ບ້ານລາວໃນປະເທດໄທ ( ຕອນ 9 )
-
2007-11-20 -
-
-
ະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ
ກຣຸງສີອະຍຸທຍາຂອງສຍາມ ເປັນຣາຊທານີ ຫຼືເປັນເມືອງຫຼວງຢູ່ໄດ້ 417 ປີ ເມື່ອເຖິງປີ ຄ.ສ. 1767 ກຣຸງສີອະຍຸທຍາ ກໍເສັຽແກ່ພະມ້າ ຖືວ່າເປັນການ ສ້ຽງສຸດສະໄໝ ອະຍຸທຍາ.
ສຍາມແຕກກັນ ອອກເປັນຈຸເປັນຊຸມ ຫຼາຍຈຸຫຼາຍຊຸມ ດ້ວຍກັນ ແລະຈຸທີ່ເຂັ້ມແຂງ ທີ່ສຸດ ແມ່ນຈ ຸຂອງພຣະເຈົ້າຕາກ ຫຼືພຣະເຈົ້າຕາກສິນ ຊຶ່ງພຣະອົງ ໄດ້ຕໍ່ຕີກັບກອງທັບພະມ້າ ທີ່ເຂົ້າຢຶດຄອງ ກຣຸງສີອະຍຸທຍາ ແຕ່ກໍສູ້ບໍ່ໄດ້ ຈຶ່ງໄດ້ຍົກພົນ ໄປຕັ້ງຫຼັກ ຢູ່ເມືອງຈັນທະບູຣີ ທາງພາກຕະເວັນອອກ ຂອງສຍາມ ຫຼື ແຂວງຈັນທະບູຣີ ໃນປະຈຸບັນ.
ຫຼັງຈາກນັ້ນ ກໍຜາບແພ້ເມືອງຕ່າງໆ ແລະຢຶດເມືອງ ໄດ້ຫຼາຍເມືອງ ຈົນມີກຳລັງ ເພີ່ມຕື່ມຫຼາຍຂຶ້ນ ແລະ ກໍຮິບໂຮມ ກຳລັງກອງ ທັບເຂົ້າຕີ ກຣຸງສີອະຍຸທຍາ ແລະຂັບໄລ່ ທະຫານພະມ້າ ທີ່ຢຶດກຣຸງສີ ອະຍຸທຍາ ຢູ່ໃຫ້ແຕກພ່າຍໄປ. ແຕ່ດ້ວຍເຫັນວ່າ ກຣຸງສີອະຍຸທຍາ ນັ້ນຊຸດໂຊມຫຼາຍ ເພາະ ທະຫານພະມ້າ ໄດ້ຈູດເຜົາບ້ານເມືອງ ຈົນເສັຽຫາຍຍັບເຍີນ ແລະບໍ່ອາດ ຈະແປງຄືນໃໝ່ໄດ້.
ແລະທີ່ສຳຄັນ ພຣະອົງຍັງເຫັນວ່າ ກຣຸງສີອະຍຸທຍານັ້ນ ຢູ່ມໍ່ກັບພະມ້າ ຊຶ່ງເຮັດໃຫ້ງ່າຍ ແກ່ການຍົກທັບເຂົ້າ ພຣະອົງ ກໍຈຶ່ງໄດ້ຍ້າຍເມືອງຫຼວງ ໂດຍຫຍັບລົງໄປ ທາງໃຕ້ຢູ່ແຄມແມ່ນ້ຳ ເຈົ້າພຣະຍາ ຝັ່ງທາງຕາເວັນຕົກ.
ແລ້ວພຣະອົງ ກໍໃສ່ຊື່ໃຫ້ເມືອງຫຼວງໃໝ່ວ່າ “ກຣຸງທົນບູຣີ” ແລະຍ້ອນແນວນັ້ນ ຈຶ່ງເຮັດໃຫ້ ພຣະອົງ ໄດ້ພຣະນາມວ່າ “ພຣະເຈົ້າກຣຸງທົນບູຣີ” ອີກຊື່ນຶ່ງອີກນຳດ້ວຍ. ໄລຍະທຳອິດ ທີ່ພຣະເຈົ້າ ກຣຸງທົນບູຣີ ໄດ້ຕັ້ງຕົນ ເປັນໃຫຍ່ຢູ່ກຣຸງທົນບູຣີນັ້ນ ທາງພຣະຣາຊອານາຈັກລາວ ໄດ້ແບ່ງແຍກອອກເປັນ 3 ອານາຈັກແລ້ວ ໄດ້ແກ່ ອານາຈັກ ຫຼວງພຣະບາງ, ອານາຈັກວຽງຈັນ ແລະອານາຈັກຈຳປາສັກ.
ໂດຍເຂດແດນ ຂອງລາວທັງ 3 ອານາຈັກ ໄດ້ກວມເອົາ ດິນທັງຝັ່ງຊ້າຍ ແລະຝັ່ງຂວາ ຂອງ ແມ່ນ້ຳຂອງ ຊຶ່ງໃນໄລຍະນັ້ນ ພະມ້າມີກຳລັງເຂັ້ມແຂັງທີ່ສຸດ ແລະພະມ້າ ໄດ້ຂະຫຍາຍ ອຳນາດ ແລະ ສາມາດຢຶດຄອງ ອານາຈັກວຽງຈັນ.
ຕໍ່ມາໃນປີ 1771 ອານາຈັກຫຼວງພຣະບາງ ກໍຕົກເປັນຫົວເມືອງຂຶ້ນ ຂອງພະມ້າ ຕື່ມອີກ ສາຍເຫດ ກໍເນື່ອງ ມາຈາກວ່າ ຫຼວງພຣະບາງ ຜິດຂ້ອງໝອງໃຈ ກັນກັບອານາຈັກວຽງຈັນ ແລ້ວພະມ້າກໍໄດ້ເຂົ້າ ຊ່ວຍທາງວຽງຈັນ ທຳສົງຄາມ ກັບຫຼວງພຣະບາງ ແລ້ວກໍຢຶດໄດ້ຫຼວງພຣະບາງ ໃນທີ່ສຸດ. ໝາຍຄວາມວ່າ ພະມ້າ ຢຶດໄດ້ທັງວຽງຈັນ ແລະຫຼວງພຣະບາງ ສ່ວນອານາຈັກຈຳປາສັກນັ້ນ ຍັງເປັນເອກຣາຊຢູ່.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )
ແຕ່ຕໍ່ມາ ໃນປີ ຄ.ສ. 1776 ອານາຈັກຈຳປາສັກກໍໄດ້ໄປຂຶ້ນກັບກຣຸງທົນບູຣີ ໝາຍຄວາມວ່າ ອານາຈັກຈຳປາສັກໄດ້ກາຍເປັນຫົວເມືອງຂຶ້ນຂອງສຍາມ ສາຍເຫດທີ່ເຮັດໃຫ້ອານາຈັກ ຈຳປາສັກຕ້ອງໄປຂຶ້ນກັບກຣຸງທົນບູຣີ ກໍຍ້ອນວ່າ ພຣະຍານາງລອງ ເຈົ້າເມືອງນາງລອງ ປະຈຸບັນ ຄື ເມືອງນາງລອງ ແຂວງບູຣີຣັມ ຂອງໄທ ຊຶ່ງເມືອງນາງລອງໃນເວລານັ້ນ ໄດ້ຂຶ້ນກັບເມືອງນະຄອນຣາຊສີມາ ຫຼືໂຄຣາຊ ແລ້ວໄດ້ກໍ່ກະບົດກັບນະຄອນຣາຊສີມາ ໂດຍໄປຂຶ້ນກັບຈຳປາສັກ.
ດັ່ງນັ້ນ ເມື່ອນະຄອນຣາຊສີມາ ແຈ້ງເຫດໄປເຖິງກຣຸງທົນບູຣີ ພຣະເຈົ້າກຣຸງທົນບູຣີ ກໍຈຶ່ງໃຫ້ ເຈົ້າພຣະຍາ ສຸຣະສັກມົນຕຣີ ໄປເກນທັບ ຈາກຫົວເມືອງທາງເໜືອ ແລະໃຫ້ເຈົ້າພຣະຍາຈັກກຣີ ໄປເກນທັບ ຢູ່ຫົວເມືອງ ພາກກາງ ຂອງສຍາມ ແລ້ວທັງສອງທັບ ກໍຍົກໄປພົບກັນ ຢູ່ນະຄອນຣາຊ ສີມາ ແລ້ວຈຶ່ງຍົກທັບ ໄປຕີເມືອງທີ່ເປັນກະບົດ.
ປາກົດວ່າ ກອງທັບສຍາມ ຕີໄດ້ເມືອງນາງລອງ ແລະຍັງໄດ້ຍົກຂ້າມແມ່ນ້ຳຂອງ ໄປ ຕີເອົາ ເມືອງຈຳປາສັກ ຊຶ່ງເປັນຈຸດໃຈກາງ ແລະເປັນອຳນາດ ປົກຄອງ ຂອງອານາຈັກຈຳປາສັກ ນອກຈາກນັ້ນ ຍັງໄດ້ຕີເອົາເມືອງໂຂງ ແລະ ເມືອງອັດຕະປືອີກນຳດ້ວຍ.
ໃນຄັ້ງນັ້ນ ອຳນາດອິດທິພົນ ຂອງສຍາມ ໄດ້ເຮັດໃຫ້ພວກ “ຂເມຣ ປ່າດົງ” ໄດ້ແກ່ ເມືອງສຸຣິນ, ເມືອງສັງຂະ ແລະ ເມືອງຂຸຂັນ ຢ້ານກົວ ຈົນຕ້ອງຂໍຂຶ້ນກັບກຣຸງທົນບູຣີ.
( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )
ຕໍ່ມາ ອານາຈັກວຽງຈັນ ແລະອານາຈັກຫຼວງພຣະບາງ ກໍຕົກຢູ່ໃຕ້ອຳນາດປົກຄອງ ຂອງ ກຣຸງທົນບູຣີ ອີກເຊັ່ນກັນ. ສາຍເຫດ ທີ່ເຮັດໃຫ້ກຣຸງທົນບູຣີ ສາມາດແຊກແຊງ ເຂົ້າການເມືອງ ພາຍໃນ ຂອງອານາຈັກລາວໄດ້ ກໍຍ້ອນວ່າ ພຣະວໍ ອຸປຮາດ ເມືອງວຽງຈັນ ເກີດຜິດຂ້ອງໝອງໃຈ ກັບ ເຈົ້າສິຣິບຸນຍະສານ ເຈົ້າເມືອງວຽງຈັນ ຈຶ່ງໜີໄປສ້າງຕັ້ງ ເມືອງໃໝ່ ຊື່ວ່າ “ເມືອງຈຳປາ ນະຄອນ ຂວາງກາບແກ້ວບົວບານ”
ຕໍ່ມາ ເຈົ້າເມືອງວຽງຈັນ ໄດ້ສົ່ງກອງທັບ ໄປປາບພຣະວໍ ແຕ່ກໍຖືກກອງທັບພຣະວໍ ຕີແຕກກັບໄປ. ສ່ວນພຣະວໍກໍຄິດວ່າ ອີກບໍ່ດົນວຽງຈັນ ກໍຈະຍົກທັບ ມາອີກ ຈຶ່ງໄດ້ໄປຫາຜູ້ສນັບສນູນ ຄືໄປຂໍຂຶ້ນກັບ ພະມ້າ ພ້ອມກັນນີ້ ກໍໄດ້ຂໍກຳລັງທະທານພະມ້າ ມາຊ່ວຍ.
ແຕ່ພະມ້າ ກໍເລືອກເຂົ້າຂ້າງວຽງຈັນ ແລ້ວຍັງໄດ້ຍົກທັບໄປປາບ ພຣະວໍອີກດ້ວຍ. ພຣະວໍສູ້ກຳລັງ ຂອງພະມ້າ ກັບວຽງຈັນບໍ່ໄດ້ ຈຶ່ງໜີໄປຢູ່ກັບ ເຈົ້ານະຄອນ ຈຳປາສັກ. ແລະ ພາຍຫຼັ່ງພຣະວໍກໍໄດ້ ຜິດກັບ ເຈົ້ານະຄອນ ຈຳປາສັກອີກ ແລ້ວ ພຣະວໍກໍເລີຍພາທະຫານ ໜີຂຶ້ນໄປ ຢູ່ດອນມົດແດງ ຢູ່ພາຍໃນແຂວງອຸບົນ ແລ້ວ ຂໍເພີ່ງອຳນາດ ປົກຄອງຂອງກຣຸງທົນບູຣີ.
ເມື່ອເຈົ້າເມືອງວຽງຈັນຮູ້ວ່າ ພຣະວໍໄດ້ຜິດຂ້ອງໝອງໃຈ ກັບທາງເມືອງຈຳປາສັກ ຈຶ່ງໄດ້ສັ່ງໃຫ້ ພຣະຍາສຸໂພ ຍົກທັບ ໄປປາບພຣະວໍ. ພຣະຍາສຸໂພ ຈັບພຣະວໍ ໄດ້ຢູ່ຄ້າຍດອນມົດແດງ ແລ້ວປະຫານຊີວິດ ພຣະວໍຢູ່ທີ່ນັ້ນ. ( ສຽງເສບດົນຕຼີ ຫຼື ແຄນກໍໄດ້ )
ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານ ຮັບຟັງເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າວຽງໄຊ ຜູ້ສເນີ,
ສະບາຍດີ.