ເສຖກິດໂລກ ສົ່ງຜົນກະທົບ ຕໍ່ເສຖກິດລາວ
ວິກິດການ ດ້ານການເງິນ ແລະ ເສຖກິດຂອງໂລກ ສົ່ງຜົນກະທົບ ຕໍ່ເສຖກິດລາວ
-
ໂພໄຊສວັດ
2009-02-11 -
-
-
Your browser doesn’t support HTML5 audio
ວິກິດການດ້ານການເງິນ ແລະ ເສຖກິດຂອງໂລກ ມີຂື້ນຕັ້ງແຕ່ ປີ 2008 ເຫັນໄດ້ຄັກແນ່ຈາກ ເດືອນກັນຍາເປັນຕົ້ນມາ ແລະຍັງຈະ ມີຕໍ່ໄປອີກພາຍໃນປີ 2009. ເປັນວິກິດການ ດ້ານການເງິນ ຄັ້ງຍິ່ງໃຫຍ່ທີ່ສຸດ ທີ່ໄດ້ປາກົດມາ ຊຶ່ງຮ້າຍແຮງກວ່າ ຕອນເສຖກິດຕົກຕໍ່າ ທົ່ວໂລກທີ່ຮູ້ເປັນ ພາສາອັງກິດວ່າ The Great Depression ຊຶ່ງເລີ້ມເມື່ອປີ 1929 . ພາວະເສຖກິດ ຕົກຕໍ່າຂອງເສຖກິດ ມີຜົນກະທົບຕໍ່ ເກືອບທຸກໆ ປະເທດໃນໂລກ ບໍ່ວ່າຈະຮັ່ງຫລືທຸກ.
ມັນເຮັດໃຫ້ການ ຄ້ານາໆຊາດ ຕົກລົດລົງກາຍເຄິ່ງ ຫລືບາງກໍຮະນີ ຮອດສອງສ່ວນສາມ. ນອກຈາກນີ້ ເງິນລາຍໄດ້ຫລື ທີ່ເຮົາຮູ້ກັນວ່າ ເງິນເດືອນກໍລົດລົງ ເຮັດໃຫ້ການເກັບ ພາສີຕົກຕໍ່າ, ຣາຄາສິນຄ້າ ແລະ ກໍາໄລຫລຸດລົງ.
ຕໍ່ພາວະວິກິດການ ດ້ານການເງິນແລະ ເສຖກິດຂອງໂລກ ຫ້ອງການທະນາຄານໂລກ ປະຈໍານະຄອນຫລວງວຽງຈັນ ສປປລາວ ໄດ້ລາຍງານ ເຖິງຜົນກະທົບ ທີ່ມີຕໍ່ ສປປລາວ ວ່າວິກິດການ ດ້ານການເງິນຂອງໂລກ ມີຂື້ນຍ້ອນ ການລົ້ມລະລາຍ ຂອງພາກທະນາຄານ ແລະສະຖາບັນ ການເງິນໃຫຍ່ໆຕ່າງໆ ໃນສະຫະຣັຖ ແລະຕໍ່ໄປຫາ ປະເທດມະຫາອຳນາດ ດ້ານອຸດສາຫະກັມ ອື່ນໆຊຶ່ງໄດ້ເພີ້ມ ຄວາມກົດດັນໃຫ້ກັບ ຂະແໜງອື່ນໆ ຂອງເສຖະກິດ. ໃນເວລາດຽວກັນ
ຍ້ອນຄວາມກົດດັນນີ້ ການປ່ອຍສິນເຊື້ອ ໃນທົ່ວໂລກ ກໍໄດ້ຫລຸດລົງ ຢ່າງຫລວງຫລາຍ. ທະນາຄານໂລກ ໄດ້ຢ້ຳວ່າວິກິດການ ດັ່ງກ່າວໄດ້ສ້າງ ຜົນກະທົບຕໍ່ ການເຕີບໃຫຍ່ ທາງດ້ານເສຖກິດ ໃນບັນດາ ປະເທດທີ່ກຳລັງ ພັດທະນາທົ່ວໂລກ ໃນດ້ານຕ່າງໆເຊັ່ນ ການລົງທຶນແລະ ຄວາມຕ້ອງການ ດ້ານການສົ່ງອອກ ທີ່ໄດ້ຫລຸດລົງ ແລະການຕົກຕໍ່າລົງ ຂອງຣາຄາສິນຄ້າ ໃນຕລາດໂລກ ແມ່ນແຕ່ຣາຄາ ນ້ຳມັນດິບໃສເບົາ ຊຶ່ງຂື້ນສູງສຸດ ເມື່ອເດືອນ ກໍຣະກະດາ ປີ 2008 ຣອດ 147 ໂດລາສະຫະຣັຖ ຕໍ່ຖັງກໍຍັງລົດລົງ ເຫລືອຢູ່ລະຫວ່າງ 40 ໂດລາສະຫະຣັຖ ຕໍ່ຖັງໃນປັດຈຸບັນ.
ທະນາຄານໂລກ ໄດ້ເປີດເຜີຍເຖິງ ຜົນກະທົບທີ່ມີຕໍ່ ສປປລາວ ໃນຫລາຍໆດ້ານເຊັ່ນ ວ່າຜົນກະທົບ ຕໍ່ດ້ານການລົງທຶນ ຕ່າງປະເທດ, ຣາຄາສິນຄ້າ, ຂໍ້ຍຸ້ງຍາກ ໃນການກູ້ຢືມຂອງ ເອກກະຊົນ ຫລືທາງການ ແລະການຕົກຕໍ່າ ດ້ານການສົ່ງອອກ. ການກະທົບຕໍ່ ການຢາກໄດ້ຮັບ ການຊ່ອຍເຫລືອ ບໍລິຈາກຫລື ກູ້ຢືມເງິນ ກໍປາກົດມີແລ້ວ ເພາະກະຊວງການເງິນ ເປີດເຜີຍວ່າ ຣັຖບານລາວຫວັງວ່າ ຈະໄດ້ຮັບເງິນກູ້ຢືມ ແລະຊ່ອຍເຫລືອ ບໍລິຈາກຫລາຍກວ່າ 2,153 ພັນລ້ານກີບ ຫລື 253 ລ້ານໂດລາສະຫະຣັຖ ຈາກສະຖາບັນການ ເງິນນາໆຊາດ ພາຍໃນປີງົບປະມານນີ້ ແທນທີ່ຈະໄດ້ ຕາມທີ່ຄາດໝາຍໄວ້ ດັ່ງເອກອະທິບໍດີ ປະຈໍາກະຊວງ ແຜນການ ແລະການລົງທຶນ ໄດ້ອະທິບາຍວ່າ:
ເພາະວ່າຄັນເບິ່ງຕາມ ແຜນການແມ່ນຢາກໃຫ້ ໄດ້ລະດັບບໍ່ຕໍ່າກວ່າ 600ລ້ານໂດລາ ສະຫະຣັຖ, ປະເທດລາວກໍມີການ ລະດົມຄວາມຄິດເຫັນ ຫລາຍພາກສ່ວນ ເພື່ອໃຫ້ຊອກຫາ ວິທີທາງອອກ ວ່າເຮັດແນວໃດ ຈະສາມາດ ລະດົມທຶນນັ້ນ ມາໃຫ້ໄດ້ຫລາຍ ຕາມຄາດໝາຍຫັ້ນ ຍ້ອນຜົນກະທົບ ທີ່ໄດ້ກ່າວມານີ້ ເຮັດໃຫ້ມີການ ຫລຸດລົງຂອງພາກ ລາຍຮັບຂອງຣັຖ ຈົນເຮັດໃຫ້ມີ ຄວາມຍຸ້ງຍາກ ແກ່ຮັຖະບານ ໃນການປະຕິບັດ ນະໂຍບາຍການເງິນ ໂດຍສະເພາະ ແມ່ນຍາມທີ່ຈໍາເປັນ ຕ້ອງນຳໃຊ້ ກອງທຶນເພື່ອ ກະຕຸ້ນເສຖກິດ.
ທະນາຄານໂລກ ໄດ້ໃຫ້ລາຍລະອຽດ ກ່ຽວກັບການລົງທຶນ ຕ່າງປະເທດໃນລາວ ວ່າໄດ້ຫລຸດລົງ ເນື່ອງຈາກການ ຂາດສະພາບຄ່ອງ ແລະຕົ້ນທຶນການ ກູ້ຢືມສູງຂື້ນ ຍ້ອນສະເຖັຍຣະພາບ ດ້ານເສຖກິດຊຸດໂຊມ ໃນບັນດາປະເທດ ທີ່ກຳລັງພັດທະນາ ແລະຄວາມຕ້ອງການ ຂອງຕລາດໂລກ ແລະຣາຄາສິນຄ້າ ທີ່ຕົກຕໍ່າ.
ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ວ່າການກະຊວງ ການຕ່າງປະເທດ ທ່ານ ທອງລຸນ ສີສຸລິດ ໄດ້ຮັບວ່າ ວິກິດການດ້ານ ການເງິນຂອງໂລກ ໄດ້ສົ່ງຜົນກະທົບຕໍ່ 6 ພາກສ່ວນຫລັກຂອງ ປະເທດ ຄື ການທ່ອງທ່ຽວ, ການລົງທຶນຕ່າງຊາດ, ການຊ່ອຍເຫລືອ ດ້ານການພັດທະນາ ນາໆຊາດ, ການເກັບພາສີ, ການສົ່ງອອກ ແລະ ແຮງງານ. ຈະເຫັນໄດ້ຢ່າງແຈ່ມແຈ້ງ ທີ່ໂຄງການ ກໍ່ສ້າງໃຫຍ່ໆ ໄດ້ຖືກເລື່ອນອອກໄປ ຫລືຍົກເລີກພາຍໃນປີ 2008. ໂຄງການ ສ່ວນຫລາຍຈະແມ່ນ ການສ້າງເຂື່ອນ ພະລັງໄຟໄຟ້ ເຊັ່ນ ນໍ້າງື່ມ 2, ນໍ້າງຽບ 1 ແລະ ນໍ້າເທີນ 1 ແລະ ໂຄງການ ຫລາຍພັນລ້ານໂດລາ ສະຫະຣັຖ ທີ່ຈະສ້າງໂຮງງານ ໄຟຟ້າທ່ານຫີນ ຫົງສາ ເລັກໄນ.
ໃນເວລາດຽວກັນ ຣາຄາສິນຄ້າໃນ ຕລາດໂລກກໍໄດ້ ຕົກລົງຢ່າງວ່ອງໄວ ໃນຊຸ່ມເດືອນທີ່ຜ່ານມາ ຍ້ອນຄວາມຕ້ອງການ ຂອງໂລກທີ່ຫລຸດລົງ. ຣາຄາສິນຄ້າ ທີ່ຫລຸດລົງກໍມີ ປະເພດພະລັງງານ, ກະສິກັມ, ໂລຫະ ແລະ ເຄື່ອງດື່ມ, ທັງໝົດນີ້ ໄດ້ສືບຕໍ່ຕໍ່າລົງ ໄປອີກໃນປີ 2009. ອີງຕາມການເກັບກໍາ ຂໍ້ມູນຫລ້າສຸດ ຣາຄາສິນຄ້າ ໄດ້ຫລຸດລົງ ໂດຍສະເລັ່ຍແມ່ນກວ່າ 20 ສ່ວນຮ້ອຍ. ການປ່ຽນແປງ ຂອງຣາຄາດັ່ງກ່າວ ໄດ້ມີຜົນກະທົບ ຕໍ່ສະຖານະການ ທາງດ້ານການເງິນ ແລະການສໍາລະໜີ້ ກັບຕ່າງປະເທດ ຂອງ ສປປລາວ.
ສໍາລັບການສົ່ງອອກ ຂອງລາວໄດ້ຮັບຜົນ ກະທົບຈາກການ ຕົກຕໍ່າຂອງຣາຄາສິນຄ້າ ແລະຄວາມຕ້ອງການ ຂອງຕລາດໂລກ. ຣາຄາສິນຄ້າ ສົ່ງອອກຕົ້ນຕໍ ຂອງລາວປະເພດ ໂລຫະເຊັ່ນ ຄໍາ ແລະ ທອງແດງ ແລະປະເພດ ກະສິກັມເຊັ່ນ ເຂົ້າ, ກາເຟ, ໝາກສາລີ, ຢາງພາລາ ແລະ ອື່ນໆໄດ້ຫລຸດລົງ ຢ່າງໄວວາແລະ ຍັງຈະຕໍ່າລົງ ອີກໃນປີນີ້. ສະນັ້ນການສົ່ງ ອອກສ່ວນຮວມໄດ້ ຫລຸດລົງຢ່າງຫລວງຫລາຍ ໃນປີ 2009.
ສໍາລັບຜົນກະທົບ ຂອງຣາຄາສິນຄ້າ ຕໍ່ສະພາບການເງິນ ກໍເຫັນໄດ້ ຢ່າງແຈ່ມແຈ້ງຍ້ອນວ່າ ລາຍຮັບຂອງຮັຖບານ ຈະຖືກຕັດລົງ ເກີນເຄິ່ງນຶ່ງ ໃນປີ 2009 ໂດຍສະເພາະ ໃນຂະແໜງບໍ່ແຮ່. ສັງເກດໄດ້ວ່າ ໃນບໍ່ທໍ່ໃດເດືອນ ຜ່ານມາຣາຄາທອງແດງ ຈາກປະມານ 8,000 ໂດລາຕໍ່ຕັນ ເມື່ອເດື່ອນ ກໍຣະກະດາ ປີ 2008 ຕົກລົງຕໍ່າກວ່າ 4,000 ໂດລາຕໍ່ຕັນ ໃນເດື່ອນ ຕຸລາ ປີດຽວກັນ. ການຫລຸດລົງ ຂອງລາຍຣັບ ຈາກບໍ່ແຮ່ ສ້າງຄວາມຍຸ້ງຍາກ ໃຫ້ແກ່ຣັຖບານ ໃນການປະຕິບັດ ນະໂຍບາຍການເງິນ ຮວມທັງລາຍຈ່າຍ ດ້ານສັງຄົມ.
ເຖິງຢ່າງໃດ ກໍຕາມການ ຕົກຕໍ່າຂອງ ຣາຄານໍ້າມັນ ກໍເປັນຜົນດີຕໍ່ ເສຖກິດໂດຍຣວມ ແລະເຣັດໃຫ້ລາຍຈ່າຍ ຄ່ານໍາເຂົ້າ ນໍ້າມັນຫລຸດລົງ. ຮອງຫົວໜ້າ ກົມນະໂຍບາຍ ເງິນຕຣາທະນາຄານ ແຫ່ງຊາດ ສປປລາວ ທ່ານ ຄໍາພຸດ ສິດທິຣາດ ໄດ້ອະທິບາຍ ການເຊື່ອມໂຍງຂອງ ລະບົບການເງິນລາວ ກັບສາກົນວ່າ:
ເຖິງຢ່າງໃດກໍດີ ທ່ານໄດ້ເວົ້າອີກວ່າ ທາງການລາວ ກໍໄດ້ຕິດຕາມ ສະຖານະການ ດ້ານວິກິດການ ດ້ານການເງິນ ແລະ ເສຖກິດຂອງໂລກ ວ່າ:
ສລຸບແລ້ວ ຜົນກະທົບ ຈາກວິກິດການ ດ້ານການເງິນ ແລະເສຖກິດຂອງໂລກ ຕໍ່ເສຖກິດລາວ ກໍມີການລົງທຶນ ຕ່າງປະເທດ, ການສົ່ງອອກ, ຣາຄາສິນຄ້າ, ການກະທົບ ສະພາບການເງິນ ໂດຍເຮັດໃຫ້ລາຍຮັບ ຂອງຮັຖບານຕົກຕໍ່າ ຈົນສ້າງຄວາມ ຍຸ້ງຍາກໃຫ້ແກ່ ຣັຖບານໃນການປະຕິບັດ ນະໂຍບາຍ ການເງິນໂດຍຮວມ. ນອກຈາກນີ້ ຍັງຈະກະທົບກະເທືອນ ຮອດໂຄງການຊ່ອຍເຫລືອ ການພັດທະນາຕ່າງໆ ຈາກຕ່າງປະເທດຊຶ່ງ ສປປລາວ ເຄີຍໄດ້ຮັບ ຢູ່ຢ່າງຕໍ່ເນື່ອງ.