ບ້ານລາວໃນປະເທດໄທ (ຕອນ 12)
-
2007-11-20 -
-
-
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ
ໃນບົດກ່ອນນີ້ ເຮົາໄດ້ຮູ້ເຖິງ ຈຸດປະສົງ ຂອງການກວາດຕ້ອນຄົນລາວ ຈາກວຽງຈັນ ເຂົ້າສູ່ສຍາມນັ້ນ ວ່າ ມີຢູ່ 2 ສາຍເຫດ ຄື ອານາຈັກວຽງຈັນ ມີຜູ້ຄົນ, ຊ້າງ, ມ້າ ແລະ ສະບຽງອາຫານຫຼາຍ ແລະຍັງມີວຽດນາມ ໃຫ້ການສນັບສນູນ ສຍາມຈຶ່ງຕ້ອງທຳລາຍ ວຽງຈັນໃຫ້ລ້າຫຼ່ອຍລົງ. ແລະສາຍເຫດ ອັນທີ່ສອງ ກໍຄື ພົນລະເມືອງ ຂອງສຍາມ ມີຈຳນວນຫຼຸດໜ້ອຍລົງ ເພາະໄດ້ເສັຽຊີວິດ ຈາກສົງຄາມ ແລະ ຄວາມອຶດຢາກ ສຍາມຈຶ່ງຕ້ອງເພີ່ມຕຶ່ມຄົນ ໃຫ້ອັ່ງແໜ້ນຂຶ້ນ ແລະຍັງໄດ້ຄົນລາວ ໄປເປັນແຮງງານໄປ ທຳການປູກຝັງເຂົ້າ ແລະ ເປັນກຳລັງທາງທະຫານອີກດ້ວຍ.
ສັປະດານີ້ ຈະໄດ້ກ່າວເຖິງ ບ້ານເມືອ ທີ່ສຍາມຈັດໃຫ້ຄົນລາວ ໃນສະໄໝກຣຸງທົນ ບູຣີໄປຢູ່ນັ້ນວ່າ ມີຢູ່ບ່ອນໃດແດ່.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )ການກວາດຕ້ອນຄົນລາວ ຂອງສຍາມ ແລະການທີ່ຄົນລາວເອງ ໄດ້ອົບພະຍົບ ເຂົ້າໄປຢູ່ ສຍາມນັ້ນ ໃນເທື່ອທຳອິດ ບໍ່ມີປາກົດວ່າ ເກິດຂຶ້ນໃນປີໃດແທ້ ຊາບແຕ່ພຽງວ່າ ເປັນຊ່ວງທີ່ພະມ້າ ມີອຳນາດ ໃນການປົກຄອງວຽງຈັນ.
ໃນຄັ້ງນັ້ນ ໄດ້ມີຄົນລາວວຽງຈັນ ແລະຫົວເມືອງ ອ້ອມແອ້ມວຽງຈັນ ນັບເປັນຈຳນວນໝື່ນ ໄດ້ລີ້ໄພການເມືອງເ ຂົ້າໄປພັກເຊົາ ຢູ່ນະຄອນຣາຊສີມາ ຫຼືແຂວງໂຄລາດ ໃນປະຈຸບັນ ແລະ ພຣະເຈົ້າ ກຣຸງທົນບູຣີ ໄດ້ອະນຸຍາດ ໃຫ້ຄົວລາວ ເຂົ້າໄປຕັ້ງເຮືອນຊານ ຢູ່ທີ່ເມືອງສະຣະບູຣີ ຫຼືແຂວງສະຣະບູຣີ ໃນປະຈຸບັນ ຊຶ່ງນັ້ນຖືວ່າ ເປັນຄົນລາວ ຮຸ່ນທຳອິດ ທີ່ເຂົ້າສູ່ສຍາມ ໃນສະໄໝກຣຸງທົນບູຣີ.
ເທື່ອລຸນມານັ້ນ ຄືໃນປີ ຄ.ສ. 1779 ເມື່ອກອງທັບ ກຣຸງທົນບູຣີ ຢຶດວຽງຈັນ ໄດ້ແລ້ວ ກໍກວາດຕ້ອນ ຄົວລາວວຽງຈັນ, ຊັບສິນ ແລະອາວຸດຕ່າງໆ ລົງໄປໄວ້ທີ່ສຍາມ ແລະໃນຄົວລາວນັ້ນ ນອກຈາກ ຈະມີຣາສດອນ ທົ່ວໄປແລ້ວ ຍັງມີພຣະໂອຣົດ ຫຼື ລູກຊາຍ ຂອງເຈົ້າສິຣິບຸນຍະສານ ເຈົ້າຊີວິດລາວ ຮວມຢູ່ດ້ວຍເຖິງ 3 ອົງ ຄື ເຈົ້ານັນທະເສນ, ເຈົ້າອິນທະວົງສ໌ ແລະເຈົ້າອະນຸວົງສ໌ ຊຶ່ງພຣະເຈົ້າ ກຣຸງທົນບູຣີ ໄດ້ອະນຸຍາດໃຫ້ໄປຢູ່ທີ່ ບາງຍີ່ຂັນ ຊຶ່ງຢູ່ແຄມຝັ່ງແມ່ນ້ຳ ເຈົ້າພຣະຍາ ກົງກັນຂ້າມ ກັບບາງກອກ ຢູ່ບໍຣິເວນ ວັດດາວວະດຶງ ໃນປະຈຸບັນ.
ສຳລັບຄົວຄົນລາວທົ່ວໄປ ໃຫ້ເອົາໄປໂຮມກັນໄວ້ ທີ່ເມືອງສະຣະບູຣີ ເປັນຈຳນວນຫຼາຍ ໝື່ນຄົນ ແລະບາງສ່ວນ ກໍໃຫ້ໄປເມືອງຣາຊບູຣີ ຕາມຫົວເມືອງຕາເວັນຕົກແດ່ ແລະສົ່ງໄປເມືອງຈັນທະບູຣີນຳ.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )ສ່ວນພວກຄົນໄທດຳ ຫຼືລາວໂສ່ງດຳ ທີ່ຖືກກວາດຕ້ອນ ເຂົ້າສູ່ສຍາມນັ້ນ ເກິດຂຶ້ນໃນປີດຽວກັນ ຄືປີ ຄ.ສ. 1779 ຄື ເມື່ອສຍາມຕີວຽງຈັນໄດ້ແລ້ວ ສົມເດັຈ ເຈົ້າພຣະຍາ ມະຫາກະສັດສຶກ ແມ່ທັບຂອງສຍາມ ໄດ້ສັ່ງໃຫ້ກອງທັບ ເມືອງຫຼວງພຣະບາງ ໄປຕີເມືອງທັນ ຫຼືເມືອງຊືຫງີ ໃນພາສາວຽດນາມ ແລະເມືອງມ້ວຍ ຊຶ່ງເປັນເມືອງ ທີ່ຕັ້ງຢູ່ແຄມເຂດແດນ ກັບວຽດນາມ.
ກອງທັບສຍາມ ໄດ້ຄົວຄົນໄທດຳ ເປັນຈຳນວນຫຼາຍ ແລ້ວໃຫ້ໄປຕັ້ງບ້ານຢູ່ເມືອງເພັຊບູຣີ ເນື່ອງຈາກເພັຊບູຣີ ມີສະພາບ ທາງພູມສາດ ທີ່ມີໜ່ວຍພູ ຮ່ອມພູ ຫ້ວຍ ຮ່ອງ ແລະ ນ້ຳຖ້ວມບໍ່ເຖິງ ເຊັ່ນ ບໍຣິເວນພູທີ່ຊື່ວ່າ ສະມະນະຄີຣີ ຫຼືຄົນໄທຮ້ອງວ່າ ເຂົາວັງ; ແລະພູອື່ນໆ ໄດ້ແກ່ ເຂົາຫົວແຫວນ, ເຂົາທະໂມນ, ເຂົາອີໂກ້, ເຂົາຂວດ, ເຂົາຍ້ອຍ, ເຂົາຫຼວງ, ເຂົາຊະອຳ ເປັນຕົ້ນ ຊຶ່ງສະພາບທົ່ວໄປ ຂອງພູມສາດເຫຼົ່ານີ້ ຄ້າຍຄືກັນ ກັບບ້ານເມືອງເກົ່າ ຂອງຄົນໄທດຳ.
ຄົນໄທດຳ ໄດ້ປຸກເຮືອນຊານຢູ່ເປັນຈຸ ເປັນບ້ານກະຈາກກະຈາຍກັນຢູ່ ຊຶ່ງບ້ານທຳອິດ ຂອງພວກເຂົາເຈົ້າຄື ບ້ານໜອງປົງ ຊຶ່ງຕໍ່ມາ ຄົນໄທດຳ ໄດ້ອົບພະຍົບ ເຂົ້າມາສູ່ສຍາມ ຫຼາຍຂຶ້ນ ໃນສະໄໝ ກຣຸງຣັດຕະນະໂກສິນ ຫຼືບາງກອກ ຄົນໄທດຳ ທີ່ມາລຸນຫຼັງ ກໍຕັ້ງຊື່ບ້ານເພີ່ມຕື່ມອີກ ໄດ້ແກ່ ບ້ານປ່າຕານ, ບ້ານເຂົາແຮ້ງ, ບ້ານເຂົາຍ້ອຍ, ບ້ານໜອງຈິກ, ບ້ານໜອງກະພໍ້, ບ້ານທ່າຊ້າງ, ບ້ານທ່າລາວ, ບ້ານວັງຕະໂກ, ບ້ານວຽງຄອຍ, ບ້ານທັບຄາງ ເປັນຕົ້ນ.
ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ມີແຕ່ຄົນລາວວຽງຈັນ ແລະຄົນໄທດຳ ເທົ່ານັ້ນທີ່ເປັນຄນຕ່າງຊາດ ທີ່ຍ້າຍຖິ່ນ ເຂົ້າມາຢູ່ ໃນສຍາມ ໃນສະໄໝ ກຣຸງທົນບູຣີ ແລະການຖືກອົບພະຍົບນີ້ ໄດ້ເຮັດໃຫ້ ວຽງຈັນຊຸດໂຊມ ລົງຢ່າງຫຼວງຫຼາຍ ທັງທາງດ້ານເສດຖະກິດ ແລະທາງດ້ານການເມືອງ ແລະເປັນສາຍເຫດ ໃຫ້ເຈົ້າຊີວິດ ຂອງລາວອົງຕໍ່ໆ ມາ ທົນເຫັນສະພາບ ຄວາມເປັນຢູ່ຂອງ ຣາສດອນບໍ່ໄດ້ ຈຶ່ງຕ້ອງໃຊ້ຄວາມພະຍາຍາມ ເອົາຄົນຂອງຕົນ ກັບຄືນບ້ານເມືອງເກົ່າ.
ແຕ່ຄວາມພະຍາຍາມ ຂອງເຈົ້າຊີວິດລາວ ກໍລົ້ມແຫຼວ ແລະເຮັດໃຫ້ສຍາມ ຕ້ອງຕັດກຳລັງ ຂອງລາວຕື່ມຂຶ້ນອີກ ໂດຍການກວາດຕ້ອນ ຜູ້ຄົນລົງໄປໄວ້ສຍາມຫຼາຍຂຶ້ນ.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )ສຳລັບຈຳນວນຂອງຄົນລາວ ໃນກຣຸງທົບບູຣີ ແລະຫົວເມືອງຕ່າງໆ ວ່າ ມີຈຳນວນເທົ່າໃດ ແທ້ນັ້ນ ບໍ່ໄດ້ມີຈົດບັນທຶກ ຫຼືຂຽນໄວ້ເທື່ອ. ແຕ່ຈາກຂໍ້ມູນຕ່າງໆ ທີ່ມີກ່າວເຖິງ ຄົນລາວ ໃນສຍາມ ໃນສະໄໝກຣຸງທົນບູຣີນັ້ນ ພໍຈະປະມານ ເອົາໄດ້ວ່າ ຄົງຈະມີຫຼາຍໝື່ນຄົນ.
ແລະນອກຈາກນີ້ແລ້ວ ຍັງມີຄົນລາວ ອີກຫຼວງຫຼາຍ ທີ່ມີທັງຜູ້ທີ່ປົບໜີ ຈາກການຖືກກວາດ ຕ້ອນໄປບາງສ່ວນ ຜູ້ທີ່ລົ້ມຕາຍ ຣະຫວ່າງທາງ ແລະເຖິງແມ່ນວ່າ ຈະຕັ້ງຫຼັກແຫຼ່ງໄດ້ແລ້ວ ກໍຍັງມີການຕາຍຢູ່ອີກ ເພາະຕ້ອງປະເຊີນ ກັບສະພາບ “ເຂົ້າຍາກ-ໝາກແພງ” ຂອງສຍາມໃນຊ່ວງຫຼັງສົງຄາມ ແມ່ນແຕ່ຄົນສຍາມເອງ ຍັງອຶດຢາກແລະລົ້ມຕາຍ. ສຳລັບ ຄົນລາວໃນສະໄໝນັ້ນ ເຂົາເຈົ້າເປັນແຕ່ພຽງຊະເລີຍເສິກ ຊຶ່ງຖືວ່າ ເປັນຄົນຂັ້ນຕ່ຳກວ່າ ຄົນສຍາມທົ່ວໄປ ຈຶ່ງຕ້ອງໄດ້ຮັບ ຄວາມທຸກຍາກລຳບາກ ເປັນຫຼາຍເທົ່າ ມີຄົນລາວຈຳນວນ ບໍ່ໜ້ອຍທີ່ຖ່າວຕາຍ ຍ້ອນຄວາມອຶດຢາກ ແລະການເຈັບປ່ວຍ ໂດຍບໍ່ໄດ້ຮັບການປິ່ນປົວ.
ອີກທັງຄົນລາວ ຍັງຈະຕ້ອງບຸກບືນ ເຮັດໄຮ່ທຳນາ ຕ້ອງຂຸດໄມ້ໄງ້ຂອນ ເພາະການປູກຝັງ ຕ້ອງທຳໃນພື້ນທ ີ່ທີ່ຕ້ອງບຸກເບີກ ຈູດເຜົາເອົາໃໝ່ໝົດ ເພື່ອກຸ້ມຕົວເອງ ແລະສົ່ງໃຫ້ ທາງຣາຊການ ມີຄົນລາວ ຈຳນວນບໍ່ໜ້ອຍ ທີ່ເສັຽຊີວິດລົງ.
ດັ່ງນັ້ນ ຈຳນວນຄົນລາວ ທີ່ຖືກກວາດຕ້ອນມາ ໃນສະໄໝກຣຸງທົນບູຣີ ຂອງສຍາມ ຈຶ່ງຫຼົງເຫລືອ ຢູ່ບໍ່ຫຼາຍ ເທົ່າກັບຈຳນວນ ຕົວຈິງທີ່ຖືກກວາດຕ້ອນມາ.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ ຊຶ່ງຈະເປັນບົດທີ່ກ່າວເຖິງ ຊີວິດຄວາມເປັນຢູ່ ຂອງຄົນລາວ ໃນສະໄໝກຣຸງທົນບູຣີ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.