ສາເຫດສຳຄັນບາງປະການທີ່ເຮັດໃຫ້ເດັກນ້ອຍແລະແມ່ຍິງລາວຕົກເປັນເຫຍື້ອ ຂອງພວກຄ້າມະນຸດກໍເນື່ອງຈາກລາວມີຊາຍແດນຕິດຈອດກັບຫລາຍປະເທດ ແລະພັທນາຊ້າ
-
2007-09-07 -
-
-
ໜັງສືພິມປະຊາຊົນ ສະບັບທີ່ອອກໃນວັນທີ 14 ມີນານີ້ແຈ້ງວ່າ ຍ້ອນລາວເປັນປະເທດທີ່ມີຊາຍແດນຕິດ ກັບຫລາຍ ປະເທດ ມີການພັທນາຊ້າ ແຕ່ກົງກັນຂ້າມປະເທດໃກ້ຄຽງພັດມີການຂຍາຍໂຕຢ່າງກວ້າງຂວາງໂດຍສະເພາະທາງ ດ້ານເສຖກິດແລະສັງຄົມ ເປັນຕົ້ນແມ່ນໄທ ຊຶ່ງເປັນປະເທດທີ່ມີຄວາມຄ້າຍຄືກັນໃນຫລາຍດ້ານກັບລາວ ເຊັ່ນໃນດ້ານ ວັທນະທັມ ຮີດຄອງປະເພນີແລະພາສາປາກເວົ້າ.
ພ້ອມດຽວກັນການແຜ່ກະຈາຍທາງດ້ານຂໍ້ມູນຂ່າວ ສານ ການສົ່ງເສີມແນວຄວາມຄິດກ່ຽວກັບຊີວິດທີ່ສົມບູນແບບ ຕົວຢ່າງວ່າ: ການຊົມໃຊ້ວັດຖຸສິ່ງຂອງທີ່ສວຍງາມ ໄດ້ຮັບວັທນະທັມສມັຍໃໝ່ ສິນຄ້າບໍຣິໂພກແລະອື່ນໆທີ່ມີການ ຂຍາຍໂຕຢ່າງກວ້າງຂວາງ.
ປະຊາຊົນເວົ້າວ່າ ໃນ ທາງກົງກັນຂ້າມ ຂະນະທີ່ຈຳນວນປະຊາກອນໃນລາວນັບມື້ນັບເພີ້ມຂຶ້ນ ໃນແຕ່ລະປີເຖິງ2.8% ແຕ່ຄວາມຕ້ອງ ການທາງດ້ານຕລາດແຮງງານພັດມີຈຳກັດ. ໃນນັ້ນຄ່ານິຍົມໃນດ້ານການຊົມໃຊ້ວັດຖຸຟູມເຟືອຍພີ້ມຂຶ້ນ ການຊອກ ຫາໂອກາດແລະເລືອກອາຊີບນັບມື້ນັບຫລາຍຂຶ້ນ ເພື່ອຢາກຫາລາຍໄດ້ມາຊ່ອຍຄອບຄົວ ໂດຍສະເພາະ ແມ່ນກຸ່ມ ວັຍໜຸ່ມ ຊຶ່ງໄດ້ກາຍເປັນຊ່ອງຫວ່າງເຮັດໃຫ້ກຸ່ມຄົນບໍ່ດີຈຳນວນນຶ່ງສວຍໂອກາດແລະໃຊ້ເງື່ອນໄຂດັ່ງກ່າວ ຕົວະຍົວະ ຫລອກລວງເອົາພວກໜຸ່ມນ້ອຍເຫລົ່ານີ້ໄປຕົກເປັນເຫຍື້ອຂອງການຄ້າມະນຸດ ໂດຍສະເພາະແມ່ນແມ່ຍິງ ແລະເດັກ ນ້ອຍ.
ລາຍງານຂອງປະຊາຊົນບໍ່ໄດ້ສເນີວິທີແກ້ໄຂຕໍ່ບັນຫາດັ່ງກ່າວນີ້ແຕ່ປະການ ມີແຕ່ເຕືອນໃຫ້ພວກໜຸ່ມນ້ອຍມິສະຕິຣະວັງ ໂຕເພື່ອບໍ່ໃຫ້ຕົກເປັນເຫຍື້ອຂອງພວກຄ້າມະນຸດ.
ອີງຕາມລາຍງານຂອງກະຊວງການຕ່າງປະເທດສະຫະຣັດສະບັບທີ່ອອກໃນຕົ້ນເດືອນນີ້ແຈ້ງວ່າລາວເປັນ ທັງແຫລ່ງທີ່ ມາ ແລະໃນບາງກໍຣະນີແຕ່ບໍ່ຫລາຍແມ່ນຖືກໃຊ້ເປັນທາງຜ່ານໃນການຄ້າມະນຸດ. ຈຸດໝາຍປາຍທາງ ສ່ວນໃຫຍ່ກໍ ແມ່ນປະເທດໄທ. ລາຍງານຂອງກະຊວງການຕ່າງປະເທດສະຫະຣັດ ທີ່ອ້າງການສຶກສາຫວ່າງບໍ່ດົນ ຜ່ານມານີ້ແຈ້ງ ວ່າ ຈຳນວນພວກທີ່ຕົກເປັນເຫຍື້ອຂອງການຄ້າມະນຸດຈາກລາວນັ້ນແມ່ນມີຫລາຍກວ່າທີ່ຄິດໄວ້ໃນ ເມື່ອກ່ອນ ສ່ວນ ໃຫຍ່ແມ່ນມີອາຍຸຣະຫວ່າງ 15 ຫາ 30 ປີ.
ລາຍງານເວົ້າວ່າປະມານ 7% ຂອງໂຕຢ່າງທີ່ເກັບກຳຈາກປະຊາຊົນ ໃນ 3 ແຂວງພາກໃຕ້ຂອງລາວໄດ້ລັກລອບໄປ ເຮັດວຽກເຮດການຢູ່ໄທຫລືຕົກເປັນເຫຍື້ອຂອງກຸ່ມການຄ້າມະນຸດ ແລະ 55% ຂອງຈຳນວນດັ່ງກ່າວແມ່ນເປັນແມ່ຍິງ.
ຣາຍການອື່ນໆ
ບົດວິຈານ
- ໜັງສືພິມວຽງຈັນໃໝ່ ; ກ່າວໂຈມຕີວິທຍຸເອເຊັຽເສຣີ ; ໃນການ ໃຊ້ແຫລ່ງຂ່າວ ; ທີ່ບໍ່ປະສົງອອກນາມນັ້ນວ່າເປັນລູກໄມ້ເກົ່າ ເພື່ອເສກສັນປັ້ນແຕ່ງຂ່າວ ; ແລະຂາດຈັນຍາທັມນັກຂ່າວ
- ຊາວລາວຈຳນວນນຶ່ງ ; ທັງຢູ່ໃນແລະນອກປະເທດລາວ ບໍ່ເຫັນພ້ອມນຳການປ່ຽນຊື່ຖນົນ ; ແລະເມືອງໃຫ້ເປັນຊື່ ຂອງທ່ານໄກສອນ ; ພົມວິຫານ
- ສຳພາດ ; ຍານາງ ; ວະນິດາ ; ເທພສຸວັນ
- ສະພາຍູໂຣບ ; ລົງມະຕິກ່າວປະນາມການລວງຣະເມີດ ສິດທິມະນຸດໃນລາວ
- ສຳພາດ ; ຍານາງ ; ວານິດາ ; ເທພຊຸວັນ ; ກ່ຽວກັບ ການດຳເນີນງານແລະຜົລງານຂອງຂະບວນການລາວ ເພື່ອສິດທິມະນຸດ
- ປະທານາທິບໍດີບຸສຍ້ອງຍໍໄຕ້ຫວັນແລະເກົາຫລີໄຕ້ ວ່າເປັນປະເທດທີປົກຄອງດ້ວຍລະບອບປະຊາທິປະໄຕ
- ທັສນະຂອງອະດີດຜູ້ນຳລາວທ່ານນື່ງກ່ຽວກັບ 30ປີ ຂອງຣະບອບ ການປົກຄອງຄອມມິວນິສລາວ
- ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາໃນໂລກ ຂອງກະຊວງການຕ່າງປະເທດສະຫະຣັດສຳລັບປີ 2005
- ຊາວ Italian ໄດ້ຈັດວັນລະລຶກຄົບຮອບ 6 ປີ ຂອງ ຂະບວນການລາວເພື່ອສິດທິມະນຸດ 26 ຕຸລາ ປີ 1999
- ສະພາສູງໄດ້ຮັບຮອງເອົາ ທ່ານ John Roberts ໃຫ້ດຳຣົງຕໍາແໜ່ງ ຫົວໜ້າສານສູງສຸດ ສະຫະຣັຖ ຕາມການສເນີ ຂອງປະທານາທິບໍດີ Bush
- ສັພະຍາກອນບາງຢ່າງຂອງລາວກຳລັງຈະດັບສູນໄປ
- ຣັຖບານ ສປປລາວ ຍ່ອມຮັບວ່າການຊໍ້ຣາດບັງລວງ ມີຫຼາຍເພີ້ມຂື້ນໃນວົງການພັກລັດ
- ຄວາມຄິດເຫັນຂອງຄະນະລູກເມັຽນັກໂທດການເມືອງ ສັມະນາກອນຕໍ່ວັນຄົບຮອບ 30 ປີ ຂອງຣະບອບປົກຄອງ ຄອມມິສນິດລາວ
- ຣາຍງານຜົລການປະຕິບັດດ້ານສິດທີມະນຸດ ຂອງຣັຖະບານສປປລາວໃນລະຍະ 30 ປີທີ່ຜ່ານມາ
- ທ່ານມົ້ງຫວາເປັນນຶ່ງໃນຈຳນວນ ຊາວມົ້ງລາວທີ່ບ້ານຮ້ວຍນ້ຳຂາວໄດ້ໃຫ້ ສຳພາດຕໍ່ RFA ກ່ຽວກັບຊາຕາກັມ ຂອງຊາວເຜົ່າມົ້ງ