ກອງປະຊຸມ ສະຫະຣັດແລະອາຊຽນ
ກອງປະຊຸມ ສຸດຍອດ ຄັ້ງທີ 2 ຣະຫວ່າງ ສະຫະຣັດ ອະເມຣິກາ ແລະອາຊຽນ ທີ່ຈະຖືກ ຈັດຂື້ນຢູ່ ນິວຢ໋ອກ ສະຫະຣັດ ອະເມຣິກາ ໃນວັນທີ 24 ກັນຍາ 2010 ຈະມີການ ສົນທະນາ ກ່ຽວກັບບັນຫາ ການຮ່ວມມື ດ້ານຄວາມໝັ້ນຄົງ ດ້ານເສຖກິດ ການຄ້າ ແລະ ບັນຫາພະມ້າ.
-
ຈໍາປາທອງ
2010-09-24 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ກອງປະຊຸມ ສຸດຍອດ ຄັ້ງນີ້ ຈະມີບັນຫາ ຫຍັງແດ່ ທີ່ແຕ່ລະຝ່າຍ ຈະຍົກຂຶ້ນມາ ປຶກສາ ຫາລືກັນ, ຈະມີບັນຫາ ອັນໃດແດ່ ທີ່ທັງ 2 ຝ່າຍ ຈະເປັນ ເອກກະພາບກັນ ແລະມີຄວາມເຫັນ ແຕກຕ່າງກັນ ຊຶ່ງຊາວເອເຊັຍ ຕາເວັນອອກ ສ່ຽງໃຕ້ ແລະ ປະຊາຄົມ ສາກົນ ຢູ່ໃນໂລກ ກຳລັງຢາກຮູ້ ຢູ່ໃນ ປັດຈຸບັນນີ້.
ຕາມຂ່າວວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດິ ສະຫະຣັດ ຈະເປັນເຈົ້າພາບ ເຊີນຜູ້ນຳ 8 ປະເທດ ໃນຈຳນວນ 10 ປະເທດ ສະມາຊິກ ອາຊຽນ ຄື: ລາວ, ໄທ, ສິງກະໂປ, ອິນໂດເນເຊັຍ, ມາເລເຊັຍ, ຟິລິບປິນ, ບຣູໄນ, ກຳພູຊາ, ວຽດນາມ ແລະ ພະມ້າ.
ກອງປະຊຸມ ສຸດຍອດ ທີ່ຜູ້ນຳ ອິນໂດເນເຊັຍ ຊຶ່ງເປັນປະເທດ ໃຫຍ່ທີ່ສຸດ ແລະ ມີເສຖກິດ ຫລາຍໃນ ອາຊຽນ ບໍ່ໄດ້ເຂົາຮ່ວມ ຄັ້ງນີ້ຈະໄດ້ ເວົ້າເຖິງການ ຕໍ່ນະໂຍບາຍ ດ້ານພະລັງງານ ຂອງສະຫະຣັດ ທີ່ລົງທຶນຢູ່ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ແຕ່ຫົວຂໍ້ສຳຄັນ ຂອງການ ປຶກສາຫາລື ກັນນັ້ນ ຄືຈັ່ງວ່າຈະ ເລັ່ງໃສ່ 3 ບັນຫາຄື:
1. ການຮ່ວມມື ດ້ານຄວາມໝັ້ນຄົງ ຮວມທັງການ ຢືນຢັນ ເຖິງຈຸດຢືນ ຮ່ວມກັນ ກ່ຽວກັບບັນຫາ ຢູ່ ທະເລຈີນໃຕ້
2. ຄວາມເຕີບໂຕ ທາງດ້ານເສຖກິດ ແລະ ການຄ້າ ຊຶ່ງບັນດາ ຜູ້ນຳອາຊຽນ ຕ້ອງການໃຫ້ ທ່ານ ໂອບາມາ ເວົ້າເຖິງສະພາບ ເສຖກິດ ຂອງສະຫະຣັດ ໃນຣະຍະ ຟື້ນຕົວຄືນໃໝ່ ແລະທາງ ດ້ານການຄ້າ.
3. ບັນຫາພະມ້າ ແມ່ນຈະເວົ້າເຖິງ ວ່າຈະເຮັດ ແນວໃດ ສະຫະຣັດ ແລະອາຊຽນ ຈຶ່ງຈະຊຸກຍູ້ ຜູ້ນຳພະມ້າ ໃຫ້ສ້າງໂອກາດ ທາງການເມືອງ ໃນການເລືອກຕັ້ງ ທີ່ຈະຈັດຂຶ້ນ ໃນເດືອນ ພຶສຈິກາ ແລະທີ່ຫລາຍ ໄປກວ່ານັ້ນ. ກອງປະຊຸມ ສຸດຍອດ ດັ່ງກ່າວ ມີຄວາມສຳຄັນ ທັງສຳລັບ ສະຫະຣັດ ແລະ ອາຊຽນ. ສະຫະຣັດ ໄດ້ປະກອບສ່ວນ ຢູ່ເອເຊັຽຄືນໃໝ່ ກ່ອນໜ້າກ້າວ ໄປສູ່ການສ້າງ ຄວາມໝັ້ນຄົງຂອງ ຂົງເຂດ ແລະຈັດຕັ້ງ ຮູບການຄ້າ ແບບໃໝ່ ໃນເອເຊັຍ.
ສຳລັບກັບລາວ ທ່ານ ບາຣັກ ໂອບາມາ ປະທານາທິບໍດິ ສະຫະຣັດ ກໍໄດ້ສົ່ງສານ ອວຍພອນ ໃນໂອກາດ ວັນສ້າງຕັ້ງ ການພົວພັນ ທາງດ້ານ ການທູດຣະຫວ່າງ 2 ປະເທດ ສະຫະຣັດ ອະເມຣິກາ ແລະລາວ ຄົບອບ 55 ປີ ແລະ ທ່ານທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສປປລາວ ກໍໄດ້ມາ ຢ້ຽມຢາມ ສະຫະຣັດ ຢ່າງເປັນທາງການ ໃນເດືອນ ກໍຣະກະດາ. ສະຫະຣັດ ໃຫ້ການ ຊ່ວຍເຫລືອລາວ ໃນການ ແກ້ໄຂບັນຫາ ຢາເສບຕິດ, ການເກັບກູ້ ຣະເບີດ ທີ່ຍັງບໍ່ທັນແຕກ ມາແຕ່ສໄມ ສົງຄາມ ແລະໃນດ້ານອື່ນໆ. ແລະ 2 ປະເທດກໍມີ ການຮ່ວມມືກັນ ຫລາຍດ້ານ ຮວມທັງທາງດ້ານ ການທະຫານ, ການຂົນສົ່ງ ທາງອາກາດ, ການປ້ອງກັນ ພຍາດຕິດຕໍ່ ແລະອື່ນໆ. ສິ່ງສຳຄັນ ອີກອັນນຶ່ງ ກອງປະຊຸມຄັ້ງນີ້ ມີຂຶ້ນຢູ່ ໃນຣະຍະທີ່ ຄວາມເຄັ່ງ ຕຶງຣະຫວ່າງ ຈີນ ແລະ ປະເທດ ເພື່ອນບ້ານ ໃນເອເຊັຍ ກຳລັງ ເພີ້ມທະວີຂຶ້ນ ເປັນຕົ້ນແມ່ນ ການຂັດແຍ່ງ ທາງດ້ານດິນແດນ ຢູ່ທະເລ.
ກອງປະຊຸມ ສຸດຍອດ ທີ່ທ່ານ ໂອບາມາ ຈະຈັດຂຶ້ນທີ່ ໂຮງແຮມໃຫຍ່ ຢູ່ນະຄອນ ນິວຢ໋ອກ ທີ່ຈະເລີ້ມຂຶ້ນ ເວລາ 12 ຕອນທ່ຽງ ເຖິງບ່າຍ 2 ໂມງເຄິ່ງ ຂອງວັນສຸກ ວັນທີ 24 ກັນຍາ ຜູ້ນຳປະເທດ ອາຊຽນ 2 ທ່ານ ຈະບໍ່ໄດ້ເຂົ້າຮ່ວມ. ນອກຈາກທ່ານ Susilio Bambang Yudhoyono ປະທານາທິບໍດີ ອິນໂດເນເຊັຍ ທີ່ບໍ່ມີ ໂອກາດມາຮ່ວມ ຍ້ອນຕິດທຸລະ ຈຳເປັນຢູ່ພາຍ ໃນປະເທດ, ໄດ້ໃຫ້ທ່ານ Boediono ຮອງ ປະທານາທິບໍ ເຂົ້າຮ່ວມ ແລະ ທ່ານ Thein Sein ນາຍົກຣັຖມົນຕຣີ ພະມ້າ ທີ່ສະຫະຣັດ ຕິຕຽນ ໃນບັນຫາຣະເມີດ ສິດທິມະນຸດ ແລະ ລົງໂທດນັ້ນ ກໍໄດ້ໃຫ້ ທ່ານ U Nyan Win ຣັຖມົນຕຣີ ຕ່າງປະເທດ ເຂົ້າຮ່ວມແທນ.
ຢູ່ໃນທີ່ປະຊຸມ ເວົ້າເຖິງ ຄວາມໝັ້ນຄົງ ກໍອາດຈະເລັ່ງ ໃສ່ບັນຫາຢູ່ ທະເລຈີນໃຕ້. ສະຫະຣັດ ແລະ ອາຊຽນ ກຳລັງເຄື່ອນໄຫວ ຮ່ວມກັບ ປະເທດອື່ນໆ ຮວມທັງ ອອສເຕຣເລັຍ, ຈີນ, ອິນເດັຍ, ຍີ່ປຸ່ນ, ເກົາຫລີ, ນິວຊີແລັນ ແລະ ຣັດເຊັຍ ເພື່ອຈະສ້າງຮູບແບບ ຄວາມໝັ້ນຄົງ ຂອງຂົງເຂດໃໝ່ ຢູ່ເອເຊັຍ. ເຖິງທ້າຍປີນີ້ ສະຫະຣັດ ແລະ ຣັດເຊັຍ ຈະຖືກເຊີນ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເອເຊັຍຕາເວັນ ອອກ ໃນເດືອນ ຕຸລາ ໃນຣະຫວ່າງ ກອງປະຊຸມ ທີ່ກຸງຮ່າໂນ່ຍ ປະເທດວຽດນາມ.
ມາດາມ Hillary Clinton ຣັຖມົນຕຣີ ກະຊວງການ ຕ່າງປະເທດ ຈະເປັນຜູ້ ຕາງໜ້າ ສະຫະຣັດ ເຂົ້າຮ່ວມ ແລະທ່ານ ບາຣັກ ໂອບາມາ ຈະເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ ຢູ່ອິນໂດເນເຊັຍ ໃນປີ 2011.
ສະຫະຣັດ ຮັບຮູ້ວ່າ ຕົນຕ້ອງເພີ້ມ ການພົວພັນ ທາງດ້ານຄວາມ ໝັ້ນຄົງ ແລະທາງດ້ານ ການເມືອງ ກັບອາຊຽນ ແລະລົງທຶນ ສນັບສນູນ ເພື່ອໃຫ້ອາຊຽນ ປະຕິບັດ ໄດ້ເປົ້າໝາຍ ຕາມກົດບັດ ອາຊຽນ. ເຖິງທ້າຍປີນີ້ ສະຫະຣັດ ຈະເຮັດໃຫ້ ການພົວພັນ ທາງດ້ານການ ທະຫານ ເປັນປົກກະຕິ ກັບອິນໂດເນເຊັຍ ແລະແລກປ່ຽນ ການພົວພັນ ທາງດ້ານການ ທະຫານ ກັບວຽດນາມ ແລະ ຈະເຂົ້າຮ່ວມກອງ ປະຊຸມຂອງ ຣັຖມົນຕຣີ ອາຊຽນ ບວກ 8. ທັງສະຫະຣັດ ແລະອາຊຽນ ບໍ່ມີໃຜຢາກ ທ້າທາຍ ພວກຫົວ ຊາດນິຍົມຈີນ ແຕ່ກໍຮັບຮູ້ເຖິງ ຄວາມສຳຄັນ ໃນການຮ່ວມມືກັນ ແກ້ໄຂບັນຫາ ຫລາຍຝ່າຍ.
ກ່ຽວກັບບັນຫາ ການຕີບໂຕ ທາງດ້ານເສຖກິດ ແລະການຄ້າ ເປັນແນວໃດນັ້ນ ອາຊຽນ ມີຄວາມກັງວົນ ເປັນຫ່ວງກ່ຽວກັບ ສະພາບ ແລະ ທິດທາງຂອງ ເສຖກິດ ສະຫະຣັຖ ແລະ ກໍຫວັງວ່າ ທ່ານ ໂອບາມາ ຈະສາມາດ ໃຫ້ຄໍາໝັ້ນໃຈ ໄດ້ວ່າ ການຟື້ນຕົວ ຂອງສະພາບ ເສຖກິດໃນ ສະຫະຣັຖ ກໍາລັງມີຂຶ້ນ ແລະ ທ່ານກໍຈະ ສາມາດນໍາ ສະຫະຣັຖ ກ້າວສູ່ທ່າທີ່ ການຄ້າທີ່ ນຳໜ້າໄດ້ ຫລາຍຂຶ້ນ ຫລັງຈາກການ ເລືອກຕັ້ງ ເຄິ່ງສະໃໝ ຂອງສະຫະຣັດ ໃນເດືອນ ພຶສຈິກາ.
ບັນຫາຕ່າງໆ ເຫລົ່ານັ້ນ ມີຄວາມສໍາຄັນ ເປັນພື້ນຖານ ສໍາລັບອາຊຽນ ຍ້ອນວ່າ ສະຫະຣັດ ເປັນຕລາດຮອງຮອງ ຮັບສິນຄ້າ ໃນຕ່າງປະເທດ ທີ່ໃຫຍ່ທີ່ສຸດ ຂອງ ອາຊຽນ ໂດຍສະເພາະເມື່ອ ພິຈາຣະນາ ເບິ່ງຄວາມຈິງທີ່ວ່າ ສິນຄ້າ ຫລາຍຊນິດ ທີ່ສົ່ງອອກຂອງ ອາຊຽນ ໄປສະຫະຣັດ ແມ່ນສົ່ງຜ່ານຈີນ ແລະ ກໍຍ້ອນວ່າ ສະຫະຣັດ ຍັງເປັນນຶ່ງ ໃນແຫລ່ງທີ່ມາ ຊຶ່ງມີຄ່າທີ່ສຸດ ສໍາລັບການລົງທຶນ ແລະ ເທັກໂນໂລຊີ ສໍາລັບ ພາກພື້ນນີ້. ເວົ້າລວມແລ້ວ ອາຊຽນ ເປັນກຸ່ມປະເທດ ທີ່ຂຶ້ນກັບການ ຄ້າສ່ວນໃຫຍ່ ໃນໂລກ; ມີການຄ້າ ຜົລຜລິດພາຍໃນ ເກືອບວ່າ 100 ສ່ວນຮ້ອຍ.
ດັ່ງນັ້ນ ຖ້າຫາກວ່າ ການຄ້າຕົກຕໍ່າ ອືດອາດ ອາຊຽນ ກໍເປັນ ນົກກະຈອກໂລກ ທີ່ຢູ່ໃນບໍ່ ຖ່ານຫີນ ແລະ ກໍປະເຊີນກັບ ການກະທົບ ກະເທືອນ ຢ່າງໃຫຍ່ ກ່ອນໝູ່ ໝົດ.
ອາຊຽນ ຈະຕິດຕາມເບິ່ງ ຂໍ້ຕົກລົງ ເຂດການຄ້າເສຣີ ສະຫະຣັດ-ເກົາຫລີໃຕ້ ຢ່າງໃກ້ຊິດວ່າ ສະຫະຣັດ ຈະໃຊ້ ນະໂຍບາຍນັ້ນ ເພື່ອຊຸກຍູ້ ໃຫ້ການຄ້າ ກ້າວໄປໜ້າ ແລະເປັນສິ່ງທີ່ ສະແດງ ໃຫ້ຊາວ ອະເມຣິກັນ ເຫັນວ່າ ການຟື້ນ ຕົວຣະຍະຍາວ ແມ່ນຂຶ້ນຢູ່ກັບ ນະໂຍບາຍ ຕິດຕໍ່ພົວພັນ ຂອງສະຫະຣັດ ໃນຂົງເຂດ ອາຊຽນ, ເອເຊັຽ ແລະໃນໂລກ. ອາຊຽນ ເປັນຕລາດ ໃນຕ່າງປະເທດ ທີ່ໃຫຍ່ອັນດັບ 4 ຂອງສະຫະຣັດ ແລະ ກໍເປັນຕລາດ ທີ່ໃຫ້ຄວາມຫວັງ ໃນການຂຍາຍຕົວ ໃນຣະດັບສູງ ໃນຫລາຍປີ ຂ້າງໜ້ານີ້. ອາຊຽນ ຕ້ອງການຢາກຮູ້ວ່າ ການເລືອກຕັ້ງ ເຄິ່ງສະໃໝ ຈະເປັນຈຸດ ປ່ຽນແປງທ່າທີ ຂອງສະຫະຣັດ ໃນການຄ້າໂລກ ຫລືບໍ່.
ກ່ຽວກັບພະມ້າ ຂນະທີ່ການ ເລືອກຕັ້ງ ໃນພະມ້າ ຈະມີຂຶ້ນໃນ ວັນທີ 7 ພຶສຈິກາ ດັ່ງນັ້ນ ຈຶ່ງແນ່ໃຈວ່າ ພະມ້າຈະເປັນ ບັນຫາທີ່ ສຳຄັນ ໃນກອງປະຊຸມ ສຸດຍອດ ຄັ້ງນີ້ ຊຶ່ງຢ່າງໜ້ອຍ ແມ່ນສຳລັບ ສະຫະຣັດ. ອາຊຽນ ຮັບວ່າ ການເອົາພະມ້າ ເຂົ້າເປັນ ສະມາຊິກນັ້ນ ຕົນຈະຕ້ອງໄດ້ ເຮັດວຽກ ກັບສະຫະຣັດ ແລະ ປະເທດອື່ນໆ ເພື່ອພຍາຍາມ ສົ່ງເສີມໃຫ້ ມີຊ່ອງຫວ່າງ ທາງການເມືອງຂຶ້ນ ໃນພະມ້າ.
ຣັຖບານພະມ້າ ຄວນຈະໄດ້ຮັບຜົນ ຕອບແທນ ໃນດ້ານການຄ້າ ແລະ ປະຕິບັດ ນະໂຍບາຍ ພົວພັນກັບ ພະມ້າ. ແລະອາຊຽນກໍ ຫວັງວ່າ ທ່ານ ໂອບາມາ ຈະປະກາດ ລາຍຊື່ ຜູ້ທີ່ຈະເປັນທູດ ຄົນທຳອິດຂອງ ສະຫະຣັດ ປະຈຳອາຊຽນ ທີ່ມີສູນກາງ ຕັ້ງຢູ່ກຸງ ຢາກາກຕາ
ປະເທດອິນໂດເນເຊັຍ.
ທັງໝົດ ທີ່ເວົ້າມານັ້ນ ຄືບັນຫາ ສຳຄັນ ທີ່ອາດຈະຖືກ ນຳເຂົ້າ ປຶກສາຫາລື ຢູ່ໃນກອງ ປະຊຸມສຸດຍອດ ຄັ້ງທີ 2 ຣະຫວ່າງ ສະຫະຣັດ ອະເມຣິກາ ແລະ ສະມາຄົມ ບັນດາ ປະເທດເອເຊັຍ ຕາເວັນອອກສ່ຽງໃຕ້ ທີ່ຈະຈັດ ຂຶ້ນໃນມື້ນີ້.