ບ້ານລາວໃນປະເທດໄທ ( ຕອນ 4 )

ສະບາຍດີ ທ່ານຜູ່ຟັງ ທີ່ເຄົາຣົບ ແລະຮັກແພງ

ການອົບພະຍົບ ຍ້າຍຖິ່ນເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດນັ້ນ ມີມາແຕ່ສະໄໝ ອາຍຸທຍາ ເມືອງຫຼວງເກົ່າ ຂອງສຍາມແລ້ວ. ນີ່ແມ່ນເວົ້າ ສະເພາະ ການອົບພະຍົບທີ່ຖືວ່າ ຄົນລາວ ໄດ້ຍ້າຍເຂົ້າສູ່ ເຂຕຕົວເມືອງຫຼວງ ບໍ່ນັບການຢູ່ອາໄສ ໃນ ເຂຕດິນໄທຍ໌ ໃນສ່ວນອື່ນໆ.

ເນື່ອງຈາກວ່າ ກຣຸງສີອາຍຸທຍານັ້ນ ເປັນເມືອງ ທີ່ໄດ້ຊື່ວ່າ ເປັນທັງເມືອງຫຼວງ ແລະ ເປັນເມືອງທ່າ ທີ່ສຳຄັນ ຈຶ່ງເຮັດໃຫ້ ກຣຸງສີອາຍຸທຍາ ເປັນຕລາດ ການຄ້າ ທີ່ສຳຄັນ ແລະເປັນຕລາດ ການຄ້າ ຣະຫວ່າງ ປະເທດ. ພວກພໍ່ຄ້າ ຊາວຂາຍ ຈາກຕ່າງປະເທດ ສາມາຖ ເອົາເຮືອສິນຄ້າ ເດີນທາງ ໂດຍທາງທະເລ ແລ້ວເຂົ້າສູ່ ສຍາມ ທາງປາກອ່າວສຍາມ ຕໍ່ຈາກນັ້ນ ກໍເຂົ້າສູ່ ແມ່ນ້ຳເຈົ້າພຣະຍາ ລ່ອງຂຶ້ນໄປອີກ ບໍ່ເທົ່າໃດ ກໍຮອດອາຍຸທຍາ.

ໃນອາດີດ ການຄົມມະນາຄົມ ທາງນ້ຳ ແມ່ນຖືໄດ້ວ່າ ເປັນເສັ້ນທາງຄົມມະນາຄົມ ທີ່ສຳຄັນ ກວ່າເສັ້ນທາງໆ ບົກ. ຖນົນຫົນທາງ ຫຼືເສ້ນທາງໆ ບົກ ຫຼືທາງຣົດນັ້ນ ຢູ່ສຍາມ ກໍຫາກໍ່ຈະມີຂຶ້ນ ໃນສະໄໝ ຣັຊການທີ 4 ໃນສະໄໝ ກຣຸງຣັຕນະໂກສິນ ຫຼືກຣຸງເທພ ເປັນເມືອງຫຼວງ ຂອງ ສຍາມເທົ່ານັ້ນ ຫຼືຈະເວົ້າ ອີກຢ່າງນຶ່ງ ກໍຄືວ່າ ອີກຕັ້ງ 100 ປີ ປາຍຄົນສຍາມ ກໍຈຶ່ງຮູ້ຈັກຖນົນ.

ດັ່ງນັ້ນ ໃນສະໄໝ ອາຍຸທຍາ ການຄົມມະນາຄົມ ທາງນ້ຳ ຈຶ່ງຖືໄດ້ວ່າ ເປັນເສັ້ນທາງ ຄົມມະນາຄົມ ອັນສຳຄັນ ກ່ອນອື່ນໝົດ; ແລະຈະເຫັນໄດ້ວ່າ ປະເທດ ມະຫາອຳນາດ ຫຼືພວກຈັກກະວັດ ຫຼືນັກລ່າ ຫົວເມືອງຂຶ້ນ ກໍລ້ວນແລ້ວ ແຕ່ເປັນປະເທດ ທີ່ມີທາງອອກ ສູ່ທະເລ ມີກອງເຮືອສິນຄ້າ ແລະພ້ອມກັນນັ້ນ ກໍຍັງມີເຮືອຣົບອີກນຳ.

ແລະປະເທດ ທີ່ມີທາງອອກ ສູ່ທະເລກໍຈຶ່ງ ເປັນປະເທດ ທີ່ຈະເລີນຮັ່ງມີ ແລະເປັນພື້ນຖານ ໃຫ້ປະເທດ ເຫຼົ່ານັ້ນ ມີເສຖກິດທີ່ດີ ມາຈົນຮອດທຸກມື້ນີ້. ລາງເທື່ອ ກໍຈຶ່ງຮ້ອງປະເທດທີ່ມີ ທາງອອກສູ່ທະເລ ວ່າ “ປະເທດເປີດ” ຄືວ່າເປີດ ສຳລັບ ທຳການຄ້າ. ຜິດກັບປະເທດ ທີ່ບໍ່ ມີທາງອອກ ສູ່ທະເລ ຫຼື “ປະເທດປິດ” ເສັ້ນທາງ ຄົມມະນາຄົມ ບໍ່ສະດວກ ດີເທົ່າກັບປະເທດເປີດ.

ແຕ່ໂລກນີ້ກໍຫາກມີ ຄວາມຍຸຕິທັມ ຢູ່ຄືກັນ ຄືວ່າ ເຖີງແມ່ນວ່າ ປະເທດ ເປິດຈະມີ ຄວາມຈະເລີນ ຮັ່ງມີ ທາງເສຖກິດ ປານໃດກໍຕາມ. ແຕ່ວ່າ ປະເທດ ພວກກ່ຽວນັ້ນ ກໍຕ້ອງສູນເສັຽ ທາງດ້ານ ວັທນະທັມ, ປະເພນີ ແລະ ຊັບພະຍາກອນ ທັມມະຊາດ ແລະເຮັດໃຫ້ ປະຊາຊົນ ເຫັນແກ່ເງີນຄຳ. ຂະນະ ທີ່ປະເທດປິດ ບໍ່ມີທາງອອກ ສູ່ທະເລ ຍັງສາມາຖ ປົກປັກຄຸ້ມຄອງ ຮີດ-ຄອງປະເພນີ, ສິລະປະ, ວັທນະທັມ, ສາສນາ, ຊັບພະຍາກອນ ທັມມະຊາດ ແລະປະຊາຊົນ ກໍຍັງມີຄວາມຈະເລີນ ທາງດ້ານຈິດໃຈ ແລະ ເປັນປະເທດ ທີ່ສງົບສຸກໄດ້ ເຖີງແມ່ນວ່າ ຈະບໍ່ມີຄວາມຮັ່ງມີ ທາງດ້ານ ເສຖກິດກໍຕາມ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ສະພາບການ ພາຍໃນ ກຣຸງສີອາຍຸທຍາ ໃນສະໄໝນັ້ນ ຖ້າແມ່ນ ອິງຕາມຮູປພາບ ທີ່ຂຽນຂຶ້ນ ໂດຍນາຍຊ່າງ ຊາວຕາເວັນຕົກ ແລ້ວ ກຣຸງສີອາຍຸທຍາ ກໍຫາກແມ່ນ ຕລາດການຄ້າ ທີ່ຍິ່ງໃຫຍ່ຫຼາຍ. ໃນຮູບຂຽນນັ້ນ ມີເຮືອຂນາດ ແລະສັນຊາຕຕ່າງໆ ແລ່ນຢູ່ໃນລຳແມ່ນ້ຳເຈົ້າ ພຣະຍາ ກັນສ່ວນສົນ; ບັນຍາກາສ ໃນການຄ້າຂາຍ ຟົດຟື້ນ ຈົນຖືໄດ້ວ່າ ກຣຸງສີອາຍຸທຍານັ້ນ ເປັນຈຸດໃຈກາງ ຂອງການຄ້າ ໃນສ່ວນພູມິພາກ ຂົງເຂຕນີ້.

ໃນສະໄໝ ກຣຸງສີອາຍຸທຍາ ເປັນຣາຊທານີ ຫຼືເມືອງຫຼວງນັ້ນ ກະສັດ ຂອງສຍາມ ໄດ້ເປິດປະເທສ ໃຫ້ຄົນຕ່າງຊາຕ ເຂົ້າໄປຄ້າຂາຍ ຢ່າງກວ້າງຂວາງ. ຄົນຕ່າງຊາດ ທີ່ຫຼັ່ງໄຫຼ ເຂົ້າສູ່ສຍາມ ໃນສະໄໝນັ້ນ ມີທັງຄົນ ຈາກໂລກຕາເວັນຕົກ ແລະຄົນເອເຊັຽ ນຳກັນ.

ຊາວຕະເວັນຕົກ ທີ່ເຂົ້າໄປພົວພັນ ທາງດ້ານການຄ້າ ໄດ້ແກ່ ຄົນໂຮລັງດ໌ (Hollands), ໂປຕູເກສ (Portuguese), ສະເປນ ແລະ ອັງກິດ ສ່ວນຄົນເອເຊັຽ ທີ່ເປັນພໍ່ຄ້າຕ່າງເມືອງ ກໍໄດ້ແກ່ ພວກພໍ່ຄ້າຄົນຈີນ.

ນອກຈາກນີ້ ກໍຍັງມີຄົນຕ່າວຊາຕ ທີ່ເດີນທາງເຂົ້າສູ່ ກຣຸງສີອາຍຸທຍາ ໂດຍບໍ່ມີເປົ້າໝາຍ ເພື່ອຄ້າຂາຍ ແຕ່ເຂົ້າໄປ ເພື່ອເຜີຍແຜ່ ສາສນາຄຣິສຕ໌ ຄື ຄົນຝຣັ່ງເສສ. ບໍ່ແມ່ນແຕ່ເທົ່ານັ້ນ ຍັງມີ ພວກຄົນຕ່າງຊາຕ ທີ່ເຂົ້າໄປ ຂໍເພີ່ງ ອຳນາດສຍາມ ແລະລາງພວກ ກໍຖືກສຍາມ ກວາດຕ້ອນ ເປັນຊະເລີຍເສິກອີກ ກໍຫຼາຍຊາຕ ໄດ້ແກ່ ຄົນມອນ, ຄົນຂເມຣ ແລະຄົນວຽດນາມ.

ແລະຄົນຕ່າງຊາຕ ໃນສຍາມ ໃນສະໄໝ ກຣຸງສີອາຍຸທຍາ ຍັງມີຄົນ ອີກປະເພດນຶ່ງ ຄື ຄົນຕ່າງຊາຕ ທີ່ເຂົ້າໄປ ເປັນທະຫານ ອາສາ ໃນກອງທັບສຍາມ ຄົນພວກນີ້ ໄດ້ແກ່ ຄົນໂປຕູເກສ ແລະຄົນຍີ່ປຸ່ນ. ( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ພຣະມຫາກະສັດ ຂອງສຍາມ ໄດ້ຊົງອານຸຍາດ ໃຫ້ຄົນຕ່າງຊາຕ ປຸກເຮືອນຊານ ຢູ່ອາໄສກັນ ເປັນຈຸເປັນບ້ານ ຕາມເຊື້ອຊາຕ ໃຜລາວ. ການອານຸຍາດ ແນວນີ້ ຖືວ່າເປັນອັນດີ ຕໍ່ສຍາມ ເພາະວ່າ ບໍ່ແມ່ນແຕ່ ພຽງຈະເຮັດໃຫ້ ເກີດຄວາມສຸກສງົບ ຫຼື ເປັນຣະບຽບຮຽບຮ້ອຍ ເທົ່ານັ້ນ ແຕ່ອັນສຳຄັນໝົດ ຄື ຄວາມສະດວກ ຂອງສຍາມ ໃນການຈະ ຄວບຄຸມ ຄົນຕ່າງຊາຕ ບໍ່ໃຫ້ກະຈາກກະຈາຍ ຫຼືປະປົນຄົນເລ ກັບຄົນສຍາມ ຈົນໄຈ້ແຍກບໍ່ໄດ້ ນັ້ນເອງ.

ບ້ານຂອງຄົນຕ່າງຊາຕ ທີ່ສຍາມກຳໜົດ ໃຫ້ຢູ່ນັ້ນ ມັກຈະຢູ່ບໍຣິເວນ ອ້ອມຮອບ ກຣຸງສີອາຍຸທຍາ ທາງດ້ານນອກ ເຊັ່ນ ຄົນຝຣັ່ງເສສ ໃຫ້ຢູ່ບ້ານປາເຫັດ ປະຈຸບັນ ບ້ານນີ້ຢູ່ທາງ ທິດໃຕ້ທາງນອກເກາະ ອາຍຸທຍາ ໃກ້ກັບວັດພຸດໄທ ສະຫວັນ ຊຶ່ງບ້ານປາເຫັດນີ້ ສືບຕໍ່ມາໄດ້ປ່ຽນຊື່ເປັນ ບ້ານເຊນຍອແຊບ (St. Joseph).

ສ່ວນບ້ານ ຂອງຄົນຍີ່ປຸ່ນ ອານຸຍາດ ໃຫ້ຢູ່ແຄມແມ່ນ້ຳ ຄື ຢູ່ຣະຫວ່າງ ບ້ານຄົນມອນ ກັບໂຮງຕົ້ມເຫຼົ້າ ຂອງຄົນຈີນ, ຖັດຕໍ່ໄປອີກ ແມ່ນບ້ານຂອງຄົນໂຮລັງດ໌, ຄົນຕັງເກັ໋ຽ ຫຼືຕົງແກັງ ແລະຄົນໂຄຊິນໄຊນ່າ ຊຶ່ງແຕ່ລະບ້ານ ກໍຈະໄດ້ຊື່ອິງຕາມ ຊື່ເຊື້ອຊາຕໃຜລາວ ເຊັ່ນ ບ້ານຂອງຄົນ ໂຄຊິນໄຊນ່າ ກໍໄດ້ຊື່ວ່າ ບ້ານໂຄຊິນໄຊນ່າ ເປັນຕົ້ນ.

( ສຽງເສບດົນຕຼີ “ລາວແພນ” ຫຼື ແຄນກໍໄດ້ )

ທ່ານຜູ້ຟັງທີ່ຮັກແພງ ເວລາສຳລັບ ລາຍການ ຂອງເຮົາໃນສັປະດານີ້ ໄດ້ສ້ຽງສຸດລົງແລ້ວ ເຊີນທ່ານຮັບຟັງ ເລື້ອງລາວຂອງ “ແຕ່ອາດີດຫາປະຈຸບັນ ບ້ານລາວໃນໄທຍ” ໄດ້ໃໝ່ໃນສັປດາໜ້າ. ຂໍໄດ້ຮັບຄວາມປຣາຖໜາດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະຂ້າພະເຈົ້າວຽງໄຊ ຜູ້ສເນີ, ສະບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org