ຜູ້ນໍາສະຫະຣັຖແລະຈີນ ຮ່ວມມືຫາລືແກ້ໄຂບັນຫາ
ຜູ້ນໍາສະຫະຣັຖ ແລະ ຈີນ ໄດ້ຫາລືກັນ ກ່ຽວກັບ ການແກ້ໄຂ ບັນຫາ ແລະ ການຮ່ວມມື ຂອງສອງປະເທດ ແລະ ໃນຂອບເຂດທົ່ວໂລກ ໃນຣະຫວ່າງ ການຢ້ຽມຢາມ ເປັນເວລາ 4 ມື້ ຂອງປະທານາທິບໍດີ ສະຫະຣັຖ ຖ້າມກາງ ການຕິດຕາມ ຂອງນາງໆຊາດ ແລະ ອົງການຕ່າງໆ ກ່ຽວກັບ ການຫາລື ຂອງສອງປະເທດມະຫາອໍານາດ. ຈະເຣີນສຸກ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ…
-
ຈະເຣີນສຸກ
2009-11-20 -
-
-
Your browser doesn’t support HTML5 audio
ການຢ້ຽມຢາມ ສປຈີນ ຂອງທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ສະຫະຣັຖ ເປັນເວລາ 4 ມື້, ເຣີ້ມແຕ່ວັນອາທິດ ທີ 15-18 ພຶສຈິກາ, ຊຶ່ງຜູ້ນໍາທັງສອງ ໄດ້ຫາລື ກ່ຽວກັບແກ້ໄຂບັນຫາ ແລະ ການຮ່ວມື ຣະຫວ່າງ 2 ປະເທດ ເປັນຕົ້ນແມ່ນ ຮ່ວມມື ດ້ານເສຖກິດ, ການຄ້າ, ການສຶກສາ, ເທັກໂນໂລຈີ, ແລະ ສິດທິມະນຸດ. ແລະ ການຮ່ວມມື ເພື່ອແກ້ໄຂບັນຫາ ໃນທົ່ວໂລກ, ເປັນຕົ້ນ ແມ່ນ ການປ່ຽນແປງ ຂອງດິນຟ້າອາກາດ, ການເຊົາຜລິດ ແລະ ເຜີຍແຜ່ອາວຸດ, ຮວມທັງ ອາວຸດນິວຄະເລັຍ ແລະ ອື່ນໆ. ໃນຣະຫວ່າງ ການຢ້ຽມຢາມນັ້ນ, ທ່ານໂອບາມາ ໄດ້ ໂອລົມ ກັບບັນດາ ຊາວໜຸ່ມ ນັກສຶກສາ, ປະທານປະເທດ, ນາຍົກ ຣັຖມົນຕຣີ ແລະ ເຈົ້າໜ້າທີ່ ຣະດັບສູງຄົນອື່ນໆ ຂອງຈີນ.
ທ່ານ ໂອບາມາ ເດີນທາງ ໄປເຖິງ ນະຄອນຊຽງໄຮ, ຊຶ່ງເປັນເມືອງທີ່ຈະເຣີນ ທາງດ້ານເສຖກິດ ຂອງຈີນ ໃນຕອນຄໍ່າວັນອາທິດ ທີ 15. ທ່ານ ໄດ້ ປຣາສັຍ ເປັນການໂອລົມ ກັບບັນດາ ຊາວໜຸ່ມນັກສຶກສາ ທີ່ ຫໍປະຊຸມນະຄອນຊຽງໄຮ ໃນວັນທີ 16, ຊຶ່ງທ່ານ ໄດ້ເວົ້າກ່ຽວກັບ ແຜນການຂຍາຍ ໂຄງການສົ່ງນັກສຶກສາ ອາເມຣິກັນ ໄປຮຽນຢູ່ຫລາຍປະເທດ, ອິສຣະ ໃນການແລກປ່ຽນ ແລະ ເຜີຍແຜ່ ຂໍ້ມູນຂ່າວສານ, ໂດຍສະເພາະ ທາງອິນເທີແນັດ ທີ່ມີຄວາມວ່ອງໄວ ແລະ ປະຫຍັດ, ອິສຣະ ທາງດ້ານການປະຕິບັດ ສິດທິມະນຸດ ຕລອດຮອດການເຊື່ອຖື ທາງດ້ານສາສານາ.
ທ່ານ ບອກກັບ ນັກສຶກສາ ແລະ ຊາວໜຸ່ມ ວ່າ ທ່ານ ເປັນຜູ້ນຶ່ງ ທີ່ສນັບສນູນ ໃຫ້ເປີດໃຊ້ອິນເທີແນັດ, ສນັບສນູນ ບໍ່ໃຫ້ມີການກັ່ນກອງຂ່າວສານ. ທ່ານ ຄຶດວ່າ ການມີອິສຣະພາບ ໃນການແລກປ່ຽນຂໍ້ມູນຂ່າວສານ ຫລາຍເທົ່າໃດ ກໍຍິ່ງເຮັດໃຫ້ ສັງຄົມ ມີຄວາມເຂັ້ມແຂງຂຶ້ນ ເທົ່ານັ້ນ.
ທ່ານ ກ່າວໃນຕອນນຶ່ງ ວ່າ:
”ສປຈີນ ເປັນປະເທດ ທີ່ມີຄົນໃຊ້ ອິນເທີແນັດ ຫລາຍທີ່ສຸດ, ພ້ອມກັບ ມີເຄືອຂ່າຍ ການໃຊ້ໂທຣະສັບມືຖື ຢ່າງຫລວງຫລາຍ ໃນໂລກ ທີ່ເຮັດໃຫ້ ປະເທດຈີນ ຕ້ອງມີການຄົ້ນຄວ້າ ແລະ ລົງທຶນ ໃນການຫາ ພະລັງງານແບບໃໝ່ ມາທົດແທນ ເພື່ອການປ່ຽນແປງ ທາງສະພາບອາກາດ ເປັນການຊ່ອຍເຫລືອແກ້ໄຂ ບັນຫາໂລກຮ້ອນອີກດ້ວຍ, ແລະ ທາງການສະຫະຣັຖ ກໍພ້ອມ ທີ່ຈະຮ່ວມມື ເພື່ອການພັທນາ ໃນດ້ານນີ້, ຊຶ່ງທ່ານ ກໍໄດ້ຮຽກທວງ ໃຫ້ເຍົາວະຊົນ ໜຸ່ມນ້ອຍ ຊາວຈີນ ທີ່ຈະເປັນຜູ້ນໍາປະເທດ ໃນອະນາຄົດ ໄດ້ຮ່ວມກັນ ເຮັດໃຫ້ຄວາມຝັນ ເປັນຈິງ ໃນສັຕວັຕ ທີ 21 ນີ້.”
ໃນຣະຫວ່າງ ທີ່ປາໃສ ຢູ່ທີ່ ຫໍປະຊຸມ ນະຄອນຊຽງໄຮນັ້ນ, ທ່ານ ໂອບາມາ ຍັງໄດ້ຕອບຄໍາຖາມ ແລະ ຂໍ້ຂ້ອງໃຈ ຫລາຍຢ່າງ ຈາກ ຊາວໜຸ່ມ ແລະ ບັນດາ ນັກສຶກສາ ມະຫາວິທະຍາລັຍ. ພ້ອມດຽວກັນນັ້ນ, ຜູ້ນໍາສະຫະຣັຖ ຍັງໄດ້ ຮຽກຮ້ອງ ໃຫ້ມີການປະຕິບັດ ສິດທິພື້ນຖານ ໃນທົ່ວໂລກ ເປັນຕົ້ນແມ່ນ ການອອກຄວາມຄິດຄວາມເຫັນ ດ້ານການເມືອງ, ການເຊື່ອຖື ດ້ານສາສນາ ຢ່າງອິສຣະ, ພ້ອມກັບ ການແລກປ່ຽນ ແລະ ເຜີຍແຜ່ ຂໍ້ມູນຂ່າວສານ, ຊຶ່ງທ່ານ ບອກວ່າ ທຸກໆຄົນ ໃນໂລກນີ້ ຄວນມີສິດພື້ນຖານ, ຮວມທັງ ບັນດາຊົນຊາດຊົນເຜົ່າ ແລະ ສາສນາ ຕ່າງໆ ບໍ່ວ່າ ຈະຢູ່ໃນສະຫະຣັຖ, ປະເທດຈີນ ແລະ ປະເທດໃດ ກໍຕາມ. ແຕ່ທ່ານ ບໍ່ໄດ້ໝາຍຄວາມວ່າ ສະຫະຣັຖ ເປັນປະເທດ ທີ່ສົມບູນທຸກຢ່າງ.
ທ່ານ ໂອບາມາ ເຣີ່ມຫາລື ກັບ ທ່ານ ຮູ ຈິນຕາວ, ປະທານປະເທດຈີນ ໃນມື້ວັນທີ 17, ໃນຂະນະທີ່ ຊາວໂລກ ຕິດຕາມເບິ່ງຜົນການຢ້ຽມຢາມ ຂອງພວກທ່ານ ຢ່າງຕັ້ງໃຈ, ໃນຖານະທີ່ ພວກທ່ານ ເປັນຜູ້ນໍາປະເທດ ມະຫາອໍານາດ ທີ່ເຕີບໂຕ ທາງດ້ານເສຖກິດ ແລະ ການເມືອງ ທີ່ມີອິທພົນຕໍ່ຫລາຍໆປະເທດ ໃນທົ່ວໂລກ. ຜູ້ນໍາທັງສອງ ໄດ້ສົ່ງສັນຍາ ທີ່ສະແດງເຖິງການຮ່ວມມື ຂອງສອງປະເທດ ກ່ອນທີ່ຈະເຂົ້າຫ້ອງປະຊຸມ ເພື່ອຫາລືກ່ຽວກັບ ບັນຫາທີ່ທ້າທາຍ ຫລາຍໆຢ່າງ ເຣີ່ມແຕ່ ໂຄງການຜລິດນິວຄະເລັຍ, ວິກິດການເສຖກິດ, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການປະຕິບັດ ດ້ານສິດທິມະນຸດ.
ຜູ້ນໍາທັງສອງ ໄດ້ອອກຖແລງການຮ່ວມ, ຊຶ່ງທ່ານ ຮູ ຈິນຕາວ ກ່າວທີ່ກອງປະຊຸມ ໃຫ້ສັມພາດຂ່າວ ໃນຕອນນຶ່ງວ່າ: ທ່ານ ແລະ ທ່ານ ໂອບາມາ ຕົກລົງກັນວ່າ ຈີນ ແລະ ສະຫະຣັຖ ຈະສືບຕໍ່ ການຫາລືກັນ ເພີ້ມຕື່ມ ແລະ ຮ່ວມມື ດ້ານເສຖກິດ ມະຫາພາກ ແລະ ນະໂຍບາຍ ການເງິນ. ນອກຈາກນັ້ນ, ຈະສືບຕໍ່ ປຶກສາຫາລື, ແກ້ໄຂບັນຫາ ດ້ານເສຖກິດ ແລະ ການຄ້າ ທີ່ຍັງຄ້າງຄາກັນຢູ່, ພ້ອມກັບ ຈະຂຍາຍສາຍສັມພັນ ທາງດ້ານ ທຸຣະກິດ ແລະ ການຄ້າ.
ເຖິງຢ່າງໃດກໍດີ, ຜູ້ນໍາທັງສອງ ມີຄວາມຄືບໜ້າ ໃນການແກ້ໄຂບັນຫາ ການປ່ຽນແປງ ຂອງດິນຟ້າອາກາດ, ຊຶ່ງສະຫະຣັຖ ແລະ ຈີນ ເປັນປະເທດທີ່ ຜລິດ ແລະ ໃຊ້ພະລັງງານຫລາຍທີ່ສຸດ. ຊຶ່ງທ່ານ ໂອບາມາ ກ່າວວ່າ ບັນຫາ ດັ່ງກ່າວ ຈະບໍ່ຖືກແກ້ໄຂໄດ້ ປາສຈາກ ຄວາມພະຍາຍາມ ຂອງ ສອງປະເທດ.
ສະຫະຣັຖ ແລະ ຈີນ ຢືນຢັນຕື່ມອີກ ກ່ຽວກັບ ຫລັກການພື້ນຖານ ໃນການນັບຖື ເຂດນໍ້າແດນດິນ ແລະ ອະທິປະໄຕ ຊຶ່ງກັນແລະກັນ, ແລະ ຈະບໍ່ມີຝ່າຍໃດຝ່າຍ ສນັບສນູນ ກຸ່ມໃດກຸ່ມນຶ່ງ ທີ່ຫວັງທໍາລາຍ ຫລັກການດັ່ງກ່າວ. ທ່ານ ຮູ ຈິຕາວ ກ່າວວ່າ ສອງຝ່າຍ ຈະສືບຕໍ່ ນັບຖືຊຶ່ງກັນແລະກັນ ແລະ ບໍ່ເຂົ້າແຊກແຊງ ໃນກິຈການພາຍໃນ ຂອງປະເທດໃດ ປະເທດນຶ່ງ. ພ້ອມດຽກກັນນັ້ນ, ກໍຈະຫາລື ແລະ ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ບັນຫາ ດ້ານສິດທິມະນຸດ ແລະ ສາສນາ ເພື່ອໃຫ້ມີຄວາມເຂົ້າໃຈ ເພີ້ມຕື່ມ, ແລະ ຫລຸດຜ່ອນ ຄວາມແຕກຕ່າງ.
ສ່ວນບັນຫາ ທີ່ພວກນັກເຄື່ອນໄຫວ ແລະ ກຸ່ມປົກປ້ອງ ສິດທິມະນຸດ ຮຽກຮ້ອງ ໃຫ້ທ່ານ ໂອບາມາ ຍົກຂຶ້ນ ຫາລື ກັບຜູ້ນໍາຈີນ ແມ່ນ ການລະເມີດສິດທິມະນຸດ ໂດຍສະເພາ ໃນຕີເບດ ແລະ ຊິນຈຽງ ນັ້ນ, ທ່ານ ໂອບາມາ ເວົ້າວ່າ ທ່ານ ໄດ້ບອກ ກັບຜູ້ນໍາຈີນ ກ່ຽວກັບ ຄວາມເຊື່ອຢ່າງແນ້ວແນ້ ຂອງສະຫະຣັຖ ຄື ທັງຊາຍ ແລະ ຍິງ ໝົດທຸກຄົນ ມີສິດປະຕິບັດ ດ້ານສິດທິມະນຸດ. ສະຫະຣັຖ ບໍ່ເຊື່ອວ່າ ຫລັກການນີ້ ຈະມີແຕ່ຢູ່ໃນສະຫະຣັຖ ປະເທດດຽວ, ແຕ່ເປັນຫລັກຖານ ທີ່ຖືກໃຊ້ ໃນທົ່ວໂລກ ແລະ ສິດທິມະນຸດນີ້ ຄວນເປັນຂອງໝົດທຸກຄົນ, ບໍ່ວ່າ ຈະເປັນຊົນຊາດຊົນເຜົ່າ ແລະ ກຸ່ມສາສນາ ສ່ວນນ້ອຍ.
”ພວກເຮົາ ສັງເກດເຫັນວ່າ ໃນຂະນະທີ່ ພວກທ່ານ ຍອມຮັບ ຕີເບດ ວ່າ ເປັນສ່ວນນຶ່ງ ຂອງສປຈີນ, ສະຫະຣັຖ ສນັບສນູນ ໃຫ້ຟື້ນຟູ ການເຈຣະຈາ ຣະຫວ່າງ ຣັຖບານຈີນ ແລະ ຜູ້ຕາງໜ້າ ຂອງອົງດາລາຍ ລາມະ ເພື່ອແກ້ໄຂບັນຫາ ທີ່ຍັງໜ້າເປັນຫ່ວງ ແລະ ຄວາມແຕກຕ່າງກັນ, ທີ່ທັງສອງຝ່າຍ ຍັງຄ້າງຄາ ກັນຢູ່.”
ການຢ້ຽມຢາມ ຈີນ ມື້ສຸດທ້າຍ ຄືວັນພຸດ ທີ 18 ນີ້, ທ່ານ ໂອບາມາ ໄດ້ພົບພໍ້ກັບ ທ່ານ ເວັນ ເຈັຍປາວ, ນາຍົກ ຣັຖມົນຕຣີຈີນ, ຊຶ່ງຜູ້ນໍາທັງສອງ ມີຄວາມຍິນດີ ທີ່ປະເທດ ຂອງພວກທ່ານ ໄດ້ເພີ້ມທະວີການພົວພັນ ແລະ ສືບຕໍ່ການຮ່ວມມື ໃນຫລາຍໆດ້ານ, ຊຶ່ງທ່ານ ເວັນ ເຈັຍເປົາ ບອກກັບ ທ່ານ ໂອບາມາ ວ່າ ການຮ່ວມມື ຣະຫວ່າງ ກຸງປັກກິ່ງ ແລະ ກຸງວໍຊິງຕັນ ເປັນບົດບາດ ທີ່ເດັ່ນ ໃນການຈັດຕັ້ງ ຣະບົບການເມືອງຣະຫວ່າງຊາດ ແລະ ເສຖກິດໂລກ.
ຫລັງຈາກ ສິ້ນສຸດ ການຢ້ຽມຢາມ ແລະ ຫາລື ກັບ ຜູ້ນໍາຈີນ ໃນມື້ວັນພຸດ ທີ 18 ພຶສຈິກາ ນີ້, ກ່ອນອອກຈະອອກເດີນທາງ ຕໍ່ໄປຍັງ ເກົາຫລີໃຕ້, ທ່ານໂອບາມາ ໄດ້ໄປທ່ຽວຊົມ ກໍາແພງເມືອງຈີນ ຊຶ່ງເປັນກໍາແພງ ມະຫັສຈັນທີ່ສຸດໃນໂລກ ແລະ ເປັນມໍຣະດົກໂລກ ອີກແຫ່ງນຶ່ງ.