ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005

ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາ ໃນໂລກຂອງກະຊວງການຕ່າງປະເທດສະຫະຣັດ ສຳລັບປີ 2005 ບອກວ່າສະພາບການທົ່ວໄປໃນລາວ ບໍ່ປ່ຽນແປງ. ເຖິງແມ້ນວ່າ ສປປລາວ ຈະມີຣັຖທັມະນູນ ຄ້ຳປະກັນອິສຣະພາບດ້ານສາສນາກໍ່ຕາມ ແຕ່ໃນພາກ ປະຕິບັດແລ້ວ ຣັຖບານ ສປປລາວ ຍັງກຳກັດສິດທິ ດ້ານການເຊື່ອຖືສາສນາຢູ່ຄືເກົ່າ ແລະໃນບາງກໍຣະນີ ເຈົ້າໜ້າທີ່ຣັຖບານຍັງລ້ວງເກີນອິສຣະພາບສາສນາ ຂອງປະຊາຊົນລາວຢູ່. (ດັ້ງ) ມະໂນທັມ ມີລາຍລະອຽດມາສເນີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org