ເປົ້າໝາຍສະຫັດສວັດ ຫລຸດຜ່ອນຄວາມທຸກຍາກ

ກອງປະຊຸມ ສຸດຍອດ ສະຫະ ປະຊາຊາດ ໄຂຂຶ້ນໃນ ວັນຈັນນີ້ ເພື່ອທົບທວນ ເປົ້າໝາຍ ສະຫັດສວັດ ທີ່ໄດ້ວາງອອກ ໃຫ້ປະເທດ ຕ່າງໆ ຮວມທັງ ສປປລາວ ປະຕິບັດ ເມື່ອ 10 ປີກ່ອນ ຊຶ່ງມີທັງ ເປົ້າໝາຍ ຫລຸດຜ່ອນ ຄວາມທຸກຍາກ, ອັຕຣາການ ເສັຽຊີວິດ ຂອງ ແມ່ແລະເດັກນ້ອຍ ການສຶກສາ ຂອງເດັກນ້ອຍ ຄວາມສເມີພາບ ນໍາດ້ວຍ. ກ່ຽວກັບເຣື້ອງ ດັ່ງກ່າວ ມະນີຈັນ ມີຣາຍງານ ສ່ວນນຶ່ງ ມາສເນີ ໃນອັນດັບ ຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ກອງປະຊຸມ ສຸດຍອດ ທົບທວນ ການປະຕິບັດ ເປົ້າໝາຍ ການພັທນາ ສະຫັດສວັດ ໃນປະເທດຕ່າງໆ ໄຂຂຶ້ນ ໃນວັນຈັນ ທີ 20 ກັນຍານີ້. ເລຂາທິການໃຫຍ່ ສະຫະ ປະຊາຊາດ Ban Ki-moon ໃນກອງປະຊຸມ ໄດ້ຮຽກຮ້ອງໃຫ້ ບັນດາຜູ້ນໍາ ທີ່ເຂົ້າຮ່ວມ ກອງປະຊຸມ ໃຫ້ດໍາເນີນການ ຊ່ວຍຫລຸດຜ່ອນ ຄວາມທຸກຍາກ ທີ່ສຸດ ຂອງໂລກ ຕາມເປົ້າໝາຍ ສະຫັດສວັດ ຫລື MDGs ໃຫ້ສໍາເຣັດໃນປີ 2015.

ເມື່ອ 10 ປີ ກ່ອນ ບັນດາຜູ້ນໍາໂລກ ໄດ້ວາງເປົ້າໝາຍ ທີ່ໃຫຍ່ ບໍ່ເຄີຍມີມາກ່ອນ ເພື່ອແກ້ໄຂ ບັນຫາ ຄວາມ ທຸກຈົນ ໃນໂລກ ແລະ ໃນກອງປະຊຸມ ເທື່ອນີ້ ກໍເພື່ອຊຸກຍູ້ ໃຫ້ປະຕິບັດ ໄດ້ຕາມກໍານົດໝາຍ  ຊຶ່ງ ສະຫະ ປະຊາຊາດ ເວົ້າວ່າ ເປັນໄປໄດ້ຍາກ ໃນບາງ ກໍຣະນີ ນັ້ນ.

ຫລາຍສັຕວັດຜ່ານມາ ສະພາບ ທີ່ທຸກຍາກ ຂອງຄົນໃນໂລກ ຖືກລະເລີຍ ບໍ່ໄດ້ຮັບ ຄວາມເອົາໃຈໃສ່ ແຕ່ເມື່ອກ້າວສູ່ ສະຫັດສວັດໃໝ່ ຫລືພັນປີ ຮອບໃໝ່ນັ້ນ ສະຫະປະຊາຊາດ ໄດ້ກໍານົດ ເປົ້າໝາຍ ພັທນາ ສໍາລັບ ປະເທດຕ່າງໆ ໃນໂລກ ຮວມທັງ ສປປລາວ ໃຫ້ປະຕິບັດຕາມ. ເປົ້າໝາຍທີ່ສໍາຄັນ ກໍຄື ຕ້ອງຫລຸດຜ່ອນ ຄວາມທຸກຍາກ ລົງໃຫ້ໄດ້ ເຄິ່ງນຶ່ງ ພາຍໃນປີ 2015 ຕ້ອງໃຫ້ເດັກນ້ອຍ ທຸກຄົນ ໄດ້ເຂົ້າໂຮງຮຽນ ຈະຢັບຢັ້ງ ແລະຕ່າວປີ້ນ ສະພາບການ ແຜ່ຂຍາຍຂອງ ເຊື້ອ HIV/AIDS, ຈະຫລຸດຜ່ອນ ອັຕຣາການ ເສັຽຊີວິດ ຂອງແມ່ລົງໃຫ້ ໄດ້ 3 ສ່ວນ 4 ແລະ ອັຕຣາການ ເສັຽຊີວິດ ຂອງເດັກນ້ອຍ ລົງໃຫ້ໄດ້ 2 ສ່ວນ 3. ນອກນັ້ນ ເປົ້າໝາຍສະຫັດສວັດ ຍັງຮຽກຮ້ອງໃຫ້ ຫລຸດຜ່ອນຈໍານວນ ຜູ້ຄົນທີ່ບໍ່ ເຂົ້າເຖິງ ນໍ້າສະອາດ ແລະ ສຸຂອະນາມັຍ ພື້ນຖານ ລົງເຄິ່ງນຶ່ງ ພາຍໃນປີ 2015. ພ້ອມດຽວກັນ ບັນດາຜູ້ນໍາ ຍັງໄດ້ຕັ້ງ ເປົ້າໝາຍ ສົ່ງເສີມ ຄວາມ ສເມີພາບ ຍິງ-ຊາຍ, ປົກປ້ອງ ສະພາບແວດລ້ອມ, ເພີ້ມທະວີ ການຊ່ວຍເຫລືອ ເພື່ອການພັທນາ ແລະເປີດຣະບົບ ການຄ້າແລະການເງິນ ນໍາອີກ.

ທ່ານເລຂາທິການ ໃຫຍ່ ສະຫະ ປະຊາຊາດ ກ່າວຕໍ່ບັນດາ ຜູ້ນໍາ ທີ່ເຂົ້າຮ່ວມ ປະຊຸມສຸດຍອດ ວ່າປັຈຈຸບັນ ພວກທ່ານມີຜົນ ປາກົດ ທີ່ແທ້ຈິງ ໃນເປົ້າໝາຍໃໝ່ ທີ່ຮີບດ່ວນ. ມີການເພີ້ມຂຶ້ນ ຢ່າງຫລວງຫລາຍ ໃນການ ເຂົ້າໂຮງຮຽນ ຂອງເດັກນ້ອຍ ການເຂົ້າເຖິງ ນໍ້າສອາດ ຂອງຜູ້ຄົນທີ່ ເພີ່ມຂຶ້ນ; ການຄວບຄຸມ ພຍາດ ທີ່ໄດ້ດີກວ່າເກົ່າ. ແຕ່ທ່ານ ບານກິມູນ ພ້ອມດຽວກັນ ກໍວ່າ ຄວາມຄືບໜ້ານັ້ນ ມີຄວາມບອບບາງ ແລະວ່າ ເວລາ ບໍ່ຢຸດຢູ່ບ່ອນເກົ່າ ໂດຍຍັງມີ ຫລາຍວຽກ ທີ່ຕ້ອງໄດ້ເຮັດ. ທ່ານວ່າ ເຖິງຈະມີອຸປສັກ, ມີຄວາມສົງສັຍ, ການກ້າວເຖິງ ກໍານົດປີ 2015 ໃກ້ຈະຮອດແລ້ວ ແຕ່ເປົ້າໝາຍ ການພັທນາ ສະຫັດສວັດ ຈະຕ້ອງບັນລຸເຖິງ.

ເປັນທີ່ຄາດກັນວ່າ ຈະມີຜູ້ນໍາໂລກ ຫລາຍກວ່າ 140 ທ່ານເຂົ້າຮ່ວມ ກອງປະຊຸມ ສຸດຍອດ ທີ່ສໍານັກງານໃຫຍ່ ສະຫະ ປະຊາຊາດ ໃນນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ. ສໍາລັບ ສປປລາວ ກໍມີທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ພ້ອມຄນະເດີນທາງ ໄປເຂົ້າຮ່ວມ ແຕ່ວັນທີ 17 ກັນຍາ. ກ່ອນກອງ ປະຊຸມສຸດຍອດ ໃນສັປດານີ້ ນັກການທູດຈາກ 192 ປະເທດ ສະມາສິກ ສະຫະປະຊາຊາດ ໄດ້ຕົກລົງ ເຫັນພ້ອມນໍາ ເອກກະສານ ທີ່ຈະຮັບຮອງເອົາ ໂດຍບັນດາ ຜູ້ນໍາ ປະເທດຕົນ ທີ່ຣະບຸເຖິງ ວຽກງານສະເພາະ ເພື່ອເລັ່ງລັດການ ປະຕິບັດ ແຕ່ລະເປົ້າໝາຍ MDG ທີ່ມີທັງໝົດ 8 ເປົ້າໝາຍ ໃນຣະຍະອີກ 5 ປີຂ້າງໜ້າ. ໃນນັ້ນ ຣະບຸວ່າ ພວກທ່ານເຊື່ອວ່າ ເປົ້າໝາຍ MDG ສາມາດບັນລຸໄດ້ ຮວມທັງ ໃນບັນດາ ປະເທດ ທີ່ທຸກຈົນທີ່ສຸດ.

ຫລາຍຣາຍງານ ເມື່ອບໍ່ນານມານີ້ ໃຫ້ຮູ້ວ່າ ບັນດາປະເທດ ທີ່ທຸກຈົນທີ່ສຸດ ຂອງໂລກ ໂດຍສະເພາະ ໃນອາຟຣິກາ ເຂດລຸ່ມ ທະເລຊາຍ ໄດ້ມີຄວາມ ກ້າວໜ້າ ບໍ່ຫລາຍ ໃນການລົບລ້າງ ຄວາມທຸກຍາກ  ແລະ ໃນອາຟຣິກາ ເອເຊັຽ ແລະ ອະເມຣິກາລາຕິນ ກໍຍັງບໍ່ມີ ຄວາມກ້າວໜ້າ ພໍເທົ່າໃດ ຄືກັນ ໃນເລື່ອງການ ຫລຸດຜ່ອນການ ເສັຽຊີວິດ ຂອງແມ່ ແລະເດັກນ້ອຍ, ການສນອງນໍ້າສອາດ ແລະເລື່ອງ ສຸຂອານາມັຍ ແລະ ສົ່ງເສີມ ຄວາມສເມີພາບ ຂອງຜູ້ຍິງ. ທ່ານ ບານກິມູນ ກ່າວເຕືອນວ່າ ຫລາຍປະເທດ ບໍ່ສໍາເຣັດ ໂດຍສະເພາະ ໃນອາຟຣິກາ ແລະຄວາມ ບໍ່ຍຸຕິທັມ ຍັງມີຫລາຍ ເພີ່ມຂຶ້ນ ຢູ່ໃນ ປະເທດຕ່າງໆ ແລະ ກໍບໍ່ມີຜູ້ໃດ ເວົ້າວ່າ ນັ້ນເປັນແຜນການ ທີ່ງ່າຍ ແຕ່ທ່ານ ຄິດວ່າ ສາມາດ ປະຕິບັດໄດ້.

ອົງການ ນິຣະໂທດ ສາກົນ ທີ່ເວົ້າວ່າ ບັນດາຜູ້ນໍາໂລກ ທີ່ບໍ່ໄດ້ ສາມາດຊ່ວຍ ແກ້ໄຂບັນຫາ ສໍາລັບ ປະຊາຊົນ ຫລາຍກວ່າ ນຶ່ງພັນລ້ານຄົນ ທີ່ທຸກຍາກທີ່ສຸດ ຂອງໂລກ ກໍານົດເຂົ້າຮ່ວມ ຈັດພິທີ ເປີດໂມງ ສັນຍາລັກ ການເສັຽຊີວິດ ຂອງຜູ້ເປັນແມ່ ທີ່ຈະຕຸຣັດ Time Square ໃນໃຈກາງ ນະຄອນນິວຢອກ ໃນວັນຈັນ ເພື່ອສະແດງ ໃຫ້ໂລກຮູ້ວ່າ ການເສັຽຊີວິດ ຂອງແມ່ ໃນທົ່ວໂລກ ຍັງສູງຢູ່ຕໍ່ໄປ. ອັຕຣາການຕາຍ ຂອງແມ່ ຍັງສູງ ແລະໂມງນັ້ນ ຈະເລີ່ມນັບຈາກ 5 ລ້ານ 317 ພັນ 280 ຄົນ ຂອງຈໍານວນຜູ້ຍິງ ຊຶ່ງອົງການ ນິຣະໂທດກັມ ສາກົລ ເວົ້າວ່າ ໄດ້ເສັຽຊີວິດໄປ ນັບຕັ້ງແຕ່ ໂຄງການ MDGs ຖືກຮັບຮອງເອົາ ເມື່ອເດືອນກັນຍາ ປີ 2000.  Amnesty ປະເມີນວ່າ ມີປະມານ 3700 ຄົນ ຈະເສັຽຊີວິດ ໃນຣະຫວ່າງ ການດໍາເນີນ ກອງປະຊຸມ ສຸດຍອດ ທີ່ຈະສິ້ນສຸດລົງ ໃນວັນພຸດນີ້.

ສໍາລັບດ້ານ ບວກນັ້ນ ສະຖາບັນ ເພື່ອການພັທນາ ຢູ່ນອກປະເທດ ຂອງອັງກິດ ເວົ້າວ້າ ປະເທດ Ghana ປະຕິບັດໄດ້ ນໍາໜ້າ ປະເທດອື່ນໆ ໃນການຫລຸດຜ່ອນ ຄວາມອຶດຫິວ ລົງເກືອບ 3 ສ່ວນ 4 ຣະຫວ່າງປີ 1990 ຫາປີ 2004. ວຽດນາມ ກໍໄດ້ຫລຸດຜ່ອນ ຈໍານວນຄົນທີ່ມີ ຊີວິດຢູ່ ດ້ວຍຣາຍໄດ້ບໍ່ຮອດ 1 ໂດລາຕໍ່ມື້ ຈາກ 66 ເປີເຊັນມາເຫລືອ 20 ເປີເຊັນ ໃນຣະຍະພຽງ 14 ປີ.  ສ່ວນດ້ານລົບ ອົງການ ແອມແນສຕີ ເວົ້າວ່າ ປະມານ 70 ເປີເຊັນ ຂອງຄົນທີ່ມີ ຊີວິດຢູ່ ດ້ວຍຄວາມທຸກຍາກ ນັ້ນ ເປັນຜູ້ຍິງ.

ເວົ້າສະເພາະ ສປປລາວ ຊຶ່ງເປັນນຶ່ງ ໃນບັນດາ ປະເທດ ສະມາຊິກ ສະຫະປະຊາຊາດ ແລະໄດ້ຮັບເອົາ ເປົ້າໝາຍ ພັທນາສະຫັດສວັດ ມາປະຕິບັດ ແຕ່ປີ 2000 ເປັນຕົ້ນມານັ້ນ ກໍຍັງບໍ່ເປັນທີ່ ແນ່ນອນ ເທື່ອວ່າ ຈະປະຕິບັດ ໄດ້ຕາມເປົ້າໝາຍນັ້ນ ເມື່ອເຖິງປີ 2015 ຫລືບໍ່.  ເມື່ອປີ 2000 ສະຫະປະຊາຊາດ ຣາຍງານວ່າ ສປປລາວ ມີປະຊາຊົນ ທີ່ທຸກຍາກ 36 ເປີເຊັນ  10 ປີ ຜ່ານໄປ ແລະ ຍັງເຫລືອອີກພຽງ 5 ປີ ກໍຈະຮອດ ກໍານົດໝາຍ ຊຶ່ງກໍມີຣາຍງານ ເມື່ອບໍ່ນານມານີ້ວ່າ ອັຕຣາສ່ວນ ຂອງປະຊາຊົນ ທີ່ທຸກຍາກ ຍັງສູງເຖິງ 27 ເປີເຊັນ ໂດຍສະເພາະ ຢູ່ເຂດຊົນບົດ. ໃນປີ 2015 ການເສັຽຊີວິດ ຂອງ ແມ່ຍິງໃນລາວ ກໍຍັງສູງ.

ຕາມຣາຍງານ ຈາກການ ສຶກສາຄົ້ນຄວ້າ ຈາກ ມະຫາວິທະຍາລັຍ ໂຕກຽວ ປະເທດຍີ່ປຸ່ນ ທີ່ສຶກສາກ່ຽວກັບ ການຖືພາມາ ໃນເຂດ ຊົນນະບົດ ສະຖານທີ່ອອກລູກ ແລະ ສັກຢາກັນພຍາດ ໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ໃຫ້ຮູ້ວ່າ ໃນແຕ່ລະແມ່ຍິງ 33 ຄົນໃດຢູ່ລາວ ເສັຽຊີວິດ 1 ຄົນ ຍ້ອນສາເຫດ ທີ່ກ່ຽວພັນ ກັບການຖືພາມານ ຊຶ່ງເປັນຈໍານວນ ທີ່ສູງ ສໍາລັບເອເຊັຽ ຕາເວັນອອກສ່ຽງໃຕ້ ແລະ ການເສັຽຊີວິດ ຂອງເດັກນ້ອຍ ໃນລາວກໍຍັງ ສູງ ຄື 67 ຄົນຕໍ່ 1 ພັນຄົນ. ຫລ້າສຸດນີ້ ອົງການ ແມ່ແລະເດັກ ຂອງສະຫະ ປະຊາຊາດ UNICEF ກໍໄດ້ສະແດງ ຄວາມເປັນຫ່ວງ ເລື່ອງເດັກນ້ອຍລາວ ຂາດອາຫານ ໂດຍສະເພາະ ໃນ 3 ແຂວງພາກໃຕ້ ທີ່ໄດ້ຮັບ ຜົລກະທົບ ຢ່າງໜັກໜ່ວງ ຈາກພະຍຸເກສນາ ແລະ ນໍ້າຖ້ວມ ເມື່ອສອງປີກ່ອນ. ແຕ່ເຖິງແນວໃດ ທ່ານບານກິມູນ ຕອນທີ່ທ່ານ ເດີນທາງ ຢ້ຽມຢາມລາວ ເມື່ອບໍ່ນານມານີ້ ກໍໄດ້ກ່າວວ່າ ລາວສາມາດ ຫລຸດຜ່ອນຄວາມ ທຸກຍາກ ຂອງປະຊາຊົນ ຕົນ ລົງໄດ້ ສ່ວນໃດສ່ວນນຶ່ງ  ແລະທ່ານ ກໍຫວັງວ່າ ລາວ ຈະສາມາດ ປະຕິບັດໄດ້ ຕາມເປົ້າໝາຍ MDGs.  ແຕ່ທ່ານ ກໍຍັງມີຄວາມ ເປັນຫ່ວງວ່າ ອັຕຣາການ ເສັຽຊີວິດ ຂອງເດັກນ້ອຍ ແລະ ແມ່ຍິງ ຍັງສູງ.

ກອງປະຊຸມສຸດຍອດ 3 ວັນກ່ຽວກັບ ບັນຫາ ເປົ້າໝາຍ MDGs ຈະຕິດຕາມມາ ດ້ວຍ ກອງປະຊຸມ ຣະດັບ ຣັຖມົນຕຣີ ປະຈໍາປີ ສມັດຊາ ສະຫະ ປະຊາຊາດ ເພື່ອບັນດາຜູ້ນໍາ ຈະໄດ້ສເນີ ທັສນະຂອງຕົນ ໃນແຜນການ ຕໍ່ຕ້ານຄວາມທຸກຈົນ ຮວມໄປເຖິງບັນຫາ ຣະດັບໂລກຕ່າງໆ. ໃນນັ້ນ ປະທານປະເທດ ຈູມມາລີ ກໍຈະເຂົ້າຮ່ວມ ກອງປະຊຸມອື່ນ ຄືກັນ ເພື່ອສເນີແລະແລກປ່ຽນ ບົດຮຽນທີ່ໄດ້ ຈາກການພັທນາ ໃນລາວ  ແລະຮ່ວມ ກອງປະຊຸມ ສຸດຍອດ ຕ່າງໆນໍາດ້ວຍ ຮວມທັງ ກອງປະຊຸມ ສຸດຍອດ ອາຊຽນ-ສະຫະຣັຖ ແລະພົບປະພິເສດ ກັບເລຂາທິການ ໃຫຍ່ ບານກິມູນ.

ສະຫະປະຊາຊາດ ໄດ້ເລືອກເອົາ ສປປລາວ ເປັນປະເທດ ຕົວຢ່າງ ໃນການ ຕິດຕາມເບິ່ງ ການປະຕິບັດ ຕາມເປົ້າໝາຍ ການພັທນາ ສະຫັດສວັດ ສະຫະປະຊາຊາດ ວ່າຈະໄດ້ ໜ້ອຍຫລາຍປານໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org