ເສັ້ນທາງ ຂອງອົພຍົບ ຈາກລາວ ຫາ ອາຣິໂຊນາ
ການເດີນທາງ ຂອງຊາວ ອົພຍົບລາວ ນັບຕັ້ງ ແຕ່ອອກຈາກ ປະເທດລາວ ໄປຈົນຮອດ ອະເມຣິກາ ຊຶ່ງສ່ວນນຶ່ງ ກໍຈະເຫັນໄດ້ ຢູ່ຫ້ອງວາງສແດງ ຮູບພາບ ກ່ຽວກັບວັທນະທໍາ ຮີດຄອງ ປະເພນີ ຂອງລາວ ຢູ່ຫໍພິພິຕພັນ ປວັດສາດ ຂອງນາໆຊາດ ໃນເຂດເມືອງ ແທມປີ (Tempe) ຣັດ Arizona ສະຫະຣັດ ອະເມຣິກາ.
-
ມະນີຈັນ
2009-01-29 -
-
-
Your browser doesn’t support HTML5 audio
ຣັຖ Arizona ໃນພາກ ຕາເວນຕົກ ສ່ຽງໄຕ້ ຂອງສະຫະຣັດ ເປັນຣັດນຶ່ງ ທີ່ມີຊົນຊາດ ຈາກປະເທດ ຕ່າງໆໃນໂລກ ເຂົ້າໄປຕັ້ງ ຖີ່ນຖານຢູ່ ຢ່າງຫລວງຫລາຍ ໂດຍ ສເພາະແລ້ວ ແມ່ນພາຍຫລັງ ສົງຄາມໂລກ ຄັ້ງທີ2ມາ ຊຶ່ງສ່ວນໃຫຍ່ ກໍແມ່ນຈາກ ບັນດາ ປະເທດ ອະເມຣິກາໄຕ້. ແລະພາຍ ຫລັງສົງຄາມ ວຽດນາມ ກໍມີມາຈາກ ປະເທດຕ່າງໆ ໃນເຂດ ເອເຊັຽຕື່ມອີກ ເປັນຕົ້ນ ຈາກລາວ ວຽດນາມ ກໍາພູຊາ ແລະກໍເປັນ ປະເພນີ ທີ່ວ່າ ທາງການ ທ້ອງຖີ່ນຣັດ Arizona ໄດ້ມີການ ກໍ່ຕັ້ງ ຫໍພິພິຕພັນ ຫລື Museum ວາງສແດງ ຮູບພາບ ວັດຖຸສີ່ງ ຂອງຕ່າງໆ ທີ່ບົ່ງບອກ ເຖິງວັທນະທໍາ ຮີດຄອງ ປະເພນີ ຂອງຊົນຊາດ ເລົ່ານັ້ນ ທີ່ເມືອງ ແທມປີ ຊຶ່ງກໍມີ ທັງສໍາລັບ ປວັດສາດໃນ ອິນດູຈີນ ຄືລາວ ກໍາພູຊາ ແລະ ວຽດນາມ ນໍາດ້ວຍ.
ຫໍພິພິຕພັນ ດັ່ງກ່າວ ຕັ້ງຂຶ້ນເມື່ອ 3ປີກ່ອນ. ໃນຫໍພິພິຕພັນ ນັ້ນຜູ້ເຂົ້າຊົມ ຈະໄດ້ເຫັນ ຂັ້ນຕອນ ຕ່າງໆຂອງການ ເດີນທາງຫລື ການອົພຍົບ ມານັບຕັ້ງ ແຕ່ໄດ້ອອກ ຈາກບ້ານເກີດ ເມືອງນອນ ຂອງຕົນ ທີ່ເຕັມ ໄປດ້ວຍການ ສ່ຽງໄພ ເຕັມໄປດ້ວຍ ບັນຫາ ຫຍູ້ງຍາກ ແລະອຸປສັກ ຕ່າງໆນາໆ ເກືອບວ່າຈະເ ອົາຕົວ ບໍ່ລອດ ກ່ອນໜ້າ ຈະໄດ້ເຂົ້າ ໄປຕັ້ງຖີ່ນຖານ ແລະທໍາມາ ຫາກິນຢູ່ ສະຫະຣັດ ອະເມຣິກາ ຊຶ່ງເປັນ ດິນແດນແຫ່ງ ເສຣີພາບ ໃຫ້ໂອກາດ ແກ່ທຸກຄົນ ໃນທີ່ສຸດນັ້ນ.
ຂ້າພະເຈົ້າ ໄດ້ມີ ໂອກາດຂໍ ສໍາພາດ ທ່ານ ສີຖ່າຍ ທິດຕະວົງ ຊາວລາວ ອະເມຣິກັນ ທີ່ໄດ້ມີ ສ່ວນຮ່ວມ ໂດຍກົງ ໃນການນໍາ ເອົາຮູບພາບ ເຄື່ອງຂອງທີ່ ບົ່ງບອກເຖິງ ວັທນະທໍາ ຮີດຄອງ ປະເພນີ ຂອງລາວ ໄປວາງສແດງ ໄວ້ໃນ ຫໍພິພິຕພັນ ເມືອງແທມປີນັ້ນ …..interview…..
ການສໍາພາດ ມີຂຶ້ນ ເມື່ອປະມານ 3ອາທິດກ່ອນ. ທ່ານສີຖ່າຍ ທິຕວົງ ເຂົ້າໄປ ຕັ້ງຖີ່ນຖານ ຢູ່ຣັດ AZ ໄດ້ເກືອບ 30ປີແລ້ວ ໂດຍຍ້າຍ ຈາກຣັດ California.