ເສຖກິດລາວຂຍາຍຕົວ ແຕ່ເງິນກີບເຟີ້
ໃນປີນີ້ ເສຖກິດ ຂອງລາວ ຂຍາຍຕົວ ແຕ່ເງິນກີບເຟີ້ ຣາຄາສິນຄ້າ ເຄື່ອງອຸປໂພກ ບໍຣິໂພກ ແພງຂື້ນ. ອາວະຣີ ມີຣາຍງານ…
-
ອະວາຣີ
2010-08-27 -
-
-
Your browser doesn’t support HTML5 audio
ໃຜໆກໍເວົ້າວ່າ ເສຖກິດ ຂອງລາວ ຂຍາຍຕົວ ຢ່າງວ່ອງໄວ ເຖິງວ່າ ເສຖກິດ ຂອງຫລາຍປະເທດ ຍັງໄດ້ຮັບ ຜົນກະທົບ ຈາກວິກິຕການ ທາງດ້ານການ ເງິນຂອງໂລກ ຢູ່ກໍຕາມ.
ທະນາຄານໂລກ ຊຶ່ງເປັນຜູ້ ໃຫ້ການຊ່ວຍເຫລືອ ແກ່ສປປລາວ ໃນຫລາຍໆດ້ານ ຣາຍງານເມື່ອ ເດືອນ ມິຖຸນາ 2010 ນີ້ວ່າ ເສຖກິດ ຂອງລາວ ຂຍາຍຕົວ ມູນຄ່າ ຜົນຜລິດລວມ ພາຍໃນປະເທດ ຫລື GDP ເພິ້ມຂື້ນຈາກ 7 ສ່ວນຮ້ອຍ ເມື່ອປີກາຍ ຂື້ນເປັນ 7.8 ສ່ວນຮ້ອຍເມື່ອ ເດືອນພຶສພາ ປີນີ້. ຜົນຜລິດລວມ ພາຍ ໃນປະເທດ ຫລື GDP ເປັນໂຕເລກ ທີ່ນັກເສຖສາດ ໃຊ້ເພື່ອວັດແທກ ການຖອຍຫລັງ ຫລືການຂຍາຍ ຕົວຂອງ ເສຖກິດ.
ເຊັ່ນດຽວກັນ ທະນາຄານ ພັທນາ ເອເຊັຍຫລື ADB ກໍຣາຍງານ ເມື່ອບໍ່ດົນຜ່ານມາວ່າ ໃນປີນີ້ ເສຖກິດຂອງລາວ ຈະຂຍາຍຕົວ ໄວທີ່ສຸດເປັນ ອັນດັບສອງ ຮອງຈາກ ຈີນ. ນາຍົກຣັຖມົນຕຣີ ບົວສອນ ບຸຜາວັນ ແຫ່ງສປປລາວ ຣາຍງານຕໍ່ ກອງປະຊຸມ ສະພາ ແຫ່ງຊາດຄັ້ງລ້າສຸດ ເມື່ອເດືອນ ມິຖຸນາ ປີນີ້ວ່າ:
ທ່ານຜູ້ຟັງ ອາດຢາກຮູ້ວ່າ ເປັນຫຍັງເສຖກິດ ຂອງລາວ ຈຶ່ງຂຍາຍຕົວ? ຄຳຕອບກໍຄື ເສຖກິດ ຂອງລາວ ຂຍາຍຕົວ ສ່ວນນຶ່ງກໍຍ້ອນ ຣັຖບານລາວ ມີຣາຍໄດ້ ຣາຍຮັບ ເພິ້ມຂື້ນ. ໃນບົດຣາຍງານ ຂອງທະນາຄານໂລກ ທີ່ອອກເຜີຍແຜ່ ເມື່ອເດືອນ ມິຖຸນາ ຣັຖບານລາວ ມີຣາຍຮັບ ເພິ້ມຂື້ນລື່ນ ປີກາຍເຖິງ 1,456 ຕື້ກີບ ຫລືປະມານ 175 ລ້ານດອນລ່າ ສະຫະຣັຖ. ຣັຖບານລາວ ມີຣາຍໄດ້ ຮັບຣາຍຮັບສ່ວນ ຫລາຍມາຈາກການ ຊ່ວຍເຫລືອລ້າ ມາຈາກການ ຂາຍຄຳ ແລະທອງ ແລະຈາກການ ຂາຍໄຟຟ້າ ໂດຍສະເພາະໄຟຟ້າ ຈາກເຂື່ອນນ້ຳເທີນສອງ ຊຶ່ງຫາກໍ ເລິ້ມສົ່ງຂາຍ ໃຫ້ໄທເມື່ອເດືອນ ເມສາປີນີ້. ນອກຈາກນັ້ນ ຣັຖບານລາວ ຍັງມີຣາຍ ຮັບຈາກການ ເກັບພາສີອາກອນ ຫລາຍຂື້ນໃນປີນີ້ ຍ້ອນການເກັບ ພາສີອາກອນ ມີປະສິດທິພາບ ສູງຂື້ນແລະ ຍ້ອນຣັຖບານ ເລິ້ມເກັບອາກອນ ເພິ້ມນັບແຕ່ຕົ້ນປີນີ້ ເປັນຕົ້ນມາ.
ປີນີ້ ຣັຖບານລາວ ມີງົບປະມານ ສູງກວ່າປີກາຍ ຍ້ອນວ່າ ເຫດຜົນທີ່ນຶ່ງ ແຕ່ກ່ອນ ການຊ່ວຍເຫລືອ ລ້າຂອງຕ່າງ ປະເທດສ່ວນນຶ່ງ ບໍ່ຖືກໄລ່ ເຂົ້າໃນ ງົບປະມານ ຂອງຣັຖ ແຕ່ປີນີ້ ການຊ່ວຍເຫລືອ ລ້າສ່ວນຫລາຍ ເຂົ້າຜ່ານ ງົບປະມານ ຂອງຣັຖ ເຫດຜົນອັນທີ່ສອງ ຣາຄາຄຳ ແລະທອງສູງຂື້ນ ໃນຕລາດໂລກ ເຫດຜົນທີ່ສາມ ຣັຖບານເລິ້ມ ຂາຍໄຟຟ້າ ຈາກເຂື່ອນນ້ຳ ເທີນສອງ ຊຶ່ງຄາດວ່າ ຈະນຳຣາຍໄດ້ ເຂົ້າຣັຖບານ ຢ່າງໜ້ອຍ 15 ລ້ານດອນລ່າ ສະຫະຣັຖ ໃນສະເພາະ ປີນີ້ ແລະປີໜ້າ ປະມານ 20 ລ້ານດອນລ່າ ເຫດຜົນທີ່ສີ່ ຍ້ອນມີການ ລົງທຶນຂອງ ຕ່າງປະເທດ ຫລາຍຂື້ນ ເກັບພາສີ ອາກອນ ໄດ້ຫລາຍຂື້ນ ຣັຖບານລາວ ຈຶ່ງມີ ຣາຍໄດ້ຣາຍຮັບ ໃນປີນີ້ ຫລາຍກວ່າປີກາຍ. ເຖິງຢ່າງໃດ ກໍຕາມ ໃນຂະນະ ດຽວກັນ ຣາຍ ຈ່າຍຂອງຣັຖບານ ລາວ ກໍເພິ້ມຂື້ນ ຫລາຍ ຫລາຍກວ່າ ຣາຍຮັບຊ້ຳອີກ.
ຣັຖບານລາວ ຈ່າຍເງິນຫລາຍ ເມື່ອປີກາຍ ແລະປີນີ້ ກໍເພື່ອເປັນ ເຈົ້າພາບຈັດ ການແຂ່ງຂັນ ກິລາຊີເກມ ແລະຈັດງານ ສລອງສ້າງຕັ້ງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ຊຶ່ງຈະຈັດຂື້ນ ໃນເດືອນ ພຶສຈິກາ ທ້າຍປີນີ້. ສລຸບແລ້ວ ເຖິງຣັຖບານລາວ ຈະມີຣາຍ ໄດ້ຣາຍຮັບ ເພິ້ມຂື້ນ ແຕ່ຣາຍຈ່າຍ ກໍເພິ້ມຂື້ນ ສຸດທ້າຍ ຣັຖບານລາວ ກໍຍັງຈະ ຂາດດູນ ງົບປະມານ ຢ່າງໜັກ ຢູ່ຄືເກົ່າ. ອີກບັນຫານຶ່ງ ໃນຂນະທີ່ ເສຖກິດຂອງລາວ ກຳລັງຂຍາຍ ຕົວຢູ່ນີ້ ເງິນກີບ ພັດຍິ່ງເຟີ້.
ທະນາຄານໂລກ ຣາຍງານວ່າ ເມື່ອປີກາຍ ເງິນກີບຂອງລາວ ເຟີ້ພຽງ ແຕ່ປະມານ 1.5 ສ່ວນຮ້ອຍ ແຕ່ເມື່ອເດືອນ ພຶສພາ ເຟີ້ແຮງຂື້ນເປັນ 4.9 ສ່ວນຮ້ອຍ. ເງິນເຟີ້ ແປວ່າ ຣາຄາສິນຄ້າ ໂດຍສະເພາະ ຣາຄາສິນຄ້າ ປະເພດ ນ້ຳມັນຣົດ ອາຫານ ເສື້ອຜ້າແລະ ສິ່ງສຳຄັນອື່ນໆ ແພງຂື້ນ. ຣາຄານ້ຳມັນ ຣົດສູງຂື້ນເຖິງ 26 ສ່ວນຮ້ອຍເມື່ອທຽບ ໃສ່ປີກາຍ ແລະ ຣາຄາອາຫານ ເຊັ່ນ ຊິ້ນ ປາ ໄກ່ ຜັກແລະໝາກໄມ້ ແພງຂື້ນ ໄລ່ສະເລັ່ຍ ແລ້ວປະມານ 10 ສ່ວນຮ້ອຍ ເມື່ອທຽບໃສ່ ທ້າຍປີ 2009. ແນ່ນອນວ່າ ໃນເມື່ອຣາຄາ ສິນຄ້າແພງຂື້ນ ປະຊາຊົນລາວ ໂດຍສະເພາະ ຜູ້ທີ່ມີຣາຍ ໄດ້ຈຳກັດ ຕ້ອງໄດ້ຮັບ ຄວາມເດືອດຮ້ອນ ເປັນຕົ້ນ ພະນັກງານ ຂອງຣັຖທີ່ມີ ເງິນເດືອນທັງຕ່ຳ ທັງຈຳກັດ ຕ້ອງປະສົບ ກັບສະພາບ ການເປັນຢູ່ ຝືດເຄື່ອງ ເພື່ອຢູ່ລອດ ພະນັກງານ ຫລາຍຄົນຈຶ່ງ ຈຳເປັນຕ້ອງຊອກ ຫາຣາຍໄດ້ ເພິ້ມຕື່ມ ແລະການຊອກຫາ ຣາຍໄດ້ເພິ້ມນັ້ນ ມີທັງຖືກຕ້ອງ ແລະບໍ່ຖືກຕ້ອງ ຕາມກົດໝາຍ ເຊັ່ນການ ສໍ້ຣາສບັງຫລວງ ດັ່ງນີ້ເປັນຕົ້ນ. ຍ້ອນດັ່ງນັ້ນ ນາຍົກ ຣັຖມົນຕຣີ ບົວສອນ ບຸຜາວັນ ຈຶ່ງມີແຜນ ຄວບຄຸມໄພ ເງິນເຟີ້ຢ່າງ ເຂັ້ມງວດ ໃນປີນີ້ ດ່ັງທ່ານໄດ້ ສເນີຕໍ່ກອງ ປະຊຸມສະພາ ແຫ່ງຊາດ ເມື່ອເດືອນ ສອງເດືອນກ່ອນວ່າ:
ນອກຈາກບັນຫາ ເງິນເຟີ້ ຫລືຣາຄາສິນຄ້າ ທີ່ຈຳເປັນແພງ ຂື້ນແລ້ວ ເງິນກີບຍັງ ມີຄ່າສູງຂື້ນ ຫລາຍໃນຣະຍະ ສອງປີທີ່ ຜ່ານມາ ໂດຍສະເພາະ ເມື່ອທຽບໃສ່ ເງິນ ດອນລ່າ ສະຫະຣັຖ. ໃນຣະຍະຫົກ ເດືອນທຳອິດ ຂອງປີນີ້ ເງິນກີບມີ ຄ່າສູງຂື້ນ 2.5 ສ່ວນຮ້ອຍ ເມື່ອທຽບໃສ່ເງິນ ດອນລ່າ ແລະສູງຂື້ນ 0.9 ສ່ວນຮ້ອຍ ເມື່ອທຽບ ໃສ່ເງິນບາດ ຂອງໄທ.
ຫລາຍຄົນ ອາດຈະເຂົ້າ ໃຈວ່າ ການທີ່ເງິນກີບ ມີຄ່າສູງຂື້ນ ຈະເປັນການດີ ສຳຣັບເສຖກິດ ຂອງລາວ ແຕ່ໃນສະພາບຄວາມເປັນຈິງແລ້ວ ອາດຈະສົ່ງ ຜົນກະທົບຕໍ່ ເສຖກິດ ຫລາຍກວ່າ ເປັນຕົ້ນ ຕໍ່ການສົ່ງອອກ ການລົງທຶນ ແລະການ ທ່ອງທ່ຽວ. ຕໍ່ການສົ່ງອອກ ຕົວຢ່າງ ປະເທດລາວມີ ໂຮງຈັກໂຮງງານ ຜລິດ ເສື້ອຜ້າ ຫລາຍສົມຄວນ. ເມື່ອປີກາຍ ໂຮງງານຫຍິບເສື້ອ ແຫ່ງນຶ່ງ ສົ່ງເສື້ອອອກໄປ ຂາຍຕ່າງປະເທດ ໂຕລະນຶ່ງ ແສນກີບ ຄິດໄລ່ເປັນເງິນ ດອນລ່າ ສະຫະຣັຖ ປະມານ 11 ດອນລ່າ ແຕ່ປີນີ້ ເຖິງວ່າເສື້ອ ໂຕນັ້ນຍັງມີ ຣາຄານຶ່ງ ແສນກີບຄືເກົ່າ ແຕ່ເມື່ອຂາຍອອກເປັນເງິນດອນລ່າ ຈະມີຣາຄາສູງຂື້ນເປັນ 12 ດອນລ່າ. ເຮົາຈະເຫັນວ່າ ຣາຄາເສື້ອທີ່ຜລິດຢູ່ລາວຈະມີຣາຄາແພງຂື້ນນຶ່ງດອນລ່າຕໍ່ໂຕ. ໃນເມື່ອລູກຄ່າຢູ່ຕ່າງປະເທດເຫັນວ່າ ເສື້ອຈາກລາວແພງຂື້ນ ພວກເຂົາອາດ ຈະຊື້ເສື້ອ ຈາກລາວ ໜ້ອຍລົງຫລືຢຸດ ຊື້ໄປເລີຍ. ບັດນີ້ ເຮົາມາສຶກສາເບິ່ງ ການທີ່ເງິນກີບ ມີຄ່າສູງຂື້ນ ຈະມີຜົນ ກະທົບ ຕໍ່ການ ລົງທຶນແນວໃດ?
ນັກລົງທຶນ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ລາວຫລື ຢູ່ປະເທດ ໃດກໍຕາມ ກໍເພາະວ່າ ຄ່າການລົງທຶນ ຢູ່ລາວຫລື ໃນປະເທດ ນັ້ນໆຖືກ ເຊັ່ນຄ່າແຮງງານ ກໍຖືກ ຄ່າເຊົ່າທີ່ດິນ ກໍຖືກ ຄ່າວັດຖຸຕິບ ກໍຖືກ ແລະຄ່າເຊົ່າບ້ານ ຕລອດເຖິງ ອາຫານການກິນ ກໍຖືກ ແຕ່ໃນເມື່ອ ເງິນກີບມີ ຣາຄາສູງຂື້ນ ຣາຄາສິ່ງ ຈຳເປັນທີ່ກ່າວ ມານັ້ນ ກໍຈະແພງຂື້ນ ເປັນເງົາຕາມຕົວ ຕົວຢ່າງ ເມື່ອສາມປີກ່ອນ ຄ່າຈ້າງຫລືເງິນ ເດືອນຂອງຄົນງານ ຕັດຫຍິບຢູ່ລາວ ຜູ້ນຶ່ງ ຫ້າແສນກີບ ຫລືປະມານ 50 ດອນລ່າ ແຕ່ປີນີ້ ຄ່າຈ້າງນັ້ນ ຍັງແມ່ນ ຫ້າແສນກີບ ຢູ່ຄືເກົ່າ ແຕ່ເມື່ອຄິດໄລ່ ເປັນເງິນດອນລ່າ ຄ່າຈ້າງຈະສູງ ຂື້ນເປັນ 60 ດອນລ່າ. ຍ້ອນດັ່ງນັ້ນ ນັກທຸຣະກິດ ຕ່າງປະເທດ ຈຶ່ງບໍ່ມັກ ໄປລົງທຶນ ໃນປະເທດ ທີ່ມີເງິນຕຣາ ກຳລັງມີ ຄ່າສູງຂື້ນ ແລະຣັຖບານ ຂອງບາງປະເທດ ເມື່ອເຫັນວ່າ ເງິນຂອງຕົນ ມີຄ່າສູງຂື້ນ ຫລາຍ ກໍຈຳເປັນ ກົດດັນໃຫ້ ຕ່ຳລົງ ແຕ່ຫລາຍປະເທດ ປະປ່ອຍເງິນຕຣາ ຂອງພວກເຂົາ ໃຫ້ຂື້ນລົງຢ່າງ ເສຣີ ຕາມ ສະພາບເສຖກິດ ແລະການເງິນ ຂອງປະເທດນັ້ນ ແລະຂອງໂລກ.
ນອກຈາກນັ້ນ ການທີ່ເງິນກີບ ມີຄ່າສູງຂື້ນ ຍັງສົ່ງຜົນກະທົບ ຕໍ່ການ ທ່ອງທ່ຽວນຳອີກ. ນັກທ່ອງທ່ຽວ ຕ່າງປະເທດ ສ່ວນຫລາຍໃຊ້ ເງິນດອນລ່າ ສະຫະຣັຖ ແລະໃນເມື່ອ ເງິນກີບມີຄ່າ ສູງຂື້ນ ຣາຄາໂຮງແຮມ ອາຫານ ການເດີນທາງ ແລະການ ບໍຣິການ ທຸກຢ່າງກໍແພງຂື້ນສຳຣັບ ນັກທ່ອງທ່ຽວ. ຕົວຢ່າງ ຄ່າໄປເບິ່ງ ນ້ຳຕົກຕາດ ກວາງສີ ຢູ່ນະຄອນ ຫລວງພະບາງ ແຕ່ກ່ອນ 30,000 ກີບ ຄິດໄລ່ເປັນ ເງິນດອນລ່າ 3 ດອນລ່າ ແຕ່ປັດຈຸບັນ ແພງຂື້ນເປັນ ເກືອບ 4 ດອນລ່າ. ຢ່າລືມວ່າ ປະເທດລາວ ມີຣາຍໄດ້ ຈາກການທ່ອງທ່ຽວ ປີນຶ່ງເຖິງ 150 ລ້ານດອນລ່າ ສະຫະຣັຖ ແຕ່ຖ້າເງິນ ກີບເຟີ້ ມີຄ່າສູງຂື້ນ ແລະຣາຄາ ສິນຄ້າ ກໍແພງຂື້ນ ຈຳນວນນັກທ່ອງທ່ຽວ ຕ່າງປະເທດ ເຂົ້າໄປລາວ ກໍອາດຈະ ຫລຸດລົງ ແລະຣາຍໄດ້ ຣາຍຮັບຂອງ ຣັຖບານ ກໍອາດ ຈະຫລຸດລົງ ເຊັ່ນກັນ.
ສລຸບແລ້ວ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ ເສຖກິດຂອງລາວ ຂຍາຍຕົວ ຢ່າງວ່ອງໄວ ແລະອາດຈະ ຂຍາຍຕົວ ສືບຕໍ່ໄປ ຈົນເຖິງທ້າຍປີ ນີ້ແລະປີໜ້າ. ແຕ່ໃນຂນະ ທີ່ເສຖກິດ ຂຍາຍຕົວນັ້ນ ປະເທດລາວ ກໍປະສົບ ໄພເງິນເຟີ້ ຫລືຣາຄາ ສິນຄ້າແພງຂື້ນ.