອາເມຣິກາ
- ການຮັກສາສຸກຂະພາບແລະການສຶກສາເປັນຂແນງທີ່ສຳຄັນ ສຳຣັບການພັທະນາຢູ່ໃນລາວ
- ແຜນການພັທນາ ແຜນໃໝ່ ຂອງຣັຖບານລາວ
- ຜົນໄດ້ແລະຜົນເສັຽໃນການເຂົ້າຮ່ວມການຄ້າເສຣີ
- ສະພາບການໃນປະເທດໃທຽສ້າງຄວາມວິຕົກໃຫ້ແກ່ ບັນດາຜູ້ນຳປະເທດອາຊ້ຽນ
- ການເຮັດຣັຖປະຫານຢຶດອຳນາດ ; ໃນປະເທດໄທ ອາດຈະມີຜົນກະທົບບາງຢ່າງຕໍ່ສປປລາວ
- ຕ່າງປະເທດ ໃຫ້ຄວາມສົນໃຈ ລົງທຶນທຳທຸຣະກິດ ໃນລາວ
- ສປປລາວ ຍັງບໍ່ພ້ອມທີ່ຈະລົງນາມ ໃນສົນທິສັນຍາ ຫ້າມນຳໃຊ້ ສະສົມ, ຜລິດ ແລະໂອນຣະເບີດຕໍ່ຕ້ານບຸກຄົນ.
- ເນື່ອງໃນວັນຄົບຮອບ 5 ປີ ຂອງວັນໂສກນາດຕະກັມ ທ່ານ George W. Bush ໄດ້ກ່າວເຕື່ອນພວກກໍ່ການຮ້າຍ ວ່າສະຫະຣັດຈະນຳຈັບພວກເຂົາມາຂື້ນສານໃຫ້ຈົນໄດ້
- ສະຫະຣັດບໍ່ມີໂຄງການທີ່ຈະຮັບເອົາຊາວມົ້ງລາວ
- ທາງການລາວຄວນສົ່ງເສີມໃຫ້ມີສື່ມວນຊົນເອກຣາດ ຕື່ມຂື້ນອີກ