ກອງປະຊຸມ ເສຖະກິດ ໂລກເຕືອນ ການໃຊ້ ນະໂຍບາຍ ປົກປ້ອງ ເສຖະກິດ ຂອງແຕ່ລະ ປະເທດ

ໃນພາວະ ເສຖະກິດໂລກຕົກຕໍ່າ ນີ້ບັນດາຜູ້ນໍາ ໃນປະເທດ ອຸດສະຫະກັມ ຢູ່ທີ່ກອງ ປະຊຸມເວທີ ເສຖະກິດໂລກ ກ່າວເຕືອນ ກັນອີກວ່າ ບໍ່ໃຫ້ໃຊ້ ນະໂຍບາຍ ປົກປ້ອງ ການເຕີບໃຫ່ຽຂອງ ເສຖະກິດຂອງ ປະເທດຕົນ ແຕ່ຝ່າຍດຽວ.

ໃນຂະນະທີ່ ຫລາຍປະເທດ ໃນໂລກ ໂດຍສະເພາະ ປະເທດ ອຸດສະຫະກັມ ກໍາລັງ ແກ້ໄຂບັນຫາ ເສຖະກິດ ພາຍໃນປະເທດ ຂອງຕົນ ຊື່ງໄດ້ຮັບ ຜົນສະທ້ອນ ຈາກວິກິດການ ການເງິນໂລກ ດ້ວຍນະໂຍບາຍ ເພີ້ມລາຍຈ່າຍ ຂອງຣັຖະບານ ເພື່ອກະຕຸ້ນການ ເຕີບໃຫ່ຽຂອງ ເສຖະກິດ ຫລື stimulus package ຜູ້ນໍາຂອງ ປະເທດ ອຸດສະຫະກັມ ຢູ່ທີ່ກອງ ປະຊຸມເວທີ ເສຖະກິດໂລກ ຢູ່ເມືອງ ດາໂວສ ປະເທດ ສະວິດເຊີແລັນ ເມື່ອວັນທີ 30 ມົກກະຣາ ຜ່ານມານີ້ ໄດ້ຕັກເຕືອນ ຕໍ່ກັນອີກ ເທື່ອນື່ງ ໃຫ້ຫລີກລຽງ ໃຊ້ນະໂຍບາຍ ປົກປັກຮັກສາ ເສຖະກິດ ຂອງປະເທດຂອງຕົນ ແຕ່ຜູ້ດຽວ ຫລືວ່າ protectionist ເພາະເຫັນວ່າ ການເອົາ ມາຕະການ ແບບນີ້ ແທນທີ່ຈະ ຊ່ວຍແກ້ໄຂບັນຫາ ເສຖະກິດ ໂລກທີ່ກໍາລັງ ຕົກຕໍ່າຢູ່ນີ້ ມັນຈະທໍາລາຍ ຄວາມເຕີບໃຫ່ຽ ຂອງການຄ້າ ລະຫ່ວາງປະເທດ.

ການຮຽກຮ້ອງ ບໍ່ໃຫ້ໃຊ້ ມາຕະການ ປົກປັກຮັກສາ ເສຖະກິດ ຂອງປະເທດ ຕົນແຕ່ຝ່າຍດຽວ ຜູ້ນໍາປະເທດ ອຸດສະຫະກັມ ໄດ້ປະກາດ ຮັບຮູ້ຮ່ວມກັນ ແລ້ວຢູ່ ກອງປະຊຸມ ກຸ່ມປະເທດ ອຸດສະຫະກໍາ 20 ປະເທດ ແລະກຸ່ມປະເທດ ທີ່ກໍາລັງ ພັດທະນາ ທີ່ນະຄອນຫລວງ ວໍຊິງຕັນ ເມື່ອກາງ ເດືອນພືດສະຈີກາ ປີ 2008 ຜ່ານມາ. ທ່ານ Gordon Brown ນາຍົກຮັຖະມົນຕຮີ ຂອງອັງກິດ ກ່າວເຕືອນໃນ ກອງປະຊຸມເມືອງ ດາໂວສວ່າ:

ການໃຊ້ ມາຕະການ ປົກປ້ອງເສຖະກິດ ຂອງຕົນ ແຕ່ຝ່າຍດຽວ ເປັນການ ຖອຍຫລັງມາຢູ່ ໃນຣະບອບ ການເງິນ mercantilism ຊື່ງຈະເຮັດ ໃຫ້ໂລກທັງໂລກ ຕົກທຸກໄດ້ຍາກອີກ. ທ່ານໝາຍເຖິງ ຣະບົບເສຖະກິດ ທີ່ໃຊ້ກັນຢູ່ ໃນຢູໂຣບ ໃນສມັຍສັຕະວັດທີ່ 16-17-18 ຊື່ງເປັນຣະບົບ ເສຖະກິດ ທີ່ຣັຖະບານ ຄວບຄຸມການ ຜລິດຂອງເອກະຊົນ ເພື່ອສົ່ງເສີມ ໃຫ້ມີການ ສົ່ງອອກສິນຄ້າ ໄປຂາຍຕ່າງປະເທດ ໃຫ້ໄດ້ຫລາຍ ໃນຂະນະ ທີ່ຈໍາກັດການ ນໍາເຂົ້າສິນຄ້າ ຈາກປະເທດອື່ນ ແລະພ້ອມກັນນັ້ນ ກໍດໍາເນີນ ການຂູດຮີດ ເອົາຊັພະຍາກອນ ທັມະຊາດ ໂດຍຣະບອບລ້າ ຫົວເມືອງຂື້ນ.

ໃນທ່າມກາງ ສະພາບການ ເສຖະກິດຂອງຫລາຍ ປະເທດອຸດສະຫະກັມ ຕົກຕໍ່າລົງ ຢູ່ຢ່າງບໍ່ ຢຸດຢັ້ງນີ້, ອັງກິດ ເຢັຽຣະມັນ ສະຫະພາບຢູໂຣບ ແລະຈີນ ໄດ້ພາກັນ ຮຽກຮ້ອງເຖິງການ ຮ່ວມມືກັນ ຢ່າງຮີບດ່ວນ ທັງຮຽກຮ້ອງ ໃຫ້ມີການ ປະຕິຮູປຣະບົບ ການເງິນໂລກ ເພາະວ່າຣະບົບ ປັດຈຸບັນນີ້ ບໍ່ເດີນບໍ່ແລ່ນ ສະດວກແລະຂາດ ການປະຕິບັດ ຣະບຽບວິນັຍ ຫລາຍແລ້ວ ຈົນເຮັດໃຫ້ເກີດ ວິກິດການ ດ້ານການເງິນໂລກ.

ດັ່ງທີ່ເປັນຢູ່ ໃນປັດຈຸບັນນີ້. ທ່ານ Gordon Brown ໄດ້ຮຽກຮ້ອງເຖິງກຸ່ມ 20 ປະເທດອຸດສະຫະກັມ ຮ່ວມກັນເຮັດການ ປະຕິວັດລະບົບ ການເງິນໂລກໃໝ່. ມາດາມ Angela Merkel ຊັງເຊເລີ້ ຂອງປະເທດ ເຢັຽຣະມັນ ຍິ່ງສະເໜີຄວາມເຫັນ ໃຫ້ຕັ້ງກົດບັດເສຖະກິດ ໂລກຊື່ງອາດເປັນ ສະພາເສຖະກິດ ສະຫະ ປະຊາຊາດ ທີ່ມີລັກສະນະ ດຽວກັນກັບ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ມາດາມ Angela Merkel ວ່າ:

ການໃຫ້ເງິນ ກູ້ຢືມ ແລະການລົງທືນ ແກ່ປະເທດທີ່ ເສຖະກິດ ກໍາລັງເຕີບໃຫ່ຽ ໄດ້ລົ້ມລະລາຍ ລົງຕັ້ງແຕ່ປີ 2007 ພຸ້ນ ຫລຸດລົງເຖິງ 800 ຕື້ usd ຍ້ອນວ່ານັກ ລົງທືນແລະ ທະນາຄານ ຕ່າງປະເທດ ຕ່າງກໍຖອນເງິນ ກັບຄືນປະເທດ ເພື່ອຫລີກລ້ຽງ ຄວາມເສັຽຫາຍ ໃນຍາມເວລາ ເກີດວິກິດການ ດ້ານການເງິນ. ທ່ານວ່າ ຖ້າຫາກວ່າ ພວກເຮົາ ບໍ່ເຮັດຫຍັງຈັກດີ້ ມັນຈະນໍາໄປ ສູ່ຣະບົບປົກປ້ອງ ເສຖະກິດຂອງຕົນ ແຕ່ຝ່າຍດຽວ ຊື່ງເປັນການ ຖອຍຫລັງຈາກ ຣະບົບ ໂລກາວິວັດ ຫລືວ່າ Globalization ຊື່ງຈະເຮັດໃຫ້ ການຄ້າລະຫ່ວາງ ປະເທດ ຢຸດຊະງັກລົງໄດ້. ສ່ວນ ຈີນແລະ ຢູໂຣບກໍຮຽກຮ້ອງ ໃຫ້ມີການ ຮ່ວມມືກັນ ຫລາຍຂື້ນ ເພື່ອແກ້ໄຂ ບັນຫາວິກິດການ ເສຖະກິດ ໂລກໃຫ້ໄດ້.

ທ່ານ Kaoru Yasono ຣັຖະມົນຕຣີ ເສຖະກິດ ຂອງຍີ່ປຸ່ນ ສະແດງຄວາມ ກາງວົນຫລາຍຂື້ນ ໃນທ່າມກາງ ຂ່າວທີ່ຫລາຍ ບໍຣິສັດໃຫ່ຽໆ ໃນປະເທດຍີ່ປຸ່ນ ເລີ້ມຕັດຮອນ ຄົນງານລົງ ເປັນຈໍານວນ 20,000 ຄົນໃນວັນດຽວ, ການອຸປະໂພກ-ບໍຣິໂພກ ແລະຈໍານວນ ຄົນມີວຽກ ເຮັດງານທໍາ ຕົກຕໍ່າລົງ ຢ່າງຕໍ່ເນື່ອງ.     ທ່ານ Yasuno ວ່າ ໃນເມື່ອ ເສຖະກິດ ຕົກຕໍ່າລົງ ສຸດແລ້ວ ມັນເປັນການ ຄາດຄະເນ ໄດ້ຍາກ ໃນເວລານີ້ວ່າ ແທນທີ່ມັນ ຈະເປັນພຽງແຕ່ ບັນຫາພາຍໃນ ປະເທດ ດຽວ ມັນພັດແມ່ນ ບັນຫາທົ່ວໂລກ.

ເປັນຫຍັງຜູ້ນໍາ ຂອງປະເທດ ອຸດສະຫະກັມ ຈື່ງຕັກເຕືອນກັນ ແລ້ວຕັກເຕືອນ ກັນອີກວ່າ ໃຫ້ຮ່ວມມືກັນ ແກ້ໄຂວິກິດການ ດ້ານການເງິນ ແລະສະພາບ ເສຖະກິດ ຕົກຕໍ່າໂດຍ ຫລີກລຽງການ ໃຊ້ນະໂຍບາຍ ນິຍົມປົກປັກຮັກສາ ແຕ່ເສຖະກິດ ຂອງປະເທດຕົນເອງ ແຕ່ຝ່າຍດຽວ? ອັນນີ້ນັກ ເສຖສາດ ຣະດັບໂລກ ໄດ້ຊີ້ໃຫ້ເຫັນ ແລ້ວວ່າ ໃນສມັຍ ພາວະເສຖະກິດ ໂລກຕົກຕໍ່າ ທີ່ຍືດເຍືອ ຍາວນານເຖິງ 10 ປີລະຫ່ວາງປີ 1929-1939 ນັ້ນ ຫລາຍປະເທດ ໄດ້ເອົາ ມາຕະການ ປົກປ້ອງ ການເຕີບໃຫ່ຽ ຂອງເສຖະກິດ ພາຍໃນປະເທດ ຂອງຕົນແຕ່ ຝ່າຍດຽວ ໂດຍການຕັ້ງ ກໍາແພງພາສີ ສິນຄ້າຂາເຂົ້າ ສູງເພື່ອຈໍາກັດ ການນໍາເຂົ້າສິນຄ້າ ຈາກຕ່າງ ປະເທດ, ແລະພ້ອມດຽວກັນນັ້ນ ກໍສົ່ງເສີມ ການສົ່ງອອກ ສິນຄ້າຂອງຕົນ ໃຫ້ໄດ້ຫລາຍ ຊື່ງໃນທີ່ສຸດ ເຮັດໃຫ້ການຄ້າ ຣະຫ່ວາງປະເທດ ຫົດຕົວລົງ ໃນສມັຍນັ້ນ ສະຫະຣັຖ ອາເມຣິກາ ໄດ້ໃຊ້ກົດໝາຍ ປົກປ້ອງ ອຸດສະຫະກັມ ຂອງຕົນທີ່ ມີຊື່ວ່າ Smoot-Hawley Tariff Act ຊື່ງເປັນ ກົດໝາຍ ທີ່ຜູ້ນໍາຂອງ ສະຫະຣັຖ ໃນຍຸກຕໍ່ມາ ມີຄວາມເຊື່ອ ກັນວ່າ ເປັນສາເຫດນື່ງ ທີ່ເຮັດໃຫ້ ເສຖະກີດ ຂອງສະຫະຣັຖ ແລະເສຖະກິດ ໂລກຕົກຕໍ່າ ແລະຈົມເລິກລົງ ຢ່າງຍືດເຍືອ ຍາວນານ.

ນັກການ ເສຖສາດ ໃນສມັຍ ໂລກສີວິໄລ ທຸກຄົນ ເຊັ່ນວ່າ Milton Friedman ແລະ Paul Krugman ເຫັນດີວ່າ ທິດສະດີລັດທິ protectionist ໃນຕົວເອງ ມັນແລ້ວ ຈະສ້າງຄວາມ ເສັຽຫາຍ ຫລາຍກ່ວາ ຜົນກໍາໄລ ທີ່ຈະໄດ້ມາ ແລະເຫັນດີ ກັບທິດສະດີ ການຄ້າເສຣີ ໃນທົ່ວໂລກ. ຍັງບໍ່ເທົ່ານັ້ນ ລະບົບການຄ້າ protectionist ບໍ່ສອດຂ່ອງກັບ ຫລັກການ ຂອງການຄ້າໂລກ ອີກດ້ວຍ, ແຕ່ເຖິງຢ່າງ ໃດກໍດີ ນັກການເມືອງ ໃນຫລາຍປະເທດ ອຸດສະຫະກັມ ບາງຄັ້ງກໍຍັງ ໃຊ້ມາຕະການ protectionist ຫລືປົກປ້ອງ ຜົນປະໂຍດ ຂອງອຸດສະຫະກັມ ຂອງຕົນແຕ່ ຝ່າຍດຽວເພື່ອ ຈະສາມາດ ຖືກເລືອກຕັ້ງ ໜ້າທີ່ການເມືອງ ໄດ້ອີກໃໝ່.
ນະໂຍບາຍ ປົກປ້ອງ ເສຖະກິດ ຂອງຕົນແຕ່ ຝ່າຍດຽວ ຫລື protectionist ທີ່ຍັງລັກລອບກັນ ໃຊ້ຢູ່ເທົ້າ ທຸກວັນນີ້ ກໍມີຄື.

1- ຕັ້ງກໍາແພງ ພາສີສິນ ຄ້າຂາເຂົ້າ ປະເທດໂດຍ ກໍານົດ ອັຕຣາພາສີ ສິນຄ້າ ແຕ່ລະຊະນິດ ແຕກຕ່າງກັນ. ອັຕຣາພາສີ ສິນຄ້າຂາເຂົ້າ ທີ່ສູງນີ້ເຮັດ ໃຫ້ຄ່ານໍາເຂົ້າ ສິນຄ້າສູງ ແລ້ວເຮັດໃຫ້ ຣາຄາສິນຄ້າ ທີ່ນໍາເຂົ້າ ມີຣາຄາແພງ ແລະບໍ່ສາມາດ ແຂ່ງຂັນກັບ ສິນຄ້າທີ່ຜລິດ ພາຍໃນປະເທດໄດ້.

2- ຈໍາກັດໂຄຕ້າ ສິນຄ້າເຂົ້າ ປະເທດໂດຍ ອານຸຍາດ ນໍາເຂົ້າສິນຄ້າ ໃນປະຣິມານ ນ້ອຍລົງແລ້ວ ມັນກໍເຮັດ ໃຫ້ຣາຄາ ສິນຄ້ານໍາເຂົ້າ ແພງຂື້ນ ສິນຄ້າທີ່ນໍາເຂົ້າ ກໍ ແຂ່ງຂັນກັບ ສິນຄ້າທີ່ຜລິດ ພາຍໃນປະເທດ ບໍ່ໄດ້, ແຕ່ວ່າໃນ ກໍຣະນີ ທີ່ມີຄົນນິຍົມ ສິນຄ້າ ປະເພດນັ້ນ ການຈໍາກັດ ໂກຕ້າຊໍ້າພັດ ເຮັດໃຫ້ບໍຣິສັດ ຜລິດສິນຄ້າ ຕ່າງປະເທດ ມີກໍາໄຣຊໍ້າໄປ.

3- ຕັ້ງກໍາແພງ ຣະບຽບກົດໝາຍ ທີ່ເຂັ້ມງວດ ໃນການ ນໍາເຂົ້າສິນຄ້າ. ເຊັ່ນວ່າ ວາງຫລັກການ ຄວາມປອດໄພ ຂອງສິນຄ້າ ແບບເຂັ້ມງວດ ກໍານົດ ມາຕະຖານ ສິ່ງແວດລ້ອມ ແລະອື່ນໆ.

4- ຕັ້ງກົດໝາຍ ຕໍ່ຕ້ານສິນຄ້າ ຣາຄາຖືກ ຈາກຕ່າງປະເທດ ເພາະຢ້ານວ່າ ສິນຄ້າຣາຄາຖືກ ທີ່ນໍາເຂົ້າ ໃນປະຣິມານ ໃຫ່ຽນັ້ນ ຈະເຮັດໃຫ້ ອຸດສະຫະກັມ ພາຍໃນ ປະເທດ ລົ້ມລະລາຍ.

5- ຣັຖະບານ ໃຫ້ການອຸດໜູນ ໂດຍກົງແກ່ ອຸດສະຫະກັມ ຜລິດສິນ ຄ້າພາຍໃນ ປະເທດ ທີ່ແຂ່ງຂັນ ກັບສິນຄ້າ ຕ່າງປະເທດບໍ່ໄດ້ ດ້ວຍເງິນເປັນ ກ້ອນນື່ງຫລື ໃຫ້ເງິນກູ້ ດອກເບັ້ຽຕໍ່າ. ການໃຫ້ການ ອຸດໜູນດ້ວຍ ວິທີນີ້ແມ່ນ ເພື່ອບໍ່ໃຫ້ ອຸດສະຫະກັມ ຕັດຮອນຈໍານວນ ຄົນງານລົງ.

6- ຣັຖະບານ ໃຫ້ການອຸດໜູນ ທຸຣະກິດ ການສົ່ງອອກສິນຄ້າ ເພື່ອໃຫ້ ສົ່ງອອກສິນຄ້າ ໄດ້ຫລາຍຂື້ນ.

7- ບໍຣິສັດ ລົງທືນຈາກ ຕ່າງປະເທດ ມັກຈະຈ້າງ ຄົນຈາກປະເທດ ຕົນເອງທັ້ງໆທີ່ແຮງງານ ໃນທ້ອງຖິ່ນ ມີເຫລືອໃຊ້ ໂດຍສັນຍາ ຂໍເອົາຄົນງານ ຈາກປະເທດຂອງ ຕົນເຂົ້າມາ ກັບໂຄງການ ທີ່ຕົນລົງທືນ.

8- ຣັຖະບານ ອາຈແຊກແຊງ ເຂົ້າໃນຕະລາດ ອັຕຣາການ ແລກປ່ຽນເງິນຕຣາ ຕ່າງປະເທດ ເພື່ອເຮັດໃຫ້ຄ່າ ຂອງເງີນຕຣາ ຂອງປະເທດ ຕົນຕໍ່າລົງ ໂດຍຂາຍເງິນ ຕຣາຂອງປະເທດ ໃນຕະລາດ ການແລກປ່ຽນ ສາກົນ. ໃນເມື່ອ ຄ່າເງິນຕຣາຂອງ ປະເທດຕົນ ຕໍ່າລົງມັນ ຈະເຮັດໃຫ້ ການນໍາເຂົ້າສິນຄ້າ ແພງຂື້ນແຕ່ ການສົ່ງອອກ ສິນຄ້າ ຈະຖືກລົງ ແລະກໍສົ່ງ ອອກໄດ້ຫລາຍ. ນະໂຍບາຍ ດັ່ງກ່າວນີ້ ໃຊ້ໄດ້ໃນ ລະຍະສັ້ນ ເພາະວ່າໃນ ລະຍະຍາວ ນັ້ນມັນຈະ ສ້າງພາວະ ເງິນເພີ້ຂື້ນ ໃນປະເທດ ຊື່ງໃນທີ່ສຸດ ມັນຈະເຮັດໃຫ້ ການສົ່ງອອກສິນຄ້າ ແພງຂື້ນ ແລະການ ນໍາເຂົ້າສິນຄ້າ ຖືກລົງ. ເຖິງແມ່ນວ່າ ຫລັກການ ການຄ້າເສຣີ ທີ່ຣະບຸໄວ້ ຢູ່ໃນກົດ ໝາຍຂອງ ອົງການ ການຄ້າໂລກ ຫລືລະບຸໄວ້ ໃນສັນຍາ ການຄ້າເສຣີ ຣະຫ່ວາງກຸ່ມ ປະເທດຕໍ່ ກຸ່ມປະເທດ ກໍດີ, ແຕ່ຫລາຍໆ ກໍຣະນີ ປະເທດຄູ່ການຄ້າ ຍັງສືບຕໍ່ໍລະເມີດ ກັນຢູ່ ໂດຍສະເພາະ ເພື່ອປົກປ້ອງ ຂະແໜງ ອຸດສະຫະກັມ ຂອງປະເທດ ທີ່ຍັງນຸ່ມນ້ອຍ.

ນັກເສຖສາດ ຂອງໂລກ ກ່າວອີກວ່າ ການໃຊ້ນະໂຍບາຍ ປົກປ້ອງສະເພາະ ແຕ່ການເຕີບໃຫ່ຽ ຂອງເສຖະກິດ ຂອງປະເທດຕົນ ແຕ່ຝ່າຍດຽວ ແມ່ນນື່ງຂອງ ສາເຫດ ທີ່ເຮັດໃຫ້ ເກີດສົງຄາມ ໃນແຕ່ລະຄັ້ງ ຢູ່ໃນຢູໂຣບ ໃນສມັຍ ສັຕະວັດທີ 17, 18, ແລະ 19 ເພາະວ່າ ຣັຖະບານ ຂອງປະເທດ ໃນທະວີບ ຢູໂຮບນິຍົມ ລັດທິການຄ້າ mercantilism ແລະ protectionism. ສົງຄາມ ປະຕິວັດ ໃນສະຫະຣັຖ ອາເມຣິກາ ເພື່ອປົດແອກ ອອກຈາກອັງກິດ ກໍເຊັ່ນດຽວກັນ ຕົ້ນຕໍແມ່ນ ເກີດມາຈາກ ອັງກິດ ໃຊ້ນະໂຍບາຍ ການຄ້າທີ່ ປົກປ້ອງແຕ່ ຜົນປະໂຍດ ຂອງຕົນແຕ່ ຝ່າຍດຽວ. ເມື່ອສັປະດາ ຜ່ານມານີ້ ຜູ້ນໍາຫລາຍ ປະເທດ ໃນຢູໂຣບ ຮ່ວມທັງປະເທດ ຄານາດາ ໃນທະວີບ ອາເມຣິກາເໜືອ ພາກັນຮ້ອງໂຮ ຂື້ນໃນເມື່ອ ຣັຖະສະພາ ສະຫະຣັຖ ກໍາລັງຈະ ຜ່ານກົດໝາຍ ງົປະມານລາຍຈ່າຍ ເພື່ອກະຕຸ້ນ ເສຖະກິດພາຍ ໃນປະເທດ ໂດຍວາງກໍານົດ ໃຫ້ຊື້ແຕ່ ຂອງທີ່ຜລິດ ໃນສະຫະຣັຖ. ມາຕະການ ດັ່ງກ່າວນີ້ ສະມາຊິກ ສະພາສະຫະຣັຖ ສ່ວນໃຫ່ຽ ບໍ່ເຫັນດີນໍາ ເພາະມັນຈະຄືນ ໄປສູ່ມາຕະການ ປົກປ້ອງແຕ່ ອຸດສະຫະກັມ ຂອງຕົນແຕ່ ຝ່າຍດຽວ ຊື່ງ ຈະເຮັດໃຫ້ ວິກິດການ ເສຖະກິດ ຕົກຕໍ່າ ແລະຍືດເຍື້ອ ຍາວນານໄປໄດ້.



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org