ການ​ປະຊຸມ ​​ເພື່ອສນັບ​ສນູນ ​ໃຫ້​ສະຫະຣັຖ ອານຸມັດ NTR ​ໃຫ້ ສປປລາວ

ສມາ​ຊິກ ສະພາ​ຕຳ່ ສະຫະຣັຖ, Betty McCollum, ສັງກັດ ພັກ Democrat ຈາກຣັຖ Minnesota, ພູມ​ໃຈ ທີ່​ເຫັນ​ວ່າ ຊາວ​ມົ້ງ ​ແລະ ຊາວ​ລາວ ​ໃນ​ເຂດ​ເລືອກ​ຕັ້ງ ຂອງ​ທ່ານ ທີ່​ສນັບ​ສນູນ ​ໃຫ້ຣັຖສະພາ ສະຫະຣັຖ ອານຸມັດ ຖານະ​ການ​ຄ້າ ປົກະຕິ (NTR) ​ແກ່​ ສປປລາວ ມີ​ຈຳນວນ​ຫລາຍ​ຂຶ້ນ.

Madam McCollum ​ເວົ້າ​ວ່າ ​ເປັນ​ຂອງ​ທັມະ​ດາ ທີ່​ຄົນ​ມີ​ແນວ​ຄິດ​ຕ່າງ​ກັນ, ກ່ຽວ​ກັບ ​ເຣື້ອງອານຸມັດ NTR ​ແກ່​ລາວ​ນີ້ ກໍ​ເຊັ່ນ​ກັນ. ບາງ​ຄົນ ກໍ​ເຫັນ NTR ​ເປັນ​ໂອກາດ​ດີ ທີ່​ຈະ​ຕ້ອງ​ໃຊ້ ​ໃຫ້​ເປັນ​ປະ​ໂຫຍ​ດ, ສ່ວນ​ອີກ​ບາງ​ຄົນ ຊຳ້ພັດ​ເຫັນ​ວ່າ ​ເປັນ​ວິ​ກິດ​ການ. ສ່ວນ​ ທ່ານ​ເອງນັ້ນ ດີ​​ໃຈ ທີ່​ເຫັນ​ວ່າ ຊາວ​ມົ້ງ ​ໃນ​ເຂດ​ເລືອກ​ຕັ້ງ ຂອງ​ທ່ານ​ນັ້ນ ​ເຫັນ NTR ​ເປັນ​ໂອກາດ​ດີ ມີ​ຈຳນວນ​ຫລາຍ​ຂຶ້ນ.

Madam McCollum ກ່າວ​ດັ່ງ​ນີ້ ຕໍ່​ການ​ຊຸມນຸມ ຂອງ​ແນວ​ໂຮມ ​ເພື່ອ​ສນັບ​ສນູນ ການ​ຄ້າ​ລາວ-ອາ​ເມຣິກັນ ຢູ່​ທີ່​ຕຶກຣັຖະສະພາ ​ເພື່ອ​ຊຸກຍູ້ ​ໃຫ້​ສມາຊິກ ຣັຖະສະພາ ຮັບຜ່ານ​ກົດໝາຍ ອານຸຍາດ ​ໃຫ້​ສັນຍາ​ຕົກລົງ​ການ​ຄ້າ ສອງ​ຝ່າຍ ລາວ-ອາ​ເມຣິກັນ ຊຶ່ງ​ລົງ​ນາມ​ກັນ ຕັ້ງ​ແຕ່​ປີ 1997 ນັ້ນ ມີ​ຜົນ​ປະຕິບັດ​ໄດ້. ການ​ທີ່​ ສະຫະຣັຖ ​ໄດ້​ແກ່ຍາວ ມາ​ເຖິງ​ປັດຈຸບັນ​ ກໍ​ເນື່ອງ​ຈາກ​ວ່າ ມີ​ການ​ຂັດ​ຄ້ານ ຢ່າງ​ໜັກ ຈາກ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ທີ່​ເຫັນ​ວ່າ ສປປລາວ ຍັງ​ມີ​ການລະ​ເມີດ ສິດທິ​ມະນຸດ​ຢູ່ ຢ່າງ​ບໍ່​ຍອມ​ປ່ຽນ​ແປງ ​ແຕ່​ປະການ​ໃດ.

"ບາງ​ຄົນ ກໍ​ເຫັນ NTR ​ເປັນ​ໂອກາດ​ດີ ທີ່​ຈະ​ຕ້ອງ​ໃຊ້ ​ໃຫ້​ເປັນ​ປະ​ໂຫຍ​ດ, ສ່ວນ​ອີກ​ບາງ​ຄົນ ຊຳ້ພັດ​ເຫັນ​ວ່າ ​ເປັນ​ວິ​ກິດ​ການ."

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org