ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush

ໃນວັນພະຫັດ ທີ 29 ກັນຍາ ນີ້ ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush. ວຽງໄຊ ມີຣາຍລະອຽດມາສເນີ ໃນອັນດັບຕໍ່ໄປ.

ສະພາສູງສະຫະຣັຖ ໄດ້ລົງຄະແນນຮັບເອົາ ທ່ານ John Glover Roberts Jr. ເປັນຫົວໜ້າ ສານສູງສຸດ ສະຫະຣັຖ ແທນ ມື້ລາງທ່ານ William H. Rehnquist ດ້ວຍຄະແນນ 78 ສຽງສນັບສນູນ ແລະ 22 ສຽງຄັດຄ້ານ.

ສມາຊິກສານສູງສຸດ ສະຫະຣັຖ ທ່ານ John Paul Stevens ທີ່ອາວຸໂສ ກວ່າຜູ້ອື່ນໝົດ ແລະ ຊຶ່ງເປັນຜູ້ວ່າ ໜ້າທີ່ການ ຫົວໜ້າ ສານສູງສຸດ ຕັ້ງແຕ່ທ່ານ Rehnquist ເຖິງແກ່ອາສາຍະກັມມານັ້ນ ເປັນຜູ້ປະກອບພິທີ ສາບານຕົວເຂົ້າຮັບຕຳແໜ່ງ ຂອງທ່ານ Roberts ເວລາ ບ່າຍ 3 ໂມງ ຕາມເວລາໃນກຸງ Washington ຢູ່ທີ່ທຳນຽບຂາວ. ທ່ານ Roberts ຈະເຂົ້າຮ່ວມ ໃນພິທີເຂົ້າຮັບຕໍາແໜ່ງ ຂອງສມາຊິກສານສູງສຸດ ໃນມື້ວັນຈັນ ທີ່ຈະມາເຖິງນີ້ ອັນເປັນວັນຈັນ ທຳອິດ ຂອງເດືອນ ຕຸລາ, ຊຶ່ງ ໝາຍເຖິງ ການເລີ້ມວ່າໜ້າທີ່ການ ຂອງສານສູງສຸດ ສະຫະຣັຖ.

ໃນພິທີດັ່ງກ່າວ ປະທານາທິບໍດີ Bush ເວົ້າວ່າ:

“ສິທອຳນາຈແຕ່ງຕັ້ງ ຫົວໜ້າສານສູງສຸດ ສະຫະຣັຖ ເປັນຄວາມຮັບຜິດຊອບ ທີ່ຍິ່ງໃຫຍ່ທີ່ສຸດ ຢ່າງນຶ່ງ ຂອງປະທານາທິບໍດີ ສະຫະຣັຖ…ເພາະວ່າ ເວລາປະທານາທິບໍດີ ເລືອກສມາຊິກສານສູງສຸດ ກໍ່ເທົ່າກັບວ່າ ໄດ້ມອບກົດໝາຍ ທີ່ສັກສິດ ແລະ ສູງສົ່ງໄວ້ໃນມື ຂອງມະນຸດ.”

ສ່ວນທ່ານ John Roberts ນັ້ນ ກ່າວໃນວາຣະດຽວກັນນີ້ ວ່າ:

“ຂ້າພະເຈົ້າ ບໍ່ຮູ້ວ່າ ຈະຕອບແທນຄວາມໄວ້ເນື້ອເຊື່ອໃຈ ຊຶ່ງປະທານາທິບໍດີໄດ້ມອບໃຫ້ ຂ້າພະເຈົ້າ ໂດຍວິທີໃດ ນອກຈາກວ່າ ຈະພະຍາຍາມ ປະຕິບັດ ໜ້າທີ່ໆໄດ້ຮັບມອບໝາຍ ໃຫ້ດີທີ່ສຸດເທົ່າທີ່ຈະດີໄດ້ ຢ່າງບໍ່ເວັ້ນແຕ່ລະວັນ.”

ທ່ານ Roberts ວັຍ 50 ປີ ເປັນຫົວໜ້າສານສູງສຸດ ທີ່ມີອາຍຸໜ້ອຍທີ່ສຸດ ນອກຈາກທ່ານ John Marshall ຊຶ່ງ ປະທາ ນາທິບໍດີ John Adams ເປັນຜູ້ສເນີ ແລະ ຜູ້ທີ່ເຂົ້າຮັບຕໍ່າແໜ່ງ ເມື່ອທ່ານມີອາຍຸພຽງ 46 ປີ. ທ່ານ John Roberts ເປັນຫົວໜ້າສານສູງສຸດ ສະຫະຣັຖ ຜູ້ທີ 17. ທ່ານຈົບການສຶກສາ ຝ່າຍກົດໝາຍ ຈາກມະຫາວິທຍາລັຍ Harvard. ທ່ານເປັນຜູ້ແທນ ຂອງຄົນລຸ້ນໃໝ່ ໃນສານສູງສຸດ.

ໃນສໄໝທຳອິດ ທີ່ທ່ານເຂົ້າຮັບໜ້າທີ່ ທ່ານ Roberts ຕ້ອງພິຈາຣະນາ ຄະດີຕ່າງໆ ກ່ຽວກັບບັນຫາ ທີ່ສ້າງຄວາມແຕກແຍກ ຫລາຍທີ່ສຸດ ໃນຍຸກປັດຈຸບັນ ເປັນຕົ້ນແມ່ນ ບັນຫາການຊວ່ຍຄົນເຈັບໜັກ ໃຫ້ຂ້າຕົວຕາຍ ການຈຳກັດການຂ້າລູກໃນທ້ອງ ການໃຫ້ເງິນຊ່ວຍເຫລືອ ແກ່ນັກການເມືອງ ເວລາໂຄສນາ ຫາສຽງເລືອກຕັ້ງ ແລະ ອຳນາດຂອງຣັຖບານກາງ ສະຫະຣັຖ ໃນການອອກຣະບຽບກົດໝາຍທົ່ວໄປ.

ອີງຕາມປະສົປະການ ທີ່ເຫັນມາ ໃນໂລກປັດຈຸບັນ ເວົ້າໄດ້ວ່າ ການຮັບຮອງເອົາ ທ່ານ Roberts ເປັນຫົວໜ້າສານ ສູງສຸດ ເປັນໄປຢ່າງງ່າຍດາຍ. ສມາຊິກສພາສູງ ສະຫະຣັຖ ສັງກັດພັກ Democrat ຫລາຍຄົນ ຄັດຄ້ານ ຍ້ອນບັນທຶກຫລາຍສບັບ ທີ່ທ່ານ Roberts ຂຽນ ເວລາທ່ານເປັນທນາຍຄວາມ ໃນສໄໝຂອງຣັຖບານ Republican ຂອງປະທານາທິບໍດີ Ronald Reagan ແລະ George H.W. Bush ບິດາ ຂອງປະທານາທິບໍດີ ຄົນປັດຈຸບັນ ທີ່ພາໃຫ້ເກີດຄວາມລະແວງສົງໄສ ໃນທ່າທີ ຂອງທ່ານ Roberts ກ່ຽວກັບສິດທິ ຂອງພົລະເມືອງ ແລະ ສິດທິ ທີ່ຈະຮັກສາຂໍ້ມູລ ບາງຢ່າງໄວ້ ເປັນຄວາມລັບ.

ແຕ່ເຖິງຢ່າງໃດກໍ່ດີ ກັມມາທິການ ຝ່າຍຕຸລາການ ຂອງສພາສູງສາຫະຣັຖ ກໍ່ໄດ້ເຫັນພ້ອມຮັບເອົາ ທ່ານ Roberts ມາແລ້ວ ດ້ວຍຄະແນນ 13 ສຽງເຫັນພ້ອມ ແລະ 5 ສຽງຄັດຄ້ານ. ສມາຊິກ ສັງກັດພັກ Democrat ບາງຄົນເວົ້າວ່າ ທ່ານ Roberts ເປັນຜູ້ໄຄກວ່າໝູ່ ໃນຈຳນວນຜູ້ທີ່ ປະທານາທິບໍດີ Bush ໄດ້ສເນີມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org