ທ່ານ Barack Obama ຮຽກຮ້ອງຕໍ່ຜູ້ນໍາທົ່ວໂລກ

ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ຮຽກຮ້ອງ ຕໍ່ຜູ້ນໍາ ຈາກທົ່ວໂລກ ໃຫ້ເພີ້ມຄວາມ ຮ່ວມມື ເພື່ອໃຫ້ສາມາດ ບັນລຸເປົ້າໝາຍ ໂຄງກາຣພັທນາ ສະຫັຕສວັຕ ຂອງອົງກາຣ ສະຫະ ປະຊາຊາຕ ໃນຣະຍະ 5 ປີ ຂ້າງໜ້ານີ້ ເພື່ອຫລຸດຜ່ອນ ບັນຫາ ຄວາມທຸກຂ໌ຈົນ ຂອງປະຊາຊົນ ໃນທົ່ວໂລກ ຕລອດຮອດດ້ານ ກາຣສົ່ງເສີມ ກາຣສຶກສາ ສນັບສນູນ ຣະບົບ ກາຣປົກຄອງ ແບບໂປ່ງໃສ ກາຣມີ ປະຊາທິປະໄຕ ແລະອື່ນໆ.

ໃນກອງປະຊຸມ ສມັຊຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 65 ທີ່ນະຄອນນີວຢ໊ອກ ເດືອນກັນຍາ ວັນທີ 22 2010 ທ່ານ ບາຣັກໂອບາມາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ກ່າວຮຽກຮ້ອງຕໍ່ ຜູ້ນຳຈາກທົ່ວໂລກ ໃຫ້ເພີ່ມຄວາມຮ່ວມມື ເພື່ອໃຫ້ສາມາດ ບັນລຸເປົ້າໝາຍ ໂຄງກາຣພັທນາ ສະຫັຕສວັຕ. AFP PHOTO/Emmanuel Dunand

ກົດຟັງສຽງ

ກອງປະຊຸມ ປະຈຳປີ 2010 ຂອງອົງກາຣ ສະຫະ ປະຊາຊາຕ ຢູ່ນະຄອນ New York ໃນສັປດານີ້ ເປັນກາຣປະຊຸມ ເພື່ອພິຈາຣະນາ ແລະທົບທວນ ເບິ່ງຄວາມ ຄືບໜ້າ ດ້ານປະຕິບັຕ ວຽກງານຂອງ ໂຄງກາຣພັທນາ ສະຫັຕສວັສ ອົງກາຣສະຫະ ປະຊາຊາຕ ຫລື “MDG” (UN Millennium Development Goals) ວ່າປະສົບ ຜົລສຳເຣັຈ ຮອດຂັ້ນໃດແດ່ ແລະ ຄວນທີ່ຈະ ສືບຕໍ່ ດ້ວຍວິທີໃດ ເພື່ອຈະໃຫ້ ສາມາດບັນລຸ ເປົ້າໝາຍໃນປີ 2015 ທີ່ຈະມາເຖິງ ນີ້?

ໃນແຜນ ປະຕິບັຕ ບໍ່ຕໍ່າກວ່າ 8 ໂຄງກາຣ ທີ່ກອງປະຊຸມ ໄດ້ຕັ້ງເປົ້າໝາຍ ໄວ້ໃນປີ 2000 ເພື່ອແກ້ໄຂບັນຫາ ໃນທົ່ວໂລກນັ້ນ ເທົ່າປັຈຈຸບັນ ນີ້ມີແຕ່ 2 ໂຄງກາຣ ເທົ່ານັ້ນ ທີ່ທາງອົງກາຣ ສະຫະ ປະຊາຊາຕ ວ່າຈະສາມາດ ປະຕິບັຕໄດ້ ຄືກາຣຫລຸດ ຈຳນວນ ປະຊາຊົນ ທີ່ທຸກຂ໌ຍາກ ແລະ ແກ້ໄຂບັນຫາ ດ້ານຂາດແຄນ ອາຫາຣ ກາຣກິນ ໃນທົ່ວໂລກ ໃຫ້ຫລຸດລົງ ໄດ້ເຖິງເຄິ່ງໜຶ່ງ ພ້ອມກັບບັນຫາ ກາຣຂາດນ້ຳດື່ມ ທີ່ສະອາດ.

ສ່ວນບັນຫາ ອື່ນໆເຊັ່ນ: ກາຣສຶກສາ ກາຣຕາຍ ຂອງເດັກນ້ອຍ ແລະ ສຸຂພາບ ຂອງຜູ້ເປັນແມ່ ຕລອດຮອດ ບັນຫາຂອງ ກາຣປາບປາມ ແລະ ຄວບຄຸມເຊື້ອໂຣຄ ຊຶ່ງກໍຮວມທັງ HIV/AIDS ຄວາມບໍ່ສເມີພາບ ຣະຫວ່າງເພທ ແລະ ບັນຫາດ້ານ ສະພາບແວດລ້ອມ ນັ້ນ ຖືວ່າຍັງ ບໍ່ທັນ ຖືກແກ້ໄຂ ຫລືບໍ່ມີຄວາມ ຄືບໜ້າ ເທົ່າທີ່ຄວນເທື່ອ ໃນປັຈຈຸບັນນີ້ ຊຶ່ງຜູ້ນຳ ແລະ ຜູ້ຕາງໜ້າຈາກ ບໍ່ຕໍ່າກວ່າ 140 ປະເທສ ທີ່ເຂົ້າຮ່ວມ ຕ່າງກໍເຫັນພ້ອມ ໃຫ້ກາຣ ສນັບສນູນ ເພື່ອໃຫ້ ບັນລຸເປົ້າໝາຍ ໃນກາຣແກ້ໄຂ ບັນຫາ ຄວາມຍາກຈົນ ຂອງປະຊາຊົນ ໃນທົ່ວໂລກ ໃຫ້ໄດ້.

ໃນຕອນຂຶ້ນກ່າວ ແຖລງກາຣ ໃນມື້ວັນພຸທ ຜ່ານມານີ້ ທ່ານ Barack Obama ປະທານາ ທິບໍດີ ສະຫະຣັຖ ກໍໄດ້ປະກາສ ນະໂຍບາຍໃໝ່ ດັ່ງທີ່ທ່ານ ໄດ້ກ່າວວ່າ:

"And today, I'm announcing our new U.S. Global Development Policy… ທ່ານວ່າ: ນະໂຍບາຍໃໝ່ ຂອງສະຫະຣັຖ ທີ່ທ່ານປະກາສ ເປັນເທື່ອ ທຳອິດ ໃນມື້ນີ້ນັ້ນ.. ເປັນກາຣ ປະຕິບັຕຕາມ ຫລັກກາຣໆເຊື່ອຖື ຂອງສະຫະຣັຖ ເພື່ອໃຫ້ບັນລຸ ເປົ້າໝາຍ ຂອງກາຣຊ່ວຍເຫລືອ ປະຊາຊົນ ໃນທົ່ວໂລກ ຊຶ່ງບໍ່ແມ່ນ ແຕ່ກາຣຊ່ວຍເຫລືອ ທາງດ້ານ ງົບປະມານ ເພື່ອນຳໄປຊື້ ອາຫາຣກາຣກິນ ແລະ ຢາປົວພຍາທ ເທົ່ານັ້ນ ແຕ່ຈະມີກາຣ ເນັ້ນໃຫ້ແຕ່ລະ ປະເທສ ທີ່ໄດ້ຮັບກາຣ ຊ່ວຍເຫລືອນັ້ນ ສາມາດດຳເນີນ ກາຣພັທນາ ປະເທສຊາຕ ຂອງພວກຕົນ ຕໍ່ໆໄປ”.

ກາຣທີ່ທ່ານ ໂອບາມາ ໃຫ້ແຖລງ ກາຣດັ່ງກ່າວ ເປັນກາຣຢືນຢັນ ຂອງທາງກາຣ ສະຫະຣັຖ ທີ່ຈະ ປະຕິບັຕ ຕາມພາຣະກິຕ ເພື່ອໃຫ້ສາມາດ ແກ້ໄຂບັນຫາ ຄວາມທຸກຂ໌ຍາກ ຂອງປະຊາຊົນ ໃນທົ່ວໂລກ ໃຫ້ໄດ້ ດັ່ງທີ່ທ່ານ ໄດ້ກ່າວເພີ່ມ ອີກວ່າ:

"Now, let me be clear, the USA has been, and.. ທ່ານວ່າ “ຂໍປະກາສຢ່າງ ກະຈ່າງແຈ້ງວ່າ ສະຫະຣັຖເຄີຽ ປະຕິບັຕ ມາໃນເມື່ອກ່ອນ ແລະຈະເປັນ ຜູ້ນຳພາໃນກາຣ ໃຫ້ຄວາມ ຊ່ວຍເຫລືອປະເທສ ທີ່ຍາກຈົນ ໃນຂັ້ນຕໍ່ໆໄປ… ພ້ອມດຽວກັນ ກໍຈະປະລະ ຖິ້ມປະເທສໃດ ປະເທສໜຶ່ງ ທີ່ເຄີຽໄດ້ຮັບ ກາຣຊ່ວຍເຫລືອ ຈາກສະຫະຣັຖ ມາກ່ອນແລ້ວນັ້ນ ແຕ່ປະກາຣໃດ… ບໍ່ວ່າຈະເປັນດ້ານ ກາຣຊ່ວຍຊູ ເອົາຊີວີຕຂອງ ປະຊາຊົນໄວ້… ດ້ານກາຣຊ່ວຍເຫລືອ ທາງອາຫາຣ ກາຣກິນ ຫລື ຢາປົວພຍາທ ຕ່າງໆ ທາງກາຣ ສະຫະຣັຖ ກໍຈະສືບຕໍ່ ໃຫ້ກາຣຊ່ວຍ ເຫລືອຕໍ່ໆໄປ ຢູ່ຄືເກົ່າ”.

ກ່ຽວກັບເຣື່ອງນີ້ ທ່ານໂອບາມາ ໄດ້ເນັ້ນເຖິງ ກາຣຊ່ວຍເຫລືອຂອງ ສະຫະຣັຖ ຕໍ່ບັນດາ ປະເທສດ້ອຍພັທນາ ດ້ວຍກາຣຮ່ວມມື ກັບບັນດາ ປະເທສອື່ນໆ ເພື່ອເພີ່ມ ງົບປະມານ ເຂົ້າໃນໂຄງກາຣ ກຳຈັດ ໂຣຄເປັ້ຽລ່ອຍ ຫລື Polio ພ້ອມກັບສືບຕໍ່ ໂຄງກາຣ ໃຫ້ທຶນກາຣ ຊ່ວຍເຫລືອ ປາບປາມ ແລະ ກຳຈັດກາຣ ຣະບາດຂອງເຊື້ອ HIV/AIDS ຕລອດຮອດກາຣ ເພີ້ມງົບປະມານ ສຳລັບໂຄງກາຣ ຕໍ່ຕ້ານ ໂຣຄປອດແຫ້ງ ຫລື TB ແລະ ໄຂ້ມາລາເຣັຽ ພ້ອມກັບເພີ້ມ ເງິນທຶນ ເຂົ້າໃນໂຄງກາຣ ຊ່ວຍກູ້ພັຍ ໃນຍາມສຸກເສີນ ດັ່ງພັຍ ທັມມະຊາຕ ແຜ່ນດິນໄຫວ ໃນປະເທສ Haiti ແລະພັຍນ້ຳຖ້ວມ ໃນປະເທສ ປາກິສຖານ ໃນຣະຍະ ທີ່ຜ່ານມາ.

ພ້ອມດຽວກັນນີ້ ຜູ້ນຳ ສະຫະຣັຖ ກໍໄດ້ຮຽກຮ້ອງ ໃຫ້ຜູ້ນຳ ໃນທົ່ວໂລກ ໂດຽສະເພາະຜູ້ນຳ ໃນບັນດາ ປະເທສ ທີ່ຈະເຣີນທາງ ອຸຕສາຫະກັມ ຕ່າງໆ ໄດ້ໃຫ້ຄວາມ ຮ່ວມມື ບໍ່ແມ່ນແຕ່ ສະເພາະໃນດ້ານ ໃຫ້ເງິນທຶນ ກາຣຊ່ວຍເຫລືອ ປະເທສທີ່ທຸກຂ໌ຈົນ ເທົ່ານັ້ນ ແຕ່ຊ່ວຍກົດດັນ ໃຫ້ທາງກາຣ ກ່ຽວຂ້ອງ ໃຫ້ເອົາມາຕກາຣ ປາບປາມ ເຈົ້າໜ້າທີ່ ທີ່ພົວພັນກັບ ກາຣທຸຈຣິຕຕ່າງໆ ນຳດ້ວຍ ເພາະກາຣ ສໍ້ຣາສບັງຫລວງ ເປັນຕົ້ນຕໍ່ຂອງ ກາຣຖ່ວງດຶງບໍ່ໃຫ້ ມີຄວາມຈະເຣີນ ກ້າວໜ້າໄດ້ແຕ່ ຢ່າງໃດ:

"promote good governance and democracy; the rule of law.. ທ່ານວ່າ “ກາຣສົ່ງເສີມ ໃຫ້ມີຣະບົບ ກາຣປົກຄອງ ແບບໂປ່ງໃສ ແລະ ກາຣມີ ປະຊາທິປະໄຕ ໃຫ້ເຈົ້າໜ້າທີ່ ພະນັກງານ ປະຕິບັຕ ຕາມໜ້າທີ່ພາຍ ໃຕ້ກົດໝາຍ ຢ່າງເສຣີພາບ ຕລອດຮອດກາຣ ນັບຖື ສິທທິມະນຸສ. ແນ່ນອນທີ່ສຸດ ກາຣພັທນາ ເສຖກິຈ ກໍຈະມີກາຣ ເຕີບໂຕ ໄປພ້ອມກັນກັບ ກາຣມີ ປະຊາທິປະໄຕ ໃນປະເທສນັ້ນໆ ເຊັ່ນກັນ”.

ຢ່າງໃດກໍຕາມ ປະທານາທິບໍດີ ໂອບາມາ ໄດ້ກ່າວເນັ້ນເຖິງ ໂຄງກາຣເປີດສາຍ ກາຣພົວພັນ ກັບບັນດາປະເທສ ທີ່ກຳລັງມີ ກາຣຫັນປ່ຽນ ຈາກຣະບົບ ກາຣປົກຄອງ ແບບຜະເດັຈກາຣ ໄປສູ່ຣະບົບ ປະຊາທິປະໄຕ ໃນຫລາຍປະເທສ ໃຫ້ມີກາຣ ສົ່ງເສີມ ປັນຍາຊົນ ທຸກເພສ-ວັຍ ທີ່ມີຈຳນວນ ຫລວງຫລາຍ ໃຫ້ມີສິທທິ ແລະໂອກາສ ໃນໜ້າທີ່ກາຣງານ ເພື່ອຄວາມ ຈະເຣີນກ້າວໜ້າ ຂອງແຕ່ລະ ປະເທສນັ້ນໆ ໃນຂັ້ນຕໍ່ໆໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org